ຈາກວິໄສທັດ ຂອງ ພັກ ສູ່ໂສມໜ້າຕົວເມືອງໃໝ່: ຂີດໝາຍ ຂອງ ສະຖາປະນິກ ເຈິ່ນຫງອກຈິ໋ງ
ຈາກວິໄສທັດຂອງພັກ ກ່ຽວກັບການພັດທະນາ ລະບົບຕົວເມືອງ ແບບ ຍືນຍົງ, ຂີດໝາຍ ຂອງ ສະຖາປະນິກ ເຈິ່ນຫງອກຈິ໋ງ ໄດ້ສະແດງອອກ ຜ່ານແນວຄິດດ້ານສະຖາບັນ ແລະ ຍຸດທະສາດ ການຈັດສັນເນື້ອທີ່ໃນ ໄລຍະຍາວ. ເສັ້ນທາງທີ່ທ່ານເລືອກ ໄດ້ສະທ້ອນໃຫ້ເຫັນເຖິງ ການຫັນ ປ່ຽນ ຂອງ ຫວຽດນາມ ຈາກການຄຸ້ມຄອງຕົວເມືອງ ຕາມລວງກວ້າງ ໄປ ສູ່ການພັດທະນາແບບຄົບຊຸດ ແລະ ການເຊື່ອມໂຍງ.
ນັກຍຸດທະສາດ ຜູ້ກຳນົດອະນາຄົດ ຕົວເມືອງ ຫວຽດນາມ
ໃນສະພາບການທີ່ ຫວຽດນາມ ພວມມີການຫັນປ່ຽນ ຢ່າງແຂງແຮງ ຈາກພື້ນຖານເສດຖະກິດ ລວມສູນ ໄປສູ່ການເຊື່ອມໂຍງ ເຂົ້າກັບ ຕະ ຫຼາດໂລກ ຢ່າງເລິກເຊິ່ງ, ພາລະກິດອາຊີບ ຂອງ ສະຖາປະນິກ ເຈິ່ນ ຫງອກຈິ໋ງ-ປະທານສະມາຄົມວາງແຜນ ພັດທະນາຕົວເມືອງ ຫວຽດ ນາມ, ອະດີດຮອງລັດຖະມົນຕີກະຊວງກໍ່ສ້າງ-ມີຄວາມໝາຍສຳຄັນ ເກີນກວ່າເລື່ອງລາວ ຂອງ ບຸກຄົນໃດໜຶ່ງ. ນັ້ນແມ່ນພາບຫຍໍ້ສ່ວນ ຂອງ ແນວຄິດການປະຕິຮູບ, ແມ່ນຄວາມພະຍາຍາມ ໃນການສ້າງພື້ນຖານ ດ້ານສະຖາບັນ ເພື່ອການພັດທະນາຕົວເມືອງແບບຍືນຍົງ ໃນໄລຍະ ຍາວ.
ສະຖາປະນິກ ເຈິ່ນຫງອກຈິ໋ງ ເປັນທີ່ຮູ້ຈັກໃນວົງການວິຊາການ ບໍ່ແມ່ນ ຜ່ານຜົນງານ ການອອກແບບອາຄານສະເພາະໃດໜຶ່ງ, ແຕ່ແມ່ນຜ່ານ “ຜົນງານດ້ານສະຖາບັນ”-ເຊິ່ງແມ່ນລະບົບນະໂຍບາຍ, ຂອບ ກົດ ໝາຍ ແລະ ທິດທາງການຈັດສັນເນື້ອທີ່ ທີ່ປະກອບສ່ວນ ກຳນົດ ໂສມ ໜ້າຕົວເມືອງ ຫວຽດນາມ ຜ່ານຫຼາຍໄລຍະການພັດທະນາ.
ທ່ານເປັນນັກສຶກສາ ສະຖາປັດຕະຍະກຳ ຮຸ່ນທຳອິດ ຂອງ ມະຫາວິທະ ຍາໄລ ກໍ່ສ້າງ ທີ່ແຍກຕົວອອກຈາກ ມະຫາວິທະຍາໄລ ສັບພະວິຊາ ໃນ ປີ 1966, ສະຖາປະນິກ ເຈິ່ນຫງອກຈິ໋ງ ໄດ້ເລືອກເສັ້ນທາງ ທີ່ຕິດພັນ ກັບການຄຸ້ມຄອງ ແລະ ວາງແຜນຜັງ ໃນລະດັບ ມະຫາພາກ ແຕ່ຫົວ ທີ. ແທນທີ່ຈະສຸມໃສ່ການອອກແບບ ສະຖາປັດຕະຍະກຳທົ່ວໄປ, ທ່ານ ໄດ້ສຸມໃສ່ການວາງແຜນຜັງ ແລະ ພັດທະນາ ຕົວເມືອງ ໃນລະດັບຊາດ ໂດຍມີຂີດໝາຍສຳຄັນ ແມ່ນໄລຍະ ທີ່ດຳລົງຕຳແໜ່ງເປັນຫົວໜ້າສະ ຖາບັນວາງແຜນຜັງ ຕົວເມືອງ ແລະ ຊົນນະບົດແຫ່ງຊາດ ແຕ່ປີ 2001 ເປັນຕົ້ນມາ.
