ດາຟຸກ - ຈຸດນັດພົບແຫ່ງການທ່ອງທ່ຽວ ສີຂຽວ ເຂດຊານເມືອງ ຮ່າໂນ້ຍ

ດາຟຸກ - ຈຸດນັດພົບແຫ່ງການທ່ອງທ່ຽວ ສີຂຽວ ເຂດຊານເມືອງ ຮ່າໂນ້ຍ

ຕັ້ງຢູ່ເຂດຊານເມືອງ ຮ່າໂນ້ຍ, ຕາແສງ ດາຟຸກ ພວມກ້າວໄປ ເທື່ອລະກ້າວ ໃນການພັດທະນາ ຮູບແບບການທ່ອງທ່ຽວສີຂຽວ. ດ້ວຍທ່າແຮງດ້ານພື້ນທີ່ລຽບຕາມແຄມແມ່ນ້ຳ ກ່າໂລ່, ທັດສະນີຍະພາບ ຂອງໝູ່ບ້ານທີ່ງຽບສະຫງົບ, ດາຟຸກ ໄດ້ຮັບການ ຄາດຫວັງວ່າ ຈະກາຍເປັນຈຸດໝາຍປາຍທາງ ທີ່ດຶງດູດ ສຳລັບ ການທ່ອງທ່ຽວ ໄລຍະສັ້ນ, ເຊິ່ງເປັນບ່ອນ ທີ່ນັກທ່ອງທ່ຽວ ສາມາດ ຄົ້ນຫາຄວາມງາມ ຂອງເຂດຊົນນະບົດ ພາກເໜືອ ທີ່ຕັ້ງຢູ່ໃກ້ກັບ ນະຄອນຫຼວງ...

ເຂດດິນສັນດອນ ທີ່ກວ້າງຂວາງ ລຽບຕາມລຳແມ່ນ້ຳ ກ່າໂລ່ ແມ່ນສະຖານທີ່ເໝາະສົມ ສຳລັບການຕັ້ງຄ້າຍພັກແຮມ ໃນທ້າຍອາທິດ. ພາບ: ແຄ໋ງລອງ/VNP
ການທ່ອງທ່ຽວ ສີຂຽວ ດາຟຸກ - River Camping” ນຳມາເຊິ່ງປະສົບການ ທີ່ໃກ້ຊິດກັບທຳມະຊາດ. ພາບ: ຫວຽດເກື່ອງ/VNP
 

ໃນທ່າອ່ຽງພັດທະນາການທ່ອງທ່ຽວສີຂຽວ ແລະ ການທ່ອງທ່ຽວ ສຳຜັດ ຕົວຈິງ ທີ່ນັບມື້ນັບໄດ້ຮັບຄວາມສົນໃຈ, ຕາແສງ ດາຟຸກ ພວມຄ່ອຍໆ ກາຍເປັນຈຸດໝາຍປາຍທາງໃໝ່ຂອງ ຮ່າໂນ້ຍ. ຫວ່າງມໍ່ໆ ນີ້, ທ້ອງຖິ່ນໄດ້ເປີດນຳໃຊ້ຮູບແບບ “ການທ່ອງທ່ຽວ ສີຂຽວ ດາຟຸກ - River Camping” ຢ່າງເປັນທາງການ, ເຊິ່ງແມ່ນ ຜະລິດຕະພັນການທ່ອງທ່ຽວ ທີ່ສ້າງຂຶ້ນ ບົນພື້ນຖານ ທ່າແຮງ ທັດສະນີຍະພາບ ແຄມແມ່ນ້ຳ, ຊີວິດການເປັນຢູ່ດ້ານກະສິກຳ ແລະ ຄຸນຄ່າວັດທະນະທຳດັ້ງເດີມ ຂອງໝູ່ບ້ານເກົ່າແກ່.

