ງານວາງສະແດງລະດູໃບໄມ້ຫຼົ່ນຄັ້ງທີ 1 - 2025: ຂົວຕໍ່ການຄ້າ, ເປີດກວ້າງການຮ່ວມມື
ຈາກບັນດາເຄື່ອງໝາຍການຄ້າລະດັບສາກົນ ເຖິງບັນດາວິສາ ຫະກິດ ຫວຽດນາມ, ງານວາງສະແດງ ລະດູໃບໄມ້ຫຼົ່ນ ຄັ້ງທີ 1- 2025 ພວມກາຍເປັນຈຸດນັດພົບທາງດ້ານເສດຖະກິດ-ວັດທະ ນະທຳ ທີ່ສຳຄັນໃນພາກພື້ນ. ບໍ່ພຽງແຕ່ແມ່ນສະຖານທີ່ວາງສະ ແດງຜະລິດຕະພັນເທົ່ານັ້ນ, ງານວາງສະແດງ ຍັງເປີດໂອກາດເຊື່ອມຕໍ່, ເປັນບ່ອນທີ່ແນວຄິດ, ເຕັກໂນໂລຊີ ແລະ ຄຸນຄ່າດັ້ງເດີມ ໄດ້ແຜ່ຂະຫຍາຍອອກໄປ, ສ້າງເປັນພາບ ແຫ່ງການເຊື່ອມໂຍງ ອັນຟົດຟື້ນ ຂອງ ຫວຽດນາມ ບົນແຜນ ທີ່ການຄ້າສາກົນ.
ຈັດຂຶ້ນທີ່ສູນວາງສະແດງ ຫວຽດນາມ (ຕາແສງ ດົງແອງ, ຮ່າໂນ້ຍ), ງານວາງສະແດງລະດູໃບໄມ້ຫຼົ່ນ ຄັ້ງທີ 1 - 2025 ພວມກາຍເປັນຈຸດນັດພົບ ທີ່ຄຶກຄື້ນຂອງຜູ້ມາຢ້ຽມຊົມ ທັງ ພາຍໃນ ແລະ ຕ່າງປະເທດ ນັບພັນໆ ຄົນໃນແຕ່ລະວັນ. ໂດດເດັ່ນໃນພື້ນທີ່ ວາງສະແດງ ແມ່ນເຂດຫ້ອງວາງສະແດງ ສາກົນ ທີ່ມີວິສາຫະກິດ ກວ່າ 100 ແຫ່ງ ມາຈາກບັນດາປະເທດ ASEAN, ສປ ຈີນ, ອົດສະຕຣາລີ, ຝຣັ່ງ..., ເຊິ່ງໄດ້ນຳມາ ຜະລິດຕະພັນ, ເຕັກໂນໂລຊີ ແລະ ໂອກາດ ການຮ່ວມມືໃໝ່.
ທ່ານ Michael Grace, ຜູ້ອຳນວຍການບໍລິຫານຂອງ Pedders Suspensions & Brakes (ອົດສະຕຣາລີ) ໄດ້ແບ່ງປັນວ່າ: “ໃນຖານະ ເປັນວິສາຫະກິດ ທີ່ມີການເຄື່ອນໄຫວ ກວ່າ 75 ປີ ຢູ່ ອົດສະຕຣາລີ, ພວກຂ້າພະເຈົ້າປາດຖະໜາ ທີ່ຈະຂະຫຍາຍຕະຫຼາດ ຢູ່ ຫວຽດນາມ. ຂ້າພະເຈົ້າ ປະທັບໃຈຫຼາຍ ຕໍ່ຄວາມສົນໃຈ ຂອງ ຜູ້ມາຢ້ຽມຊົມ ຕໍ່ບັນດາຜະລິດຕະພັນ ລະບົບຊ່ວງລ່າງ ແລະ ລະບົບເບກ ປະສິດທິພາບສູງ ຂອງບໍລິສັດ. ໂອກາດ ຢູ່ຕະຫຼາດ ຫວຽດນາມ ແມ່ນໃຫຍ່ຫຼວງຫຼາຍ”.
