ບັ້ນຮົບ 500 ວັນຄືນ ອັນສັກສິດ ເພື່ອພາລະກິດອັນຍິ່ງໃຫຍ່
ອັດຖິ ຂອງ ບັນດານັກຮົບ ທີ່ເສຍສະຫຼະຊີວິດເພື່ອຊາດ ແຕ່ລະຊຸດ ທີ່ໄດ້ຮັບການຄົ້ນພົບ, ຕົວຕົນແຕ່ລະຄົນ ທີ່ໄດ້ຮັບການຢັ້ງຢືນ, ບັນດາດົນຂໍ້ມູນ ກ່ຽວກັບຜູ້ທີ່ໄດ້ລ່ວງລັບໄປແລ້ວ ໄດ້ຮັບການເຮັດໃຫ້ຈະແຈ້ງ ໃນ “ບັ້ນຮົບ 500 ວັນຄືນ” ບໍ່ພຽງແຕ່ແມ່ນຜົນງານ ຂອງ ຂະບວນການຊອກຫາ, ຢັ້ງຢືນ ເທົ່ານັ້ນ, ແຕ່ຫາກຍັງແມ່ນ ພາລະກິດອັນສັກສິດ, ແມ່ນມະໂນທຳ, ຄວາມມຸ່ງມາດປາດຖະໜາ ຂອງ ປະຊາຊົນ ຫວຽດນາມ ເພື່ອສະແດງຄວາມຮູ້ບຸນຄຸນ ບັນດານັກຮົບ ວິລະຊົນ ທີ່ເສຍສະຫຼະຊີວິດເພື່ອຊາດ, ບັນດານັກຮົບ ທີ່ໄດ້ເສຍສະຫຼະຊີວິດ ເພື່ອສັນຕິພາບ, ເອກະລາດ, ອິດສະຫຼະພາບ ຂອງ ປະເທດຊາດ.
ລູກຫຼານຊາຍຍິງທີ່ດີເລີດຂອງຊາດເກືອບ 1.2 ລ້ານຄົນ ໄດ້ ເສຍສະຫຼະຊີວິດ ໃນການຕໍ່ສູ້ ເພື່ອຍາດເອົາ ອິດສະຫຼະພາບ, ເອກະລາດ ແລະ ຄວາມເປັນເອກະພາບ ຂອງ ປະເທດຊາດ. ເຖິງແມ່ນວ່າບາງສ່ວນ ຈະຖືກຄົ້ນພົບແລ້ວ, ແຕ່ຍັງມີອີກຈຳນວນຫຼາຍ ທີ່ຍັງຄົງ ນອນຢູ່ຕາມສະໜາມຮົບເກົ່າຕ່າງໆ. ດັ່ງນັ້ນ, ພາຍຫຼັງ ສິ້ນສຸດສົງຄາມ, ພັກ, ລັດ ແລະ ກອງທັບ ໄດ້ເອົາໃຈໃສ່ ຢ່າງທັນທີ ເຖິງວຽກງານ ການຊອກຫາ, ຂຸດຄົ້ນເຕົ້າໂຮມ ອັດຖິ ຂອງ ບັນດານັກຮົບ ທີ່ເສຍສະຫຼະຊີວິດເພື່ອຊາດ ເພື່ອນຳບັນດາທ່ານ ກັບຄືນສູ່ເມືອງແມ່ ໂດຍໄວ. ຍ້ອນການຊອກຫາ ຢ່າງງຽບໆ, ພາກພຽນ, ແກ່ຍາວ ຫຼາຍປີ ດ້ວຍຄວາມຕັດສິນໃຈ ແລະ ຈິດໃຈຮັບຜິດຊອບ ເພື່ອພາລະກິດອັນຍິ່ງໃຫຍ່ນັ້ນ, ພວກຮົາ ໄດ້ຊອກຫາ, ຂຸດຄົ້ນເຕົ້າໂຮມ ໄດ້ຫຼາຍກວ່າ 900.000 ອັດຖິ ຂອງ ບັນດານັກຮົບ ທີ່ເສຍສະຫຼະຊີວິດເພື່ອຊາດ. ເຖິງຢ່າງໃດກໍ່ຕາມ, ປັດຈຸບັນ ຍັງມີຫຼາຍກວ່າ 175.000 ອັດຖິ ຂອງ ບັນດານັກຮົບ ທີ່ເສຍສະຫຼະຊີວິດເພື່ອຊາດ ຍັງບໍ່ທັນໄດ້ຮັບການຊອກຫາ, ຂຸດຄົ້ນເຕົ້າໂຮມ ແລະ ເກືອບ 300.000 ຮູບຫຼຸມສົບ ຂອງ ບັນດານັກຮົບ ທີ່ເສຍສະຫຼະຊີວິດເພື່ອຊາດ ຍັງບໍ່ທັນໄດ້ຮັບການກຳນົດຕົວຕົນ, ເຮັດໃຫ້ ຮ້ອຍກວ່າພັນຄອບຄົວ ຈົນເຖິງປັດຈຸບັນ ຍັງບໍ່ທັນມີຂໍ້ມູນ ກ່ຽວກັບຍາດພີ່ນ້ອງ ຂອງຕົນ ເຖິງວ່າ ເວລາ ໄດ້ຜ່ານໄປຢ່າງຍາວນານ ແລ້ວກໍ່ຕາມ.
ເວລາ ຍິ່ງຜ່ານໄປ, ຄວາມຍາກລຳບາກ ຂອງ ວຽກງານການຊອກຫາ, ຂຸດຄົ້ນເຕົ້າໂຮມ ອັດຖິ ຂອງ ບັນດານັກຮົບ ທີ່ເສຍສະຫຼະຊີວິດເພື່ອຊາດ ຍິ່ງເພີ່ມຂຶ້ນ ທະວີຄູນ. ບັນດາພະຍານຫຼັກຖານປະຫວັດສາດ ໃນປີກ່ອນໆ
ມາຮອດປັດຈຸບັນ ສ່ວນໃຫຍ່ ແມ່ນຢູ່ໃນເກນອາຍຸສູງແລ້ວ, ຄວາມຊົງຈຳ ຫຼຸດລົງ ຕາມເວລາ. ພູມສັນຖານ ສະໜາມຮົບເກົ່າ
ໃນປັດຈຸບັນ ໄດ້ປ່ຽນແປງໄປຫຼາຍ ຍ້ອນອັດຕາການຂະຫຍາຍຕົວ ຂອງຕົວເມືອງ ແລະ ຜົນກະທົບ ຂອງ
ໄພທຳມະຊາດ, ດິນເຈື່ອນ. ຝົນຕົກໃນປ່າ ແຕ່ລະຄັ້ງ, ລະດູນ້ຳຖ້ວມ ແຕ່ລະຄັ້ງ ທີ່ຜ່ານໄປ ໄດ້ພັດເອົາ
ບັນດາຮ່ອງຮອຍ ທີ່ບອບບາງ ມົວໝອງ ສຸດທ້າຍ ກ່ຽວກັບ ບ່ອນພັກຜ່ອນ ຂອງ ບັນດານັກຮົບ
ທີ່ເສຍສະຫຼະຊີວິດ.
