ບຸນປີໃໝ່ ປະເພນີ ກຳປູເຈຍ - ລາວ - ໄທ ຈັດຂຶ້ນຢູ່ວັດ ໂຝມິງ, ນະຄອນ ໂຮ່ຈີມິນ

ບຸນປີໃໝ່ ປະເພນີ ກຳປູເຈຍ - ລາວ - ໄທ ຈັດຂຶ້ນຢູ່ວັດ ໂຝມິງ, ນະຄອນ ໂຮ່ຈີມິນ

 

ທ່າມກາງບັນຍາກາດ ອັນຄຶກຄື້ນມ່ວນຊື່ນ ຂອງ ເດືອນ ເມສາ - ເຊິ່ງແມ່ນຊ່ວງເວລາທີ່ປະຊາຊົນ ກໍາປູເຈຍ, ລາວ ແລະ ໄທ ສະ ເຫຼີມສະຫຼອງ ບຸນປີໃໝ່ປະເພນີ - ງານບຸນດັ່ງກ່າວ ຖືກຈັດ ຂຶ້ນ ໂດຍ ສະຫະພັນ ບັນດາອົງການ ຈັດຕັ້ງ ມິດຕະພາບ ນະຄອນ ໂຮ່ຈີມິນ ສົມທົບກັບ ສະມາຄົມມິດຕະພາບ ຫວຽດນາມ - ກໍາປູ ເຈຍ, ສະມາຄົມມິດຕະພາບ ຫວຽດນາມ - ລາວ, ສະມາຄົມມິດ ຕະພາບ ຫວຽດນາມ - ໄທ, ສະມາຄົມມິດ ຕະພາບ ຫວຽດນາມ - ອາຊີຕາເວັນອອກສ່ຽງໃຕ້ ນະຄອນ ໂຮ່ຈີມິນ ແລະ ວັດ ໂຝມິງ.

ບຸນປີໃໝ່ປະເພນີ ກຳປູເຈຍ - ລາວ - ໄທ ຈັດຂຶ້ນຢູ່ວັດ ໂຝມິງ, ນະຄອນ ໂຮ່ຈີມິນ. ພາບ: ທົງຫາຍ/VNP
ນີ້ແມ່ນໜຶ່ງໃນບັນດາກິດຈະກຳ ຕາມຮີດຄອງປະຈຳປີ ຂອງ ສະ ຫະພັນບັນດາອົງການຈັດຕັ້ງມິດຕະພາບ ນະຄອນ ໂຮ່ຈີມິນ ເພື່ອ ແນໃສ່ຊຸກຍູ້ຄວາມເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງ ຫວຽດ ນາມ ກັບ ບັນດາປະເທດເພື່ອນບ້ານໃກ້ຄຽງ. ພາບ: ທົງຫາຍ/VNP
ພິທີສົງນ້ຳພະພຸດທະຮູບ ໄດ້ຮັບການຈັດຕຽມຢ່າງຮຽບຮ້ອຍ ແລະ ເປັນລະບຽບ. ພາບ: ທົງຫາຍ/VNP
ວຽກງານການກະກຽມ ໄດ້ຮັບການປະຕິບັດຢ່າງລະອຽດ ຢູ່ທີ່ວັດ ໂຝມິງ. ພາບ: ທົງຫາຍ/VNP
ພະມະຫາອາຈານ ທິກທ້ຽນເຕິມ, ຮອງປະທານສະພາ ບໍລິຫານ ງານ, ຮອງຫົວໜ້າຄະນະພຸດທະສາສະໜາສາກົນ ສູນກາງອົງ ການ ພຸດທະສາສະໜາສຳພັນ ຫວຽດນາມ ກ່າວໃນງານບຸນ. ພາບ: ທົງຫາຍ/VNP
ທ່ານ ພອນສີ ບຸນມີໄຊ, ຫົວໜ້າກົງສູນໃຫ່ຍ ແຫ່ງ ສປປ ລາວ ປະ ຈຳ ນະຄອນ ໂຮ່ຈີມິນ ແບ່ງປັນໃນງານບຸນ. ພາບ: ທົງຫາຍ/VNP
ບັນດານັກສຶກສາຈຳນວນຫຼາຍ ທີ່ເຂົ້າຮ່ວມງານບຸນ ໄດ້ຊ່ວຍ ໃຫ້ ຜ່ອນຄາຍຄວາມຄິດຮອດບ້ານ. ພາບ: ທົງຫາຍ/VNP
ເຂົ້າຮ່ວມງານບຸນ ຍັງມີນັກສຶກສາ ລາວ, ກຳປູເຈຍ, ໄທ ເປັນຈຳ ນວນຫຼວງຫຼາຍ ທີ່ພວມສຶກສາຢູ່ບັນດາມະຫາວິທະຍາໄລ ໃນທົ່ວ ພື້ນທີ່ນະຄອນ. ພາບ: ທົງຫາຍ/VNP