ເນື້ອທີ່ແຄມແມ່ນ້ຳ ກ່າໂລ່ ແມ່ນຈຸດເດັ່ນທີ່ພົ້ນເດັ່ນ ຂອງ ການທ່ອງ ທ່ຽວ ດາຟຸກ. ສາຍແມ່ນ້ຳທີ່ໄຫຼຊ້າໆ ພ້ອມກັບ ຫາດດິນສັນດອນ ແຄມແມ່ນ້ຳ ທີ່ກວ້າງຂວາງ ແລະ ແຄມຄັນຄູ ທີ່ປອດໂປ່ງ ສ້າງເປັນພາບທິວທັດ ທີ່ງຽບສະຫງົບ, ເຊິ່ງເປັນຈຸດເອກະລັກ ຂອງ ເຂດຊົນນະບົດພາກເໜືອ. ນີ້ແມ່ນ ເງື່ອນໄຂທີ່ສະດວກ ເພື່ອພັດທະນາ ບັນດາການເຄື່ອນໄຫວ ທ່ອງທ່ຽວກາງແຈ້ງ, ນຳມາໃຫ້ ນັກທ່ອງທ່ຽວມີໂອກາດ ໄດ້ດື່ມດ່ຳ ກັບ ທຳມະຊາດ ແລະ ເພີດເພີນ ກັບບັນຍາກາດທີ່ສົດຊື່ນ ຂອງເຂດຊົນ ນະບົດຊານເມືອງ.

ການເຄື່ອນໄຫວ ມ່ວນຊື່ນກາງແຈ້ງ ແຄມແມ່ນ້ຳ ທ່າມກາງບັນຍາກາດ ທີ່ສົດຊື່ນ ແລະ ປອດໂປ່ງ. ພາບ: ຫວຽດເກື່ອງ/VNP 
 

ໜຶ່ງໃນບັນດາປະສົບການ ທີ່ນັກທ່ອງທ່ຽວ ຫຼາຍຄົນຊື່ນຊອບ ແມ່ນ ການຕັ້ງຄ້າຍພັກແຮມແຄມນ້ຳ. ເຂດຕັ້ງຄ້າຍໄດ້ຮັບການຈັດສັນ ຢ່າງເປັນລະບຽບ, ເໝາະສົມ ສຳລັບການໄປທັດສະນະສຶກສາ ໄລຍະສັ້ນຂອງ ຄອບຄົວ, ກຸ່ມເພື່ອນ ຫຼື ການເຄື່ອນໄຫວ ລວມໝູ່ຕ່າງໆ. ຢູ່ທີ່ນີ້, ນັກທ່ອງທ່ຽວສາມາດ ຕັ້ງເຕັ້ນ, ພັກຜ່ອນ, ຈັດງານລ້ຽງກາງແຈ້ງ ແລະ ເພີດເພີນກັບຄວາມງຽບສະຫງົບ ຂອງທຳມະຊາດ. ເມື່ອຮອດຍາມ ຕາ ເວັນຄ້ອຍຄໍ່າ, ທັດສະນີຍະພາບແຄມແມ່ນ້ຳ ຈະຍິ່ງ ມີຄວາມສະຫງົບ, ນຳມາໃຫ້ ຄວາມຮູ້ສຶກຜ່ອນຄາຍອາລົມ ທີ່ແຕກຕ່າງ ຈາກຈັງຫວະຊີວິດ ທີ່ຟົດຟື້ນຂອງຕົວເມືອງ.