ໃນທັດສະນະ ຂອງ ຄູ່ຮ່ວມງານ ແລະ ຊ່ຽວຊານສາກົນ ຫຼາຍທ່ານ, ທ່ານ ແມ່ນຕົວແທນໃຫ້ແກ່ແນວຄິດໃໝ່ ຂອງ ຫວຽດນາມ ໃນຂະແໜງ ການຕົວເມືອງ: ຫັນຈຸດສຸມ ຈາກຄວາມໄວ ຂອງ ການຫັນເປັນຕົວ ເມືອງ ໄປສູ່ຄຸນນະພາບ ຂອງ ການພັດທະນາ, ຄວາມຍືນຍົງ ແລະ ຄວາມສາມາດ ໃນການປັບຕົວ ຂອງ ລະບົບຕົວເມືອງ ຕໍ່ກັບການຜັນ ແປ ດ້ານເສດຖະກິດ-ສັງຄົມ.
ສະຖາປະນິກ ເຈິ່ນຫງອກຈິ໋ງ ເຫັນວ່າ ສິ່ງທ້າທາຍ ທີ່ໃຫຍ່ທີ່ສຸດ ໃນປັດ ຈຸບັນ ບໍ່ແມ່ນແຫຼ່ງທຶນ ຫຼື ເຕັກໂນໂລຊີ, ແຕ່ແມ່ນຂໍ້ຈຳກັດ ດ້ານສະຖາ ບັນ ແລະ ກົດໝາຍ. ຈາກພຶດຕິກຳຕົວຈິງນັ້ນ, ທ່ານ ໄດ້ເນັ້ນໜັກ ຢູ່ ເລື້ອຍໆ ກ່ຽວກັບຄວາມຕ້ອງການ ໃນການ ບຸກທະລຸ ດ້ານສະຖາບັນ, ປັບປຸງຂອບກົດໝາຍ ໃຫ້ຄົບຊຸດຄື ພື້ນຖານໃຫ້ແກ່ ການພັດທະນາຕົວ ເມືອງແບບຍືນຍົງ. ຄວາມບໍ່ຄົບຊຸດລະຫວ່າງ ກົດໝາຍທີ່ສຳຄັນເຊັ່ນ: ກົດໝາຍວ່າດ້ວຍການວາງແຜນຜັງ, ກົດໝາຍ ວ່າດ້ວຍການລົງທຶນ ຫຼື ກົດໝາຍວ່າດ້ວຍ ທີ່ດິນ, ຕາມທັດສະນະ ຂອງ ທ່ານ ແມ່ນງ່າຍທີ່ຈະ ເຮັດໃຫ້ເກີດຄວາມຊ້ຳຊ້ອນ ແລະ ຄວາມສ່ຽງຕໍ່ບັນດາໂຄງການ ໄລຍະ ຍາວ. ວິທີການເຂົ້າຫາແບບນີ້ ມີຄວາມໝາຍພິເສດສຳລັບນັກລົງທຶນ ຕ່າງປະເທດ, ເພາະສະພາບແວດລ້ອມ ດ້ານກົດໝາຍທີ່ຊັດເຈນ, ໂປ່ງ ໃສ ແລະ ສະຖຽນລະພາບ ແມ່ນເງື່ອນໄຂເບື້ອງຕົ້ນ ເພື່ອດຶງດູດ ແລະ ຮັກສາ ກະແສທຶນລົງທຶນ ທີ່ມີຄຸນນະພາບສູງ.
ຕາມການຕີລາຄາ ຂອງ ທ່ານ, ວຽກງານການວາງແຜນຜັງຕົວເມືອງ ໃນປັດຈຸບັນ ພວມໄດ້ຮັບການຊີ້ນຳຢ່າງໃກ້ຊິດ ແລະ ມີວິໄສທັດ ຍຸດທະ ສາດ ຈາກພັກ, ເຊິ່ງສະແດງອອກ ຜ່ານມະຕິເລກທີ 06 ກ່ຽວກັບການ ພັດທະນາລະບົບຕົວເມືອງ ຫວຽດນາມ ແບບຍືນຍົງ ຮອດປີ 2035, ວິໄສທັດຮອດປີ 2045. ການຊີ້ນຳນີ້ ແມ່ນສອດຄ່ອງ ກັບຄວາມຕ້ອງ ການພັດທະນາ ຂອງ ແຕ່ລະໄລຍະ, ແຕ່ລະທ້ອງຖິ່ນ, ທັງຍັງກ້າວທັນ ກັບ ທ່າອ່ຽງລວມ ຂອງ ໂລກ, ໃນຂະນະທີ່ ຫວຽດນາມ ເຊື່ອມໂຍງເຂົ້າ ກັບ ສາກົນ ຢ່າງກວ້າງຂວາງ.
