ມ້າ ໃນຮູບແຕ້ມ ແລະ ການສ້າງສັນ ຂອງ ທ່ານນາງ ເຈິ່ນເລ້ຮວ່ຽນ

ມ້າ ໃນຮູບແຕ້ມ ແລະ ການສ້າງສັນ ຂອງ ທ່ານນາງ ເຈິ່ນເລ້ຮວ່ຽນ

ໃນປີ ມ້າ (ປີ ມະເມຍ), ເມື່ອຮູບມ້າ ກາຍເປັນສັນຍະລັກ ແຫ່ງການ ເຄື່ອນໄຫວ, ຄວາມໂຊກລາບ ແລະ ພະລັງໃໝ່, ທ່ານນາງ ເຈິ່ນເລ້ ຮວ່ຽນ ໄດ້ເລືອກການເລົ່າເລື່ອງ ວັດທະນະທຳ ຜ່ານຜົນງານ “ຟີມ້າ” (ມ້າບິນ) ທີ່ມີສີສັນສົດໃສ, ເຊິ່ງແມ່ນບ່ອນທີ່ມູນເຊື້ອພື້ນເມືອງ ໄດ້ ຖືກປ່ຽນຖ່າຍ ໃຫ້ກາຍເປັນຜົນງານການສ້າງສັນ ແບບຮ່ວມສະໄໝ.

ນັກອອກແບບ ເຈິ່ນເລ້ຮວ່ຽນ ແລະ ບັນດາຜົນງານການສ້າງສັນ ທີ່ ມີຊື່ວ່າ “ຟີມ້າ”.

ໃນຄັງສັນຍະລັກພື້ນເມືອງ ຫວຽດນາມ, ລອງມ້າ (ມັງກອນ ມ້າ) - ຫົວ ເປັນມັງກອນ ໂຕເປັນມ້າ-ແມ່ນຕິດພັນ ກັບລາງດີ, ຄວາມຮູ້ ຄວາມສາມາດ ແລະ ບຸນວາສະໜາ ຂອງຊາດ. ຈາກແຮງບັນດານ ໃຈດັ່ງກ່າວ, ນັກອອກແບບແຟຊັ່ນ ເຈິ່ນເລ້ຮວ່ຽນ ໄດ້ສ້າງສັນໂຄງ ການສິລະປະທີ່ມີຊື່ວ່າ “ຟີມ້າ”, ດ້ວຍຄວາມມຸ່ງຫວັງ ທີ່ຈະປ່ຽນຮູບ ພາບພື້ນເມືອງ ໃຫ້ກາຍເປັນຜົນງານທີ່ມີຈິດວິນຍານ ຂອງຍຸກໃໝ່.

ໃນຖານະເປັນຜູ້ທີ່ມີຄວາມຮັກ ຕໍ່ວັດທະນະທຳ ພື້ນເມືອງ ຢ່າງເລິກເຊິ່ງ, ທ່ານນາງ ໄດ້ເລືອກເອົາ ລອງມ້າ ເປັນຂໍ້ຄວາມ ໃນທາງບວກ ໃນປີ ມະເມຍ. ທ່ານນາງ ຮວ່ຽນ ໃຫ້ຮູ້ວ່າ: “ທຸກໆ ຄັ້ງ ທີ່ລອງມ້າ ປະກົດຕົວ ໃນຕຳນານ ແມ່ນລ້ວນ ແຕ່ບົ່ງບອກເຖິງ ສິ່ງທີ່ດີງາມ ແລະ “ຟີມ້າ” ກໍຄືວິທີ ທີ່ຂ້າພະເຈົ້າເຜີຍແຜ່ ຄວາມເບີກບານມ່ວນຊື່ນ, ຄວາມໂຊກລາບ ແລະ ພະລັງໃໝ່ ໄປສູ່ຊຸມຊົນ ໃນປີໃໝ່”.

ລາຍການສິລະປະ ໄດ້ຖືກຈັດຂຶ້ນສະຫຼັບກັນ ກັບບັນດາຊຸດສະສົມ ແຟຊັ່ນ ອ໋າວຢ່າຍ (ເສື້ອຍາວ).
 

ແທນທີ່ຈະເຮັດດ້ວຍເຈ້ຍແບບດັ້ງເດີມເທົ່ານັ້ນ, ທ່ານນາງ ເຈິ່ນເລ້ ຮວ່ຽນ ໄດ້ເລືອກວິທີ “ທຳລາຍຂອບເຂດ”. ພ້ອມກັບບັນດານັກຮຽນ, ທ່ານນາງ ໄດ້ນຳໃຊ້ວັດສະດຸໃໝ່ຫຼາຍຊະນິດ ເຊັ່ນ: ນີລອນໃສ, ຜ້າພື້ນເມືອງ, ຜ້າຄຳ, ຜ້າສີ ແລະ ລວດລາຍຍຸກໃໝ່ ເພື່ອສ້າງ ເປັນບັນດາ ໂຕມ້າ ທີ່ມີຮູບຮ່າງໜ້າຕາທີ່ແຕກຕ່າງ. ຈາກໂຄງຮ່າງ ມ້າ ພື້ນຖານ, ແຕ່ລະຄົນສາມາດສ້າງສັນຂີ້ເຝື້ອ, ແຝງ, ຕາ, ຂົນຕາ ຕາມຈິນຕະນາການ ຂອງຕົນເອງ ຢ່າງມີອິດສະຫຼະ ຊຶ່ງສ້າງເປັນ “ຟີມ້າ” ທີ່ມີເອກະລັກສະເພາະຕົວ.