ນີ້ແມ່ນກິດຈະກຳ ປະຈຳປີ ເພື່ອແນໃສ່ຊຸກຍູ້ ຄວາມເຂົ້າໃຈ ເຊິ່ງ ກັນ ແລະ ກັນ ລະຫວ່າງ ປະຊາຊົນ ຫວຽດນາມ ກັບ ບັນດາປະ ເທດເພື່ອນບ້ານໃກ້ຄຽງ, ທັງເປັນ ການເພີ່ມທະວີ ການແລກປ່ຽນ ວັດທະນະທຳ ແລະ ການຮ່ວມມື ໃນຫຼາຍດ້ານລະຫວ່າງ ນະ ຄອນ ໂຮ່ຈີມິນ ກັບ ເພື່ອນມິດສາກົນ ໃນພາກພື້ນ.  

ທ່ານ ພອນສີ ບຸນມີໄຊ, ຫົວໜ້າກົງສູນໃຫຍ່ ແຫ່ງ ສປປ ລາວ ປະ ຈຳ ນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ: ບຸນປີໃໝ່ ລາວ ແມ່ນງານບຸນ ທີ່ ສຳຄັນທີ່ສຸດໃນຮອບປີ, ເຊິ່ງຈັດຂຶ້ນ ໃນຊ່ວງເວລາປ່ຽນຖ່າຍ ຈາກ ລະດູແລ້ງ ເຂົ້າສູ່ລະດູຝົນ, ມີຄວາມໝາຍ ເພື່ອສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່. ນີ້ແມ່ນໂອກາດ ໃຫ້ບັນດາຄອບຄົວໄດ້ມາ ເຕົ້າໂຮມປຸ້ມລຸມກັນ, ປະຕິບັດ ບັນດາຮີດຄອງປະເພນີ ເຊັ່ນ: ຫົດ ນ້ຳອວຍພອນ, ບາສີສູ່ຂວັນ ເພື່ອຄວາມເປັນ ສິລິມຸງຄຸນ, ສົງນ້ຳ ພະພຸດທະຮູບ ແລະ ອະທິຖານຂໍພອນໃຫ້ປີ ໃໝ່ ຢູ່ຢ່າງສະຫງົບ ແລະ ມີຄວາມສຸກ.

ຄວາມເບີກບານມ່ວນຊື່ນ ຂອງ ບັນດາພຸດທະສາສະນິກະຊົນ ເມື່ອມາເຂົ້າຮ່ວມງານບຸນ. ພາບ: ທົງຫາຍ/VNP
ພິທີສົງນ້ຳພະພຸດທະຮູບ. ພາບ: ທົງຫາຍ/VNP
ພິທີສົງນ້ຳພະພຸດທະຮູບ. ພາບ: ທົງຫາຍ/VNP
ພິທີບາສີສູ່ຂວັນ ຜູກແຂນ. ພາບ: ທົງຫາຍ/VNP
ພິທີບາສີສູ່ຂວັນ. ພາບ: ທົງຫາຍ/VNP
ພິທີບາສີສູ່ຂວັນ. ພາບ: ທົງຫາຍ/VNP

ເຂົ້າຮ່ວມງານບຸນມີນັກສຶກສາ ລາວ, ກຳປູເຈຍ ແລະ ໄທ ເປັນຈຳ ນວນຫຼວງຫຼາຍ ທີ່ພວມສຶກສາ ຢູ່ບັນດາ ມະຫາວິທະຍາໄລ ໃນ ທົ່ວພື້ນທີ່ນະຄອນ. ບັນຍາກາດ ອັນມ່ວນຊື່ນ ແລະ ສະໜິດສະ ໜົມ ຂອງ ລາຍການ ໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງ ໃຫ້ ແກ່ ຜູ້ເຂົ້າຮ່ວມ.

