ຄວາມລຶກລັບ ກ່ຽວກັບຕາປະຕູ ຢູ່ໂຮ້ຍອານ

ຄວາມລຶກລັບ ກ່ຽວກັບຕາປະຕູ ຢູ່ໂຮ້ຍອານ

ນັກທ່ອງທ່ຽວຫຼາຍຄົນທີ່ມາຍັງໂຮ້ຍອານ, ນອກຈາກຈະຮູ້ສຶກ ແປກໃຈ ກ່ຽວກັບຄວາມສວຍງາມ ຂອງ ຄຸ້ມເມືອງເກົ່າ ທີ່ມີອາຍຸ ກວ່າ 400 ປີ ແລ້ວ, ຍັງມີຄວາມຢາກຮູ້ ກ່ຽວກັບລາຍລະອຽດ ທາງດ້ານສະຖາປັດຕະຍະກຳ ທີ່ແປກ ແລະ ຂ້ອນຂ້າງລຶກລັບ ຂອງ ເຮືອນບູຮານ, ນັ້ນຄື “ຕາປະຕູ”. ມີການອະທິບາຍ ຫຼາຍຢ່າງ ກ່ຽວກັບປະກົດການ ທີ່ແປກນີ້, ໃນນັ້ນມີບາງຄວາມເຫັນວ່າ ນີ້ແມ່ນ ການສະແດງໃຫ້ເຫັນ ຄວາມເຊື່ອຖື ໃນການບູຊາ “ມົນເທີ່ນ” (ເທບພະເຈົ້າປະຕູ) ຕາມ ປະເພນີ ບູຮານ.

 

ຄວາມສວຍງາມແບບເກົ່າແກ່ຂອງຄຸ້ມເມືອງເກົ່າ ໂຮ້ຍອານ ກັບ ບັນດາເຮືອນບູຮານ ຕິດພັນກັບຮີດຄອງປະເພນີ ການບູຊາ ຕາປະຕູ ທີ່ເຕັມໄປດ້ວຍ ຄວາມລຶກລັບ. ພາບ: ແທງຮ່ວາ/VNP

ຕາປະຕູ ແມ່ນຂອງຕົກແຕ່ງ ຄູ່ໜຶ່ງ ຊຶ່ງຕິດຢູ່ສອງດ້ານເທິງ ຂອບ ປະ ຕູເຂົ້າ-ອອກ ຫຼັກ ຂອງເຮືອນຫຼັງໜຶ່ງ ຢ່າງສົມສ່ວນ. ຕາມສະຖິຕິ ຂອງ ສູນຄຸ້ມຄອງ, ອະນຸລັກຮັກສາ ມໍລະດົກວັດທະນະທຳ ໂຮ້ຍອານ, ປັດຈຸບັນ, ທົ່ວເມືອງບູຮານ ແຫ່ງນີ້ ມີກວ່າ 200 ແບບ ຕາປະຕູ ທີ່ແຕກຕ່າງກັນ. ຮູບຮ່າງຕາປະຕູ ມີຄວາມຫຼາກຫຼາຍ ແລະ ອຸດົມສົມບູນ ເຊັ່ນ: ຮູບມົນ, ຮູບແປດຫຼ່ຽມ, ຮູບຫົກຫຼ່ຽມ, ຮູບສີ່ຫຼ່ຽມ, ຮູບເຄິ່ງກົມແປ... ເຖິງວ່າ ຈະມີຮູບຮ່າງ ທ່ີແຕກຕ່າງກັນ, ແຕ່ດວງຕາ ແຕ່ລະຄູ່ ຈະມີ 2 ສ່ວນຕົ້ນຕໍຄື ຈຸດໃຈກາງ ແລະ ຂອບ. ສ່ວນໃຈກາງ ມັກຈະຖືກຕົກແຕ່ງ ດ້ວຍຮູບບວກ-ລົບ ແຕ້ມເປັນ ສີຂາວ ດຳ, ຮູບເກສອນ, ຮູບໂຕໜັງສື ກາຈໍ້າ, ໂຕໜັງສື ຜາສຸກ, ຄໍາອວຍພອນອາຍຸໝັ້ນຂວັນຍືນ ດ້ວຍພາສາ ຈີນ... ອ້ອມຮອບ ສ່ວນໃຈກາງ ມີຮູບດອກ ເບັນຈະມາດ 8 ຫຼື 6 ກີບ ຫຼື ຮູບໃບໂພ, ຮູບຈັກລາສີ  ຫຼື ຮູບເຈຍ 4 ຫຼື 5 ໂຕ ອ້ອມຂ້າງ ໂຕໜັງສື ຜາສຸກ..., ບາງບ່ອນ ຍັງຕິດ ແພໄໝສີແດງ ເພື່ອ ການຕົກແຕ່ງ.