ນອກຈາກນັ້ນ, ສະຖາປະນິກ ເຈິ່ນຫງອກຈິ໋ງ ຍັງໄດ້ໃຫ້ຄວາມສົນໃຈ ຫຼາຍ ຕໍ່ບັນຫາຕົວເມືອງ ອັດສະລິຍະ ໃນສະພາບການ ທີ່ລັດຖະບານ ອອກດຳລັດ 269/2025/NĐ-CP. ສຳລັບທ່ານແລ້ວ, ເຕັກໂນໂລຊີ ຈະ ມີປະສິດທິຜົນແທ້ຈິງ ເມື່ອຖືກວາງໄວ້ໃນຂອບ ການບໍລິຫານ ທີ່ທັນສະ ໄໝ, ມີມາດຕະຖານ ທີ່ຊັດເຈນ ແລະ ມີຄວາມສາມາດໃນການປັບຕົວ ສູງ.
ຢັ້ງຢືນຖານະ ໃນລະດັບສາກົນ ແລະ ສ້າງມາດຕະຖານໃໝ່
ວິໄສທັດ ຂອງ ສະຖາປະນິກ ເຈິ່ນຫງອກຈິ໋ງ ບໍ່ໄດ້ຢຸດຢູ່ພຽງແຕ່ ການ ປະຕິຮູບ ນະໂຍບາຍ ເທົ່ານັ້ນ, ແຕ່ຍັງຂະຫຍາຍ ໄປສູ່ ການກໍານົດ ໂຄງສ້າງ ເນື້ອທີ່ການພັດທະນາ ຂອງ ຊາດຄືນໃໝ່. ຕໍ່ໜ້າຄວາມກົດ ດັນ ດ້ານປະຊາກອນ ແລະ ພື້ນຖານໂຄງລ່າງທີ່ແອອັດ ໃນນະຄອນ ຫຼວງ ຮ່າໂນ້ຍ ແລະ ນະຄອນ ໂຮ່ຈີມິນ, ທ່ານໄດ້ສະເໜີຮູບແບບ ການ ພັດທະນາ ທີ່ສົມດຸນ ຍິ່ງຂຶ້ນ, ເສີມຂະຫຍາຍບົດບາດສໍາຄັນ ຂອງ ບັນ ດາຕົວເມືອງ ຂັ້ນແຂວງ ເພື່ອສ້າງກຳລັງຊຸກຍູ້ ການພັດທະນາ ແບບຍືນ ຍົງ ໃນຂອບເຂດກວ້າງຂວາງ.
ທ່ານ ຍັງໄດ້ເນັ້ນໜັກເຖິງ ການຂຸດຄົ້ນທ່າແຮງບົ່ມຊ້ອນ ສະເພາະ ຂອງ ແຕ່ລະເຂດແຄ້ວນ, ນັບແຕ່ເນື້ອທີ່ “ມີປ່າ, ມີທະເລ” ໄປເຖິງ ເງື່ອນໄຂ ພູມສັນຖານ ແລະ ຊັບພະຍາກອນ ທີ່ເປັນເອກະລັກ, ໂດຍຖືວ່າ ນີ້ແມ່ນ ພື້ນຖານ ເພື່ອສ້າງເປັນຈຸດເຕີບໂຕໃໝ່. ແນວຄິດນີ້ ໄດ້ສະແດງໃຫ້ເຫັນ ວິທີການວາງແຜນຜັງ ໂດຍອີງໃສ່ທ່າແຮງ ຂອງທ້ອງຖິ່ນ ແທນທີ່ຈະນຳ ໃຊ້ຮູບແບບທີ່ຕາຍຕົວ ໃຫ້ກັບທຸກທ້ອງຖິ່ນ.