ຕໍ່ກັບຄວາມຮຽກຮ້ອງຕ້ອງການ ອັນຮີບດ່ວນນັ້ນ, ຄະນະຊີ້ນຳແຫ່ງຊາດ ກ່ຽວກັບການຊອກຫາ, ຂຸດຄົ້ນເຕົ້າໂຮມ ແລະ ກຳນົດຕົວຕົນ ອັດຖິນັກຮົບ ທີ່ເສຍສະຫຼະຊີວິດເພື່ອຊາດ ໄດ້ປຸກລະດົມ “ບັ້ນຮົບ 500 ວັນຄືນ ຊຸກຢູ້ການປະຕິບັດ ການຊອກຫາ, ຂຸດຄົ້ນເຕົ້າໂຮມ ແລະ ກຳນົດຕົວຕົນ ອັດຖິນັກຮົບ ທີ່ເສຍສະຫຼະຊີວິດເພື່ອຊາດ”. ບັ້ນຮົບ ໄດ້ຮັບການຈັດຕັ້ງປະຕິບັດ ນັບແຕ່ວັນທີ 15 ມິນາ 2026 ຫາ ວັນທີ 27 ກໍລະກົດ 2027 ແນ່ໃສ່ ປຸກລະດົມ ກຳລັງແຮງ ຂອງ ທັງລະບົບການເມືອງ, ບຸກຄະລາກອນ, ວັດຖຸອຸປະກອນ, ແລະ ໂດຍສະເພາະ ແມ່ນ ການນຳໃຊ້ ບັນດາຜົນງານ ກ່ຽວກັບ ວິທະຍາສາດ, ເຕັກໂນໂລຊີ ເພື່ອສຸມໃສ່ ຊຸກຍູ້ ວຽກງານການຊອກຫາ, ຂຸດຄົ້ນເຕົ້າໂຮມ ແລະ ກຳນົດຕົວຕົນ ບັນດານັກຮົບ ທີ່ເສຍສະຫຼະຊີວິດເພື່ອຊາດ ທີ່ຍັງບໍ່ທັນໄດ້ຮັບການກຳນົດຂໍ້ມູນ.
ກ່າວປາໄສ ໃນໂອກາດ ໄປຢ້ຽມຢາມ, ຊຸກຍູ້ ບັນດາກຳລັງ ທີ່ກຳລັງ ເຮັດວຽກງານ ການຊອກຫາ, ຂຸດຄົ້ນເຕົ້າໂຮມ ອັດຖິ ຂອງ ບັນດານັກຮົບ ທີ່ເສຍສະຫຼະຊີວິດເພື່ອຊາດ ທັງເວັນ ແລະ ຄືນ ຢູ່ເຂດ ສວນສາທາລະນະ ເລທິຣຽງ, ນະຄອນ ໂຮ່ຈີມິນ, ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ເນັ້ນໜັກວ່າ: “ສຳລັບ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ, ການຊອກຫາ, ຂຸດຄົ້ນເຕົ້າໂຮມ, ກຳນົດຕົວຕົນ ຂອງ ບັນດານັກຮົບ ທີ່ເສຍສະຫຼະຊີວິດເພື່ອຊາດ ແມ່ນ ຄວາມຮັບຜິດຊອບ ອັນສັກສິດ ຕໍ່ກັບປະເທດຊາດ, ຕໍ່ກັບປະຊາຊົນ; ແມ່ນ ມະໂນທຳ, ຄວາມມຸ່ງມາດປາດຖະໜາ ຂອງ ປະຊາຊົນ ຫວຽດນາມ ແຕ່ລະຄົນ. ປະຊາຊົນພວກຮົາ, ພັກພວກຮົາ ບໍ່ມີວັນ ລືມ ບັນດານັກຮົບ ທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ນັ້ນແມ່ນ ສິນທຳ ແລະ ມູນເຊື້ອວັດທະນະທຳ ຫວຽດນາມ”.
ຕາມສະຫາຍ ເລຂາທິການໃຫຍ່, ປະທານປະເທດ ແລ້ວ, ອັດຖິ ຂອງ ບັນດານັກຮົບ ທີ່ເສຍສະຫຼະຊີວິດເພື່ອຊາດ ແຕ່ລະຊຸດ ທີ່ໄດ້ຮັບການຄົ້ນພົບ ໃນມື້ນີ້ ບໍ່ພຽງແຕ່ແມ່ນ ຜົນງານ ຂອງ ວຽກງານວິຊາສະເພາະ ເທົ່ານັ້ນ, ແຕ່ຫາກຍັງແມ່ນ ການກັບຄືນມາ ຂອງ ລູກຮັກຮ່ວມອຸທອນ ຄົນໜຶ່ງ ສູ່ ປະເທດຊາດ, ສູ່ ຄອບຄົວ; ແມ່ນ ການກັບຄືນມາ ຂອງ ພາກສ່ວນໜຶ່ງ ຂອງ ປະຫວັດສາດ; ແມ່ນການຢັ້ງຢືນ ຈັນຍາທຳ: ເຄີຍມີ “ກິນເຂົ້າ ຄິດເຖິງ ຄຸນນາ, ກິນປາຄິດເຖິງຄຸນນ້ຳ”, “ຕອບບຸນແທນຄຸນ” ອັນສັກສິດ ຂອງ ປະຊາຊົນ ຫວຽດນາມ.
