ຖອດລະຫັດ ປະກົດການ ເວທີລະຄອນ ເລ້ຫງອກ

ຖອດລະຫັດ ປະກົດການ ເວທີລະຄອນ ເລ້ຫງອກ

ນັກສິລະປິນປະຊາຊົນ ເລ້ຫງອກ (ເດືອນ ມິຖຸນາ 2024). ພາບ: ຫວຽດເກື່ອງ/VNP

ໃນຊຸມປີມໍ່ໆ ມານີ້, ມີເວທີລະຄອນໜຶ່ງ ຊຶ່ງຢູ່ທີ່ນັ້ນ, ທຸກໆ ຄັ້ງທີ່ມີ ບົດລະ ຄອນໃໝ່, ຜູ້ຊົມມາເຕັມ ຫ້ອງຜູ້ຊົມ, ຊຳ້ບໍ່ໜຳປີ້ຍັງຂາດຢູ່.  ນີ້ແມ່ນ “ປະ ກົດການ” ທີ່ຫາຍາກ ຕໍ່ຜະລິດຕະພັນ ວັດທະນະທຳ ພື້ນເມືອງໜຶ່ງ ທີ່ໄດ້ ສູນເສຍທີ່ຕັ້ງ ຢູ່ໃນໃຈຂອງຜູ້ຊົມ. ເວທີລະຄອນ ເລ້ຫງອກ (ສ້າງຕັ້ງໂດຍ ນັກສິລະປິນປະຊາຊົນ ເລ້ຫງອກ, ຢູ່ເຮືອນເລກ 2, ຖະໜົນ ຮວາລື, ບ້ານ ເລດ້າຍແຮ່ງ, ເມືອງ ຮາຍບ່າຈຶງ, ຮ່າໂນ້ຍ), ເປັນເວທີລະຄອນ ຫັນເປັນສັງຄົມ ໜ່ວຍທຳອິດ ຢູ່ພາກເໜືອ, ໄດ້ກາຍເປັນຈຸດພົ້ນເດັ່ນ ຂອງຄວາມມຸ່ງຫວັງ ຟື້ນຟູ ຜະລິດຕະພັນ ວັດທະນະທຳພື້ນເມືອງໜຶ່ງ ທີ່ເຂັ້ມຂົ້ນໄປດ້ວຍ ສີສັນແຫ່ງຊາດ ຫວຽດນາມ.

ປະກົດການເວທີລະຄອນ ເລ້ຫງອກ

ເມື່ອປີ 2019, ເວທີລະຄອນ ເລ້ຫງອກ ໄດ້ເປີດຕົວບົດລະຄອນ “ຈີ່ແຟ່ວ ແລະ ທິເນີ” (ໄດ້ປ່ຽນປະເພດຈາກບົດເລື່ອງສັ້ນ ຂຽນໂດຍ ນັກປະພັນ ນາມກາວ), ບົດລະຄອນດັ່ງກ່າວ ໄດ້ຮັບການຕ້ອນຮັບ ຢ່າງອົບອຸ່ນ ຈາກ ຜູ້ຊົມ ດ້ວຍການສະແດງ 100 ຄືນ ຂາຍປີ້ໄດ້ໝົດ. ພິເສດ, ກໍ່ຄືໃນປີນີ້, ບົດລະຄອນ ໄດ້ສືບຕໍ່ສະແດງ ຢູ່ໂຮງລະຄອນ Ghione ຂອງ ອີຕາລີ, ເປັນຂີດໝາຍແຫ່ງການເດີນທາງ ນຳເອົາ ສິລະປະ ລະຄອນ ຫວຽດນາມ ໄປຍັງ ເອີຣົບ.


