ດ້ຽນບຽນ - ສູນການທ່ອງທ່ຽວແຫ່ງໃໝ່ ຂອງ ພາກ ຕາເວັນຕົກສ່ຽງເໜືອ
ເມື່ອ 70 ປີກ່ອນ, ຊື່ ດ້ຽນບຽນ ໄດ້ປະກົດຂຶ້ນ ຢ່າງສະຫວ່າງສະໄຫວ ໃນແຜນທີ່ໂລກ ດ້ວຍໄຊຊະນະ ປະຫວັດສາດ ດ້ຽນບຽນຝູ ທີ່ “ສະໜັ່ນຟ້າ ສະເທືອນດິນ” (ວັນທີ 07/5/1954 – ວັນທີ 07/5/2024). ປັດຈຸບັນ, ດ້ຽນບຽນ ເປັນທ່ີຮູ້ວ່າ ແມ່ນສູນການທ່ອງທ່ຽວ ທີ່ພົ້ນເດັ່ນແຫ່ງໃໝ່ ຂອງ ພາກຕາເວັນຕົກສ່ຽງເໜືອ ດ້ວຍທ່າແຮງ ດ້ານການທ່ອງທ່ຽວ ປະຫວັດສາດ-ວັດທະນະທຳທາງໃຈ, ທ່ອງທ່ຽວຊີວະພາບ, ສຳຫຼວດທິວທັດທຳມະຊາດ ແລະ ທ່ອງທ່ຽວ ພັກຜ່ອນເພື່ອ ສຸຂະພາບ, ບັນເທິີງ ແລະ ການດູແລສຸຂະພາບ.
ຈຸດໝາຍປາຍທາງທຳອິດ ຂອງ ພວກເຮົາ ເມື່ອກັບຄືນມາ ດ້ຽນບຽນ ເນື່ອງໃນໂອກາດ ສະເຫຼີມສະຫຼອງ 70 ປີ ແຫ່ງໄຊຊະນະ ດ້ຽນບຽນຝູ ແມ່ນ ອະນຸສອນສະຖານປະຫວັດສາດ ກອງບັນຊາການ ບັ້ນຮົບ ດ້ຽນບຽນຝູ ຕັ້ງຢູ່ໃນເຂດປ່າດົງດິບ ຢູ່ຕາແສງ ເມື່ອງຟັງ, ນະຄອນ ດ້ຽນບຽນຝູ, ເມືອງເອກ ຂອງ ແຂວງ ດ້ຽນບຽນ. ຢູ່ທີ່ນີ້, ນັກທ່ອງທ່ຽວ ສາມາດເຫັນກັບຕາ ຕູບທີ່ລຽບງ່າຍ ໃຊ້ເປັນບ່ອນດຳລົງຊີວິດ ແລະ ເຮັດວຽກປະຈຳວັນ ຂອງ ທ່ານພົນເອກ ຫວໍງວຽນຢາບ, ຕູບເຮັດວຽກ ຂອງ ກອງເສນາທິການໃຫຍ່, ບ່ອນບັນດານາຍທະຫານ ປຶກສາຫາລືກັນ ເພື່ອວາງແຜນການຕັດສິນໃຈ ທີີ່ມີ ລັກສະນະປະຫວັດສາດ ກ່ຽວກັບບັ້ນຮົບ ດ້ຽນບຽນຝູ.