ພິທີຫົດນ້ຳອົບນ້ຳຫອມ ລົງໃສ່ຝາມື ຫຼື ບ່າໄຫຼ່ ພ້ອມທັງ ອວຍ ພອນໃຫ້ຜູ້ເຖົ້າຜູ້ແກ່, ພໍ່ແມ່. ພາບ: ທົງຫາຍ/VNP
ພິທີຫົດນ້ຳອົບນ້ຳຫອມ ລົງໃສ່ຝາມື ຫຼື ບ່າໄຫຼ່ ພ້ອມທັງ ອວຍ ພອນໃຫ້ຜູ້ເຖົ້າຜູ້ແກ່, ພໍ່ແມ່. ພາບ: ທົງຫາຍ/VNP
ຄວາມມ່ວນຊື່ນຂອງພຸດທະສາສະນິກະຊົນ ເມື່ອເຂົ້າຮ່ວມ ງານ ບຸນ. ພາບ: ທົງຫາຍ/VNP

ທ້າວ ຫຼຸຍບົວທອງ ອະໂນພອນ, ອາຍຸ 22 ປີ, ມາຈາກແຂວງ ສະ ຫວັນນະເຂດ (ລາວ), ນັກສຶກສາຂະແໜງ ເຕັກໂນໂລຊີ ຂໍ້ມູນ ຂ່າວສານ, ມະຫາວິທະຍາໄລ ວັນລາງ ໄດ້ແບ່ງປັນວ່າ: ການທີ່ ໄດ້ສະເຫຼີມສະຫຼອງບຸນປີໃໝ່ປະເພນີ ຂອງ ຊາດຕົນ ຢູ່ນະຄອນ ໂຮ່ຈີມິນ ໄດ້ຊ່ວຍໃຫ້ຜ່ອນຄາຍຄວາມຄິດຮອດ ບ້ານເກີດ ເມືອງ ນອນ, ທັງເປັນໂອກາດໃນການເຊື່ອມຕໍ່ ແລະແບ່ງປັນກັບ ເພື່ອນ ມິດສາກົນ ໃນຂະບວນການຮ່ຳຮຽນ ແລະ ດຳລົງຊີວິດຢູ່ ຫວຽດ ນາມ.  

ພະມະຫາອາຈານ ທິກທ້ຽນເຕິມ, ຮອງປະທານ ສະພາບໍລິ ຫານ ງານ ສູນກາງອົງການພຸດທະສາສະໜາ ສຳພັນ ຫວຽດນາມ ກ່າວ ວ່າ ງານບຸນໄດ້ສະແດງໃຫ້ເຫັນເຖິງ ຄວາມຄ້າຍຄືກັນ ທາງດ້ານ ວັດທະນະທຳ ແລະ ການດຳລົງຊີວິດ ທາງສາສະໜາ ລະຫວ່າງ ບັນດາປະເທດ ໃນພາກພື້ນ, ຜ່ານນັ້ນ ໄດ້ປະກອບສ່ວນຊຸກ ຍູ້ ຄວາມສາມັກຄີ, ຄວາມປອງດອງ ແລະ ຄວາມຜູກພັນ ລະຫວ່າງ ປະຊາຊົນ ຫວຽດນາມ, ກຳປູເຈຍ, ລາວ ແລະ ໄທ ເພື່ອສັນຕິ ພາບ ແລະ ການພັດທະນາ ຮ່ວມກັນ.

 

ພຸດທະສາສະນິກະຊົນ ຖ່າຍພາບທີ່ລະນຶກຮ່ວມກັບ ພະມະຫາ ອາຈານ ທິກທ້ຽນເຕິມ. ພາບ: ທົງຫາຍ/VNP
ມອບທຶນການສຶກສາ ໃຫ້ແກ່ນັກສຶກສາບັນດາປະເທດ ທີ່ພວມ ຮ່ຳຮຽນ ແລະ ດຳລົງຊີວິດຢູ່ ຫວຽດນາມ. ພາບ: ທົງຫາຍ/VNP
ຄວາມມ່ວນຊື່ນ ຂອງ ບັນດາເພື່ອນຊາວ ກຳປູເຈຍ ທີ່ພວມຮ່ຳ ຮຽນ ແລະ ດຳລົງຊີວິດຢູ່ ຫວຽດນາມ. ພາບ: ທົງຫາຍ/VNP

ໃນໂອກາດນີ້, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ນະ ຄອນ ໂຮ່ຈີມິນ ກໍ່ໄດ້ຈັດງານແຂ່ງຂັນກິລາ ໃນໂແກາດ ບຸນປີໃໝ່ ປະເພນີ ກຳປູເຈຍ - ລາວ ປີ 2026 ສຳລັບນັກສຶກສາ ແລະ ຊຸມ ຊົນຊາວ ກຳປູເຈຍ, ລາວ ທີ່ພວມດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດ ວຽກ ຢູ່ ນະຄອນ ໂຮ່ຈີມິນ.


top