ຈາກສູນກາງທາງເສດຖະກິດ ໄປສູ່ສູນກາງທາງການເງິນສາກົນ

ຈາກສູນກາງທາງເສດຖະກິດ ໄປສູ່ສູນກາງທາງການເງິນສາກົນ

ຈາກສູນກາງທາງເສດຖະກິດ ທີ່ເຄື່ອນໄຫວຢ່າງຂະຫຍັນຂັນ ເຄື່ອນ ຂອງ ຫວຽດນາມ,  ນະຄອນ ໂຮ່ຈີມິນ  ພວມກ້າວເຂົ້າສູ່ ການພັດທະນາໃໝ່ ດ້ວຍຄວາມມຸ່ງໝັ້ນ ທີ່ຈະກາຍເປັນຈຸດເຊື່ອມ ຕໍ່ທາງການເງິນສາກົນ ໃນອາຊີຕາເວັນອອກສ່ຽງໃຕ້. ການສ້າງ ຕັ້ງສູນກາງການເງິນ ສາກົນ ຫວຽດນາມ ຢູ່ນະຄອນ ໂຮ່ຈີມິນ (VIFC-HCMC) ຄາດວ່າ ຈະເປີດໂອກາດ ການພັດທະນາໃໝ່, ເປັນສູນລວມ ຂອງ ແຫຼ່ງທຶນ, ເຕັກໂນໂລຊີ ທາງການເງິນ ແລະ ຂໍ້ລິເລີ່ມ ນະວັດຕະກໍາ ລະດັບໂລກ.

ພື້ນທີ່ການເງິນໃໝ່ ແຄມຝັ່ງແມ່ນ້ຳ ໄຊງ່ອນ

ດ້ວຍບົດບາດເປັນຫົວຈັກຂັບເຄື່ອນເສດຖະກິດ ຂອງ ຫວຽດນາມ, ປັດຈຸບັນ ນະຄອນໂຮ່ຈີມິນ ໄດ້ປະກອບສ່ວນປະມານ 22 - 23% ຂອງ GDP ແລະ ເກືອບ 27% ຍອດລາຍຮັບງົບປະມານ ແຫ່ງ ຊາດ. ນະຄອນແຫ່ງນີ້ ຍັງເປັນບ່ອນເຕົ້າໂຮມ ບັນດາການ ຈັດຕັ້ງ ທາງການເງິນ, ທະນາຄານ, ບໍລິສັດຫຼັກຊັບ ແລະ ວິສາຫະກິດ ເຕັກໂນໂລຊີ ການເງິນ (Fintech) ສ່ວນໃຫຍ່ ຂອງ ປະເທດ.

ອາຄານການເງິນ Bitexco (ອາຄານສູງສຸດ) ຢູ່ນະຄອນ ໂຮ່ຈີມິນ. ພາບ: ຫງວຽນລວນ/VNP

ໃນສະພາບການ ທີ່ກະແສທຶນສາກົນ ພວມຍົກຍ້າຍຢ່າງແຂງແຮງ ມາສູ່ ອາຊີ ແລະ ການແຂ່ງຂັນ ລະຫວ່າງສູນການເງິນຕ່າງໆ ນັບ ມື້ເພີ່ມຂຶ້ນ, ນະຄອນ ໂຮ່ຈີມິນ ໄດ້ຕັ້ງເປົ້າໝາຍ ບໍ່ພຽງແຕ່ຮັກສາ ບົດບາດເປັນໃຈກາງ ທາງເສດຖະກິດແຫ່ງຊາດເທົ່ານັ້ນ, ແຕ່ຍັງ ຄ່ອຍໆ ເຂົ້າຮ່ວມຢ່າງເລິກເຊິ່ງ ກວ່າເກົ່າ ເຂົ້າໃນເຄືອຂ່າຍ ການ ເງິນໂລກ.  

ເມື່ອເບິ່ງຈາກມຸມສູງ, ເຂດໃຈກາງໃນປັດຈຸບັນ ຂອງ ນະຄອນ ໂຮ່ຈີມິນ ແລະ ເຂດເມືອງໃໝ່ ຖູທຽມ ໄດ້ສ້າງເປັນພື້ນທີ່ ການພັດ ທະນາທີ່ທັນສະໄໝ ແຄມຝັ່ງແມ່ນ້ຳ ໄຊງ່ອນ. ບັນດາຕຶກອາຄານ ສູງ, ລະບົບຄົມມະນາຄົມໃໝ່ ພ້ອມກັບເສັ້ນທາງ ລົດໄຟຟ້າ Metro ເລກ 1 ຈາກ ເບັ໋ນແທ່ງ - ຊ໋ວຍຕຽນ ພວມປະກອບສ່ວນ ສ້າງໂສມໜ້າ ຂອງ ຕົວເມືອງ ທີ່ມຸ່ງໄປສູ່ ມາດຖານສາກົນ.  