ອອກຈາກປ່າ ເມື່ອງຟັງ, ພວກຂ້າພະເຈົ້າຂີ່ລົດຈັກ ໄປຕາມທາງ ຫຼວງ ໝາຍເລກ 279, ເບື້ອງໜຶ່ງເປັນທາງຜ່ານພູເຂົາ ແລະ ເບື້ອງ ໜຶ່ງ ເປັນເຫວເລິກ ຫັນໜ້າອອກສູ່ແມ່ນ້ຳ ເນີ້ມຣົ໋ມ. ນີ້ແມ່ນ ໜຶ່ງໃນ ບັນດາ ເສັ້ນທາງ ແກ່ປືນໃຫຍ່ປະຫວັດສາດ ໃນບັ້ນຮົບ ດ້ຽນບຽນຝູ. ສືບຕໍ່ໄປຕາມເສັ້ນທາງຫຼວງ 279 ເຖິງປະຕູເຂົ້າ-ອອກ ຂອງ ເມືອງ ດ້ຽນບຽນ, ພວກຂ້າພະເຈົ້າໄປຢ້ຽມຊົມ ອະນຸສອນສະຖານ ຮີມລາມ. ຢູ່ເທິງ ຈອມພູ ທີ່ເຕັມໄປດ້ວຍແສງແດດ ແລະ ດອກບານ, ນັກທ່ອງທ່ຽວ ແຕ່ລະກຸ່ມ ໄດ້ພາກັນ ຈູດທູບທຽນ ທ່າມກາງ ບັນຍາກາດທີ່ ງຽບໆ ແລະ ເພື່ອລະນຶກເຖິງ ວິລະຊົນ ຟານດິ່ງຢອດ ແລະ ທະຫານຫຼາຍຮ້ອຍຄົນ ທີ່ໄດ້ເສຍສະຫຼະ ເລືອດເນື້ອ, ເສຍສະຫຼະຊີວິດຂອງຕົນ ເພື່ອເອົາໄຊຊະນະ ຮີມລາມ, ເຮັດໃຫ້ ກຸ່ມຈຸດ ທີ່ຕັ້ງ ວົງນອກ ທີ່ເຂັ້ມແຂງທີສຸດ ຂອງ ກອງທັບ ຝຣັ່ງ ຕ້ອງປະລາໄຊ.
ຈາກເຂດອະນຸສອນສະຖານ ຮີມລາມ, ພວກຂ້າພະເຈົ້າ ສືບຕໍ່ ເດີນ ທາງ ໄປຕາມຖະໜົນສາຍໃໝ່ ຕັ້ງຊື່ທ່ານພົນເອກ ຫວໍງວຽນຢາບ. ເສັ້ນທາງດັ່ງກ່າວ ແລ່ນຜ່ານໃຈກາງເມືອງ ແລະ ມຸ່ງໜ້າໄປ ສູ່ດ່ານ ສາກົນ ໄຕຈາງ, ຕິດກັບຊາຍແດນ ລາວ. ຕາມເສັ້ນທາງນີ້ ມີ ຮ່ອງ ຮອຍປະຫວັດສາດ ທີ່ມີຊື່ສຽງຫຼາຍແຫ່ງເຊັ່ນ: ອະນຸສາວະລີ ຈ໋ຽນ ຖັ໋ງ (ໄຊຊະນະ), ສະໜາມຫຼວງ 7/5, ຫໍວິຫານສັກກະລະບູຊາ ນັກ ຮົບຜູ້ເສຍສະຫຼະຊີວິດເພື່ອຊາດ ຢູ່ສະໜາມຮົບ ດ້ຽນບຽນຝູ, ອະນຸ ສາວະລີ ແຫ່ງຊາດ A1, ເນີນ D1, ເນີນ A1, ຂົວ ເມື່ອງແທງ, ຫໍພິ ພິທະພັນ ໄຊຊະນະ ປະຫວັດສາດ ດ້ຽນບຽນຝູ.