ສອງປີຕໍ່ມາ ຄືໃນປີ 2021, ບົດລະຄອນອີກ 2 ບົດ ຂອງ ເວທີ ລະຄອນ ເລ້ຫງອກ ຄື “ຈີ່ຫຼໍ່” ແລະ “ການເປັນກະສັດ” ໄດ້ກາຍເປັນ ປະກົດການ ເວທີລະຄອນ ເມື່ອມີການສະແດງກວ່າ 20 ຄືນ ຕິດຕໍ່ກັນ ມີຜູ້ເຂົ້າຊົມ ເຕັມທຸກຄັ້ງ. ພິເສດ, ປີ 2023 ໄດ້ບັນທຶກ ບົດລະຄອນ ຫຼາຍທີ່ສຸດ ຂອງ ເວທີລະຄອນ ເລ້ຫງອກ ຖືກນຳໄປ ແຂ່ງຂັນ ແລະ ເຂົ້າຮ່ວມບັນດາການ ເຄື່ອນໄຫວ ດ້ານ ອາຊີບ ຢູ່ຕ່າງປະເທດ. ໂດຍສະເພາະ, ບົດລະຄອນ “ຫງູ໊ບ໋ຽນ” ແລະ “ຈີ່ຫຼໍ່” ໄດ້ເຂົ້າຮ່ວມ “ສັບປະດາງານມະໂຫລານ ວັດທະ ນະທຳ ທີ່ເປັນ ນາມມະທຳ ສປ ຈີນ-ASEAN (ຈັດຂຶ້ນຢູ່ ໜານໜິງ); ບົດ ລະຄອນ “ງານແຕ່ງດອງ ລູກສາວໜູ” ໄດ້ເຂົ້າຮ່ວມ “ງານມະໂຫລານ ວັນນະຄະດີ ເດັກ ອາຊີ” (AFCC) 2023 ຢູ່ ສິງກະໂປ; ບົດລະຄອນ “ໃບຄຳຮ້ອງ ຄັ້ງທີ 72” ແລະ “ໂລຍຫວູ໊” ໄດ້ເຂົ້າຮ່ວມການສະເຫຼີມ ສະຫຼອງ ສັບປະດາ ວັດທະນະທຳ ASEAN-ສປ ຈີນ (ໜານໜິງ) ຄົບຮອບ 10 ປີ ແລະ ຍາດໄດ້ ຫຼຽນຄຳ.

ນັກ​ສິລະ​ປິນປະຊາຊົນ ເລ້​ຫງອກ ແປງຕົວກາຍ​ເປັນ ຫຼາຍ​ຕົວ​ລະຄອນ​ ທີ່​ແຕກ​ຕ່າງ​ກັນ ການສະແດງ. 

ບົດລະຄອນ “ໃບຄຳຮ້ອງຄັ້ງທີ 72”-ຜົນງານແບບສະບັບ ຂອງ ເວທີລະ ຄອນ ເລ້ຫງອກ ເຄີຍໄດ້ຮັບລາງວັນ ນັບບໍ່ຖ້ວນ ໃນງານ ມະໂຫລານ ແລະ ງານປະກວດລະຄອນພາຍໃນ ແລະ ຕ່າງປະເທດ-ຫາກໍ່ສຳເລັດ ຄືນ ສະແດງ ທີ 140. ນີ້ແມ່ນຕົວເລກ ສະຖິຕິ ໃນສະພາບຄວາມຫຍຸ້ງ ຍາກລວມ ຂອງ ເວທີລະຄອນ ໃນປັດຈຸບັນ. 

ໃນເດືອນ ເມສາ 2024, ບົດລະຄອນນີ້ ໄດ້ຮັບການສະແດງ ຢູ່ ສປປ ລາວ. ​ໃນ​ສອງ​ຄືນທຳການສະແດງຢູ່ ນະຄອນຫຼວງ ​ວຽງ​ຈັນ, ບົດ​ລະ ຄອນ​ ໄດ້​ດຶງ​ດູດ​ຜູ້​ຊົມ​ນັບ​ຫຼາຍພັນ​ຄົນ, ​ເຮັດໃຫ້ເປີດຄວາມ​ຄາດ​ຫວັງ​ຕໍ່​ການ​ສະ​ແດງ​ສິລະ​ປະ ​ລະຄອນ​ຂອງ ​ຫວຽດນາມ​ ເຖິງ​ຜູ້​ຊົມ​ຢູ່​ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້.