ໃນໄລຍະປີ 2025 - 2026, ໂຄງການ VIFC-HCMC ຈະກ້າວ ເຂົ້າສູ່ໄລຍະ ການຈັດຕັ້ງປະຕິບັດ ທີ່ສໍາຄັນ ໂດຍມີພື້ນຖານທາງ ດ້ານນິຕິກໍາ ທີ່ໄດ້ຮັບການປັບປຸງ ໃຫ້ສົມບູນ ຜ່ານບັນດານະໂຍ ບາຍໃໝ່ຂອງລັດ. VIFC-HCMC ໄດ້ຮັບການກຳນົດ ທິດທາງ ເພື່ອພັດທະນາໃຫ້ກາຍເປັນ ລະບົບນິເວດການເງິນ ທີ່ທັນສະ ໄໝ, ເຊື່ອມຕໍ່ເຂດໃຈກາງ ນະຄອນ ກັບເຂດ ຖູທຽມ ແລະ ແລວ ທາງການພັດທະນາ ລຽບຕາມແມ່ນ້ຳ ໄຊງ່ອນ.

 

ສຳນັກງານໃຫ່ຍ ຂອງ ຕະຫຼາດຫຼັກຊັບ ນະຄອນ ໂຮ່ຈີມິນ - ເຊິ່ງເປັນຕະຫຼາດຫຼັກຊັບ ທີ່ໃຫຍ່ທີສຸດ ຢູ່ຫວຽດນາມ. ພາບ: ເຮື໋ອຈຸງ/VNA
ລະບົບນິເວດການຄ້າ, ການບໍລິການ ທີ່ທັນສະໄໝ ແມ່ນ ໜຶ່ງໃນບັນດາກຳລັງໜູນ ຊຸກຍູ້ການເຕີບໂຕທາງດ້ານ ເສດຖະ ກິດ ແລະ ການບໍລິໂພກ ຂອງນະຄອນ ໂຮ່ຈີມິນ. ພາບ: ຫງວຽນລວນ/VNP

ບໍ່ພຽງແຕ່ເປັນບ່ອນເຕົ້າໂຮມ ຂອງ ບັນດາສະຖາບັນການເງິນ ແບບດັ້ງເດີມເທົ່ານັ້ນ, ສູນການເງິນໃໝ່ແຫ່ງນີ້ ຍັງມຸ່ງໄປສູ່ ຮູບ ແບບການປະສົມປະສານ ລະຫວ່າງ ການເງິນ, ເຕັກໂນໂລຊີ ແລະ ນະວັດຕະກໍາ. ຂົງເຂດຕ່າງໆ ເຊັ່ນ: Fintech, Blockchain, ການເງິນສີຂຽວ, ຂໍ້ມູນຂະໜາດໃຫຍ່ ແລະ ການຊຳລະເງິນ ແບບ ດີຈີຕອນ ໄດ້ຮັບການກຳນົດວ່າ ເປັນກຳລັງຂັບເຄື່ອນທີ່ສຳຄັນ ໃນຂະບວນການສ້າງ ລະບົບນິເວດທາງການເງິນແຫ່ງອະນາຄົດ.

ວິໄສທັດຍຸດທະສາດ - ເຊື່ອມຕໍ່ທົ່ວໂລກ

ເພື່ອສ້າງສູນການເງິນ ທີ່ມີຄວາມສາມາດແຂ່ງຂັນ ໃນລະດັບ ສາ ກົນ, ນະຄອນ ໂຮ່ຈີມິນ ພວມສຸມໃສ່ພັດທະນາ ບັນດາປັດໄຈ ດ້ານນິຕິກໍາ, ພື້ນຖານໂຄງລ່າງ, ແຫຼ່ງຊັບພະຍາກອນມະນຸດ ແລະ ເຕັກໂນໂລຊີ ໃຫ້ມີຄວາມຄົບຊຸດ. ກົນໄກການທົດລອງ ແບບມີ ການຄວບຄຸມ (Sandbox), ຮູບແບບອະນຸຍາໂຕ ຕຸລາການ ສາ ກົນ ແລະ ບັນດາມາດຕະການ ປັບປຸງ ສະພາບແວດລ້ອມການ ລົງທຶນ ພວມໄດ້ຮັບການຄົ້ນຄວ້າ ເພື່ອສ້າງເງື່ອນໄຂ ອຳນວຍ ຄວາມສະດວກ ໃຫ້ແກ່ບັນດາກິດຈະກຳ ການເງິນໃໝ່.