ຢູ່ທີ່ ເນີນ A1, ແຕ່ລະກຸ່ມຄົນໄດ້ຢຸດເປັນເວລາດົນ ຢູ່ຂ້າງໆ ຂຸມລະ ເບີດ ຂະໜາດໃຫຍ່ຢູ່ເທິງຈອມເນີນ. ນີ້ແມ່ນຈຸດສູງສຸດ ທີ່ສຳຄັນ ໃນ ການປົກປັກຮັກສາສູນກາງ ເມື່ອງແທງ, ໂດຍປິດກັ້ນ ເສັ້ນທາງ ເຂົ້າສູ່ຂຸມບັນຊາການ ຂອງ ນາຍພົນ De Castries (Chistian De Castries, 1902-1991). ພາຍຫຼັງ 39 ວັນ ຄືນ: “ເຈາະພູ, ນອນໃນຂຸມ, ຝົນຕົກ, ກິນເຂົ້າປັ້ນ”, “ດ້ວຍຄວາມອົງອາດ ກ້າແກ່ນ, ບັນດາ ນັກຮົບ ໄດ້ຂຸດອຸໂມງ ເສັ້ນທາງໜຶ່ງ ຜ່ານພູເຂົາ ເພື່ອວາງ ດິນລະເບີດ ທີ່ມີນ້ໍາໜັກ ເກືອບ 1 ໂຕນ, ທໍາລາຍຂຸມຄອງ ປ້ອງກັນ ສ່ວນໜຶ່ງ ຂອງສັດຕູ ແລະ ດັບສູນຈຸດທີ່ໝັ້ນດັ່ງກ່າວ ຢ່າງຮາບຄາບ, ປະກອບສ່ວນສຳຄັນ ໃຫ້ຊ່ວງເວລາອັນສັ້ນໆ ການສ້າງ ປະຫວັດສາດ ເມືື່ອຄັນທຸງ “ສູ້ຮົບຢ່າງເດັດດ່ຽວ ເອົາຊະນະ ຢ່າງເດັດຂາດ” ປິວສະບັດຢູ່ເທິງ ຂຸມຄອງ ຂອງ ນາຍພົນ De Castries ໃນເວລາ 5 ໂມງ 30 ນາທີ ຂອງ ວັນທີ 7 ພຶດສະພາ 1954, ເປັນຂີດໝາຍແຫ່ງການ ພັງທະລາຍ ຂອງ ກຸ່ມຖານທີ່ໝັ້ນ ດ້ຽນບຽນຝູ ຢ່າງສິ້ນເຊີງ, ສ້າງໄຊຊະນະ ປະຫວັດສາດ ດ້ຽບບຽນຝູ ທີ່ “ເລື່ອງລື ໄປທົ່ວຫ້າທະວີບ, ສະເທືອນພື້ນພິພົບ”.
70 ປີຜ່ານໄປ, ເດືອນພຶດສະພາ ໄດ້ກັບຄືນມາ ພ້ອມກັບຮູບພາບ ປ່າດອກບານ ບານສະພັ່ງ ຢູ່ຂ້າງຂຸມລະເບີດ ທີ່ຍັງເຫຼືອໄວ້ຄືຢາກ ບອກໃຫ້ທຸກຄົນຮູ້ວ່າ ສົງຄາມໄດ້ກາຍເປັນອະດີດ ແລະ ດ້ຽນບຽນ ໃນມື້ນີ້ ພວມກ້າວຂຶ້ນ ຢ່າງເຕັມຕົວໄປດ້ວຍກຳລັງວັງຊາ.
ດ້ຽນບຽນ ແມ່ນດິນແດນ ມີທຳມະຊາດທີ່ສວຍງາມ, ຊວນຝັນ ແລະ ອາກາດສົດຊື່ນ; ມີປະຫວັດສາດ ທີ່ສະຫງ່າອົງອາດ, ວັດທະນະທໍາ ທີ່ເປັນເອກະລັກ; ເປັນສູນລວມ ສິ່ງຍອດຍິ່ງ ຂອງ ພາກຕາເວັນຕົກສ່ຽງເໜືອ. ນີ້ແມ່ນ ຄວາມສາມາດ ບົ່ມຊ້ອນ ແລະ ເປັນທ່າແຮງທີ່ສຳຄັນ ຊ່ວຍໃຫ້ແຂວງ ດ້ຽນບຽນ ມີບາດກ້າວບຸກທະລຸ ໃນການພັດທະນາ ການທ່ອງທ່ຽວ, ເຕີບໂຕຢ່າງແຂງແຮງ ກາຍເປັນ ສູນກາງ ການທ່ອງທ່ຽວ ຂອງ ພາກຕາເວັນຕົກສ່ຽງເໜືອ ໂດຍອີງໃສ່ 3 ເສົາຫຼັກຕົ້ນຕໍຄື: ການທ່ອງທ່ຽວປະຫວັດສາດ-ວັດທະນະທຳ ທາງໃຈ; ການທ່ອງທ່ຽວຊີວະພາບ, ສຳຫຼວດ ທິວທັດ ທຳມະຊາດ ແລະ ການທ່ອງທ່ຽວ ເພື່ອການພັກຜ່ອນ, ບັນເທີງ ແລະ ດູແລສຸຂະພາບ.
