ນັດພົບກັນ ຢູ່ຮ້ານກາເຟ
ຈາກຮ້ານ ກາເຟ ເກົ່າໆ (ກາເຟ ຕອງ) ແບບດັ້ງເດີມ ໄປຈົນເຖິງຮ້ານ ແຄມທາງ ທີ່ແສນທຳມະດາ, ກາເຟ ໄດ້ກາຍເປັນວັດທະນະທຳ ທີ່ຄຸ້ນເຄີຍ ໃນຊີວິດປະຈຳວັນ ຂອງ ຜູ້ຄົນ ໃນນະຄອນ ໂຮ່ຈີມິນ. ມັນບໍ່ພຽງແຕ່ ເປັນເຄື່ອງດື່ມປະຈຳວັນເທົ່ານັ້ນ, ແຕ່ນັ້ນ ຍັງເປັນບ່ອນ ທີ່ທຸກຄົນມາ ພົບປະ, ໂອ້ລົມ ແລະ ກົມກືນໄປ ກັບຈັງຫວະຊີວິດ ຂອງຕົວເມືອງ ທີ່ຄຶກຄື້ນ ແລະ ເປັນກັນເອງ.
ຢູ່ນະຄອນ ໂຮ່ຈີມິນ, ຄຳຊວນທີ່ວ່າ “ໄປດື່ມກາເຟກັນເທາະ” ມັກຈະ ເປັນຄຳນັດພົບກັບໝູ່ເພື່ອນ, ລົມວຽກງານ ຫຼື ພຽງແຕ່ ເປັນການ ໃຊ້ເວລານັ່ງຜ່ອນຄາຍ ທ່າມກາງຊີວິດທີ່ຟ້າວຝັ່ງ. ສະນັ້ນ, ກາເຟ ບໍ່ພຽງແຕ່ ແມ່ນເຄື່ອງດື່ມ, ແຕ່ຍັງເປັນນິໄສການສື່ສານ ທີ່ຄຸ້ນເຄີຍ ຂອງ ຊາວ ເມືອງແຫ່ງນີ້.
ຕັ້ງແຕ່ຮ່ອມນ້ອຍໆ ໄປຈົນເຖິງເສັ້ນທາງທີ່ແອອັດ, ຮ້ານກາເຟມີ ຢູ່ທຸກບ່ອນ. ຊາວເມືອງ ເລີ່ມຕົ້ນມື້ໃໝ່ ດ້ວຍກາເຟດໍາ ໃສ່ນໍ້າແຂງ, ຈິບກາເຟ ນົມ (ບັກຊິວ) ຫຼື ນັ່ງຫຼາຍຊົ່ວໂມງຢູ່ຮ້ານ ກາເຟ ເພື່ອໂອ້ລົມ ແລະ ເຮັດວຽກ.
ທ່າມກາງຕົວເມືອງ ທີ່ປ່ຽນແປງຢ່າງບໍ່ຢຸດຢັ້ງ, ຮ້ານ ກາເຟຕອງ ທີ່ເກົ່າແກ່ ຍັງຄົງຮັກສາເອກະລັກ ຂອງຕົນ ເອົາໄວ້ໄດ້. ກາເຟທີ່ຊົງ ຜ່ານຖົງຜ້າ ແບບ ດັ້ງເດີມ ໄດ້ນຳມາເຊິ່ງ ບັນຍາກາດທີ່ອົບອຸ່ນ ແລະ ເປັນກັນເອງ. ສຳລັບຫຼາຍຄົນ, ການແວ່ຮ້ານກາເຟ ບໍ່ພຽງແຕ່ ເພື່ອຊີມລົດຊາດກາເຟ ເທົ່ານັ້ນ, ແຕ່ຍັງເພື່ອຊອກຫາ ຈັງຫວະຊີວິດ ທີ່ແສນທຳມະດາ ທີ່ຜູກພັນກັນ ມາເປັນເວລາຫຼາຍປີ.
ກາເຟ ກ໋ອກ (ກາເຟແຄມທາງ ນັ່ງຕັ່ງຕໍ່າ) ແລະ ກາເຟເບດ (ກາເຟນັ່ງ ພື້ນ) ແມ່ນຮູບພາບທີ່ຄຸ້ນເຄີຍ ຂອງ ນະຄອນແຫ່ງນີ້. ພຽງແຕ່ມີເກົ້າອີ້ ນ້ອຍໆ ຢູ່ແຄມທາງ ຫຼື ຢູ່ສວນສາທາລະນະ, ທຸກຄົນກໍສາມາດ ນັ່ງ ໂອ້ລົມ, ຊົມຕົວເມືອງ ພ້ອມທັງສຳຜັດກັບ ຈັງຫວະຊີວິດອ້ອມຂ້າງ. ໂດຍບໍ່ຕ້ອງພິຖີພິຖັນເລື່ອງສະຖານທີ່, ຈຸດນັດພົບເຫຼົ່ານີ້ ໄດ້ສ້າງເອກະລັກທີ່ເປີດເຜີຍ ແລະ ເປັນກັນເອງ ໃນຊີວິດ ຂອງ ຕົວເມືອງ.
ນອກຈາກນັ້ນ, ຮ້ານກາເຟ ທັນສະໄໝ ໄດ້ມີການອອກແບບ ທີ່ ຫຼາກ ຫຼາຍ ກໍນັບມື້ນັບດຶງດູດຊາວໜຸ່ມ ແລະ ນັກທ່ອງທ່ຽວຕ່າງປະເທດ. ບໍ່ ວ່າຈະເລືອກຮ້ານນ້ອຍໆ ທີ່ເກົ່າແກ່ ຫຼື ສະຖານທີ່ໃໝ່ໆ, ຫຼາຍຄົນ ຍັງມາ ຮ້ານກາເຟເພື່ອເຊື່ອມຕໍ່, ແບ່ງປັນ ແລະ ເພີດເພີນກັບເວລາ ສ່ວນຕົວ.
ຢູ່ນະຄອນ ໂຮ່ຈີມິນ, ວັດທະນະທຳ ກາເຟ ບໍ່ໄດ້ຢູ່ທີ່ ວິທີການຊົງ ຫຼື ວິທີການດື່ມເທົ່ານັ້ນ, ແຕ່ຍັງສະແດງອອກ ຜ່ານການພົບປະ ໃນຊີວິດປະຈຳວັນ, ເຊິ່ງເປັນວິຖີຊີວິດທີ່ແສນທຳມະດາ ອັນໄດ້ຊ່ວຍ ສ້າງຄວາມຄຶກຄື້ນ ແລະ ເປີດເຜີຍໃຫ້ກັບນະຄອນແຫ່ງນີ້.
ບົດ ແລະ ພາບ: ຫງວຽນລວນ/VNP, ຮົ່ງດາດ, ແທງເຕິນ/VNA