 

ຕາມ​ການ​ຄາດ​ຄະ​ເນ​, ປັດຈຸ​ບັນ, ຢູ່​ຄຸ້ມເມືອງເກົ່າ ໂຮ້ຍອານ ​ມີ​ກວ່າ 200 ​ແບບ​ຕາປະຕູ​ ທີ່​ແຕກ​ຕ່າງ​ກັນ​ ຕາມ​ເຮືອນ​ບູຮານ​ ນັບ​ຫຼາຍຮ້ອຍ​ຫຼັງ. ພາບ: ແທງຮ່ວາ/VNP

ມີ​ຫຼາຍ​ຄໍາ​ອະ​ທິ​ບາຍ​ທີ່​ແຕກ​ຕ່າງ​ກັນ ກ່ຽວກັບປະ​ກົດ​ການ​ ​ຕາ​ປະ​ຕູ​ ຢູ່ ໂຮ້ຍອານ​. ນັກ​ຄົ້ນ​ຄວ້າ ​ຫຼາຍ​ຄົນ​ເຊື່ອ​ວ່າ ​ຕາ​ປະຕູ​ ເຫຼົ່າ​ນີ້ ​ອາດ​ຈະ​ປະກົດ​ຕົວ​ ນັບ​ແຕ່​ຊາວ ​ຈີນ ​ເຂົ້າມາ​ດຳ​ເນີນ​ທຸລະ​ກິດ ​ຢູ່​ທ່າ​ກຳ​ປັ່ນ​ການ​ຄ້າ​ ໂຮ້ຍອານ ​ໃນ​ສະຕະວັດ​ທີ XVII-XVIII.

ນັກຄົ້ນຄວ້າ ວັດທະນະທຳ ຟຸ່ງເຕິ໋ນ, ຜູ້ທີ່ມີຄວາມສະໜິດຕິດພັນ ກັບ ໂຮ້ຍອານ ກ່າວວ່າ: ຮີດຄອງປະເພນີບູຊາ ຕາປະຕູ, ປະດັບ ປະດາ ແລະ ແກະສະຫຼັກຕາປະຕູ ແມ່ນອີງຕາມທິດສະດີ “ສັບພະສິ່ງ ລ້ວນແຕ່ ມີຈິດວິນຍານ”. ນັ້ນແມ່ນຮີດຄອງ ປະເພນີ ບູຊາ ເທບພະເຈົ້າ ຮັກສາເຮືອນ ແລະ ວັດວາອາຮາມ. ຕາມ ການວິເຄາະຂອງເພິ່ນ, ຮີດຄອງປະເພນີ ບູຊາເທບພະເຈົ້າປະຕູຢູ່ ໂຮ້ຍອານ ໄດ້ເຮັດໃຫ້ກະທັດລັດ, ຄ່ອຍໆ ກາຍເປັນ ຕາປະຕູ. ນີ້ແມ່ນ ການສະແດງໃຫ້ເຫັນ ການພົບປະ ແລະ ຫັນປ່ຽນ ວັດທະນະທຳ, ໂດຍສະເພາະແມ່ນວັດທະນະທຳ ຂອງຊາວ ຈີນ ຢູ່ ຫວຽດນາມ ໄດ້ນຳມາຈາກ ພໍ່ຄ້າຊາວຂາຍ ທີ່ມາ ຕັ້ງຖິ່ນຖານ ແລະ ສ້າງອາຊີບຢູ່ ໂຮ້ຍອານ. ຈຸດພິເສດ ຂອງຮີດຄອງ ປະເພນີ ບູຊາ ຕາປະຕູ ຢູ່ ໂຮ້ຍອານ ແມ່ນຄວາມຫຼາກຫຼາຍ, ປ່ຽນເນື້ອ ຂອງ ຕາປະຕູ ໃນທັດສະນະຄະຕິ ກ່ຽວກັບ ຫວາງຈຸ້ຍ, ການເຄື່ອນໝູນ ແລະ ປ່ຽນແປງ ຂອງສັບພະສິ່ງ. ຕົວຢ່າງ: ຄູ່ຕາ ຂອງປະຕູ ສາມາດ ຖືກອອກແບບ ໃຫ້ເໝາະສົມ ກັບເວລາເກີດ ແລະ ປີເກີດ ຂອງ ເຈົ້າຂອງເຮືອນ. ນັ້ນແມ່ນຈຸດພິເສດສະເພາະຂອງ ໂຮ້ຍອານ ເມື່ອ ທຽບກັບ ຫຼາຍເມືອງບູຮານ ຢູ່ພາກພື້ນ ອາຊີ ຕາເວັນອອກສ່ຽງໃຕ້.