ຮ່ອມພູ ເມື່ອງແທງ, ໃຈກາງຂອງກຸ່ມທີ່ໝັ້ນ ດ້ຽນບຽນຝູ ໃນເມື່ອ ກ່ອນ, ປັດຈຸບັນ ໄດ້ກາຍເປັນບ່ອນອະນຸລັກຮັກສາ ແລະ ເສີມຂະ ຫຍາຍມໍລະດົກ ຟ້ອນແຊ່ວ ຂອງ ຊາວເຜົ່າໄທ, ດຶງດູດນັກທ່ອງທ່ຽວ ນັບພັນຄົນມາຍັງ ດ້ຽນບຽນ ໃນແຕ່ລະວັນ. ໃນຍາມຄໍ່າຄືນ, ການຟ້ອນ ແຊ່ວ, ຊາວເຜົ່າໄທ ຢູ່ ເມື່ອງແທງ ມັກຈະຮ້ອງເພງ ຮ່ວມກັນ ໃນທຳນອງທີ່ວ່າ: “ບໍ່ຟ້ອນແຊ່ວ ຈະບໍ່ມ່ວນ, ບໍ່ຟ້ອນແຊ່ວ ຕົ້ນເຂົ້າ ຈະບໍ່ເປັນຮວງ, ບໍ່ຟ້ອນແຊ່ວ ຕົ້ນສາລີ ຈະບໍ່ອອກຟັກ, ບໍ່ຟ້ອນແຊ່ວ ບ່າວສາວຈະບໍ່ເປັນຄູ່ຜົວເມຍ”. ນາງ ລໍ່ທິເບື໊ອຍ ຊາວເຜົ່າ ໄທ ຢູ່ໝູ່ບ້ານ ຟຽງເລີຍ (ຕາແສງ ແທງມິນ, ນະຄອນ ດ້ຽນບຽນຝູ) ໃຫ້ຮູ້ວ່າ: “ຊາວເຜົ່າ ໄທ ພວກຂ້າພະເຈົ້າ ບໍ່ຮູ້ວ່າ ຟ້ອນແຊ່ວ ມີຕົ້ນກຳເນີດມາແຕ່ເມື່ອໃດ, ຮູ້ພຽງແຕ່ວ່າ ເດັກຍິງ ທຸກຄົນ ຕ່າງໄດ້ຮຽນຟ້ອນແຊ່ວ ເມື່ອໃຫຍ່ ຂຶ້ນມາ. ບໍ່ມີການ ມ່ວນຊື່ນ ຫຼື ງານບຸນໃດໆ ຊາວເຜົ່າໄທ ຢູ່ ເມື່ອງແທງ ບໍ່ໄດ້ ຟ້ອນແຊ່ວ”.
ຈາກຮຸ່ນສູ່ຮຸ່ນ, ບັນດາວາດຟ້ອນແຊ່ວ ຂອງຊາວເຜົ່າ ໄທ ຍັງຄົງຕົວ ແລະ ພັດທະນາຢ່າງແຂງແຮງ ແລະ ໄດ້ຮັບການຮັບຮອງ ຈາກ ອົງ ການ UNESCO ໃຫ້ເປັນ ມໍລະດົກ ວັດທະນະທຳ ທີ່ເປັນ ນາມມະ ທຳ ຂອງ ມວນມະນຸດ ໃນປີ 2021. ປັດຈຸບັນ, ຟ້ອນແຊ່ວ ໄດ້ກາຍ ເປັນ ຜະລິດຕະພັນ ທາງວັດທະນະທຳພິເສດ ຂອງ ບັນດາໝູ່ບ້ານ ທ່ອງທ່ຽວຊຸມຊົນຢູ່ ດ້ຽນບຽນ.
ອະນຸລັກຮັກສາ ແລະ ເສີມຂະຫຍາຍ ມໍລະດົກວັດທະນະທຳຟ້ອນ ແຊ່ວ ຂອງຊາວເຜົ່າ ໄທ ສົມທົບກັບ ວຽກງານ ພັດທະນາ ການ ທ່ອງທ່ຽວຊຸມຊົນ, ການທ່ອງທ່ຽວກະສິກຳ ແມ່ນທິດທາງ ທີ່ເປັນເອກະລັກ ຂອງແຂວງ ດ້ຽນບຽນ. ຈາກການທົດລອງ 8 ບ້ານ ເຮັດວຽກ ກ່ຽວກັບການທ່ອງທ່ຽວຊຸມຊົນ ເບື້ອງຕົ້ນ ໃນປີ 2023, ມາຮອດປັດຈຸບັນ ຕົວແບບນີ້ ໄດ້ຖືກຂະຫຍາຍຕົວ ຢ່າງກວ້າງຂວາງ ໃນທົ່ວທຸກ ເມືອງ ຂອງແຂວງ. ບັນດາຕົວແບບ ທີ່ປະສົບຜົນສຳເລັດ ຫຼາຍທີ່ສຸດ ທີ່ສາມາດກ່າວເຖິງຄື ບ້ານ ແຈກັນ, ບ້ານ ຟຽງເລີຍ, ບ້ານ ນ່າຊື້.