ຈາກປະເທດ ຝຣັ່ງ, ບໍລິສັດ Bretinov, ທີ່ສ້າງຕັ້ງຂຶ້ນໃນປີ 2013, ໄດ້ນຳຕ່ອງໂສ້ ຜະລິດອາຫານ ທີ່ໝູນໃຊ້ ເຕັກໂນໂລຊີ ທີ່ທັນສະ ໄໝ. ໃນປີ 2024, ວິສາຫະກິດ ໄດ້ເປີດໂຮງງານມ້ວນ ແໜມ ອັດຕະໂນມັດ ແຫ່ງທຳອິດ ຂອງ ໂລກ, ເຊິ່ງໄດ້ປະສົມປະສານ ລະຫວ່າງເຕັກນິກ ຂອງ ຝຣັ່ງ ແລະ ສິລະປະອາຫານການກິນ ອັນດີງາມ ຂອງ ຫວຽດນາມ.
ທ່ານ Laurent Aufret, ຜູ້ອຳນວຍການຝ່າຍທຸລະກິດ ຂອງ Bretinov ໄດ້ຕີລາຄາສູງ ຕໍ່ວຽກງານການຈັດຕັ້ງງານວາງສະ ແດງ: “ຜ່ານສະຖານທູດ ຫວຽດນາມ ປະຈຳຝຣັ່ງ ແລະ ກົມສົ່ງ ເສີມການຄ້າ ຫວຽດນາມ, ພວກຂ້າພະເຈົ້າໄດ້ຮັບການ ສະໜັບສະໜູນຢ່າງເຕັມໃຈ ໃນໄລຍະການເຂົ້າຮ່ວມ. ຢູ່ທີ່ນີ້, ພວກຂ້າພະເຈົ້າ ໄດ້ເຊື່ອມຕໍ່ກັບຫຼາຍວິສາຫະກິດ ຫວຽດນາມ ເພື່ອຊອກຫາ ໂອກາດການຮ່ວມມື. ອາດເວົ້າໄດ້ວ່າ, ເປົ້າໝາຍ ໃນການເຂົ້າຮ່ວມງານວາງສະແດງ ຂອງພວກຂ້າພະເຈົ້າ ແມ່ນໄດ້ບັນລຸຜົນສຳເລັດເປັນຢ່າງດີ”.
ຈາກ ສປ ຈີນ, ຕົວແທນບໍລິສັດຂົນສົ່ງ ສິນຄ້າ (Logistics) ຢຽນຊິງ, ທ່ານນາງ ຈາງ ລູ່ ອີ (Zhang Ruyi) ໃຫ້ຮູ້ວ່າ: “ງານວາງ ສະແດງຊ່ວຍໃຫ້ຂ້າພະເຈົ້າ ເຂົ້າໃຈ ວັດທະນະທຳ ແລະ ເສດຖະ ກິດ ຂອງ ຫວຽດນາມ ໄດ້ດີຂຶ້ນ, ພ້ອມທັງສ້າງໂອກາດ ເຊື່ອມຕໍ່ ກັບຫຼາຍວິສາຫະກິດ ທີ່ມີທ່າແຮງ. ຖ້າໃຊ້ພຽງສອງສາມຄຳ ເພື່ອອະທິບາຍ ຄວາມຮູ້ສຶກ ຂອງ ຂ້າພະເຈົ້າຢູ່ທີ່ນີ້, ນັ້ນກໍຄື: ຄວາມເປັນສາກົນ, ຄວາມເປັນມິດ ແລະ ການພົວພັນການຄ້າ”.
ໃນແງ່ ຂອງ ການເຊື່ອມຕໍ່ວິສາຫະກິດ, ທ່ານ Dionathan Santos, ປະທານບໍລິຫານຫ້ອງການ ຫວຽດນາມ, ສະພາການຄ້າ ແລະ ອຸດສາຫະກຳ ບຣາຊິນ - ຫວຽດນາມ ໄດ້ໃຫ້ຂໍ້ສັງເກດວ່າ ງານວາງສະແດງແມ່ນໂອກາດອັນລ້ຳຄ່າ ເພື່ອການຊອກຮູ້ຕະຫຼາດ ແລະ ທ່າອ່ຽງການບໍລິໂພກຢູ່ ຫວຽດນາມ.
ທ່ານກ່າວເນັ້ນວ່າ: “ພວກຂ້າພະເຈົ້າສັງເກດເຫັນເຖິງ ທ່າແຮງ ອັນໃຫຍ່ຫຼວງ ໃນສາຍພົວພັນການຄ້າ ລະຫວ່າງ ຫວຽດນາມ ແລະ ບຣາຊິນ. ສະພາການຄ້າ ແລະ ອຸດສາຫະກຳ ບຣາຊິນ - ຫວຽດນາມ ໄດ້ສ້າງຕັ້ງຂຶ້ນ ເພື່ອແນໃສ່ເຊື່ອມຕໍ່ ແລະ ຊຸກຍູ້ ການຮ່ວມມື ດ້ານເສດຖະກິດ ສອງຝ່າຍ”.
