ນັກຈິດຕະກອນ ຜູ້ທີ່ນໍາເອົາເສັ້ນແລນ ເຂົ້າສູ່ໂລກ ແຫ່ງການແຕ້ມຮູບ

ນັກຈິດຕະກອນ ຜູ້ທີ່ນໍາເອົາເສັ້ນແລນ ເຂົ້າສູ່ໂລກ ແຫ່ງການແຕ້ມຮູບ

ໃນໂລກ ສິລະປະສ້າງຮູບ, ວັດຖຸ ທີ່ນຳໃຊ້ ແມ່ນປັດໄຈສຳຄັນ ທີ່ສ້າງ ຄວາມເປັນເອກະລັກ ຂອງ ສິນລະປິນ. ຖ້າສີນໍ້າມັນ ມີລັກສະນະ ກຼາດຊິກ, ສີ ອາຄຣີນິກ ສະແດງເຖິງຈິດວິນຍານ ທີ່ທັນສະໄໝ, ແຕ່ນັກຈິດຕະກອນ ຮົ່ງເວິນ ໄດ້ເລືອກເສັ້ນທາງເດີນ ທີ່ກ້າຫານ, ນັ້ນຄື ປ່ຽນເສັ້ນແລນ, ວັດຖຸ ທີ່ເຄີຍເປັນ ຂອງ ຂະແໜງການ ຕ່ຳແຜ່ນຕັດ ຫຍິບ ມາເປັນພາສາ ຂອງ ສິລະປະ ແຕ້ມຮູບ.

ນັກຈິດຕະກອນ ຫງວຽນທິຮົ່ງເວິນ ໄດ້ສ້າງໂຮງ ຖັກແສ່ວ ເສັ້ນແລນ ເພື່ອຄ້ຳຊູ ແລະ ສ້າງເງື່ອນໄຂໃຫ້ແກ່ ການເຊື່ອມໂຍງ ຂອງ ເດັກພິ ການ ແລະ ເດັກນ້ອຍ ທີ່ມີສະຖານະການຍາກລຳບາກ.

 

ຢູ່ຫ້ອງນ້ອຍໆ ໃນຖະໜົນ ຮ່າງຈ໋ວຍ (ຮ່າໂນ້ຍ), ມີຜູ້ຍິງ ຄົນໜຶ່ງ ໄດ້ເຮັດວຽກຢ່າງງຽບໆ ແລະ ພາກພຽນກັບຮອຍເຂັມ ແລະ ເສັ້ນແລນ, ສ້າງເປັນຮູບຖັກ ທີ່ມີຊີວິດຊີວາ ສະເພາະຕົວ. ໜ້ອຍຄົນ ທີ່ຈະຮູ້ວ່າ ການເດີນທາງ ສູ່ສິລະປະ ຂອງ ເພິ່ນ ບໍ່ໄດ້ເລີ່ມຕົ້ນ ຈາກຫ້ອງວາງ ສະແດງຮູບແຕ້ມ ຫຼື ສະຕູດີໂອ, ແຕ່ມາຈາກ ການເດີນທາງໄປສູ່ເຂດຫ່າງໄກສອກຫຼີກ ເພື່ອສິດສອນອາຊີບ ຫັດຖະກຳ ໃຫ້ແກ່ຊາວເຜົ່າສ່ວນໜ້ອຍ ແລະ ຜູ້ດ້ອຍໂອກາດ. ໃນຂະບວນການນັ້ນ ສິ່ງທີ່ເພິ່ນ ໄດ້ພົບເຫັນ ຄວາມມັກ ໃນການສ້າງສັນດ້ວຍເສັ້ນແລນ, ວັດຖຸ ທີ່ມີຄວາມອ່ອນນຸ້ມ ແຕ່ຕ້ອງການ ຄວາມລະອຽດຖີ່ຖ້ວນ ແລະ ຄວາມອົດທົນຢ່າງສູງສຸດ.

ພື້ນທີ່ໂຮງ ຖັກແສ່ວເສັ້ນແລນ ຂອງ ທ່ານນາງ ຮົ່ງເວິນ ເປັນເຮືອນຫຼັງນ້ອຍ ຢູ່ຖະໜົນ ຮ່າງຈ໋ວຍ, ນະຄອນຫຼວງ ຮ່າໂນ້ຍ.
 

 