 

ນັກ​ທ່ອງ​ທ່ຽວ​ ຕ່າງ​ປະ​ເທດ​ຫຼາຍ​ຄົນ​ ຂ້ອນ​ຂ້າງ​ແປກ​ໃຈ ​ແລະ​ ມີ​ຄວາມ​ສົນ​ໃຈ​ ກ່ຽວ​ກັບ​ປະກົດ​ການ ​ທີ່​ແປກ​ນີ້. ພາບ: ແທງຮ່ວາ/VNP

ນອກຈາກຄຳອະທິບາຍ ທີ່ກ່າວມາຂ້າງເທິງແລ້ວ, ບາງຄົນ ຍັງເຊື່ອວ່າ ຍ້ອນໃນເມື່ອກ່ອນ ໂຮ້ຍອານ ເປັນທ່າເຮືອການຄ້າ ທີ່ຄຶກຄັກໜາແໜ້ນ, ເຮືອແພໄປ-ມາ ຢ່າງບໍ່ຂາດສາຍ, ເພາະສະນັ້ນ, ຊາວເມືອງ ໂຮ້ຍອານ ໄດ້ຮຽນແບບ ຮີດຄອງປະເພນີ ຂອງ ຊາວແມ່ນ້ຳຢູ່ຫຼາຍແຫ່ງໃນໂລກ ໂດຍການແຕ້ມ ຮູບຕາຄູ່ໜຶ່ງ ຢູ່ເທິງຫົວເຮືອທັງສອງດ້ານ ດ້ວຍຄວາມຫວັງວ່າ ເທບພະເຈົ້າ ຈະຄຸ້ມຄອງ ນໍາພາເຮືອ ຜ່ານຜ່າພາຍຸ ລົມແດງ ແລະ ນັບແຕ່ນັ້ນມາ “ຕາປະຕູ” ກໍ່ຖືກນຳໃຊ້ເຂົ້າ ໃນການຕົກແຕ່ງ ເຮືອນ ດ້ວຍ ຄວາມໝາຍຄ້າຍຄືກັນ.

 

ຕາປະຕູ​​ຢູ່​ ວັດ ເກົ່າ, ​ແມ່ນ​ກິດຈະກຳ ​ສະຖາປັດຕະຍະກຳ​ບູຮານ​ທີ່ ​ມີ​ຊື່​ສຽງ ​ແລະ ​ເປັນ​ສັນຍາ​ລັກ​ຂອງ​ຄຸ້ມເມືອງເກົ່າ ໂຮ້ຍອານ. ພາບ: ແທງຮ່ວາ/VNP

