ດອກບົວ ໃນຮູບແຕ້ມຂອງນາຍຄູ ຖຸຍເຮື່ອງ

ດອກບົວ ໃນຮູບແຕ້ມຂອງນາຍຄູ ຖຸຍເຮື່ອງ

ດ້ວຍ​ຄວາມ​ຮັກ​ ທ່ີມີຕໍ່ດອກ​ບົວ​ ມາ​ແຕ່​ນ້ອຍ ຈົນ​ກາຍ​ເປັນ​ນັກ​ສຶກ​ສາ​ຂະ​ແໜງ​ການ​ສຶກສາວິຈິດສິນ ​ຂອງ​ ມະ​ຫາ​ວິ​ທະ​ຍາ​ໄລ ​ສ້າງ ຄູ​ຮ່າ​ໂນ້ຍ ແລະ ​ປັດ​ຈຸ​ບັນ ພວມເຮັດວຽກໃນ ຂົງເຂດການສຶກສາ, ນາຍຄູ​ຖຸຍເຮື່ອງ ຍາມ​ໃດ​ກໍ່​ນຳ​​ຮູບ​ດອກ​ບົວ​ ເຂົ້າ ໃນຮູບແຕ້ມ ແຕ່ ລະແຜ່ນ ຂອງ ຕົນ.

ຮຽນຈົບ ຈາກມະຫາວິທະຍາໄລ ສະເພາະຂະແໜງການ ສຶກສາ ວິຈິດສິນ ຂອງ ມະຫາວິທະຍາໄລ ສ້າງຄູ ຮ່າໂນ້ຍ, ປະ​ລິນ​ຍາ​ໂທ​ ສະເພາະຂະແໜງການ​ຄຸ້ມ​ຄອງ​ການ​ສຶກ​ສາ, ທ່ານນາງ ຖຸຍເຮື່ອງ ເຄີຍສິດສອນ ເປັນເວລາຫຼາຍປີ ຢູ່​ພະ​ແນກການ ສຶກສາ ວິຈິດສິນ ຂອງ​ ວິ​ທະ​ຍາ​ໄລ ສິລະປະ ​ຮ່າ​ໂນ້ຍ. ​ປັດຈຸ​ບັນ, ​ໃນ​ຂະ​ນະ​ທີ່​ດຳລົງ​ຕຳ​ແໜ່​ງ​ເປັນ​ຜູ້ອຳນວຍ ການ​ໂຮງຮຽນ​ປະຖົມ ຫຼິ໊ງນາມ (ຮ່າ​ໂນ້ຍ), ທ່ານ​ນາງ ເຮື່ອງ ຍັງຄົງ​ໃຊ້​ເວລາສ່ວນ​ຫຼາຍ​ເພື່ອ​ແຕ້ມຮູບ.

ງານ​ວາງສະ​ແດງ ການ​ເດີນ​ທາງ​ເພື່ອ​ຊີວິດ ​ແລະ ຄວາມ​ຮັກ -2024” ຂອງ​ນາຍຄູ ​ຖຸຍເຮື່ອງ ​ໄດ້​ດຶງ​ດູດ​ມວນຊົນ ທ່ີມັກຮັກ ​ສິລະ​ປະ​ ເຂົ້າຊົມ ເປັນ​ຈຳນວນຫຼວງ​ຫຼາຍ. 

ໃນ​ງານ​ວາງສະ​ແດງ​ຮູບ​ແຕ້ມ ໃນຫົວຂໍ້ “​ການເດີນ​ທາງ​ເພື່ອ​ຊີວິດ ​ແລະ ຄວາມ​ຮັກ - 2024” ຂອງ​ ນາຍຄູ ຖຸຍເຮື່ອງ ​ໄດ້​ຈັດ​ຂຶ້ນ​ຢູ່​ຫ້ອງ​ວາງສະ​ແດງ ໂງກວ່ຽນ (ຮ່າ​ໂນ້ຍ), ຈຸດ​ທີ່​ດຶງ​ດູດ​ໃຈ​ທ່ານຜູ້ຊົມ​ຫຼາຍ ທີ່ສຸດ ແມ່ນບັນດາຜົນງານການປະດິດແຕ່ງ ໃນຫົວຂໍ້ ດອກ ບົວ ສົ່ງກິ່ນຫອມຫວນ.

