ບຸນ ຈ໋າມຸ່ນ ຂອງ ເຜົ່າໄທດຳ
ງານບຸນ ຈ໋າມຸ່ນ ແມ່ນໜຶ່ງ ໃນບັນດາງານບຸນ ພື້ນເມືອງ ແລະ ວັດທະນະທຳ ຄວາມເຊື່ອຖື ທີ່ສຳຄັນທີ່ສຸດ ຂອງ ເຜົ່າໄທດຳ ຢູ່ຕາແສງ ອຽນຖັ໋ງ (ເມືອງ ລາງແຈ໋ງ, ແຂວງ ແທງຮ໋ວາ) ໄດ້ຈັດຂຶ້ນ ທ່າມກາງ ບັນຍາກາດເບີກບານມ່ວນຊື່ນ ກັບບັນດາ ກິດຈະກຳ ການເຄື່ອນ ໄຫວ ຂອງ ຊຸມຊົນຢ່າງຟົດຟື້ນ. ສຳລັບບັນດາໝໍເຢົາ, ນີ້ແມ່ນໂອ ກາດເພື່ອສະຫຼຸບ 3ປີ ທຳອາຊີບເກັບກ່ຽວຢາ, ປິ່ນປົວພະຍາດ ແລະ ຊ່ວຍຊີວິດຜູ້ຄົນ.
ຕາມເລື່ອງເລົ່າສືບທອດກັນມາ ຂອງ ຊາວເຜົ່າໄທດຳ ຢູ່ ອຽນຖັ໋ງ ໃນເມື່ອກ່ອນ ເຊື່ອກັນວ່າ ຄົນໃນໂລກມະນຸດ (ເອີ້ນວ່າເມືອງລຸ່ມ) ເກີດລະພະຍາດຕິດຕໍ່, ບໍ່ມີຢາປິ່ນປົວ. ບັນພະບຸລຸດຂອງຊາວ ເຜົ່າໄທດຳ ຈິ່ງໄດ້ສົ່ງຄົນ ຂຶ້ນສູ່ເມືອງຟ້າ ເພື່ອຂໍຄວາມຊ່ວຍເຫຼືອຈາກ ປໍ່ແຖນ (ປໍ່ແຖນ -ຜູູ້້ຄຸ້ມຄອງ ເມືອງຟ້າ ຕາມວັດທະນະທຳ ທາງໃຈ ຂອງ ຊາວ ເຜົ່າໄທ). ປໍ່ແຖນ ຕົກລົງໃຫ້ເປີດປະຕູເມືອງຟ້າ ແລະ ປ່ອຍເສັ້ນໄໝ ລົງມາໂລກມະນຸດ ເພື່ອເປັນການພາທາງໃຫ້ທະຫານລົງຊ່ວຍມະນຸດ ກຳຈັດຜີຮ້າຍ, ປິ່ນປົວພະຍາດ ຊ່ວຍເຫຼືອປະຊາຊົນ. ປະຊາຊົນ ໄດ້ຖືກກອບກູ້ເອົາຊີວິດ. ບັນພະບຸລຸດຊາວເຜົ່າໄທດຳ ໄດ້ສົ່ງຜູ້ທີ່ມີ ຄວາມສາມາດ ຄ່ອຍທາວຕາມເສັ້ນໄໝຂຶ້ນໄປເມືອງຟ້າ ເພື່ອສະແດງຄວາມຂອບໃຈ ແລະ ຮຽນຮູ້ຄວາມລັບຂອງການປິ່ນປົວພະຍາດ. ຕາມຄຳໝັ້ນສັນຍາກັບ ປໍ່ແຖນ, ພາຍຫຼັງ ມໍມຸ່ນ ແຕ່ລະຄົນ (ຜູ້ຮຽນຮູ້ຄວາມລັບໃນການປິ່ນປົວພະຍາດ) ໄດ້ເຮັດອາຊີບເປັນເວລາ 3 – 5 ປີຂຶ້ນໄປ, ເຂົາເຈົ້າຕ້ອງທຳພິທີ ຈ໋າມຸ່ນ ເພື່ອສະແດງ ຄວາມຂອບໃຈ ປໍ່ແຖນ ທັງເພື່ອປະຕິບັດການແກ້ ຊວຍ ສໍາລັບການປະກອບອາຊີບ ຂອງເຂົາເຈົ້າ ແລະ ນັບແຕ່ນັ້ນມາ, ງານບຸນ ຈ໋າມຸ່ນ ໄດ້ຖືກຈັດຂຶ້ນເປັນປະຈຳ ໃນເດືອນ 9 ແລະ ເດືອນ10 (ຕາມຈັນທະປະຕິທິນ) ໂດຍປະຊາຊົນ ຢູ່ທີ່ນີ້.
ກ່ອນວັນບຸນ, ໝໍເຢົາ ຈະປະກາດໃຫ້ຄົນເຈັບແຕ່ລະຄົນ ທີ່ເຄີຍໄດ້ຮັບການປິ່ນປົວ ກະກຽມເຄື່ອງບູຊາ ເພື່ອປະກອບສ່ວນ ເຂົ້າໃນງານບຸນ ທີ່ໄດ້ຈັດຂຶ້ນຢູ່ເຮືອນຂອງໝໍເຢົາ. ຊາວເຜົ່າ ໄທ ຕັ້ງຕົ້ນຝ້າຍ ຕົ້ນ ໜຶ່ງ (ພາສາໄທ ເອີ້ນວ່າ ບອກໄມ້) ຢູ່ກາງເດີ່ນ. ເທິງຕົ້ນຝ້າຍແຂວນ ຮູບດອກໄມ້ນາໆ ຊະນິດ, ນົກ, ປາ, ກົບ, ຊ້າງ, ມ້າ… ຊຶ່ງເປັນສັນຍາລັກໃຫ້ແກ່ທຸກສິ່ງທຸກຢ່າງ. ບອກໄມ້ ແມ່ນຈຸດໃຈກາງ ຂອງງານບຸນ ຈ໋າມຸ່ນ, ທຸກກິດຈະກຳ ຂອງ ງານບຸນ ຕ່າງໄດ້ດຳເນີນໄປ ອ້ອມ ເຂດນີ້. ໝໍເຢົາ ຍັງວາງເຫຼົ້າ 2 ໄຫ, ໄຫ ໜຶ່ງເພື່ອເຊີນ ປໍ່ແຖນ ແລະ ອີກໄຫໜຶ່ງເພື່ອເຊີນແຂກທີ່ມາເຂົ້າຮ່ວມງານບຸນ. ພາຖາດໄຫວ້ບູຊາຫຼັກ ເອີ້ນວ່າ ປານໂທນ ເພື່ອນຳໄປຖວາຍ ປໍ່ແຖນ ແລະ ດວງວິນຍານ ຂອງ ມໍມຸ່ນ ຮຸ່ນກ່ອນໆ. ບັນດາພາຖາດສຳຮອງທີ່ຍັງເຫຼືອ ແມ່ນເພື່ອຕ້ອນຮັບ ຄະນະທະຫານ ຈາກເມືອງຟ້າ ລົງສູ່ ໂລກມະ ນຸດ ເຂົ້າຮ່ວມງານບຸນ ຈ໋າມຸ່ນ.
ປະຕິບັດໂດຍ: ຫວຽດເກື່ອງ - ແປໂດຍ: ບິກລຽນ