ຟ້ອນ ຖ້ວຍ ຂອງ ເຜົ່າ ໄຕ ຢູ່ ບັກກ້ານ
ຊາວເຜົ່າ ໄຕ ຢູ່ແຂວງ ບັກກ້ານ ມີວັດທະນະທຳ ພື້ນເມືອງສຸດທີ່ອຸດົມສົມບູນເຊັ່ນ: ບົດກະວີ, ບົດເພງ, ນິທານ, ເລື່ອງຕະຫຼົກພື້ນເມືອງ, ງານບຸນປະເພນີ, ຮ້ອງເພງ, ຟ້ອນ, ດົນຕີ... ບັນດາທຳນອງເພງພື້ນເມືອງ ທີ່ໄດ້ຮັບຄວາມນິຍົມທ່ີສຸດແມ່ນຂັບ ເລື້ອນຟອງ ສະລື, ຂັບ ເລື້ອນກ້ອຍ, ຂັບ ກວານລ່າງ, ຂັບກ່ອມລູກ... ນອກຈາກນັ້ນ, ຊາວເຜົ່າ ໄຕ ຍັງມີ ຟ້ອນລຳພື້ນເມືອງຫຼາຍບົດ ໄດ້ຮັບການສືບທອດກັນມາ ຈາກຮຸ່ນສູ່ຮຸ່ນ, ສະແດງໃຫ້ເຫັນ ຄວາມເຊື່ອ ແລະ ແຮງບັນດານໃຈ ທ່ີຫຼາກຫຼາຍ ຂອງຜູ້ຄົນ ໃນຊີວິດການອອກແຮງງານ ແລະ ທໍາການຜະລິດ. ໃນຈຳນວນ ທຳນອງຂັບລຳທຳເພງ ຂອງຊາວ ເຜົ່າ ໄຕ, ຟ້ອນຖ້ວຍ ແມ່ນໜຶ່ງໃນວາດຟ້ອນ ໄດ້ຮັບການເຜີຍແຜ່ ຢ່າງກວ້າງ ຂວາງທີສຸດ ແລະ ໄດ້ນຳໃຊ້ຫຼາຍກວ່າໝູ່.
ຟ້ອນຖ້ວຍ ຂອງ ຊາວເຜົ່າ ໄຕ ຢູ່ແຂວງ ບັກກ້ານ ມີຈຸດຂ້ອນ ຂ້າງພິເສດຄື: ຊຸດ ສະແດງຟ້ອນຖ້ວຍ ປະກອບມີ ເສື້ອຍາວ, ເສື້ອສັ້ນ, ສິ້ນ (ຫຼື ໂສ້ງ), ສາຍແອວ, ຜ້າພັນຫົວ ສີ່ຫຼ່ຽມ. ເຄື່ອງ ນຸ່ງ ຂອງແມ່ຍິງ ມີສີຄາມ, ເຮັດຈາກຜ້າທໍຈາກຝ້າຍ. ການຕັດ ແລະ ຫຍິບ ເຄື່ອງນຸ່ງ ແບບງ່າຍດາຍ, ບໍ່ມີການ ຖັກແສ່ວລວດລາຍ. ເຄື່ອງມືຕົ້ນຕໍ ໃຊ້ໃນການຟ້ອນຖ້ວຍ ແມ່ນຖ້ວຍ ແລະ ໄມ້ຖູ່ ຄູ່ໜຶ່ງ. ຟ້ອນຖ້ວຍ ໃນທ່ານັ່ງ ຫຼື ຢືນ, ໂດຍໃຫ້ຄົນສອງຄົນ ຫັນໜ້າເຂົ້າຫາກັນ. ເວລາທຳການສະແດງ, ມືສອງເບື້ອງ ຈັບຖ້ວຍ ແລະ ໄມ້ຖູ່. ວາງຖ້ວຍ ຢູ່ກາງຝ່າມື, ໝູນຂໍ້ມື ຮອບໜຶ່ງ ກາງໜ້າທ້ອງ ແລະ ຍົກຂຶ້ນເທິງຫົວ ແລ້ວອ້ອມໄປທາງຫຼັງ ແລ້ວຄ່ອຍໆ ວາງລົງ ກັບຄືນທ່າເບື້ອງຕົ້ນ ແລະ ປ່ຽນມືຟ້ອນ ໃນທາງກັບກັນ. ເມື່ອຟ້ອນຖ້ວຍ ໃນທ່າຢືນ, ມືສອງເບື້ອງ ທັງຈັບ ຖ້ວຍ ທັງໜີບໄມ້ຖູ່ ແລະ ເຄາະຕາມຈັງຫວະ ຈາກໜ້າທ້ອງ ປັດສະຫຼຽງ ຜ່ານສ່ວນ ຢູ່ຕິດກັບກະດູກຂ້າງ ໄປທາງຫຼັງ ແລະ ປັດກັບຄືນ ຈຸດເລີ່ມຕົ້ນ ເພື່ອຟ້ອນປ່ຽນໄປທາງກົງກັນຂ້າມ ຫຼື ຟ້ອນແບບມືໜ່ຶງຍົກຂຶ້ນສູງ, ມືເບື້ອງໜຶ່ງວາງລົງກາງຂ້າງທ້້ອງ.