ດັ່ງນັ້ນ, ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ຢັ້ງຢືນວ່າ: “ຕໍ່ໜ້າ ດວງວິຍານ ອັນສັກສິດ ຂອງ ບັນດານັກຮົບ ວິລະຊົນ ທີ່ເສຍສະຫຼະຊີວິດເພື່ອຊາດ, ພວກຂ້າພະເຈົ້າ ຂໍປະຕິຍານວ່າ ຈະເຮັດສຸດຄວາມສາມາດ ເພື່ອປະຕິບັດ ພາລະກິດ ອັນສູງສົ່ງນີ້ ໃຫ້ສຳເລັດ ດ້ວຍ ທຸກຄວາມຮັບຜິດຊອບ, ສະຕິປັນຍາ ແລະ ຄວາມຮັກແພງ ອັນເລິກເຊິ່ງທີ່ສຸດ”.
ເພື່ອປະຕິບັດ ໜ້າທີ່ “ບັ້ນຮົບ 500 ວັນຄືນ”, 32 ໜ່ວຍຊອກຫາ ດ້ວຍ ກຳລັງທະຫານ ທັງໝົດ ຫຼາຍກວ່າ 1.500 ຄົນ ໄດ້ຮັບການຈັດຕັ້ງຂຶ້ນ; ໃນນັ້ນ ມີ 13 ໜ່ວຍ ເຄື່ອນໄຫວ ຢູ່ພາຍໃນປະເທດ, 19 ໜ່ວຍ ເຄື່ອນໄຫວ ຢູ່ ປະເທດເພື່ອນມິດ ລາວ ແລະ ກຳປູເຈຍ. ບັນດານັກຮົບ ຂອງ ບັນດາໜ່ວຍຊອກຫາ ໄດ້ບໍ່ທໍ້ຖອຍ ຕໍ່ຄວາມຍາກລຳບາກ, ບຸກປ່າປີນດົງ, ຂ້າມຫ້ວຍ, ກິນແນວແຫ້ງ, ນອນປ່າ, ສຳຫຼວດ ທຳລາຍລະເບີດ ຫຼາຍກວ່າ 8.400 ເຮັກຕາ ໃນທັງໝົດ ເກືອບ 23.000 ເຮັກຕາ ດິນ ທີ່ຍັງມີ ລະເບີດບໍ່ທັນແຕກ ເພື່ອເປີດ ເສັ້ນທາງ ແຕ່ລະສາຍ, ບຸກເບີກ ດິນ ແຕ່ລະຕອນ, ຂຸດ ເຫວພູ ແຕ່ລະແຫ່ງ, ພິກ ກົກໄມ້ ແຕ່ລະກົກ ດ້ວຍຄວາມມຸ່ງຫວັງ ຈະຊອກຫາ ພາກສ່ວນໜຶ່ງ ຂອງ ຮ່າງກາຍ ຂອງ ບັນດານັກຮົບ ທີ່ຍັງຫຼົງເຫຼືອ ພາຍຫຼັງ ຫຼາຍປີ ເພື່ອນຳກັບຄືນສູ່ ເມືອງແມ່.
