ນັກກິລາຟັນດາບ ຫວູ໊ແທ່ງອານ

ນັກກິລາຟັນດາບ ຫວູ໊ແທ່ງອານ

ເປັນເວລາຫຼາຍປີ, ທ່ານ ຫວູ໊ແທ່ງອານ ໄດ້ຮັບຂະໜານນາມວ່າ ເປັນນັກກິລາຟັນດາບ ອັນດັບໜຶ່ງ ຂອງ ຫວຽດນາມ ແລະ ອາຊີຕາ ເວັນອອກສ່ຽງໃຕ້ ເມື່ອຍາດໄດ້ຈຳນວນຫຼຽນ ລະດັບສາກົນ ທີ່ເປັນ ຄວາມຝັນ ສຳລັບ ນັກກິລາຄົນໜຶ່ງ ເມື່ອກ້າວເຂົ້າສູ່ອາຊີບນັກກິລາ ທີ່ປະສົບຄວາມສໍາເລັດສູງ. ລະອຽດຄື, ຜົນງານຂອງທ່ານ ຫວູ໊ແທ່ງອານ ສາມາດ ຍາດໄດ້ຄື: ຫຼຽນຄຳ ໃນການແຂ່ງຂັນຟັນດາບ ອາຊີ U 23; 8 ຫຼຽນຄໍາ  SEA Games 5 ຄັ້ງຕິດຕໍ່ກັນ ແຕ່ 28-32; 2 ຫຼຽນທອງ ອາຊີ; ອັນດັບທີ 15 ໃນງານມະຫາກຳກິລາ Olympic 2016,…

ດ້ວຍຜົນງານທີ່ພົ້ນເດັ່ນ, ພ້ອມກັບຮູບຊົງພາຍນອກ ແລະ ກິລິຍາທ່າທາງສຸຂຸມ, ທ່ານ ຫວູ໊ແທ່ງອານໄດ້ຮັບຄັດເລືອກ ຫຼາຍຄັ້ງເປັນຜູ້ຖືທຸງ ໃຫ້ຄະນະນັກກິລາ ຫວຽດນາມ ໃນການແຂ່ງຂັນກິລາ Olympic Rio 2016, Asiad 2018, SEA Games 29-30-31.

ທ່ານ ຫວູ໊ແທ່ງອານ ເອົາຊະນະຄູ່ແຂ່ງ ສີຣິນວນນັດ ວໍລະກຸນ ນັກກິລາຈາກປະເທດ ໄທ ເພື່ອປ້ອງກັນ ຫຼຽນຄໍາ ຢູ່ SEA Games  31 ໃນລາຍການ ຟັນດາບ ປະເພດຊາຍ.
ທ່ານ ຫວູ໊ແທ່ງອານ ຍົກສູງທຸງຊາດ ເມື່ອຍາດໄດ້ ຫຼຽນຄຳ SEA Games 31 ຢ່າງສຳເລັດຜົນ ໃນລາຍການ ຟັນດາບ ປະເພດດ່ຽວຊາຍ.

ເວົ້າເຖິງສາຍແນນ ກັບກິລາຟັນດາບ, ປະເພດກິລາ ທີ່ຂ້ອນຂ້າງ ໃໝ່ຢູ່ ຫວຽດນາມ ໃນຈຸດເວລາ ທ່ານ ຫວູ໊ແທ່ງອານ ເຂົ້າເຖິງ, ນັ້ນແມ່ນເລື່ອງບັງເອີນ ແລະ ທຳອິດ ທ່ານ ແທ່ງອານ ຄິດວ່າຕົນເອງພຽງຝຶກຊ້ອມສະໝັກຫຼິ້ນເທົ່ານັ້ນ. ແຕ່ພາຍຫຼັງ 1 ປີ ແຫ່ງການຝຶກຊ້ອມ, ທ່ານ ແທ່ງອານ ເບິ່ງຄືວ່າ ໄດ້ກຳນົດ ນີ້ແມ່ນຄວາມນິຍົມມັກຂອງຕົນ. ທ່ານ ແທ່ງອານ ໄດ້ເລົ່າຄືນ ກ່ຽວກັບຄວາມຮູ້ສຶກໃນເບື້ອງຕົ້ນຂອງຕົນ ກັບກິລາຟັນດາບ ວ່າ: “ຄວາມຮູ້ສຶກໃນກິລາຟັນດາບ, ຊະນະ ຫຼື ປະລາໄຊ ລ້ວນແຕ່ ສ້າງຄວາມຮູ້ສຶກພິເສດທີ່ສຸດ”.