ນີ້ແມ່ນວາດຟ້ອນທີ່ເປັນເອກະລັກ ຂອງ ຊາວເຜົ່າໄຕ ຢູ່ແຂວງ ບັກກ້ານ, ໄດ້ຮັບການອະນຸລັກຮັກສາ ດ້ວຍການເຜີຍແຜ່ປາກ ຕໍ່ ປາກ ແລະ ສອນໂດຍກົງຜ່ານຫຼາຍຮຸ່ນຄົນ, ແຕ່ມາຮອດປັດຈຸບັນ ອະລິຍະບົດຟ້ອນ ເກືອບວ່າ ຍັງບໍ່ມີປ່ຽນແປງ ແລະ ສະ ບັບຕ່າງກັນກໍມີໜ້ອຍ. ອະລິຍະບົດຟ້ອນ ຫຼາຍຢ່າງແມ່ນເພື່ອຈຳລອງ ການສ່າວໄໝ ດ້ວຍມື ຂອງຊາວເຜົ່າ ໄຕ ໃນສະໄໝບູຮານ, ການເຄື່ອນໄຫວທາງດ້ານຮ່າງກາຍ, ການເຄື່ອນໄຫວດ້ານຈິດວິນຍານ ຫຼື ງານບຸນເຂົ້າໃໝ່ຂອງຊາວເຜົ່າ ໄຕ.
ຜ່ານການຜັນແປປ່ຽນແປງຫຼາຍຢ່າງ ຂອງ ປະຫວັດສາດ, ຟ້ອນຖ້ວຍ ຂອງ ຊາວເຜົ່າ ໄຕ ຢູ່ ບັກກ້ານ ຍັງໄດ້ຮັບການອະ ນຸລັກຮັກສາ ແລະ ພັດທະນາ ໃນຊີວິດທາງດ້ານຈິດໃຈຂອງຊາວເຜົ່າ ໄຕ ຈາກຮຸ່ນສູ່ຮຸ່ນ. ປັດຈຸບັນ, ຢູ່ແຂວງ ບັກກ້ານ, ມີຫຼາຍກຸ່ມ, ສະໂມສອນສິລະປະ ໄດ້ຮັບການສ້າງຕັ້ງ, ໄດ້ເຊື່ອມຕໍ່ ບັນດາຜູ້ຮັກມັກການຟ້ອນລຳທຳເພງ ດ້ວຍກັນ ເພື່ອຈັດຕັ້ງ ການພົບປະແລກປ່ຽນ, ເຄື່ອນໄຫວຮັບໃຊ້ບັນດາເຫດ ການວັດທະນະທຳ, ການເມືອງ, ສັງຄົມຢູ່ຮາກຖານ ຫຼື ຕະ ຫຼາດນັດ, ງານບຸນ, ຮັບໃຊ້ນັກທ່ອງທ່ຽວ ຂອງ ທ້ອງຖິ່ນ... ສິ່ງດັ່ງກ່າວໄດ້ສ້າງເງື່ອນໄຂ ໃຫ້ສິລະປະ ປະເພດນີ້ ສືບຕໍ່ໄດ້ ຮັກ ສາໄວ້ ແລະ ມີໂອກາດພັດທະນາ ໃນຊີວິດ ທີ່ທັນສະໄໝ.
ໃນຂະບວນການ ເຮັດການທ່ອງທ່ຽວ ແລະ ພັດທະນາການ ທ່ອງທ່ຽວ, ຊາວເຜົ່າ ໄຕ ຢູ່ແຂວງ ບັກກ້ານ ໄດ້ແນະນຳຟ້ອນຖ້ວຍ ຂອງ ເຜົ່າຕົນ ໃຫ້ນັກທ່ອງທ່ຽວ, ປະກອບສ່ວນສຳຄັນ ເຂົ້າໃນການເຮັດໃຫ້ ໂສມໜ້າດ້ານວັດທະນະທຳ ຂອງ ແຂວງ ບັກກ້ານ ເວົ້າສະເພາະ ແລະ ທົ່ວເຂດຕາເວັນອອກສ່ຽງເໜືອເວົ້າລວມອຸດົມສົມບູນຍິ່ງຂຶ້ນ.
ບົດ ແລະ ພາບ: ໂງດຶກມິກ - ແປໂດຍ: ບິກລຽນ