ພາຍຫຼັງ ຫຼາຍກວ່າ 4 ເດືອນ ຂອງ ການຈັດຕັ້ງປະຕິບັດ ບັ້ນຮົບ, ໄລ່ມາຮອດ ວັນທີ 25 ກໍລະກົດ, ບັນດາກຳລັງ ໄດ້ຊອກຫາ, ຂຸດຄົ້ນເຕົ້າໂຮມ ໄດ້ 1.488 ອັດຖິ ຂອງ ບັນດານັກຮົບ ທີ່ເສຍສະຫຼະຊີວິດເພື່ອຊາດ, ໃນນັ້ນ ມີ 466 ອັດຖິ ຢູ່ພາຍໃນປະເທດ, 174 ອັດຖິ ຢູ່ ລາວ ແລະ 850 ອັດຖິ ຢູ່ ກຳປູເຈຍ. ຄຽງຄູ່ກັນນັ້ນ, ໄດ້ຄົ້ນພົບ 7 ຫຼຸມສົບ ຂອງ ບັນດານັກຮົບ ທີ່ເສຍສະຫຼະຊີວິດເພື່ອຊາດ ແບບໂຮມກັນ, ລວມມີ 5 ຫຼຸມສົບ ຢູ່ ຕວຽນກວາງ ດ້ວຍ 23 ອັດຖິ ຂອງ ບັນດານັກຮົບ ທີ່ເສຍສະຫຼະຊີວິດເພື່ອຊາດ ແລະ ຢູ່ ເຂດ ສວນສາທາລະນະ ເລທິຣຽງ, ນະຄອນ ໂຮ່ຈີມິນ, ໄດ້ຄົ້ນພົບ 103 ອັດຖິ ຂອງ ບັນດານັກຮົບ ທີ່ເສຍສະຫຼະຊີວິດເພື່ອຊາດ ພ້ອມກັບ 2 ອັດຖິ ຂອງ ບັນດານັກຮົບ ທີ່ເສຍສະຫຼະຊີວິດເພື່ອຊາດ ແບບໂຮມກັນ.
ໃນຂະບວນການ ຊອກຫາ, ຍ້ອນ ການຄົ້ນຄວ້າ, ອ້າງອີງ ຫຼາຍແຫຼ່ງເອກະສານ ຢູ່ພາຍໃນ ແລະ ສາກົນ; ການນຳໃຊ້ ວິທະຍາສາດ, ເຕັກໂນໂລຊີ ທັນສະໄໝ; ການປະສົມປະສານ ລະຫວ່າງ ເອກະສານປະຫວັດສາດ, ຄຳເວົ້າ ຂອງ ພະຍານຫຼັກຖານ ແລະ ການສຳຫຼວດ ຕົວຈິງ ດັ່ງນັ້ນ ບັນດາກຳລັງ ເຮັດວຽກງານ ໄດ້ຄົ້ນພົບ ຫຼາຍເຂດ ຫຼຸມສົບ ຂອງ ບັນດານັກຮົບ ທີ່ເສຍສະຫຼະຊີວິດເພື່ອຊາດ ແບບໂຮມກັນ ທີ່ມີຂະໜາດໃຫຍ່.
ຢູ່ ແຂວງ ຕວຽນກວາງ, ບັນດາກຳລັງ ຊອກຫາ ໄດ້ຄົ້ນພົບ 5 ຫຼຸມສົບ ຂອງ ບັນດານັກຮົບ ທີ່ເສຍສະຫຼະຊີວິດເພື່ອຊາດ ແບບໂຮມກັນ ດ້ວຍ ປະມານ 23 ອັດຖິ ຂອງ ບັນດານັກຮົບ ທີ່ເສຍສະຫຼະຊີວິດເພື່ອຊາດ. ໂດຍສະເພາະ, ຢູ່ ເຂດ ສວນສາທາລະນະ ເລທິຣຽງ (ນະຄອນ ໂຮ່ຈີມິນ), ບ່ອນທີ່ ກ່ອນໜ້ານັ້ນ ໄດ້ຮັບການຄາດວ່າ ມີເຂດ ຫຼຸມສົບ ແບບໂຮມກັນໃຫຍ່ ທີ່ຕິດພັນກັບ ການເສຍສະຫຼະຊີວິດ ຢ່າງອາດຫານ ຂອງ ຫຼາຍຄົນ ໃນການບຸກໂຈມຕີ ແລະ ລຸກຮືຂຶ້ນຄັ້ງໃຫຍ່ໃນ ລະດູບານໃໝ່ ປີ ວອກ 1968, ບັນດາກຳລັງການຈັດຕັ້ງປະຕິບັດ ໄດ້ຊອກຫາ, ຂຸດຄົ້ນເຕົ້າໂຮມ ໄດ້ 100 ອັດຖິ ຂອງ ບັນດານັກຮົບ ທີ່ເສຍສະຫຼະຊີວິດເພື່ອຊາດ ແບບແຍກດ່ຽວ, 2 ອັດຖິ ຂອງ ບັນດານັກຮົບ ທີ່ເສຍສະຫຼະຊີວິດເພື່ອຊາດ ແບບໂຮມກັນ, ພ້ອມກັບ 32 ວັດຖຸພັນ ປະເພດຕ່າງໆ. ບັນດາຜົນງານ ເຫຼົ່ານີ້ ໄດ້ເປີດ ທິດທາງໃໝ່ ໃນວຽກງານ ການຊອກຫາ, ຂຸດຄົ້ນເຕົ້າໂຮມ ອັດຖິ ຂອງ ບັນດານັກຮົບ ທີ່ເສຍສະຫຼະຊີວິດເພື່ອຊາດ.