ຝຶກຊ້ອມກິລາຟັນດາບ ເມື່ອອາຍຸພຽງ 15 ປີ, ທ່ານ ແທ່ງອານ ກໍຄືກັບເດັກນ້ອຍຊາຍ ອີກຫຼາຍໆ ຄົນແມ່ນ ມີຄວາມປາດຖະໜາຢາກໄດ້ຮັບໄຊຊະນະ ແລະ ບັນລຸຜົນງານ ໃນການແຂ່ງຂັນ, ແຕ່ຢາກບັນລຸໄດ້ໃນທັນທີ ແລະ ເມື່ອບໍ່ບັນລຸ ຄາດຫວັງ, ມັນງ່າຍທີ່ຈະປະກາງຄັນ. ທ່ານ ແທ່ງອານ ໄດ້ມີໄລຍະເວລາ ອອກຈາກທີມງານ ຍ້ອນເຫດຜົນນີ້. ຫຼັງຈາກນັ້ນບໍ່ດົນ, ທ່ານ ຫວູ໊ແທ່ງອານ ໄດ້ຮັບການເຊື້ອເຊີນຈາກ ຄູຝຶກໃຫ້ກັບຄືນທີມ. ໂດຍຮູ້ວ່າ ຄວາມມັກຮັກ ກັບກິລາ ຟັນດາບຍັງຄົງຮ້ອນແຮງ, ທ່ານ ແທ່ງອານ ຕົກລົງທີ່ຈະກັບຄືນ, ແຕ່ດ້ວຍແນວຄິດ “ເຂັ້ມແຂງ” ກວ່າ ແລະ “ເຂົ້າໃຈເລື່ອງ” ກວ່າ, ນັ້ນແມ່ນຜົນສຳ ເລັດໃດໆ ກໍ່ຕ້ອງບັນລຸໄດ້ເທື່ອລະກ້າວ.

ນັກກິລາເຂົ້າຮ່ວມແຂ່ງຂັນ ໃນລາຍການຟັນດາບ ທີມຊາຍ ໄດ້ຫຼຽນຄຳ ຢູ່ SEA Games 31. 


 ຕົວຈິງພິສູດໃຫ້ເຫັນວ່າ ໃນປີ 2011, ເມື່ອທ່ານ ຫວູ໊ແທ່ງອານ ອາຍຸພຽງ 19 ປີ ໄດ້ເອົາຊະນະຄູ່ແຂ່ງ ຊຶ່ງເປັນນັກກິລາ ສັນຊາດ ເຢຍລະມັນ, ຜູ້ເຄີຍຍາດໄດ້ຫຼຽນທອງ ໃນ Olympic ກ່ອນໜ້ານັ້ນ.

 

ເຖິງວ່າ ຈະຢູ່ຈຸດສູງສຸດໃນອາຊີບ, ແຕ່ທ່ານ ຫວູ໊ແທ່ງອານ ຍັງທຳການຝຶກແອບ ຢ່າງຫ້າວຫັນໃນທຸກວັນ.

ທ່ານ ຫວູ໊ແທ່ງອານ ໃຫ້ຮູ້ວ່າ ກິລາ, ໂດຍສະເພາະແມ່ນ ກິລາ ຟັນດາບ, ບໍ່ພຽງແຕ່ເຮັດໃຫ້ຕົນ ແສງລັດສະໝີ ແຫ່ງໄຊຊະນະເທົ່ານັ້ນ, ແຕ່ຍັງຊ່ວຍໃຫ້ຕົນເອງເຕີບໃຫຍ່ ແລະ ສົມບູນແບບອີກດ້ວຍ. ປັດໄຈທຳອິດເພື່ອໃຫ້ມີນັກຟັນດາບ ຫວູ໊ແທ່ງອານ ທີ່ເຕັມໄປດ້ວຍ ຄຸນນະທາດ ໃນທຸກມື້ນີ້ ນັ້ນແມ່ນ ຄວາມອົດທົນ, ບໍ່ຍອມແພ້. ໃນກິລາ, ນັກກິລາ ຈະຕ້ອງທ້າທາຍ ແລະ ທໍາລາຍຂໍ້ຈໍາກັດ ຂອງຕົນເອງສະເໝີ. ເພາະສະນັ້ນ, ນັກກິລາ ບໍ່ມີຍາມໃດ ໄດ້ຖອຍຫຼັງ ຫຼື ລະຫຼົມຕົນເອງ. ຈາກນັ້ນໄດ້ສ້າງລະບຽບວິໄນ ສໍາລັບນັກກິລາ.