ເລົ່າເລື່ອງເກົ່າ ຕາມແບບໃໝ່

ເວທີລະຄອນ ເລ້ຫງອກ ແມ່ນຕົວແບບໂຮງລະຄອນ ຫັນເປັນສັງຄົມ ແຫ່ງທຳອິດຢູ່ ຮ່າໂນ້ຍ. ໃນຊຸມປີມໍ່ໆ ມານີ້, ເມື່ອບັນດາ ໂຮງລະຄອນ ສາທາລະນະ ປະສົບກັບ ຄວາມຫຍຸ້ງຍາກຫຼາຍຢ່າງ, ເວທີລະຄອນ ເລ້ ຫງອກ ຍັງຄົງຂາຍປີ້ໝົດ ດ້ວຍຕາຕະລາງ ການສະແດງ ຢ່າງລຽນຕິດ. 

ເວທີລະຄອນ ເລ້ຫງອກ ໄດ້ຮັບການສ້າງຕັ້ງຂຶ້ນ ໃນປີ 2013 ດ້ວຍຊື່ເອີ້ນ ເບື້ອງຕົ້ນແມ່ນ ສະໂມສອນ ລະຄອນ ເລ້ຫງອກ ພາຍໃຕ້ການຄຸ້ມຄອງ ຂອງ ໂຮງລະຄອນ ຫວຽດນາມ. ປີ 2016, ນັກສິລະປິນປະຊາຊົນ ເລ້ ຫງອກ ໄດ້ອອກກິນເບ້ຍບຳນານ, ສະໂມສອນ ລະຄອນ ເລ້ຫງອກ ໄດ້ ແຍກອອກເປັນເວທີໜຶ່ງ, ກາຍເປັນເວທີລະຄອນ ຫັນເປັນສັງຄົມ ແຫ່ງ ທຳອິດຢູ່ພາກເໜືອ ພາຍໃຕ້ການອຸປະຖຳ ຂອງສະມາຄົມນັກສະແດງ ລະຄອນ ຫວຽດນາມ ແລະ ສະມາຄົມ ວັດທະນະທຳ ວິສາຫະກິດ ຫວຽດນາມ.

ນັກ​ສິລະ​ປິນປະຊາຊົນ ​ເລ້​ຫງອກ ​ກຳລັງໃຫ້​ຄຳ​ແນະນຳ​ ການ​ສະ​ແດງ​ ນັກ​ສະ​ແດງ​ໜຸ່ມ. ພາບ: ເອກະສານ ໂດຍຜູ້້້ກ່ຽວສະໜອງໃຫ້

ໃນຖານະທີ່ເປັນຜູ້ບຸກເບີກ ໃນການຫັນເວທີລະຄອນ ເປັນສັງຄົມ ໃນດິນ ແດນທີ່ຜູ້ຊົມ ບໍ່ມີຄວາມຊິນເຄີຍ ໃຊ້ເງິນເພື່ອຊື້ປີ້, ໂດຍສະເພາະແມ່ນ ຮູບແບບຜະລິດຕະພັນ ວັດທະນະທຳ ປະເພດໜຶ່ງ ທີ່ເຄີຍຖືກຫັນຫຼັງ ຈາກຜູ້ຊົມ, ນັກສິລະປິນປະຊາຊົນ ເລ້ຫງອກ ໄດ້ປະສົບກັບຄວາມຫຍຸ້ງ ຍາກ ຫຼາຍຢ່າງໃນໄລຍະຕົ້ນ.

