ນັກອອກແບບ ເຍີດຖຶກ ສ້າງສັນຍາລັກ ກັບຊຸດສະສົມ “ກຸຍ”
ນັກອອກແບບ ເຍີດຖຶກ ໃຫ້ຮູ້ວ່າ ເຕົ່າ ເປັນສັນຍາລັກ ຂອງ ຄວາມ ຍືນຍົງ, ອາຍຸຍືນ ແລະ ອຳມະຕະ. ດັ່ງນັ້ນ, ປະຊາຊົນ ທົ່ວໄປມັກ ເວົ້າວ່າ “ມີອາຍຸຍືນຄືກັບເຕົ່າ”. ຢູ່ໃນວັດວາອາຮາມ ຂອງ ຄົນຫວຽດ, ເຮົາມັກຈະເຫັນຮູບພາບຂອງເຕົ່າ ແບກນົກຫົງ, ນີ້ແມ່ນສັນຍາລັກຂອງການປະສົມກົມກຽວລະຫວ່າງບວກລົບ, ຄວາມໝັ້ນຄົງ. ຫຼື ສັນ ຍາລັກ ຂອງ ເຕົ່າ ແບກແຜ່ນສິລາຈາລຶກເຊັ່ນ: ແຜ່ນສີລາຈາລຶກ ປະລິນຍາເອກ ຢູ່ວັນມຽວ-ກວກຕື໊ຢາມ ພ້ອມກັບຄວາມໝາຍທີ່ ສື່ໃຫ້ເຫັນວ່າ ຜູ້ທີ່ສອບໄດ້ ຈໍຫງວຽນ ແລະ ປະລິນຍາເອກ ຈະຖືກບັນທຶກຊື່ຈາກຮຸ່ນສູ່ຮຸ່ນ ຕະຫຼອດໄປ. ເຕົ່າ ມີກະດອງຮູບໂຄ້ງຢູ່ດ້ານຫຼັງ, ເປັນ ສັນຍາລັກຂອງທ້ອງຟ້າ ແລະ ກະດອງຮາບ ພຽງຢູ່ດ້ານລຸ່ມ ເປັນສັນ ຍາລັກຂອງແຜ່ນດິນ. ດ້ວຍຄວາມໝາຍອັນ ສັກສິດເຫຼົ່ານັ້ນ ເພິ່ນ ຈຶ່ງໄດ້ຂຸດຄົ້ນຮູບພາບເພື່ອ ເອົາມາໃສ່ໃນການ ສະແດງທີ່ມີຊື່ວ່າ “ກຸຍ ໂຊ” ເຊິ່ງປະກອບດ້ວຍ 3 ຊຸດສະສົມ ມີຮູບແບບ ທີ່ແຕກຕ່າງ ກັນຢ່າງສິ້ນເຊີງ, ແຕ່ຍັງຄົງຮັກສາຈິດວິນຍານ ຂອງ ວັດທະນະທໍາພື້ນ ເມືອງ ໄວ້ໄດ້.
ຊຸດສະສົມ “ອ໋າວຢ່າຍ ກຸຍ” ໄດ້ຮັບການອອກແບບໂດຍນັກອອກ ແບບ ເຍີດຖຶກ ດ້ວຍການຂຸດຄົ້ນຮູບພາບຂອງ ເຕົ່າ ໃນຍຸກສະໄໝ ເຈົ້າຊີວິດ ຫງວຽນ ປະສົມປະສານກັບບັນດາລວດລາຍ ຂອງຍຸກສະ ໄໝ ດ້າຍຫວຽດ ເຊັ່ນ: ຕາມເຊີນທຸ໋ຍບາ, ເວີຍໄມ, ຄື້ນນ້ຳ... ເພື່ອ ເອົາມາໃສ່ໃນຊຸດ ອ໋າວຢ່າຍ ມູນເຊື້ຶ້ອ. ນັ້ນແມ່ນຊຸດອອກແບບ ອ໋າວຢ່າຍ ການສະແດງທີ່ໜ້າປະທັບໃຈ, ເຂັ້ມຂຸ້ນໄປດ້ວຍລັກສະນະການນຸ່ງຖືໃນວັງ, ສູງສົ່ງ ແລະ ສະຫງ່າງາມ.