ນອກຈາກນັ້ນ, ການພາຍເຮືອທ່ອງທ່ຽວ ຢູ່ ແມ່ນ້ຳ ກ່າໂລ່ ກໍແມ່ນໜຶ່ງ ໃນບັນດາການເຄື່ອນໄຫວ ສຳຜັດຕົວຈິງທີ່ໜ້າສົນໃຈ. ສາຍນ້ຳ ທີ່ໄຫຼຊ້າໆ ພ້ອມກັບທັດສະນີຍະພາບ ສອງຝັ່ງນ້ຳ ທີ່ຍັງຮັກສາໄດ້ ຄວາມງາມແບບ ທຳມະຊາດ ຂອງ ເຂດຊົນນະບົດ ໄດ້ຊ່ວຍໃຫ້ ນັກທ່ອງທ່ຽວ ທັງໄດ້ອອກ ກຳລັງກາຍເບົາໆ, ທັງໄດ້ ຜ່ອນຄາຍອາລົມ ຊົມວິຖີຊີວິດທີ່ລຽບງ່າຍ ຂອງ ປະຊາຊົນ ທ້ອງຖິ່ນ. ບັນດາທົ່ງນາ, ແຄມຄັນຄູ ແລະ ຫຼັງຄາເຮືອນ ທີ່ປະກົດໃຫ້ເຫັນ ຢູ່ລຽບຕາມແຄມນ້ຳ ໄດ້ສ້າງເປັນພາບ ທີ່ສະຫງົບສຸກ ຂອງ ເຂດຊົນນະບົດ ໃກ້ກັບ ນະຄອນຫຼວງ.

ນັກທ່ອງທ່ຽວ ຢ້ຽມຊົມ ເຂດຜະລິດກະສິກຳລຽບຕາມ ແຄມແມ່ນ້ຳ ຂອງຕາແສງ ດາຟຸກ. ພາບ: ແຄ໋ງລອງ/VNP
ນັກທ່ອງທ່ຽວສາກົນ ສຳຜັດປະສົບການ ການທ່ອງທ່ຽວ ເຮັດກະສິກໍາ ຢູ່ເຂດຊົນນະບົດ ດາຟຸກ. ພາບ: ຫວຽດເກື່ອງ/VNP
ນັກທ່ອງທ່ຽວ ເຂົ້າຮ່ວມການລົງທົ່ງນາ ເກັບກູ້ຜະລິດຕະພັນ ກະສິກຳສະອາດ. ພາບ: ຫວຽດເກື່ອງ/VNP 

ພາກສ່ວນທີ່ສຳຄັນ ຂອງ ການເດີນທາງຄົ້ນຫາ ດາຟຸກ ແມ່ນການ ຊອກຮູ້ ກ່ຽວກັບວິຖີຊີວິດດ້ານກະສິກຳ ຂອງປະຊາຊົນ ທ້ອງຖິ່ນ. ນັກທ່ອງທ່ຽວ ສາມາດໄປຢ້ຽມຊົມ ບັນດາເຂດຜະລິດກະສິກຳ ທີ່ພົ້ນເດັ່ນເຊັ່ນ: ເຂດປູກຜັກ ແລະ ປູກໝາກເຜັດ ຕາມທິດທາງ ການປູກຝັງ ແບບສະອາດ. ບໍ່ພຽງແຕ່ ໄດ້ຮັບຟັງ ການແນະນຳ ກ່ຽວກັບຂັ້ນຕອນການຜະລິດ ເທົ່ານັ້ນ, ນັກທ່ອງທ່ຽວ ກໍຍັງສາມາດ ເຂົ້າຮ່ວມໂດຍກົງ ໃນບາງຂັ້ນຕອນ ທີ່ງ່າຍ ຂອງຂະບວນການ ປູກຝັງ. ບັນດາປະສົບການຕົວຈິງເຫຼົ່ານີ້ ໄດ້ຊ່ວຍໃຫ້ ນັກທ່ອງທ່ຽວ ເຂົ້າໃຈແຈ້ງຍິ່ງຂຶ້ນ ກ່ຽວກັບວຽກງານ ຂອງ ຊາວກະສິກອນ ກໍຄື ຈັງຫວະຊີວິດປະຈຳວັນ ຢູ່ເຂດບ້ານນາຊານເມືອງ.

