ນັກອອກແບບ ດຶກຮຸ່ງ ກັບຄວາມຮັກ ທ່ີມີຕໍ່ ຮ່າໂນ້ຍ “ມີລະດູໜາວ ຄືແນວນັ້ນ”

ນັກອອກແບບ ດຶກຮຸ່ງ ກັບຄວາມຮັກ ທ່ີມີຕໍ່ ຮ່າໂນ້ຍ “ມີລະດູໜາວ ຄືແນວນັ້ນ”

ໃນ​ຖາ​ນະ​ເປັນ​ໜຶ່ງ​ໃນ​ບັນ​ດາ​ນັກ​ອອກ​ແບບ​ແຖວ​ໜ້າ​ໃນວົງການ ​ແຟ​ຊັ່ນ ​ຫວຽດ​ນາມ, ຫວ່າງ​ມໍ່ໆ​ ມາ​ນີ້, ​ນັກ​ອອກ​ແບບ ດຶກ​ຮຸ່ງ (ຮ່າ​ໂນ້ຍ) ​ໄດ້​ນຳ​ສະ​ເໜີ​ຊຸດ​ສະ​ສົມ “ມີ​ລະດູ​ໜາວ ຄືແນວນັ້ນ” ໄດ້ທໍາ​ການປະສົມ ປະສານຢ່າງລົງຕົວ ​ລະຫວ່າງ​ເສື້ອກັກຜ້າ ຝ້າຍ​ພື້ນ​ເມືອງ ​ກັບ​ສີສັນ ​ແລະ ການ​ອອກ​ແບບ​ ທ່ີທັນ​ສະ​ໄໝ.

ຊຸດສະສົມ “ມີລະດູໜາວ ຄືແນວນັ້ນ” ຂອງ ນັກອອກແບບ ດຶກ ຮຸ່ງ ໄດ້ນຳ​ຜູ້​ຊົມ ​ເຂົ້າສູ່ໃນ​ຮູບ​ເງົາ​ ແຟຊັ່ນ ສຸດຄະນິງຫາ.

 ໃນ​ຊຸດສະສົມ “ມີລະດູ​ໜາວ​ ຄືແນວ​ນັ້ນ” ນັກ​ອອກ​ແບບ ດຶກຮຸ່ງ ​ໄດ້​ນຳ​ເອົາ​ຄວາມ​ສຳຜັດ​ລະ​ຫວ່າງ ​ເສື້ອ​ກັກຜ້າຝ້າຍ​ພື້ນ​ເມືອງ​ຂອງ ​ແມ່ຍິງ ​ຮ່າ​ໂນ້ຍ ໃນສະໄໝກ່ອນ ​ແລະ ລົມ​ຫາຍ​ໃຈ​ຂອງ​ຍຸກ​ສະ​ໄໝ​ ຜ່ານ​ຫຼາຍ​ຮູບ​ແບບ​, ​ໄດ້​ສ້າງ​ເປັນ​ບົດດົນຕີ ປະສານ ສຽງ ແຟຊັ່ນ​ ທີ່​ໜ້າປະທັບໃຈ.

ເປີດສາກໃຫ້ແກ່ລາຍການ ແມ່ນບົດກະວີ ກ່ຽວກັບ ຮ່າໂນ້ຍ ​ໂດຍທຳນອງທີ່ອ່ອນຊ້ອຍ ຂອງ ບົດເພງ “ລະດູ​ໜາວ​ທີ່​ໜ້າຮັກ​” ດັງຂຶ້ນ ປະສານກັບຮູບພາບ​ຫິມະ​ຕົກ ​ເທິງ​ເວທີ, ນໍາທ່ານ​ຜູ້​ຊົມ​ເຂົ້າຮ່ວມໃນ​ຮູບ​ເງົາ​ ແຟຊັ່ນ ທີ່ເຕັມໄປດ້ວຍຄວາມ ຄະນິງຫາ. ເລີ່ມຕົ້ນດ້ວຍຮູບພາບທີ່ງຽບສະຫງົບ, ໜາວເຢັນ, ບັນຍາກາດ ໃນລາຍການຄ່ອຍໆ ດັງຂຶ້ນ ດ້ວຍຄວາມຮູ້ສຶກສະເທືອນໃຈ ຢ່າງແຮງ ໃນລະດູໜາວໜຶ່ງ.

 

ເປັນໜຶ່ງໃນບັນດານັກອອກແບບ ແຖວໜ້າໃນວົງການ ແຟຊັ່ນ ຫວຽດນາມ ດ້ວຍຫຼາຍຊຸດສະສົມແນະນຳກ່ຽວກັບ ວັດທະນະທຳ ຫວຽດນາມ.