ຢູ່ ຂັ້ນຕອນ ການກຳນົດ ຕົວຕົນ ຂອງ ບັນດານັກຮົບ ທີ່ເສຍສະຫຼະຊີວິດເພື່ອຊາດ, ຕາມ ບັນດານັກວິທະຍາສາດ ສັງກັດ ສະພາບັນດິດ ວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ, ວຽກງານ ການກຳນົດ ຕົວຕົນ ອັດຖິ ຂອງ ບັນດານັກຮົບ ທີ່ເສຍສະຫຼະຊີວິດເພື່ອຊາດ ຢູ່ ຫວຽດນາມ ຍາມໃດກໍ່ໄດ້ຮັບການປະເມີນວ່າ ແມ່ນ ໜຶ່ງໃນບັນດາ ໜ້າທີ່ ການສັນລະສູດ ADN ທີ່ຍາກທີ່ສຸດ ໃນໂລກ. ເພາະວ່າ ພາຍຫຼັງ 50 - 70 ປີ ຝັງດິນ ໃນເງື່ອນໄຂ ສະພາບອາກາດ ຮ້ອນຊຸ່ມ, ພາກສ່ວນໃຫຍ່ ອັດຖິ ລ້ວນແຕ່ ໄດ້ຍ່ອຍສະຫຼາຍ ຢ່າງໜັກໜ່ວງ, ADN ຖືກຂາດຫັກຢ່າງຮຸນແຮງ, ເຮັດໃຫ້ ການວິເຄາະ ດ້ວຍບັນດາວິທີ ດັ້ງເດີມຖືກປະສົບກັບຂໍ້ຈຳກັດຫຼາຍຢ່າງ. ດັ່ງນັ້ນ, ພວກຮົາ ພວມພະຍາຍາມ ຈັດຕັ້ງປະຕິບັດ ຫຼາຍວິທີການ ວິທະຍາສາດ, ເຕັກໂນໂລຊີ ທັນສະໄໝ, ໃນນັ້ນ ມີ ວິທີການສັນລະສູດ ພັນທຸກຳລຸ້ນໃໝ່ ແນ່ໃສ່ ຮັບໃຊ້ ວຽກງານການວິເຄາະ, ສັນລະສູດ ເພື່ອສາມາດ ກຳນົດ ຢ່າງຊັດເຈນ, ໄວ ແລະ ຫຼາຍກວ່າເກົ່າ ບັນດາກໍລະນີ ທີ່ກຳລັງ ຕ້ອງການ ກຳນົດຕົວຕົນ.