ບ້ານ ແຈກັນ ຕັ້ງຢູ່ຕາແສງ ເມື່ອງຟັງ, ຫ່າງຈາກໃຈກາງແຂວງ ດ້ຽນ ບຽນ ປະມານ 30 ກມ, ມີເກືອບ 100 ຄອບຄົວ ກັບ ປະຊາກອນ ປະມານ 430 ຄົນ, ລ້ວນແຕ່ແມ່ນຊາວເຜົ່າ ໄທ. ປະຊາຊົນບ້ານ ແຈກັນ ກຳລັງເປັນເຈົ້າກຳມະສິດ ລວບລວມ ມໍລະດົກ ວັດທະນະທຳ ຂອງຊາວເຜົ່າ ໄທ ບູຮານ ຊຶ່ງບໍ່ຄ່ອຍ ບ່ອນໃດມີຄື: ສະຖາປັດຕະຍະກຳ ເຮືອນຮ້ານ ແບບດັ້ງເດີມ ຂອງຊາວເຜົ່າ ໄທດຳ, ເຄື່ອງນຸ່ງ, ຄວາມເຊື່ອຖື, ງານບຸນ ແລະ ໂດຍສະເພາະ ແມ່ນ ຟ້ອນແຊ່ວ. ນອກຈາກນັ້ນ, ຍັງມີອາຊີບ ຫັດຖະກໍາ ພື້ນເມືອງເຊັ່ນ: ຕໍ່າແພລາຍດອກ ພື້ນເມືອງ, ຫຍິບປັກຖັກແສ່ວ, ຊ່າງເຫຼັກ, ຊ່າງໄມ້, ເຮັດເຄື່ອງດົນຕີ ພື້ນເມືອງ. ຄຽງຄູ່ກັບ ທິວທັດ ທຳມະຊາດ ທີ່ສວຍງາມ ແລະ ອາກາດສົດຊື່ນ, ບ້ານ ແຈກັນ ໄດ້ກາຍເປັນຕົວແບບ ພັດທະນາການ ທ່ອງທ່ຽວ ຊຸມຊົນ ທີ່ປະສົບຜົນສຳເລັດທີ່ສຸດຢູ່ ດ້ຽນບຽນ, ເປັນຈຸດໝາຍ ປາຍທາງ ດຶງດູດນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາ ທ່ຽວຊົມ ແລະ ພັກຜ່ອນເພື່ອສຸຂະພາບ.
ດ້ຽນບຽນ ຍັງມີພູມສັນຖານ ທີ່ມີຊື່ສຽງຫຼາຍແຫ່ງເຊັ່ນ: ໜອງ ປ໋າ ຄວາງ, ໜອງ ຫວຍຟ້າ, ຖໍ້າ ປາເທີມ, ຖໍ້າ ຄໍ໋ຈົວລາ, ຖໍ້າ ເປຣັງກີ, ເຂດ ອະນຸລັກຮັກສາທຳມະຊາດ ເມື່ອງແຍ໋, ບັນດາແຫຼ່ງແຮ່ທາດ ອູ ວາ ແລະ ຮົວ ແປ, ທັດສະນີຍະພາບຂອງອ່າງເກັບນໍ້າ ເຂື່ອນໄຟຟ້າ ນໍ້າຕົກ ເຊີນລາ, ກິ່ວ ຟາດິນ (ໜຶ່ງໃນສີ່ທາງກິ່ວ ທີ່ທຸລະກັນດານ ທີສຸດຢູ່ ຫວຽດນາມ, “ຈຸດພິກັດລະເບີດ” ໃນບັ້ນຮົບ ດ້ຽນບຽນຝູ).