ດ້ວຍສະເໜ່ທີ່ໜ້າຮັກ, ນາງງາມ H’Hen Niê ໄດ້ເປັ່ງປະກາຍ ໃຫ້ເຫັນເຖິງທຸກບາດກ້າວ ທ່ີສະຫງ່າງາມ, ດັ່ງດອກໄມ້ ລະດູ ໜາວ ທີ່ໜ້າຮັກຢູ່ເທິງເວທີສະແດງ ແຟຊັ່ນ. ​ຊຸດແຟຊັ່ນ ​ທີ່​ມີ​ສີ​ສັນ​ອົບ​ອຸ່ນ, ມີ​ຈຸດໆ​ ທີ່​ຮ້ອນແຮງ, ​ໄດ້​ນຳ​ເອົາ​ລົມ​ຫາຍ​ໃຈ​ໃໝ່​ໃຫ້​ແກ່​ລະດູ​ໜາວ​ ຂອງ ​ຮ່າ​ໂນ້ຍ. ນອກຈາກສີເຂັ້ມແລ້ວ, “ມີ ລະດູໜາວ ຄືແນວນັ້ນ” ຍັງນຳມາສະແດງ ບັນດາຊຸດອອກ ແບບທີ່ໂດດເດັ່ນ, ດ້ວຍສີສັນທີ່ໂດດເດັ່ນ ແລະ ເຂັ້ມແຂງ ເຊັ່ນ: ສີ ຂຽວ, ສີເຫຼືອງ ແລະ ສີບົວ, ສ້າງຄວາມປະທັບໃຈ ໃຫ້ກັບ ຜູ້ ຊົມ ຈໍານວນຫຼາຍ.

ບັນດາ​ຊຸດອອກແບບ​ໃນ​ຊຸດສະສົມ “ມີ​ລະດູ​ໜາວ ຄືແນວນັ້ນ” ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ສາມາດ​ ຂອງ​ ນັກ​ອອກ​ແບບ​ຊັ້ນ​ນຳ​ ຂອງ​ວົງການ ​ແຟຊັ່ນ ​ຫວຽດນາມ.


ຮູບພາບ ເສື້ອຜ້າຝ້າຍ ເທິງເວທີສະແດງ ແຟຊັ່ນ ໄດ້ຮັບແຮງ ບັນດານໃຈ ຈາກເສື້ອກັກ ເປັນ “ອາວຸດ” ຊະນິດໜຶ່ງຂອງ ບັນ ດາ ນັກຮົບຜູ້ອາສາສະລະຊີບ, ຮູບພາບເປັນສັນຍະລັກ ໃນປະ ຫວັດສາດ ວິລະຊົນ ຂອງ ປະເທດຊາດທີ່ເຂັ້ມແຂງ. ​ນັ້ນ ແມ່ນ​ການ​ສົມທົບ​ກັນ​ຢ່າງ​ກົມກຽວ ​ລະຫວ່າງ​ຮີດຄອງ​ປະ​ເພນີ ​ແລະ ຄວາມ​ທັນ​ສະ​ໄໝ, ລະຫວ່າງ​ອະດີດ ​ແລະ ອະນາຄົດ, ​ເປັນ​ຂີດ​ໝາຍ​ ເສັ້ນທາງ​ພັດທະນາ​ໃໝ່ ຂອງ ​ປະ​ເທດ​ຊາດ. 

ດ້ວຍທຳນອງທີ່ ອ່ອນຊ້ອຍ ຂອງ ບົດເພງ “ລະດູ​ໜາວ​ ທີ່​ໜ້າ ຮັກ​” ດັງຂຶ້ນ ພ້ອມໆ ກັບຮູບພາບ​ຫິມະ​ຕົກ​ ເທິງ​ເວທີ ໄດ້ເປີດ ສາກ ໃຫ້ແກ່ລາຍການສະແດງຊຸດສະສົມ ແຟຊັ່ນ “ມີ​ລະດູ​ໜາວ ຄືແນວນັ້ນ”.
ໄດ້ສໍາເລັດຢ່າງສົມບູນແບບ ພາຍໃຕ້ສີມື ຂອງ ບັນດາ​ນັກ​ສິ​ລະ​ປິນ, ບັນດາລາຍດອກໄມ້ ໄດ້ເຮັດໃຫ້ຊຸດສະສົມ ແຟຊັ່ນ ຍຸກສະໄໝ ມີຊີວິດຊີວາ. 