ເພື່ອຮັບໃຊ້ ໃຫ້ແກ່ ວຽກງານນີ້, ມາຮອດປັດຈຸບັນ ກຳລັງການຈັດຕັ້ງປະຕິບັດ ໄດ້ສຳເລັດ ການເກັບຕົວຢ່າງ ອັດຖິ ຕໍ່ກັບ ຫຼາຍກວ່າ 66.000 ຫຼຸມສົບ ທີ່ຍັງບໍ່ທັນໄດ້ຮັບການກຳນົດຂໍ້ມູນ; ຄຽງຄູ່ກັນນັ້ນ ໄດ້ຮັບ, ຈັດເກັບ ຫຼາຍກວ່າ 15.000 ຕົວຢ່າງ ອັດຖິ ຂອງ ບັນດານັກຮົບ ທີ່ເສຍສະຫຼະຊີວິດເພື່ອຊາດ ຈາກ ບັນດາທ້ອງຖິ່ນ ເພື່ອຮັບໃຊ້ ວຽກງານ ການສັນລະສູດ ADN. ຂະໜານກັນນັ້ນ, ຫຼາຍກວ່າ 93.000 ຕົວຢ່າງ ADN ຂອງ ຍາດພີ່ນ້ອງ ນັກຮົບ ທີ່ເສຍສະຫຼະຊີວິດເພື່ອຊາດ ກໍ່ໄດ້ຮັບການເກັບຮວບຮວມ, ໃນນັ້ນ ມີ ຫຼາຍກວ່າ 53.000 ຕົວຢ່າງ ໄດ້ຮັບການວິເຄາະ ຢ່າງປະສົບຜົນສຳເລັດ ແລະ ເຊື່ອມໂຍງ ເຂົ້າໃນ ລະບົບຖານຂໍ້ມູນປະຊາກອນແຫ່ງຊາດ ເພື່ອຮັບໃຊ້ ວຽກງານ ການປຽບທຽບ ຊອກຫາ ຂໍ້ມູນ ຂອງ ນັກຮົບ ທີ່ເສຍສະຫຼະຊີວິດເພື່ອຊາດ. ນີ້ ໄດ້ຮັບການຖືວ່າ ແມ່ນ ພື້ນຖານວິທະຍາສາດ ທີ່ສໍາຄັນ, ເປີດ ກາລະໂອກາດ ກຳນົດຕົວຕົນ ໃຫ້ແກ່ ຫຼາຍສິບພັນ ນັກຮົບ ທີ່ເສຍສະຫຼະຊີວິດເພື່ອຊາດ ທີ່ຍັງຂາດຂໍ້ມູນ ພາຍຫຼັງ ຫຼາຍທົດສະວັດ.
“ບັ້ນຮົບ 500 ວັນຄືນ” ແມ່ນ ໝາຍເຫດເວລາ ທີ່ມີລັກສະນະສັນຍະລັກ ກ່ຽວກັບ ຄວາມຕັດສິນໃຈ, ຈິດໃຈຮັບຜິດຊອບ ຂອງ ພວກເຮົາ ແຕ່ລະຄົນ ໃນເສັ້ນທາງ ການຊອກຫາ, ສະແດງຄວາມຮູ້ບຸນຄຸນ ບັນດານັກຮົບ ວິລະຊົນ, ນັກຮົບ ທີ່ເສຍສະຫຼະຊີວິດເພື່ອຊາດ. ແລະ ເສັ້ນທາງ ນັ້ນ ຈະຍັງສືບຕໍ່ ຢ່າງບໍ່ຢຸດຢັ້ງ, ເພາະວ່າ ອັດຖິ ແຕ່ລະຊຸດ ຂອງ ບັນດານັກຮົບ ທີ່ໄດ້ຮັບການຄົ້ນພົບ ຕ້ອນຮັບກັບຄືນມາ, ຊື່ ແຕ່ລະຊື່ ທີ່ໄດ້ຮັບການສະຫຼັກ ຢ່າງຄົບຖ້ວນ ຢູ່ເທິງ ແຜ່ນຫີນສີລາ ຈະຊ່ວຍໃຫ້ ຄອບຄົວ ແລະ ຍາດພີ່ນ້ອງ ຫຼຸດຜ່ອນ ຄວາມຄອງຄອຍ, ລໍຖ້າ, ແລະ ຄວາມເຈັບປວດ ສົງຄາມ ກໍ່ຈະໄດ້ຮັບການຜ່ອນຄາຍລົງເທື່ອລະກ້າວ ຕາມເວລາ.
- ບົດ: ແທງຮ່ວາ - ພາບ: VNP, VNA



