ບັນຫາທຳອິດ ທີ່ນັກສິລະປິນປະຊາຊົນ ເລ້ຫງອກ ຕ້ອງປ່ຽນແປງ ເພື່ອ ຂາຍປີ້ ເຂົ້າຊົມບັນດາລາຍການລະຄອນຄື ຄົ້ນຄວ້າ ຄືນໃໝ່ ຄວາມມັກ ຂອງ ຜູ້ຊົມໃນປັດຈຸບັນ, ຈາກນັ້ນຊອກຫາວິທີ “ປ່ຽນໃໝ່ ຜະລິດຕະພັນ ເກົ່າ” ເຮັດແນວໃດໃຫ້ເໝາະສົມກັບ ຄວາມຕ້ອງການ ຂອງຜູ້ຊົມ. ເວົ້າ ຕາມພາສາທຸລະກິດ, ນັກສິລະປິນປະຊາຊົນ ເລ້ຫງອກ ຊອກຄວາມຕ້ອງ ການ ເພື່ອສ້າງ ການສະໜອງ ທີ່ສອດຄ່ອງກັບຄຳຂວັນ “ເກາະຫ້ອຍ ກັບຜູ້ຊົມ ຢູ່ສະເໝີ”.

ນັກສິລະປິນປະຊາຊົນ ເລ້ຫງອກ ແບ່ງປັນວ່າ: “ພວກເຮົາ ບໍ່ໄດ້ຢືນຢູ່ ລໍຖ້າຜູ້ຊົມ. ຜູ້ຊົມໃນທຸກວັນນີ້, ພິເສດແມ່ນໄວໜຸ່ມ, ມີຫຼາຍສິ່ງຫຼາຍ ຢ່າງດຶງດູດ, ເພາະສະນັ້ນ ເພື່ອເຮັດໃຫ້ເຂົາເຈົ້າ ເອົາໃຈໃສ່ເຖິງ ບັນດາ ຄຸນຄ່າ ທີ່ໄດ້ເຫີນຫ່າງຈາກເຂົາເຈົ້າ ເຖິງໜຶ່ງ ສະຕະວັດ ມັນບໍ່ແມ່ນ ເລື່ອງງ່າຍ”.

ໃຊ້ເວລາຄົ້ນຄວ້າຕະຫຼາດ, ນັກສິລະປິນປະຊາຊົນ ເລ້ຫງອກ ໄດ້ຮູ້ວ່າ ດ້ວຍບັນດາຮູບແບບ ການບັນເທີງ ທີ່ຂະຫຍາຍຕົວ ຄື ໃນທຸກວັນນີ້, ສິ່ງ ທີ່ຜູ້ຊົມຕ້ອງການ ແມ່ນອາຫານທາງໃຈ ທີ່ລຽບງ່າຍ ແຕ່ຕ້ອງມີ ຄວາມລະອຽດອ່ອນ. ນ້ີແມ່ນສິ່ງທ້າທາຍ ອັນໜຶ່ງ ຍ້ອນຮູບແບບຄວາມ ຄິດສ້າງ ສັນ ບໍ່ກະທັດລັດ, ບໍ່ຈະແຈ້ງ ແລະ ມີລັກສະນະບໍ່ຈິງໃຈ ໄດ້ເຮັດ ໃຫ້ບັນດາຄຸນຄ່າລະອຽດອ່ອນ ທີີ່ຍັງຄົງຕົວຄືດັ່ງສັນຍາລັກ ຂອງລະຄອນ ມູນເຊື້ອ ຖືກ ຂາດຫາຍໄປ. ເພື່ອແກ້ໄຂສິ່ງທ້າທາຍດັ່ງກ່າວ, ເວທີລະຄອນ ເລ້ຫງອກ “ຕ້ອງເລົ່າເລື່ອງເກົ່າ ດ້ວຍວິທີໃໝ່”.

“ວິທີໃໝ່” ທຳອິດ ເວທີ ເລ້ຫງອກ ປະຕິບັດ ນັ້ນກໍ່ຄື ປ່ຽນໃໝ່ ບົດລະ ຄອນເກົ່າ, ສະແດງໃຫ້ເຫັນເຖິງ ລັກສະນະ ຍຸກສະໄໝ ໃນບົດລະຄອນ ພື້ນເມືອງ ທີ່ໄດ້ເລືອກເຟັ້ນ. ຫຼັງ ບົດລະຄອນໃໝ່ ແມ່ນຕ້ອງຊອກ ທີມເຮັດວຽກ ທ່ີມີຈິນຕະນາການ ປ່ຽນໃໝ່ ແລະ ມີຄວາມຄິດສ້າງສັນ, ນັ້ນ ແມ່ນຜູ້ກຳກັບໃໝ່, ນັກສະແດງໃໝ່... ແລະ ຫົວໜ້າທີມໃໝ່ ກໍຕ້ອງມີ ຄວາມປະດິດສ້າງສະເໝີ.