ນັກອອກແບບ ເຈິ່ນເລ້ຮວ່ຽນ ແນະນຳວິທີຄັດເລືອກວັດຖຸດິບ.
 

ສຳລັບ ທ່ານນາງ ເຈິ່ນເລ້ຮວ່ຽນ, ວັດທະນະທຳ ບໍ່ຄວນຖືກຈຳກັດ ຢູ່ໃນຮູບແບບທີ່ຕາຍຕົວ. ທ່ານນາງ ຫວັງໃຫ້ຜູ້ເຂົ້າຮ່ວມ ເຫັນເຖິງ ຕົວຕົນ ຂອງ ຕົນເອງ ໃນຜະລິດຕະພັນສ້າງສັນ, ເພື່ອໃຫ້ມູນເຊື້ອ ໄດ້ຮັບການສືບທອດດ້ວຍອາລົມຈິດ ແລະ ປະສົບການໃໝ່. ກອງ ປະຊຸມສໍາມະນາ (Workshop) “ຟີມ້າ” ໄດ້ກາຍເປັນພື້ນທີ່ ແລກ ປ່ຽນຫຼາຍມິຕິ, ເຊິ່ງສິລະປິນ, ນັກສຶກສາ ຫຼື ເດັກນ້ອຍ ຕ່າງກໍສາ ມາດເລົ່າເລື່ອງລາວ ຂອງຕົນ ຜ່ານຮູບພາບ ຂອງ ມ້າ.

ຄົນໜຸ່ມສາວຫຼາຍຄົນຮູ້ສຶກມີຄວາມສົນໃຈຫຼາຍ ຕໍ່ກັບການຈັດ Workshop ນີ້.
 

 ບໍ່ຢຸດຢູ່ພຽງແຕ່ປະສົບການສ້າງສັນ, ທ່ານນາງ ເຈິ່ນເລ້ຮວ່ຽນ ຫວັງ ວ່າ: “ບັນດາຜະລິດຕະພັນ ‘ຟີມ້າ’ ສາມາດກາຍເປັນ ເຄື່ອງປະດັບ ທີ່ມີຄວາມສວຍງາມ ຫຼື ເປັນຂອງຂວັນ ທາງວັດທະນະທຳ ສຳລັບ ເພື່ອນມິດສາກົນ-ຂອງຂວັນ ທີ່ເລົ່າເລື່ອງ ກ່ຽວກັບ ຫວຽດນາມ ດ້ວຍພາສາສິລະປະຍຸກໃໝ່”.

 

ບັນດາຜະລິດຕະພັນ “ຟີມ້າ” ໄດ້ກ້າວຂ້າມສິ່ງກີດຂວາງ ໃນຂອບເຂດ ເຄື່ອງບູຊາ ທາງດ້ານຈິດວິນຍານ ເພື່ອກາຍເປັນ ສັນຍາລັກ ແຫ່ງການປະສານສົມທົບ ລະຫວ່າງມູນເຊື້ອ ແລະ ຄວາມທັນສະໄໝ.
ບັນດາຜະລິດຕະພັນ “ຟີມ້າ” ໄດ້ກ້າວຂ້າມສິ່ງກີດຂວາງ ໃນຂອບເຂດ ເຄື່ອງບູຊາ ທາງດ້ານຈິດວິນຍານ ເພື່ອກາຍເປັນ ສັນຍາລັກ ແຫ່ງການປະສານສົມທົບ ລະຫວ່າງມູນເຊື້ອ ແລະ ຄວາມທັນສະໄໝ.

ຈາກ ລອງມ້າ ໃນຕຳນານ ສູ່ “ຟີມ້າ” ຂອງມື້ນີ້, ຮູບພາບໂຕມ້າ ໄດ້ກາຍເປັນສັນຍະລັກ ຂອງການປະສົມປະສານ ລະຫວ່າງ ມູນ ເຊື້ອ ແລະ ຄວາມທັນສະໄໝ, ລະຫວ່າງຄວາມຊົງຈຳ ທາງວັດທະ ນະທຳ ແລະ ຈິດວິນຍານ ແຫ່ງການສ້າງສັນ ຂອງ ຄົນຮຸ່ນໃໝ່ ໃນ ລະດູບານໃໝ່ ປີມະເມຍ.

ບົດ: ເງິນຮ່າ - ພາບ: ແຄ໋ງລອງ - ແປໂດຍ: ບິກລຽນ


top