ນາຍຄູ ຖຸຍເຮື່ອງ ໃຫ້ຮູ້ວ່າ: ຂ້າພະເຈົ້າໄດ້ແຕ້ມຮູບ ດອກບົວ ຕັ້ງ ແຕ່ປີ 2018 ແລະ ແຕ້ມຫຼາຍທີ່ສຸດໃນປີ 2019. ຮູບແຕ້ມ ດອກ ບົວ ແຕ່ລະແຜ່ນ ລ້ວນແຕ່ເປັນເລື່ອງລາວ, ການພົບປະ ແລະ ຄວາມຊົງຈຳໜຶ່ງ. ບາງ​ຄົນ​ເຫັນ​ຮູບ​ແຕ້ມ​ຂອງ​ຂ້າ​ພະ​ເຈົ້າ​ແລ້ວ​ເວົ້າ​ວ່າ ​ມັນ​ເບິ່ງ​ຄື​ເດັກ​ນ້ອຍຫຼາຍ, ບາງ​ຄົນ​ເວົ້າ​ວ່າ ​ມັນ​ຍັງ​ໜຸ່ມນ້ອຍ, ບາງ​ຄົນ​ເວົ້າ​ວ່າ ​ມັນ​ສົດໃສໂພດ. ແຕ່ສຳລັບຂ້າພະເຈົ້າແມ່ນ ມັກສີ ທີ່ສົດໃສ, ຊັດເຈນ ແລະ ແຕກຕ່າງກັນດ້ວຍ 3 ສີ ຕົ້ນຕໍຄື: ໂທນສີ ທ່ີອົບອຸ່ນ, ເຢັນ ແລະ ໂທນກາງ ທີ່ເປັນຕົວແທນຂອງ ອະດີດ, ປັດ ຈຸບັນ ແລະ ອະນາຄົດ ຂອງ ຊີວິດ ທີ່ມີ ຢູ່ບົນໂລກໃບນີ້”. 

 


ຮູບແຕ້ມ ດອກບົວ ຂອງນາຍຄູ ​ຖຸຍເຮື່ອງ ແມ່ນຕິດພັນ ກັບ ມໍລະ ດົກ ສະຖາປັດຕະຍະກຳ ຂອງ ຫວຽດນາມ.

ເປັນການຍາກ​ທີ່​ຈະ​ບັນລະຍາຍ​ເຖິງ​ຄວາມຮູ້ສຶກ​ທັງ​ໝົດ​ເມື່ອ​ເບິ່ງ​ຮູບ​ແຕ້ມ​ຂອງ​ທ່ານ​ນາງ ເຮື່ອງ, ​ເນື່ອງຈາກ​ມີສີສັນ ທ່ີມີ​ພະລັງ​ງານ ​ແລະ ຄວາມ​ອົບ​ອຸ່ນ ທີ່ນັກ​ຈິດຕະກອນ ​ແລະ ອາຈານ​ຜູ້​ນີ້​ ຝັງນໍ້າ ໃຈ​ ແລະ ​​ຈິດ​ວິນ​ຍານ​ ຂອງ​ຕົນເຂົ້າໃນຮູບແຕ້ມ.

ສິ່ງ​ທີ່​ພິ​ເສດ​ກ່ຽວ​ກັບ​​ດອກ​ບົວ ​ໃນ​ຮູບ​ແຕ້ມ ​ຂອງ​ ເພິ່ນຄື ດອກບົວ ໄດ້ຕິດ​ພັນ​ກັບ​ຫຼາຍ​ໆ ສິ່ງ​, ນັ້ນແມ່ນຕິດພັນກັບ​ມໍ​ລະ​ດົກ, ທຳ​ມະ​ຊາດ, ຜູ້ຄົນຫວຽດ​ນາມ. ດອກ​ບົວ ຕາມ​ທັດສະນະ ​ຂອງ​ ຄູ ຄົນ ໜຶ່ງ, ຜົນງານ​ການປະດິດແຕ່ງ ຂອງ ​ທ່ານນາງ ຖຸຍເຮື່ອງ ​ແມ່ນ​ສວຍ​ງາມ ດ້ວຍ​ສີສັນ​ສົດ​ໃສ​ເຊັ່ນ: ສີ​ເຫຼືອງ, ສີອິດ, ສີຂາວ ​ແລະ ຕິດ​ພັນ​ກັບສັດ, ທຳ​ມະ​ຊາດ, ກົດເກນຂອງ​ມະນຸດ ​ແລະ ຜືນ​ແຜ່ນ ດິນ. ທັງໝົດປະສານເຂົ້າກັນ ກາຍເປັນການເດີນທາງຂອງມະນຸດ ທີ່ອຸດົມສົມບູນ ແລະ ເລິກເຊິ່ງຂອງ “ການດໍາລົງຊີວິດແລະ ຄວາມ ຮັກ”.

