ຕັງຕ໋ຽນ - ຊີວິດໃໝ່ ຂອງ ອາຊີບ ຈັກສານ ຫວາຍ ແລະ ໄມ້ໄຜ່ ຫວຽດ
ຊ່ອນຕົວ ຢູ່ເຂດຊົນນະບົດ ທ່ີງຽບສະຫງົບ ຂອງ ກິງບັກ (ແຂວງ ບັກນິງ) , ໝູ່ບ້ານອາຊີບ ຈັກສານຫວາຍ ແລະ ໄມ້ໄຜ່ ຕັງຕ໋ຽນ ພວມຂຽນຕໍ່ ເລື່ອງລາວ ຂອງ ມໍລະດົກ ຫັດຖະກຳ ທີ່ມີອາຍຸ ກວ່າ 300 ປີ. ຈາກບັນດາຜະລິດຕະພັນ ຈັກສານ ທີ່ລຽບງ່າຍ ເພື່ອຮັບໃຊ້ ຊີວິດການເປັນຢູ່ ປະຈຳວັນ, ສະຖານທີ່ແຫ່ງນີ້ ໄດ້ຄ່ອຍໆ ຫັນປ່ຽນຕົວເອງ, ສົມທົບ ລະຫວ່າງ ທັກສະ, ຄວາມລັບ, ເຕັກນິກ ມູນເຊື້ອ ກັບການ ປະດິດສ້າງໃໝ່ ເພື່ອສ້າງພະລັງຊີວິດໃໝ່ ໃຫ້ແກ່ ອາຊີບຈັກສານ ຫວາຍ ແລະ ໄມ້ໄຜ່ ຫວຽດນາມ.
ຫ່າງຈາກ ຮ່າໂນ້ຍ ປະມານ 70 ກມ ໄປທາງທິດ ຕາເວັນອອກສ່ຽງ ເໜືອ, ຕາແສງ ເນັ໋ງ (ແຂວງ ບັກນິງ), ໄດ້ປາກົດຂຶ້ນ ດ້ວຍຄວາມງາມ ແບບລຽບງ່າຍ ຂອງ ໝູ່ບ້ານ ຊົນນະບົດ ກິງບັກ. ແຕ່ຢູ່ເບື້ອງຫຼັງກໍໄຜ່ ອັນຂຽວງາມ ນັ້ນແມ່ນ ຈັງຫວະຊີວິດ ທີ່ເປັນເອກະລັກສະເພາະ ຂອງສຽງກີ່, ກິ່ນຄວັນໄຟ ຂອງໄມ້ໄຜ່ອົບ ແລະ ຄູ່ມືທີ່ຄ່ອງແຄ່ວ ວ່ອງໄວ ຂອງ ຊ່າງຫັດຖະກຳ ນັບພັນຄົນ.
ໝູ່ບ້ານອາຊີບຈັກສານຫວາຍ ແລະ ໄມ້ໄຜ່ ຕັງຕ໋ຽນ ມີປະຫວັດ ຄວາມເປັນມາ ກວ່າ 3 ສະຕະວັດ, ໂດຍອາຊີບ ຈັກສານ ໄດ້ຮັບການ ຖ່າຍທອດ ສືບຕໍ່ກັນມາຢ່າງໜ້ອຍແມ່ນ 10 ຮຸ່ນຄົນ. ໃນເບື້ອງຕົ້ນ, ນີ້ເປັນພຽງອາຊີບເສີມ ໃນເວລາວ່າງ ບໍ່ທັນຮອດລະດູເກັບກ່ຽວ, ເພື່ອເຮັດກະບຸງ, ກະຕ່າ, ພາຫະນະອື່ນໆ ຮັບໃຊ້ຊີວິດການເປັນຢູ່ ຂອງ ປະຊາຊົນ ຢູ່ເຂດທົ່ງພຽງພາກເໜືອ. ຕາມການເວລາ, ຄວາມຄ່ອງແຄ່ວ ແລະ ປະດິດສ້າງ ຂອງ ຊ່າງຫັດຖະກຳ ໄດ້ປ່ຽນແປງ ບັນດາຕອກໄມ້ໄຜ່ ທີ່ລຽບງ່າຍ ໃຫ້ກາຍເປັນອາຊີບ ຫັດຖະກຳ ອັນປານີດແນບນຽນ.