ນັກທ່ອງທ່ຽວ ມີຄວາມຕື່ນເຕັ້ນ ໃນການລົງໄປຢ້ຽມຊົມ ທົ່ງປູກໝາກເຜັດ ຂອງປະຊາຊົນ ດາຟຸກ. ພາບ: ຫວຽດເກື່ອງ/VNP 
ຮ່ວມກັນສຳຜັດຕົວຈິງ ກັບອາຊີບປູກຜັກ, ເກັບກູ້ ແລະ ຊື້ຜັກຊະນິດຕ່າງໆ. ພາບ: ຫວຽດເກື່ອງ/VNP 

ໃນຖານະທີ່ແມ່ນຮູບແບບການທ່ອງທ່ຽວໃໝ່, ດາຟຸກ ໄດ້ໃຫ້ຄວາມສຳຄັນ ຕໍ່ກັບການປົກປັກຮັກສາສິ່ງແວດລ້ອມ ແລະ ຮັກສາ ທັດສະນີຍະພາບ ທາງທຳມະຊາດ. ແທນທີ່ຈະພັດທະນາ ຢ່າງວ່ອງໄວ, ທ້ອງຖິ່ນໄດ້ໃຫ້ບຸລິມະສິດ ແກ່ການເຄື່ອນໄຫວ ທ່ອງທ່ຽວ ທີ່ມີຂະໜາດ ເໝາະສົມ, ຮັບປະກັນຄວາມກົມກຽວ ລະຫວ່າງການຂຸດຄົ້ນ ການທ່ອງທ່ຽວ ແລະ ການອະນຸລັກຮັກສາ ລະບົບນິເວດແຄມນ້ຳ.

ຊຸມຊົນທ້ອງຖິ່ນ ມີບົດບາດສຳຄັນໃນຂະບວນການ ພັດທະນາການ ທ່ອງທ່ຽວ. ປະຊາຊົນໄດ້ຮັບການຊຸກຍູ້ ໃຫ້ເຂົ້າຮ່ວມໂດຍກົງ ໃນບັນດາການເຄື່ອນໄຫວ ເຊັ່ນ: ການເປັນຜູ້ນຳທ່ຽວ, ການບໍລິການ, ການສະໜອງຜະລິດຕະພັນ ກະສິກຳ ແລະ ການປຸງແຕ່ງອາຫານ ພື້ນເມືອງຕ່າງໆ. ວິທີການເຮັດແບບນີ້ ບໍ່ພຽງແຕ່ ສ້າງອາຊີບເສີມ ໃຫ້ແກ່ປະຊາຊົນເທົ່ານັ້ນ, ແຕ່ຍັງ ຊ່ວຍໃຫ້ການທ່ອງທ່ຽວ ຕິດພັນ ຢ່າງແໜ້ນແຟ້ນ ກັບວິຖີຊີວິດ ວັດທະນະທຳ ຂອງ ທ້ອງຖິ່ນ.

ດາຟຸກ ຄ່ອຍໆ ຢືນຢັນພາບລັກ ການເປັນຈຸດໝາຍປາຍທາງ ແຫ່ງການທ່ອງທ່ຽວສີຂຽວ, ເປັນກັນເອງ ແລະ ຍືນຍົງ. ພາບ: ແຄ໋ງລອງ/VNP 

ຜ່ານການພັດທະນາການທ່ອງທ່ຽວສີຂຽວ, ດາຟຸກ ຄາດຫວັງວ່າ ຈະສ້າງໂອກາດໃໝ່ທາງດ້ານເສດຖະກິດ ໃຫ້ແກ່ ຊຸມຊົນ ທ້ອງຖິ່ນ, ພ້ອມທັງຍົກສູງສະຕິຄວາມຮັບຜິດຊອບ ໃນການ ປົກປັກຮັກສາ ສິ່ງແວດລ້ອມ ແລະ ຮັກສາສາຍແມ່ນ້ຳ ກ່າໂລ່. ບັນດາການເຄື່ອນໄຫວທ່ອງທ່ຽວ ໄດ້ຮັບການອອກແບບ ໃຫ້ກົມກຽວກັບທຳມະຊາດ, ສອດຄ່ອງກັບ ທິດທາງ ການພັດທະນາ ການທ່ອງທ່ຽວ ຂອງ ຮ່າໂນ້ຍ.

ບົດ: ແຄ໋ງລອງ/VNP - ພາບ: ຫວຽດເກື່ອງ, ແຄ໋ງລອງ - ແປໂດຍ: ບິກລຽນ


top