ປັດຈຸບັນ, ອຳນາດການປົກຄອງແຂວງ ດ້ຽນບຽນ ພວມສຸມໃສ່ປະ ຕິບັດ ບັນດາການເຄື່ອນໄຫວ ຮ່ວມມືສາກົນ ແລະ ພາກພື້ນ ເພື່ອແນໃສ່ ຊຸກຍູ້ການເຄື່ອນໄຫວ ຮ່ວມຕົວ ກັບບັນດາແຂວງພາກເໜືອຂອງ ລາວ, ພາກຕາເວັນອອກສ່ຽງເໜືອ ໄທ, ສປ ຈີນ ເພື່ອແນໃສ່ ສ້າງທົວ, ສາຍການທ່ອງທ່ຽວສາກົນ ຕາມທາງທິດ ຕາເວັນຕົກສ່ຽງ ເໜືອ. ທິດທາງນີ້ ກໍ່ເພື່ອແນໃສ່ ນຳໃຊ້ທ່າໄດ້ປຽບຂອງ ສະໜາມບິນ ດ້ຽນບຽນຝູ, ສະໜາມບິນພົນລະເຮືອນໜຶ່ງດຽວ ຢູ່ພາກຕາເວັນຕົກສ່ຽງເໜືອ, ເຊື່ອມຕໍ່ນະຄອນ ດ້ຽນບຽນ ກັບ ຮ່າໂນ້ຍ ແລະ ນະຄອນ ໂຮ່ຈີມິນ.
ດ້ວຍຄວາມສາມາດບົ່ມຊ້ອນ ແລະ ທ່າໄດ້ປຽບທີ່ເປັນເອກະລັກສະເພາະ, ປີນີ້ ແຂວງ ດ້ຽນບຽນ ໄດ້ເປັນເຈົ້າພາບຈັດຕັ້ງ ປີທ່ອງທ່ຽວແຫ່ງຊາດ ຕິດພັນກັບ ການສະເຫຼີມສະຫຼອງໄຊຊະນະ ດ້ຽນ ບຽນຝູ ຄົບຮອບ 70 ປີ. ຈຸດເດັ່ນຂອງປີທ່ອງທ່ຽວແຫ່ງຊາດ-ດ້ຽນບຽນ 2024 ແມ່ນບັນດາງານບຸນໃຫຍ່ ລະດັບຊາດຄື: ງານບຸນດອກ ບານ 2024, ພິທີສະເຫຼີມສະຫຼອງໄຊຊະນະ ດ້ຽນບຽນຝູ ຄົບຮອບ 70 ປີ; ງານວາງສະແດງ ການທ່ອງທ່ຽວໄຕບັກ-ດ້ຽນບຽນ…
ທ່ານ ເລແທ່ງໂດ, ປະທານຄະນະກຳມະການ ປະຊາຊົນ ແຂວງ ດ້ຽນບຽນ ໃຫ້ຮູ້ວ່າ: ປີນີ້ ແຂວງ ດ້ຽນບຽນ ວາງເປົ້າໝາຍ ຕ້ອນຮັບນັກທ່ອງທ່ຽວ 1,3 ລ້ານເທື່ອຄົນ ດ້ວຍຍອດຈຳນວນລາຍຮັບປະ ມານ 2.200 ຕື້ດົ່ງ. ຮອດປີ 2025, ແຂວງ ດ້ຽນບຽນ ວາງເປົ້າ ໝາຍ ຕ້ອນຮັບນັກທ່ອງທ່ຽວກວ່າ 1,45 ລ້ານເທື່ອຄົນ, ບັນລຸ ລາຍຮັບທັງໝົດກວ່າ 2.380 ຕື້ດົ່ງ, ປະກອບສ່ວນປະມານ 10% ຂອງ GRDP ສະເລ່ຍຂອງແຂວງ.
- ບົດ: ເຈິ່ນຮ໋ຽວ - ພາບ: ຈິ້ງວັນໂບ້, ເຈິ່ນຮ໋ຽວ, ຮວ່າງຮ່າ/VNP, VNA ແລະ ຊວນຕື - ເຕັກນິກກະຣາຟິກ: ຈາງຍຸງ - ແປໂດຍ: ບິກລຽນ