ນັ່ງຢູ່ລະບຽງເຮືອນ ຢູ່ບ້ານ ຈົ່ວ, ຊ່າງສີມື ດິງວັນຕ໋ຽນ ຍັງຄົງເຮັດວຽກ ຢ່າງຕັ້ງໃຈກັບບັນດາຕອກໄມ້ໄຜ່ ທີ່ຂາວບາງ. ເກີດເມື່ອປີ 1949, ເພິ່ນແມ່ນໜຶ່ງໃນບັນດາ “ປຶ້ມປະຫວັດສາດທີ່ມີຊີວິດ” ຂອງ ໝູ່ບ້ານອາຊີບ. ທ່ານ ຕ໋ຽນ ຍັງຈໍາໄດ້ວ່າ: “ນັບແຕ່ອາຍຸ ພຽງ 5 - 6 ປີ, ເດັກນ້ອຍໃນໝູ່ບ້ານ ໄດ້ຄຸ້ນເຄີຍກັບການໃຊ້ໄມ້ໄຜ່ ແລະ ຮຽນຮູ້ ການສານ, ກ່ອນທີ່ພວກເຂົາຈະຮູ້ໜັງສືອີກຊໍ້າ”.
ທ່ານ ຕ໋ຽນ ໃຫ້ຮູ້ວ່າ ເຄັດລັບໃນການສ້າງເປັນຜະລິດຕະພັນ ທີ່ຈົບງາມ ບໍ່ໄດ້ຢູ່ທ່ີກຳລັງແຮງ, ແຕ່ຢູ່ທ່ີຄວາມອົດທົນ ແລະ ຄວາມຮູ້ສຶກ ອັນປານີດຂອງຄູ່ມື. ຕອກໄມ້ໄຜ່ ຕ້ອງໄດ້ຮັບການຈັກ ອອກຈາກ ລຳໄມ້ໄຜ່ ທີ່ມີຄວາມແກ່, ຂໍ້ຊື່, ບາງ ແລະ ໜຽວດີ. ປະໝາດ ພຽງເລັກໜ້ອຍ ຜະລິດຕະພັນ ກໍອາດຈະເສຍຫາຍໄດ້ທັນທີ.
ຖ້ານາຍຊ່າງຫັດຖະກໍາ ດິງວັນຕ໋ຽນ ແມ່ນຜູ້ຮັກສາແປວໄຟ ມູນເຊື້ອ, ທ່ານ ດິ່ງວັນຕິ໊ງ - ຜູ້ນຳອຳນວຍການ ບໍລິສັດຫວາຍ ແລະ ໄມ້ໄຜ່ ຕັງ ຕ໋ຽນ ບັກຢາງ ຈຳກັດ ຜູ້ດຽວ ພັດແມ່ນຜູ້ປະກອບສ່ວນ ສ້າງບາດລ້ຽວ ໃໝ່ ໃຫ້ແກ່ໝູ່ບ້ານອາຊີບ. ໃນຊຸມປີ ທ້າຍທົດສະວັດ 1990, ເມື່ອບັນ ດາຜະລິດຕະພັນ ຈັກສານແບບດັ້ງເດີມ ຄ່ອຍໆ ອີ່ມຕົວ, ເພິ່ນໄດ້ ຊອກຫາໄປຮຽນຮູ້ນຳຫຼາຍໝູ່ບ້ານອາຊີບ. ໃນປີ 1999, ເພິ່ນໄດ້ ສ້າງຕັ້ງ ສະຫະກອນ ຈັກສານຫວາຍ ແລະ ໄມ້ໄຜ່ ຕັງຕ໋ຽນ, ໝາຍເຖິງ ບາດກ້າວຫັນປ່ຽນ ໄປສູ່ ເຕັກນິກ ການຕ່ຳ ມ່ານ ດ້ວຍ ຕອກໄມ້ໄຜ່ຂະໜາດນ້ອຍທີ່ທັນສະໄໝ.
ການກຳເນີດ ຂອງ ສະຫະກອນຈັກສານຫວາຍ ແລະ ໄມ້ໄຜ່ ຕັງຕ໋ຽນ ໄດ້ສ້າງບາດກ້າວຫັນປ່ຽນທີ່ສຳຄັນ ໃນໂຄງປະກອບ ເສດຖະກິດ ຂອງທ້ອງຖິ່ນ. ຈາກອາຊີບເສີມທີ່ເຮັດ ໃນເວລາວ່າງວຽກ ບໍ່ທັນຮອດ ລະດູເກັບກ່ຽວ, ອາຊີບຈັກສານ ຫວາຍ ແລະ ໄມ້ໄຜ່ ໄດ້ກາຍເປັນ ແຫຼ່ງລາຍຮັບຕົ້ນຕໍຂອງຫຼາຍຄອບຄົວ, ປະກອບສ່ວນປະມານ 80% ເຂົ້າໃນລາຍໄດ້ ຂອງ ປະຊາຊົນ ທ້ອງຖິ່ນ. ປັດຈຸບັນ, ບັນດາ ຜະລິດຕະພັນຕົ້ນຕໍ ຂອງໝູ່ບ້ານ ລວມມີ ຜ້າມ່ານໄມ້ໄຜ່ ຂະໜາດນ້ອຍ, ມ່ານກັນແດດ ສິລະປະ ແລະ ບັນດາຜະລິດຕະພັນ ຫັດຖະກຳ ຄຸນນະພາບສູງ.