ສຳລັບປະເພດກິລາ ຟັນດາບ, ຕາມທ່ານ ຫວູ໊ແທ່ງອານ, ໃນຈຳນວນ 1.000 ຄົນ ຈະມີ 1.000 ແບບຕໍ່ສູ້ ທີ່ແຕກຕ່າງກັນ, ເຖິງແມ່ນວ່າ ຄົນເຫຼົ່ານີ້ ຮຽນກັບອາຈານຄົນດຽວກັນ. ດັ່ງນັ້ນ, ສຳລັບກິລາປະເພດນີ້ ມັນຮຽກຮ້ອງນັກກິລາ ບໍ່ຄວນຜູກມັດ ຫຼື ແຂງກະດ້າງ ໃນຮູບແບບເຕັກນິກໃດທີ່ແນ່ນອນ, ແຕ່ຕ້ອງ ອີງຕາມສະພາບ ເພື່ອກະທຳ ໂດຍອີງໃສ່ຫຼັກການທົ່ວໄປ ຂອງ ກິລາ. ຍ້ອນອີງຕາມສະພາບ ເພື່ອກະທຳນີ້ ໄດ້ສ້າງໃຫ້ ທ່ານ ຫວູ໊ແທ່ງອານ ມີວິທີປະເຊີນໜ້າ, ວິທີຍາດໄດ້ຊະນະ ໃນເວລາ ພົບກັບຄູ່ຕໍ່ສູ້ ທີ່ແຕກຕ່າງກັນໃນຊີວິດ.

ທ່ານ ຫວູ໊ແທ່ງອານ​ ໃນ​ການ​ຝຶກ​ແອບຄັ້ງໜຶ່ງ.

ມີນັກຟັນດາບ ຄົນໜຶ່ງ ທີ່ມີຊື່ສຽງ ຂອງ ຍີ່ປຸ່ນ ໄດ້ເວົ້າວ່າ: “ໂດຍພື້ນ ຖານແລ້ວ, ສະມາທິ ແລະ ສິລະປະ ໃນການຟັນດາບ ແມ່ນອັນດຽວກັນ, ທັງສອງ ນໍາຄົນ ໄປສູ່ເສັ້ນທາງຂອງການທໍາລາຍ ອັນທີ່ເປັນຕົນຕົວ ຂອງຕົນເອງ”. ເພາະສະນັ້ນ, ການຝຶກດາບ ຕາມຄວາມຄິດເຫັນຂອງທ່ານ ຫວູ໊ແທ່ງອານ ແມ່ນການຝຶກຝົນຈິດໃຈ ປະຈຳວັນ, ເປັນວິທີຝຶກຝົນ ພູມປັນຍາ ຂອງຕົນ.

ນັ້ນແມ່ນໜຶ່ງໃນຫຼາຍເຫດຜົນ, ໃນທ້າຍປີ 2023, ທ່ານ ຫວູ໊ແທ່ງອານ ໄດ້ເປີດສະໂມສອນຟັນດາບ ຫວຽດນາມ Vietnam Fencing Club-ສະໂມສອນຟັນດາບ ສະໝັກຫຼິ້ນ ແຫ່ງທຳອິດຢູ່ ຫວຽດນາມ ດ້ວຍຄວາມຫວັງ ຢາກເຜີຍແຜ່ ກິລາຟັນດາບ, ປະເພດກິລາ ຂຸນນາງ ດ້ວຍຜົນປະໂຫຍດ ຫຼາຍຢ່າງ ສຳລັບການຝຶກຝົນຫຼໍ່ຫຼອມ ແລະ ປັບປຸງຕົນເອງ ຂອງ ແຕ່ລະຄົນ ສູ່ຊຸມຊົນ ໃຫ້ຖົ່ວເຖິງ.

ບົດ: ຖາວວີ - ພາບ: ເຈິ່ນແທງຢາງ - ແປໂດຍ: ບິກລຽນ


top