ບໍ່​ວ່າ​ຈະ​ມີ​ຄຳ​ອະທິບາຍ​ຢ່າງ​ໃດ, ​ແຕ່ໃນ​ຈິດ​ໃຈ ​ຂອງ​ ຊາວເມືອງ​ ໂຮ້ຍອານ ​ຫຼາຍ​ຮຸ່ນຄົນ, ຕາ​ປະຕູ​ເຮືອນ ​ຍາມ​ໃດ ກໍຄືວ່າ ຕາທິບເຝົ້າ ຮັກສາ​ເຮືອນ​ຢູ່, ​ທັງມີບົດບາດ ເລືອກອັນດີ ປັດເຂ່ຍ ອັນຊົ່ວຮ້າຍ, ຈຳແນກ ລະຫວ່າງ ຄົນດີ ຫຼື ຄົນຊົ່ວ, ສິ່ງທີ່ດີ ຫຼື ບໍ່ດີ... ທັງສະແດງ ຄວາມປາຖະໜາ ກ່ຽວກັບຊີວິດ ທີ່ອີ່ມໜຳສຳລານ, ມີຄວາມຜາສຸກ; ປາດຖະໜາ ຫຼີກເວັ້ນ ໄພອັນຕະຫຼາຍ, ເຄາະຮ້າຍ; ບໍ່ໃຫ້ຜີສາງ ລາງຮ້ອຍ ເຂົ້າມາລ່ວງລ້ຳໃນເຮືອນ, ກໍ່ຄວາມວຸ້ນວາຍໃນຄອບຄົວ, ຈະເຮັດໃຫ້ ການທຳມາຫາກິນ ປະສົບຄວາມລົົ້ມເຫຼວ...

 

ຕາ​ປະຕູ​ ປະກົດຕົວ​ ຢູ່ເຮືອນບູຮານ ເກືອບທຸກຫຼັງ ຢູ່ ໂຮ້ຍອານ. ພາບ: ແທງຮ່ວາ/VNP

ປັດຈຸບັນ, ຢູ່ໂຮ້ຍອານ, ມີເຮືອນບູຮານ ຫຼາຍຫຼັງ ມີຕາປະຕູ, ພົ້ນເດັ່ນໃນນັ້ນມີເຮືອນບູຮານ ກວນຖັ໋ງ, ເຮືອນບູຮານ ເລກທີ 87 ຖະໜົນ ເຈິ່ນຝູ໋, ເຮືອນບູຮານ ເຕິ໋ນກີ໋, ເຮືອນບູຮານ ດຶກອານ... ສຳລັບ ເຮືອນ ບູຮານ ກວນຖັ໋ງ ແມ່ນໜຶ່ງໃນເຮືອນ ໄດ້ຖືວ່າ ງາມທີ່ສຸດ ຄຸ້ມເມືອງເກົ່າ ໂຮ້ຍອານ ຍ້ອນມີຄູ່ຕາປະຕູ ຮູບກົນ, ຖືກແກະສະຫຼັກຄ້າຍ ດອກເບັນຈະມາດ ແລະ ປະດັບປະດາ ດ້ວຍຜ້າແດງທີ່ສວຍງາມ.

 

ນອກຈາກ​ການ​ອະທິບາຍ ​ກ່ຽວ​ກັບ​ຮີດຄອງ​ປະ​ເພນີ​ ບູຊາ​ເທບພະເຈົ້າ​ປະຕູແລ້ວ, ຍັງ​ມີ​ຄວາມ​ເຫັນ​ວ່າ ຕາ​ປະຕູ​ ໄດ້​ຮັບ​ການ​ສ້າງ​ຂຶ້ນ​ ຈາກ​ຮີດຄອງ​ປະ​ເພນີ​ ແຕ້ມ​ຕາ​ເຮືອ​ ຂອງ​ຊາວ​ ໂຮ້ຍອານ​ ໃນ​ສະ​ໄໝ​ບູຮານ. ພາບ: ແທງຮ່ວາ/VNP

ຜ່ານຜ່າການຜັນແປ ຂອງ ປະຫວັດສາດ ແລະ ການປ່ຽນແປງ ຂອງ ສັງຄົມຫຼາຍຢ່າງ, ເມືອງບູຮານ ໂຮ້ຍອານ ໃນປັດຈຸບັນ ຍັງຄົງຮັກສາ ບັນດາຄຸນຄ່າທີ່ເປັນເອກະລັກສະເພາະ ຂອງເມືອງມໍລະດົກ ຢູ່ຂ້າງ ຝັ່ງແມ່ນ້ຳ ຮວ່າຍ, ໃນນັ້ນມີຈຸດວັດທະນະທຳ ທີ່ເປັນເອກະລັກ ກ່ຽວ ກັບຄວາມເຊື່ອຖືບູຊາ ຕາປະຕູ. 

  • ປະຕິບັດໂດຍ: ແທງຮ່ວາ - ແປໂດຍ: ບິກລຽນ

top