ຕົວຢ່າງ: ລະຄອນ “ເປັນກະສັດ” ຫຼື “ນິທານ ວັດເສົາດຽວ” ຍັງເວົ້າເຖິງ ບັນດາຕົວລະຄອນ ປະຫວັດສາດເຊັ່ນ: ເຢືອງວັນງາ, ດິງໂບ້ຫຼິ໊ງ… ແຕ່ ເວທີລະຄອນ ເລ້ຫງອກ ໄດ້ລວບລວມເອົາທັງ ບັນດາຂໍ້ຄວາມ ກ່ຽວກັບ ສະຖານະການ, ທິດສະດີ ປັດສະຍາ ທີ່ເລິກເຊິ່ງ, “ເອົາອະດີດ ມາເລົ່າ ປັດຈຸບັນ” ເພື່ອໃຫ້ຜູ້ຊົມ ມີຄວາມຮູ້ສຶກວ່າ ບໍ່ແມ່ນ “ລະຄອນ”.

ນອກຈາກບົດລະຄອນ ເພື່ອຮັບໃຊ້ຜູ້ຊົມອາຍຸສູງແລ້ວ, ລັກສະນະ ການສຶກສາ ແມ່ນສິ່ງ ທີ່ເວທີລະຄອນ ເອກະຊົນແຫ່ງນີ້ ເອົາໃຈໃສ່ ເປັນອັນ ດັບໜຶ່ງ. ປະສົມປະສານ ປ່ຽນໃໝ່ຫົວຄິດ ປະດິດສ້າງ ກັບປັດໄຈ ການສຶກສາ, ການຖ່າຍທອດຂໍ້ຄວາມ ຜ່ານການ ສະແດງແຕ່ລະ ບົດລະຄອນ ເຖິງເດັກນ້ອຍ ຈະກາຍເປັນ ສິ່ງງ່າຍດາຍຍິ່ງຂຶ້ນ. ຮັບໃຊ້ເດັກນ້ອຍ ເພື່ອ ບຳລຸງສ້າງ ຜູ້ຊົມຮຸ່ນຫຼັງ ໃຫ້ເວທີສະແດງລະຄອນ ໃນອະນາຄົດ ແມ່ນ ພາລະກິດ ທີ່ນັກສິລະປິນ ປະຊາຊົນ ເລ້ຫງອກ ແລະ ເວທີລະຄອນ ທີ່ໃສ່ຊື່ ທ່ານນາງ ຍາມໃດກໍ່ມຸ່ງໄປເຖິງ ໃນອັນດັບການເດີນທາງ ຊອກຫາ ຜູ້ຊົມຄືນໃໝ່ ໃຫ້ເວທີລະຄອນ ຫວຽດນາມ.

ເຖິງວ່າເສັ້ນທາງການບຸກເບີກ ບໍ່ແມ່ນງ່າຍ ແຕ່ຢ່າງໃດ, ແຕ່ດ້ວຍ ວິໄສທັດ ແລະ ຍຸດທະສາດ ທີ່ເໝາະສົມ, ປັດຈຸບັນ, ເວທີລະຄອນ ເລ້ຫງອກ ໄດ້ກາຍເປັນຍີ່ຫໍ້ ເວທີລະຄອນ ແລະ ໄດ້ຂາຍປີ້ໝົດ ເມື່ອມີຕາຕະລາງ ເປີດການສະແດງ ທຸກຄັ້ງ. 

  • ບົດ: ຖາວວີ - ພາບ: ຫວຽດເກື່ອງ ແລະ ເອກະສານ ໂດຍຜູ້ກ່ຽວ ສະໜອງໃຫ້ - ແປໂດຍ: ບິກລຽນ

top