ດ້ວຍການຕິດພັນ ກັບຂະບວນການພັດທະນາຕົວເມືອງ ຫວຽດນາມ ນັບແຕ່ຫຼັງປີ 1975 ເປັນຕົ້ນມາ, ສະຖາປະນິກ ເຈິ່ນຫງອກຈິ໋ງ ໄດ້ສ້າງ ຂີດໝາຍໄວ້ໃນຫຼາຍຜົນງານ ການວາງແຜນຜັງທົ່ວປະເທດ. ໃນນັ້ນ, ການວາງແຜນຜັງ ໂກນດາວ), ເຊິ່ງແມ່ນໜ້າທີ່ ທີ່ທ່ານໄດ້ ຮັບຜິດຊອບ ຕອນອາຍຸພຽງ 30 ປີກວ່າ ແມ່ນຄວາມຊົງຈຳທີ່ພິເສດ. ຈາກດິນແດນທີ່ ເຄີຍຕິດພັນກັບປະຫວັດສາດ ທີ່ໂຫດຮ້າຍ, ໂກນດາວ ໃນມື້ນີ້ໄດ້ກາຍ ເປັນສະຖານທີ່ທ່ອງທ່ຽວ ທີ່ມີຊື່ສຽງ, ສ້າງຄວາມຕື້ນຕັນໃຈ ໃຫ້ກັບ ທ່ານ ເມື່ອໄດ້ເບິ່ງຄືນ ເສັ້ນທາງທີ່ຜ່ານມາ.
ອີກຂີດໝາຍໜຶ່ງ ແມ່ນການວາງແຜນຜັງ ນະຄອນຫຼວງ ຮ່າໂນ້ຍ ສະ ບັບຂະຫຍາຍ ຫຼັງຈາກການຮວມເອົາແຂວງ ຮ່າໄຕ ເຂົ້ານຳ, ໃນຂະນະ ທີ່ທ່ານ ພວມດຳລົງຕຳແໜ່ງເປັນ ຮອງລັດຖະມົນຕີ ກະຊວງກໍ່ສ້າງ. ຕາມທັດສະນະ ຂອງ ທ່ານ, ການຂະຫຍາຍ ແມ່ນສິ່ງທີ່ ຈຳເປັນ ເພື່ອ ໃຫ້ ຮ່າໂນ້ຍ ພັດທະນາໃນຖານະເປັນຕົວເມືອງ ນະຄອນຫຼວງ ທີ່ມີຫຼາຍ ພາລະບົດບາດ, ເປັນສູນກາງ ທາງການເມືອງ, ເສດຖະກິດ, ວັດທະນະ ທຳ, ວິທະຍາສາດ-ເຕັກນິກ ແລະ ການພົວພັນສາກົນ ທ່ີມີເອກະລັກ ສະເພາະຕົວ ໃນລະບົບ ນະຄອນຫຼວງ ຕ່າງໆ ໃນໂລກ.
ການປະກອບສ່ວນຢ່າງບໍ່ຮູ້ອິດຮູ້ເມື່ອຍ ເຫຼົ່ານັ້ນ ໄດ້ຮັບການຍ້ອງຍໍ ດ້ວຍນາມມະຍົດ “ພົນລະເມືອງດີເດັ່ນ ຂອງ ນະຄອນຫຼວງ” ໃນປີ 2025. ສຳລັບ ສະຖາປະນິກ ເຈິ່ນຫງອກຈິ໋ງ, ການວາງ ແຜນຜັງຕົວເມືອງ ບໍ່ແມ່ນພຽງແຕ່ອາຊີບເທົ່ານັ້ນ, ແຕ່ແມ່ນພາລະກິດ ທີ່ຕິດພັນ ກັບການພັດທະນາ ຂອງ ປະເທດຊາດ ແລະ ຄວາມສຸກ ຂອງຄົນຫຼາຍຮຸ່ນຄົນ. ຜູ້ທີ່ເຮັດວຽກວາງແຜນຜັງ, ຕາມທັດສະນະ ຂອງ ທ່ານແລ້ວ, ແມ່ນຕ້ອງຜູ້ທ່ີເຂົ້າໃຈກົດໝາຍ, ປະຫວັດສາດ, ວັດທະນະທຳ, ທັງຕ້ອງ ນຳໃຊ້ ວິທະຍາສາດ-ເຕັກໂນໂລຊີ ເພື່ອໃຫ້ ບັນດາໂຄງການວາງແຜນຜັງ ບໍ່ໄດ້ມີຢູ່ພຽງແຕ່ໃນເຈ້ຍເທົ່ານັ້ນ, ແຕ່ສາມາດກາຍເປັນຈິງ ໃນຊີວິດຕົວຈິງ, ເພື່ອຮັບໃຊ້ປະຊາຊົນ ໃຫ້ດີທີ່ສຸດ.
ບົດ: ຖາວວີ - ພາບ: ກົງດາດ, ເອກະສານ - ແປໂດຍ: ບິກລຽນ