 

ຊົມ ຕ່າງຫຼົງໄຫຼ ໃນຮູບແຕ້ມ ​ດອກ​ບົວ ​ຂອງ ນາຍຄູ ​ຖຸຍເຮື່ອງ.
ເດັກ​ໆ ທີ່​ຮັກສິ​ລະ​ປະ ​ເຂົ້າເບິ່ງຮູບແຕ້ມ​ດອກ​ບົວ ​ຂອງ ນາຍຄູ ​ຖຸຍເຮື່ອງ.

ຊົມ​ພາບ​ແຕ້ມ​ ຂອງ ​ທ່ານນາງ ຖຸຍເຮື່ອງ - ປະທານ​ສະມາຄົມ​ເພື່ອນມໍ​ລະ​ດົກ ​ຫວຽດນາມ (FVH) ​ກ່າວ​ວ່າ: ດອກ​ບົວ ແມ່ນ​ປະ ເພດດອກ​ໄມ້ ​ທີ່​ຂ້າພະ​ເຈົ້າ​ມັກ ແລະ ຂ້າພະ​ເຈົ້າ​ຕິດ​ໃຈ​ກັບ​ດອກ​ບົວ​ຂອງ ​ນາຍຄູ ຖຸຍເຮື່ອງ ​ຈາກມຸມມອງ​ທີ່​ອ່ອນ​ໂຍນ. ​ໃນ​ຮູບ​ແຕ້ມ ​ຂອງ​ ເພິ່ນ ມີ​ສັດ​ບາງ​ຊະນິດ​ ທີ່​ຢູ່​ໃກ້​ກັບ​ຊີວິດ ​ຂອງ​ ມະນຸດ, ນອກ ນັ້ນ ຍັງມໍລະດົກ​ວັດທະນະທຳ ​ຂອງ​ ຫວຽດນາມ ​ຫຼາຍ​ແຫ່ງ​ຄື: ວັດ ເທຫຸກ, ກຳແພງ ໂກລວາ, ຂົວ ຈ່າງຕ່ຽນ (ເຫວ້) ​ແມ່ນ​ສະ ຖານ​ທີ່ ​ທີ່​ຂ້າພະ​ເຈົ້າ​ເຄີຍ​ໄປ. ຂ້າພະ​ເຈົ້າ​ເຫັນ​ວ່າ ບັນດາ​ຮູບແຕ້ມ​ຂອງ ​ທ່ານນາງ ຖຸຍເຮື່ອງ ເບິ່ງ​ຄື​ວ່າ​ ລຽບ​ງ່າຍ ​ແຕ່​ແຝງໄປດ້ວຍ ຄວາມ ຮູ້ສຶກເລິກ​ເຊິ່ງຢູ່ຂ້າງໃນ, ນັບແຕ່​ຄວາມ​ຮັກ​ ທ່ີມີຕໍ່​ທຳ​ມະ​ຊາດ​ ຂອງ ປະ​ເທດ​ຊາດ, ​ໄປເຖິງ​ຄວາມ​ຮັກ​​​ຕໍ່ຊີວິດ, ຮູບແຕ້ມເຫຼົ່າ ນີ້ ລ້ວນ​ມີຄວາມຊາບຊຶ້ງໃຈຢ່າງຍິ່ງ”.

ບົດ: ເງິນຮ່າ/VNP- ພາບ: ແຄ໋ງລອງ - ແປໂດຍ: ຢືຟຽນ 


top