ໃນຂະນະດຽວກັນ, ຊຸດສະສົນ “ກຸຍ ຊຸດລາຕີ” ແມ່ນບັນດາຊຸດອອກ ແບບ ຮັບໃຊ້ໃນງານລາຕີ ທີ່ເຕັມໄປດ້ວຍລັກສະນະ ຂອງ ອາຊີຕາ ເວັນອອກ ດ້ວຍລວດລາຍເຕົ່າ ແບກ ພຣະຄໍາພີ ຂີ່ຄື້ນ ແລະ ຕາມ ເຊີນທຸ໋ຍບາ ໃນຍຸກສະໄໝເຈົ້າຊີວິດ ຫງວຽນ. ດ້ວຍສີສັນ ທີ່ເປັນສີ ຂາວ, ສີຟ້າ ແລະ ສີເງິນ, ບັນດາຊຸດອອກແບບໃນຊຸດສະສົມນີ້ ປະ ກອບມີການອອກແບບທີ່ເປັນຕົວແທນ ຂອງ ອົງປະກອບນໍ້າ.
ໃນຂະນະດຽວກັນ, ຊຸດສະສົມ “ກຸຍ ກ໋າຕິ໋ງ” ໄດ້ນັກອອກແບບ ເຍີດ ຖຶກ ນໍາເອົາບັນດາປັດໄຈ, ນິໄສອັດຕະບຸກຄົນ ແລະ ລວດລາຍພື້ນ ບ້ານເຂົ້າໃນບັນດາຊຸດອອກແບບເພື່ອເພີ່ມຈິດວິນຍານໃຫ້ກັບແຕ່ລະຊຸດ. ຊຸດສະສົມ “ກຸຍ ກ໋າຕິ໋ງ” ປະກອບດ້ວຍບັນດາຊຸດອອກແບບ ທີ່ໜ້າປະທັບໃຈ, ແຂງແຮງ, ທັນສະໄໝ, ແຕ່ຍັງຄົງຮັກສາແງ່ມຸມ ຂອງວັດທະນະທໍາ ມູນເຊື້ອເອົາໄວ້.
ພິເສດ ໃນບັນດາລາຍການສະແດງ ຂອງ ນັກອອກແບບ ເຍີດຖຶກ, ຜູ້ ຊົມຈະເຫັນວ່າ ນາງແບບສ່ວນຫຼາຍຈະເປັນເດັກ. ຄວາມພິເສດນີ້ ມາຈາກຄວາມຈິງທີ່ວ່າ ເມື່ອສັງຄົມພັດທະນາ, ຄຸນຄ່າທາງດ້ານວັດ ທະນະທໍາ ມູນເຊື້ອ ກໍາລັງເສື່ອມໂຊມລົງ, ໂດຍສະເພາະແມ່ນ ເດັກ ນ້ອຍ ທີ່ບໍ່ໄດ້ໃກ້ຊິດແລະ ຮູ້ຈັກກັບຮູບແບບສິລະປະ ວັດທະນະທໍາ ບູຮານ. ເພາະສະນັ້ນ, ນັກອອກແບບ ເຍີດຖຶກ ໄດ້ເປີດຕົວຊຸດສະ ສົມຫຼາຍຊຸດ ແລະ ຈັດລາຍການສະແດງ ແຟຊັ່ນ ສໍາລັບເດັກນ້ອຍ ເປັນປະຈໍາທຸກປີ ເພື່ອໃຫ້ເຂົາເຈົ້າສາມາດຮຽນຮູ້ເພີ່ມເຕີມ ກ່ຽວກັບ ຄຸນຄ່າມູນເຊື້ອ ຂອງ ປະເທດຊາດ.
ບົດ: ເງິນຮ່າ/VNP - ພາບ: ແທງຢາງ - ແປໂດຍ: ຢືຟຽນ