ຈຸດເດັ່ນທີ່ສ້າງເປັນເອກະລັກສະເພາະຂອງ ຕັງຕ໋ຽນ ແມ່ນຂະບວນ ການປຸງແຕ່ງແບບທຳມະຊາດທັງໝົດ. ແທນທີ່ຈະນຳໃຊ້ ສີເຄມີ, ໄມ້ ໄຜ່ ຈະຖືກຮົມຄວັນ ດ້ວຍເຟືອງ ຫຼື ໄມ້ແຫ້ງ ເພື່ອສ້າງເປັນສີເນື້ອໄມ້ (ສີນ້ຳຕານແກ່) ທີ່ທົນທານ ແລະ ສວຍງາມ, ທັງສາມາດ ກັນປວກມອດ ອີກດ້ວຍ. ຂະບວນການ ຜະລິດ ລວມມີ 5 ຂັ້ນຕອນ ທີ່ເຂັ້ມງວດ ຄື: ຄັດເລືອກວັດຖຸດິບ, ປຸງແຕ່ງເບື້ອງຕົ້ນ, ຈັກຕອກ, ຮົມຄວັນ, ຈັກສານ - ຕ່ຳ ແລະ ສ້າງເປັນຜະລິດຕະພັນ ສຳເລັດຮູບ.
ທ່ານ ດິ່ງວັນຕິ໊ງ ໄດ້ສະແດງຄວາມພາກພູມໃຈວ່າ: “ຍ້ອນ ການສົມທົບ ລະຫວ່າງເຕັກນິກຫັດຖະກຳ ກັບ ຈັກຕ່ຳທີ່ທັນສະໄໝ, ປັດຈຸບັນ ໝູ່ບ້ານອາຊີບ ມີກຳລັງແຮງງານ ປະມານ 4.000 ຄົນ ເຂົ້າຮ່ວມການຜະລິດ ເປັນປະຈຳ. ຫຼາຍຜະລິດຕະພັນ ໄດ້ຮັບການ ຢັ້ງຢືນ OCOP ລະດັບ 3 ດາວ, 4 ດາວ ແລະ ໄດ້ຮັບການຕ້ອນຮັບ ຈາກຕະຫຼາດ ຍີ່ປຸ່ນ, ສ ເກົາຫຼີ, ສປ ຈີນ, ເຢຍລະມັນ, ການາດາ...”.
ປັດຈຸບັນ, ຕັງຕ໋ຽນ ບໍ່ພຽງແຕ່ແມ່ນສະຖານທີ່ຜະລິດເຄື່ອງຫັດຖະກຳ ເທົ່ານັ້ນ, ແຕ່ຍັງແມ່ນຈຸດໝາຍປາຍທາງ ເພື່ອສ້າງປະສົບການ ທີ່ດຶງດູດໃຈ. ນັກທ່ອງທ່ຽວມາຍັງທ່ີນີ້ ສາມາດເຫັນກັບຕາ ແຕ່ລະ ຂັ້ນຕອນ ການປະດິດສ້າງ, ທັງຮູ້ໄດ້ເຖິງ ຈັງຫວະຊີວິດ ຂອງ ໝູ່ບ້ານຊົນນະບົດ ຫວຽດນາມ ທີ່ຍັງຄົງຮັກສາ ຈິດວິນຍານມູນເຊື້ອ ເອົາໄວ້ໄດ້ ທ່າມກາງການໄຫຼວຽນແຫ່ງຄວາມທັນສະໄໝ.
ນາຍຊ່າງຫັດຖະກໍາ ດິງວັນຕ໋ຽນ ໄດ້ແບ່ງປັນວ່າ: “ຕາບໃດ ທີ່ຍັງມີ ຄົນສານ, ຕາບນັ້ນ ຍັງມີໝູ່ບ້ານອາຊີບ”. ຄຳເວົ້າທີ່ລຽບງ່າຍນັ້ນ ເໝືອນດັ່ງເປັນການຢັ້ງຢືນ ກ່ຽວກັບສີສັນຊີວິດອັນທົນທານ ຂອງ ຕັງຕ໋ຽນ - ສະຖານທີ່ເຊິ່ງອາຊີບຈັກສານຫວາຍ ແລະ ໄມ້ໄຜ່ ຫວຽດນາມ ພວມສືບຕໍ່ໄດ້ຮັບການອະນຸລັກຮັກສາ, ປ່ຽນແປງໃໝ່ ແລະ ຖ່າຍທອດໃຫ້ແກ່ຄົນຮຸ່ນຕໍ່ໆ ໄປ.
ບົດ ແລະ ພາບ: ແທັງຢາງ/VNP





