ທ່ານນາງ ຮົ່ງເວິນ ໄດ້ກ່າວວ່າ ການຖັກແສ່ວຮູບ ດ້ວຍເສັ້ນແລນ ບໍ່ພຽງແຕ່ແມ່ນເຕັກນິກເທົ່ານັ້ນ, ແຕ່ຍັງແມ່ນ ການເດີນທາງຂອງການ ຝຶກສະມາທິ. ຮູບຖັກແສ່ວ ແຕ່ລະຮູບ ອາດຈະໃຊ້ເວລາຫຼາຍເດືອນ, ບາງທີຕ້ອງໃຊ້ເວລາທັງປີ ຈຶ່ງສຳເລັດ. ເພິ່ນໄດ້ແບ່ງປັນວ່າ: “ຄວາມຍາກທີ່ສຸດ ບໍ່ແມ່ນວິທີ ຈັບເຂັມ, ແຕ່ແມ່ນການຮັກສາ ຄວາມຕັ້ງໃຈຢ່າງສູງສຸດ ເພື່ອໃຫ້ລາຍຖັກ ແຕ່ລະຮອຍເຂັມ ມີຄວາມສະໝໍ່າສະເໝີ ແລະ ອ່ອນນຸ້ມ”. ສຳລັບຜົນງານ ຂະໜາດໃຫຍ່, ເພິ່ນຕ້ອງໃຊ້ເຂັມໃຫຍ່ ແລະ ເສັ້ນແລນບາງພຽງແຕ່ ສອງສາມ ມີລີແມັດ ເຊິ່ງເປັນວຽກ ທີ່ເຮັດໃຫ້ເມື່ອຍມື ແຕ່ຄວາມຫຼົງໄຫຼ ໃນ ສິລະປະ ຊ່ວຍໃຫ້ເພິ່ນສືບຕໍ່ສ້າງສັນ ຢ່າງບໍ່ຢຸດຢັ້ງ.  

ຮູບຖັກແສ່ວ ເສັ້ນແລນ ຂອງ ນັກຈິດຕະກອນ ຮົ່ງເວິນ ບໍ່ພຽງແຕ່ ເປັນການປ່ຽນແທນວັດຖຸດິບ ແບບດັ້ງເດີມເທົ່ານັ້ນ, ແຕ່ຍັງເປີດພື້ນທີ່ ສິລະປະຄວາມງາມໃໝ່. ຜ່ານແຕ່ລະຊັ້ນ ຂອງ ເສັ້ນແລນ ທີ່ຖືກຈັດວາງ ຢ່າງຄ່ອງແຄ້ວ, ເພິ່ນໄດ້ສ້າງຜົນກະທົບໃຫ້ເກີດ ລັກສະນະນູນຂຶ້ນ, ມີຄວາມເຫຼື້ອມ ແລະ ແສງສະຫວ່າງ ສະເພາະຕົວ. ຮູບດອກໄມ້, ທິວທັດ ຫຼື ຮູບຄົນ ທີ່ເຮັດດ້ວຍ ເສັ້ນແລນ ປາກົດຂຶ້ນ ຢ່າງມີຊີວິດຊີວາ ຄືກັບວັດຖຸ ສາມມິຕິ, ທັງອ່ອນນຸ້ມ ແລະ ຄວາມເລິກ. ຄວາມເປັນເອກະລັກນີ້ ໄດ້ຊ່ວຍໃຫ້ຮູບຖັກແສ່ວ ເສັ້ນແລນ ຂອງ ຮົ່ງເວິນ ຄ່ອຍໆ ຢືນຢັນ ຕໍາແໜ່ງຂອງຕົນ ໃນງານວາງສະແດງ ສິລະປະ ຮ່ວມສະໄໝ.

 

ສີ ຂອງ ເສັ້ນແລນ ທີ່ໃຊ້ໃນການສ້າງຮູບ ຈະຕ້ອງມີຫຼາຍສີ ເພື່ອສ້າງຄວາມສວຍງາມປະທັບໃຈ.
 

 ແຕ່ສຳລັບທ່ານນາງ ຮົ່ງເວິນ, ສິລະປະ ບໍ່ພຽງແຕ່ແມ່ນການສ້າງສັນ ເພື່ອຕົນເອງເທົ່ານັ້ນ. ນາງ ຮົ່ງເວິນ ຍັງໄດ້ເປີດຫ້ອງສອນອາຊີບ ໂດຍບໍ່ເສຍຄ່າ ໃຫ້ແກ່ຄົນພິການ, ຄົນຊືມເສົ້າ ຫຼື ຫູໜວກ ແລະ ຜູ້ທີ່ມີສະຖານະການ ຍາກລຳບາກ. ໃນພື້ນທີ່ນ້ອຍໆ ນັ້ນ, ເສັ້ນແລນ ກາຍເປັນຂົວເຊື່ອມຕໍ່ຜູ້ຄົນ, ນຳມາເຊິ່ງຄວາມສຸກ ແລະ ໂອກາດ ໃນການຫາລ້ຽງຊີບ. ຮູບຖັກເສັ້ນແລນ ຫຼາຍຮູບ ທີ່ສ້າງໂດຍນັກຮຽນ ໄດ້ຖືກເລືອກ ໂດຍທຸລະກິດ ແລະ ອົງການຈັດຕັ້ງ ເພື່ອນໍາໃຊ້ເປັນ ຂອງຂວັນ, ຊ່ວຍໃຫ້ພວກເຂົາ ສ້າງລາຍໄດ້ເພີ່ມເຕີມ ແລະ ມີຄວາມໝັ້ນໃຈຕົນເອງໃນຊີວິດຫຼາຍຂຶ້ນ. 

ການເຮັດຮູບແຕ້ມ ຈາກເສັ້ນແລນ ຈະຕ້ອງມີຄວາມຕັ້ງໃຈຢ່າງສູງສຸດ ເພື່ອໃຫ້ລາຍຖັກ ແຕ່ລະເຂັມ ເທິງຜ້າ ສະໝໍ່າສະເໝີ ແລະ ອ່ອນນຸ້ມ.
 