ພິທີລັ່ນຄ້ອງ ເປີດການຊື້ - ຂາຍຫຸ້ນ ຕ້ອນຮັບລະດູບານ ໃໝ່ ຢູ່ຕະຫຼາດຫຼັກຊັບ ນະຄອນ ໂຮ່ຈີມິນ. ພາບ: ເຮື໋ອຈຸງ/VNA
ລູກຄ້າ ຕິດຕາມການຜັນຜວນ ຂອງ ລາຄາ ຫຸ້ນ ທີ່ຈົດທະ ບຽນ ໃນຕະຫຼາດຫຼັກຊັບ ນະຄອນ ໂຮ່ຈີມິນ. ພາບ: ເຮື໋ອຈຸງ/VNA

 

ຄຽງຄູ່ກັນນັ້ນ, ລະບົບພື້ນຖານໂຄງລ່າງ ຄົມມະນາຄົມ ພວມໄດ້ ຮັບການເປີດກວ້າງ ໂດຍມີເສັ້ນທາງລົດໄຟຟ້າ Metro ເລກ 1 ທີ່ ໄດ້ເປີດການນໍາໃຊ້ແລ້ວ, ເສັ້ນທາງວົງແຫວນ, ທາງດ່ວນເຊື່ອມຕໍ່ ພາກພື້ນ ແລະ ສະໜາມບິນ ສາກົນ ລອງແທ່ງໃນອະນາຄົດ, ເຊິ່ງ ຈະປະກອບສ່ວນ ຍົກສູງຄວາມສາມາດ ໃນການເຊື່ອມຕໍ່ ຂອງ ນະຄອນ ກັບພາກພື້ນ ແລະ ໂລກ.  

ການຂະຫຍາຍຕົວຢ່າງໄວວາ ຂອງ ເສດຖະກິດ ດີຈີຕອນ, ການ ຊຳລະເງິນ ແບບບໍ່ໃຊ້ເງິນສົດ ແລະ ຕະຫຼາດທຶນ ພວມສ້າງ ພື້ນ ຖານອັນສຳຄັນ ໃຫ້ແກ່ຂະບວນການຫັນປ່ຽນນີ້. ສິ່ງເຫຼົ່ານີ້ແມ່ນ ຂໍ້ໄດ້ປຽບ ທີ່ຊ່ວຍໃຫ້ນະຄອນໂຮ່ຈີມິນ ຄ່ອຍໆ ຍົກສູງຄວາມສາ ມາດ ໃນການແຂ່ງຂັນ ພາຍໃນພາກພື້ນ.

ປະຊາຊົນ ແລະ ນັກທ່ອງທ່ຽວ ຈັບຈ່າຍຊື້ເຄື່ອງ ຢູ່ສູນການ ຄ້າ ທີ່ທັນສະໄໝແຫ່ງໜຶ່ງ ໃນນະຄອນ ໂຮ່ຈີມິນ. ພາບ: ຫງວຽນລວນ/VNP

ເຖິງວ່າ ຈະຕ້ອງປະເຊີນໜ້າ ກັບການແຂ່ງຂັນຈາກສູນການເງິນ ໃຫຍ່ໆ ເຊັ່ນ: ສິງກະໂປ ຫຼື ຮົ່ງກົງ (ສປ ຈີນ), ແຕ່ນະຄອນ ໂຮ່ຈີ ມິນ ກໍ່ມີຂໍ້ໄດ້ປຽບສະເພາະຂອງ ຕົນເອງ: ມີພື້ນຖານ ເສດຖະກິດ ທີ່ເຄື່ອນໄຫວຢ່າງມີຊີວິດຊີວາ, ມີຊຸມຊົນ ວິສາຫະກິດ ຂະໜາດ ໃຫຍ່, ມີແຫຼ່ງຊັບພະຍາກອນມະນຸດທີ່ໜຸ່ມແໜ້ນ ແລະ ມີຄວາມ ສາມາດໃນການປັບຕົວໄດ້ໄວ ກັບທ່າອ່ຽງໃໝ່ໆ.  

ການສ້າງຕັ້ງ VIFC-HCMC ບໍ່ພຽງແຕ່ແມ່ນບາດກ້າວ ແຫ່ງການ ພັດທະນາ ຍຸດທະສາດ ຂອງ ນະຄອນເທົ່ານັ້ນ, ແຕ່ຍັງແມ່ນໂອ ກາດ ເພື່ອໃຫ້ ຫວຽດນາມ ຍົກສູງບົດບາດ ແລະ ຖານະຂອງຕົນ ໃນເຄືອຂ່າຍການເງິນໂລກ, ມຸ່ງໄປສູ່ພື້ນຖານເສດຖະກິດ ທີ່ມີ ການເຊື່ອມໂຍງ, ສ້າງສັນ ແລະ ພັດທະນາຢ່າງຍືນຍົງ.

ບົດ: ຈຸງແຄ໋ງ - ພາບ: ຫງວຽນລວນ/VNP, VNA


top