ຍາຈາງ ພັດທະນາການທ່ອງທ່ຽວ ຕິດພັນກັບບັນດາເຫດການກິລາ
ໃນຊຸມປີມໍ່ໆ ມານີ້, ແຂວງ ແຄ໋ງຮ່ວາ ໄດ້ເປັນເຈົ້າການຊຸກຍູ້ຮູບແບບການທ່ອງທ່ຽວກິລາ ຜ່ານການເປັນເຈົ້າພາບຈັດເຫດການຂະໜາດໃຫຍ່ຢ່າງຕໍ່ເນື່ອງ ເຊັ່ນ: ການແຂ່ງຂັນແລ່ນ ມາຣາທອນ, ເທສະການລອຍນໍ້າທະເລສາກົນ, ການແຂ່ງຂັນເຮືອໃບ ແລະ ບັນດາກິດຈະກຳກິລາຢູ່ຕາມຊາຍຫາດ. ການປະສົມປະສານອັນໂດດເດັ່ນນີ້ ບໍ່ພຽງແຕ່ຊ່ວຍຍືດເວລາພັກເຊົາ ຂອງນັກທ່ອງທ່ຽວເທົ່ານັ້ນ ແຕ່ຍັງເປີດຊ່ອງທາງແຫ່ງການບັນເທີງທີ່ດີຕໍ່ສຸຂະພາບ, ມີຄວາມຂະຫຍັນຂັນເຄື່ອນ, ດຶງດູດກຸ່ມນັກທ່ອງທ່ຽວໄວໜຸ່ມ ແລະ ນັກທ່ອງທ່ຽວສາກົນ ທີ່ມີກຳລັງການໃຊ້ຈ່າຍສູງ ຢ່າງແຮງກ້າ.
ຢູ່ຕາມຊາຍຫາດລຽບຕາມເສັ້ນທາງ ເຈິ່ນຝູ, ນັກທ່ອງທ່ຽວສາມາດເຫັນພາບພົດຂອງຜູ້ຄົນນັບພັນຄົນ ທີ່ເຂົ້າຮ່ວມບັນດາປະເພດ ກິລາຜະຈົນໄພ ທາງນ້ຳຢ່າງຟົດຟື້ນ ເຊັ່ນ: ພາລາມໍເຕີ, ໂມໂຕສະກີນ້ຳ, ການພາຍເຮືອຢືນ (SUP) ຫຼື ບານສົ່ງຊາຍຫາດ. ການພັດທະນາການທ່ອງທ່ຽວ ຕິດພັນກັບເສດຖະກິດກິລາ ບໍ່ພຽງແຕ່ປະກອບສ່ວນຍົກສູງສຸຂະພາບຂອງຊຸມຊົນ, ໂຄສະນາພາບພົດຂອງ ຍາຈາງ ທີ່ຂະຫຍັນຂັນເຄື່ອນ ແລະ ເປັນມິດເທົ່ານັ້ນ ແຕ່ຍັງແມ່ນໄມ້ງັດອັນສຳຄັນ ຊ່ວຍໃຫ້ການທ່ອງທ່ຽວ ແຄ໋ງຮ່ວາ ບຸກທະລຸ, ຢືນຢັນຖານະບົດບາດຍີ່ຫໍ້ ຈຸດໝາຍປາຍທາງຊັ້ນນຳ ຢູ່ເທິງແຜນທີ່ການທ່ອງທ່ຽວໂລກ.