ບໍ່ພຽງແຕ່ແມ່ນສະຖານທີ່ ນັດພົບ ຂອງ ວິສາຫະກິດສາກົນ ເທົ່ານັ້ນ, ງານວາງສະແດງຍັງເປັນໂອກາດໃຫ້ຜະລິດຕະພັນ ຫວຽດນາມ ໄດ້ກ້າວອອກສູ່ໂລກ. ຊ່າງຫັດຖະກຳ ເຄື່ອງປັ້ນດິນເຜົາ ຫງວຽນວັນຈ໋ຽນ ຈາກໝູ່ບ້ານຫັດຖະກຳ ບາດຈ່າງ ໄດ້ນຳຜະລິດຕະພັນເຄື່ອງປັ້ນດິນເຜົາທີ່ ເຮັດດ້ວຍມື ຢ່າງປານີດຫຼາຍຢ່າງ ມາຈັດວາງສະແດງ, ເຊິ່ງສະທ້ອນໃຫ້ເຫັນເຖິງເອກະລັກວັດທະນະທຳ ຂອງ ຫວຽດນາມ. ທ່ານໃຫ້ຮູ້ວ່າ: “ງານວາງສະແດງ ຊ່ວຍໃຫ້ວິສາຫະກິດ ບາດຈ່າງ ໄດ້ພົບກັບ ຜູ້ນຳເຂົ້າ, ໄດ້ຮັບຮູ້ທ່າອ່ຽງການບໍລິໂພກຂອງ ຕະຫຼາດໃໝ່. ດ້ວຍຄຸນນະພາບ ແລະ ຈິດໃຈບຸກເບີກສ້າງສັນ, ເຄື່ອງປັ້ນດິນເຜົາ ບາດຈ່າງ ສາມາດເອົາຊະນະ ຕະຫຼາດທີ່ມີລົດນິຍົມສູງເຊັ່ນ: ເອີຣົບ ຫຼື ຍີ່ປຸ່ນ ໄດ້ຢ່າງສົມບູນ”.
ຕາມຄະນະຈັດຕັ້ງ, ຫຼາຍວິສາຫະກິດສາກົນ ໄດ້ຖືງານວາງສະ ແດງ ລະດູໃບໄມ້ຫຼົ່ນ ຄັ້ງທີ 1 - 2025 ເປັນໂອກາດສຳຄັນ ເພື່ອເຂົ້າເຖິງ ຕະຫຼາດ ຫວຽດນາມ ແລະ ຂະຫຍາຍການຮ່ວມມື ໃນຂົງເຂດ ການຜະລິດສີຂຽວ, ສິນຄ້າບໍລິໂພກໄວ ແລະ Logistics. ໃນຂະນະ ທີ່ກິດຈະກຳການຄ້າຂາຍຍັງຄຶກຄື້ນ, ເຂດຫ້ອງວາງ ສະແດງສາກົນ ສືບຕໍ່ເປັນ ຈຸດນັດພົບ ຂອງ ບັນດາວິສາຫະກິດຈາກທົ່ວໂລກ.
ສຳລັບພວກເຂົາ, ງານວາງສະແດງລະດູໃບໄມ້ຫຼົ່ນຄັ້ງທີ 1- 2025 ບໍ່ພຽງແຕ່ ເປັນງານວາງສະແດງສິນຄ້າເທົ່ານັ້ນ, ແຕ່ຍັງເປັນປະຕູ ເປີດໂອກາດການຮ່ວມມື ໃນໄລຍະຍາວຢູ່ ຫວຽດນາມ, ເຊິ່ງເປັນຕະຫຼາດທີ່ມີຄວາມຄຶກຄື້ນ, ມີທ່າແຮງອັນອຸດົມສົມບູນ ແລະ ພ້ອມທີ່ຈະເຊື່ອມໂຍງ.
ບົດ ແລະ ພາບໂດຍ: ຫວຽດເກື່ອງ, ເງິນຮ່າ, ແຄ໋ງລອງ/VNP - ແປໂດຍ: ບິກລຽນ