ໄດ້ຕັດຫຍິບຢ່າງສົມບູນແບບ ພາຍໃຕ້ສີມື ຂອງ ບັນດາ​ນັກ​ສິ​ລະ​ປິນ, ບັນດາລາຍດອກໄມ້ ກໍາມະຍີນູນ, ​ຮູບຊົງ​​ທີ່ຫຼາກຫຼາຍ ດ້ວຍແຂນບານ, gillette, peplum...ສະ​ແດງ​ໃຫ້​ເຫັນ​ຄວາມ​ສວຍ​ງາມ ​ຂອງ​ ວັດ​ທະ​ນະ​ທຳ, ຂອງ ແຟ​ຊັ່ນ ​ພື້ນ​ເມືອງ​ ແຕ່​ພັດ​ດຶງ​ດູດ​ຈິດ​ໃຈ​ຂອງ​ຍຸກ​ສະ​ໄໝ, ແທດເໝາະກັບ ທ່າອ່ຽງຂອງ ແຟຊັ່ນໂລກ. ບັນດາລວດລາຍອ່ອນໆ ຂອງຜ້າ ໄໝ ປະສົມ ປະສານ ກັບດອກໄມ້ ອອກແບບ 4D ທີ່ເຕັມໄປ ດ້ວຍສີສັນ, ສ້າງຄວາມ ສຳພັດໃໝ່ ທີ່ໜ້າຈັບໃຈຫຼາຍ, ເຮັດໃຫ້ ຜູ້ຊົມຮູ້ ສຶກ ເຖິງຄວາມອົບອຸ່ນ ຂອງ ລະດູໜາວ ແລະ ຄວາມຊັບຊ້ອນຂອງ ເຄື່ອງນຸ່ງ ແຕ່ລະຊຸດ. ຊຸດສະສົມແຕ່ລະຊຸດແມ່ນ​ຄື​ເລື່ອງ​ເລົ່າ​ ກ່ຽວ​ກັບ​ຮີດ​ຄອງ​ປະ​ເພ​ນີ, ກ່ຽວ​ກັບ​ພະລັງ​ຊີ​ວິດ​ອັນ​ເຂັ້ມ​ແຂງ​ໃນ​ລະ​ດູ​ໜາວ, ບ່ອນ​ທີ່​ຄວາມ​ເປັນ​ເອ​ກະ​ລັກ​ ຂອງ ​ຫວຽດ​ນາມ ໄດ້​ເປັ່ງປະກາຍ ແລະ ຍືນ​ຍົງ.



 ນັກອອກແບບ ດຶກຮຸ່ງ ໃຫ້ຮູ້ວ່າ ຜ່ານຊຸດສະສົມດັ່ງກ່າວ ເຂົາ ຕ້ອງການສົ່ງສານ ທີ່ວ່າ: “ການທ່ີຄົນຮຸ່ນໃໝ່ຫວຽດນາມ ຮັບ ຮອງການອອກແບບ ຂອງ ດຶກຮຸ່ງ ຖືເປັນຄວາມສຸກ, ເພາະ ຄົນ ຮຸ່ນໜຸ່ມ ຈະເປັນຜູ້ອະນຸລັກ, ຮັກສາໄວ້ ວັດທະນະທຳພື້ນເມືອງ ຂອງ ຫວຽດນາມ”.

ນັກອອກແບບ ດຶກຮຸ່ງ ແລະ ນາງງາມ  H’Hen Niê ມີບົດບາດ ເປັນ Vedettes ໃຫ້ແກ່ຊຸດສະສົມ “ມີລະດູໜາວ ຄືແນວນັ້ນ”.

ດ້ວຍເລື່ອງລາວ ທ່ີສ້າງແຮງບັນດານ​ໃຈ, ຊຸດ​ສະ​ສົມ “ມີ​ລະ​ດູ​ໜາວ ​ຄືແນວນັ້ນ” ໄດ້​ພາ​ຜູ້​ຊົມ​ຜ່ານ​ຫຼາຍ​ອາລົມ​ ທີ່​ແຕກ​ຕ່າງ​ກັນ ​ໃນ​ສາຍ​ຕາ​ຂອງ​ ແຟ​ຊັ່ນ​ ຮ່ວມ​ສະ​ໄໝ, ສໍາຫຼວດແງ່ມູມ ແລະ ຄວາມ​ຮູ້​ສຶກ​ຕ່າງໆ ຂອງ​ລະ​ດູ​ໜາວ ​ຜ່ານ​ຊຸດ​ອອກແບບ ແຟຊັ່ນ ​ຂອງ​ນັກ​ອອກ​ ແບບ ດຶກຮຸ່ງ. 

ບົດ: VNP/ເງິນຮ່າ - ພາບ: ແຄ໋ງລອງ - ແປໂດຍ: ຢືຟຽນ


top