ນັກຈິດຕະກອນ ຮົ່ງເວິນ ໄດ້ແບ່ງປັນ ກ່ຽວກັບແຮງຈູງໃຈວ່າ: “ເມື່ອພວກເຂົາສາມາດ ເຮັດສິ່ງທີ່ເບິ່ງຄືວ່າ ເປັນໄປບໍ່ໄດ້, ຂ້າພະເຈົ້າ ກໍ່ໄດ້ຮຽນຮູ້ ຄວາມເຊື່ອທີ່ວ່າ ສິລະປະ ມີພະລັງ ໃນການປິ່ນປົວ. ຂ້າພະເຈົ້າບໍ່ໄດ້ຫວັງຢາກ ຂາຍຮູບໃຫ້ໄດ້ຫຼາຍໆ ແຕ່ຫວັງຢາກ ສ້າງວຽກງານທີ່ໝັ້ນຄົງ ເພື່ອໃຫ້ນັກຮຽນ ມີຄວາມເຊື່ອໝັ້ນໃນຕົນເອງ. ສຳລັບຂ້າພະເຈົ້າແລ້ວ, ຮູບຖັກເສັ້ນແລນ ບໍ່ພຽງແຕ່ເປັນສິລະປະ ເທົ່ານັ້ນ, ມັນຍັງເປັນອາຊີບ, ເປັນໂອກາດ ໃນການດໍາລົງຊີວິດ ຂອງ ຫຼາຍໆ ຄົນອີກດ້ວຍ”.

ປັດຈຸບັນ, ຫ້ອງຮຽນ Len Art ຂອງ ຮົ່ງເວິນ ມີນັກຮຽນປະຈໍາ ບໍ່ເຖິງ ສິບຄົນ, ແຕ່ຄວາມຕ້ອງການໃນການຮຽນວິຊາຊີບ ເພີ່ມຂຶ້ນ ເລື້ອຍໆ. ທ່ານນາງ ຮົ່ງເວິນ ຫວັງວ່າ ຈະມີການຮ່ວມແຮງຮ່ວມໃຈ ຈາກຊຸມຊົນ ຕື່ມອີກ ເພື່ອຂະຫຍາຍຮູບແບບ, ຊ່ວຍໃຫ້ຜູ້ດ້ອຍໂອກາດ ຫຼາຍຄົນ ໄດ້ຮຽນຮູ້ ແລະ ໄດ້ມີວຽກເຮັດ.

 
 

ຄັ້ງໜຶ່ງ ໃນການຢ້ຽມຢາມໂຮງ ຖັກແສ່ວ, ທ່ານ Louis, ນັກສຶກສາຊາວ ຝຣັ່ງ, ໄດ້ກ່າວວ່າ: “ຂ້າພະເຈົ້າປະທັບໃຈຫຼາຍ ກັບຮູບຖັກແສ່ວ ເສັ້ນແລນ ເຫຼົ່ານີ້, ທຸກໆ ລາຍລະອຽດນ້ອຍໆ ຖືກເຮັດຢ່າງລະອຽດ ຖີ່ຖ້ວນ. ຂ້າພະເຈົ້າມັກທີ່ສຸດ ແມ່ນຮູບຖັກແສ່ວ ກ່ຽວກັບທິວທັດຂອງ ຫວຽດນາມ, ພວກມັນເຮັດໃຫ້ ຂ້າພະເຈົ້າ ຄິດເຖິງ ດ່າໜັງ ແລະ ຊາປາ ເຊິ່ງເປັນບ່ອນທີ່ຂ້າພະເຈົ້າເຄີຍໄປຜ່ານ. ມັນເປັນສິ່ງທີ່ດີເລີດ ທີ່ໄດ້ເຫັນທຳມະຊາດ ຂອງ ຫວຽດນາມ ປາກົດຂຶ້ນ ຜ່ານເສັ້ນແລນ ທີ່ອ່ອນນຸ້ມ”.  

ຈາກຫ້ອງນ້ອຍໆ ຢູ່ ຮ່າໂນ້ຍ, ນັກຈິດຕະກອນ ຮົ່ງເວິນ ກໍາລັງງຽບໆ ນໍາເອົາຈິດວິນຍານ ໃຫ້ແກ່ເສັ້ນແລນ, ປ່ຽນວັດຖຸ ທີ່ລຽບງ່າຍ ໃຫ້ກາຍ ເປັນພາສາສິລະປະໃໝ່, ເຊິ່ງສິລະປະ ບໍ່ພຽງແຕ່ ສຳລັບ ການຊົມເທົ່ານັ້ນ, ແຕ່ຍັງແມ່ນເພື່ອການແບ່ງປັນ ແລະ ການແຜ່ລາມ ຄວາມຮັກອີກດ້ວຍ.

ບົດ: ເງິນຮ່າ - ພາບ: ແຄ໋ງລອງ - ແປໂດຍ: ບິກລຽນ


top