ຄວາມພະຍາຍາມ ແກ້ໄຂ ໄພພິບັດດິນເຊາະເຈື່ອນ ຢູ່ເຂດທົ່ງພຽງແມ່ນ້ຳຂອງ
ເປັນພື້ນທີ່ຍຸດທະສາດ ມີຄວາມສຳຄັນພິເສດທາງດ້ານການ ເມືອງ, ເສດຖະກິດ, ສັງຄົມ, ປ້ອງກັນຊາດ, ປ້ອງກັນຄວາມສະ ຫງົບ, ການຕ່າງປະເທດ ແລະ ການພັດທະນາແບບຍືນຍົງ, ແຕ່ ເຂດທົ່ງພຽງແມ່ນ້ຳຂອງ ພວມປະເຊີນໜ້າ ກັບສິ່ງທ້າທາຍຫຼາຍ ຢ່າງຄື: ຜົນກະທົບ ຈາກການປ່ຽນແປງ ຂອງສະພາບດິນຟ້າອາ ກາດ, ລະດັບນ້ຳທະເລຍື່ງຂຶ້ນສູງ; ສະພາບການຊຸດຕົວຕໍ່າລົງຂອງໜ້າດິນ; ບັນຫານ້ຳເຄັມຊຶມ, ມົນລະພິດສິ່ງແວດລ້ອມ, ສະ ພາບນ້ຳຖ້ວມ ໃນເວລານ້ຳທະເລຍື່ງ ເກີດຂຶ້ນຢູ່ຫຼາຍຕົວເມືອງ...
ຕາມການລາຍງານ ຂອງ ບັນດາທ້ອງຖິ່ນ, ຜົນກະທົບຈາກການປ່ຽນແປງ ຂອງ ສະພາບດິນຟ້າອາກາດ ເຮັດໃຫ້ລະດັບນ້ຳທະເລສູງຂຶ້ນ, ພ້ອມກັບສະພາບຊຸດຕົວຂອງດິນ ແລະ ສະພາບດິນຟ້າອາກາດຮຸນແຮງອື່ນໆ ໄດ້ເຮັດໃຫ້ແຄມແມ່ນ້ຳ, ຝັ່ງທະເລ ຂອງ ບັນດາແຂວງ ທົ່ງພຽງແມ່ນໍ້າຂອງ ໄດ້ເກີດດິນເຊາະເຈື່ອນ ນັບມື້ນັບຮ້າຍແຮງ. ດ້ວຍລະບົບ ແມ່ນ້ຳ, ລຳຄອງທີ່ໜາແໜ້ນ ແລະ ແຄມຝັ່ງທະເລ ກວ່າ 740 ກມ, ນັບແຕ່ປີ 2016 ມາຮອດປັດຈຸ ບັນ ຢູ່ບັນດາແຂວງ, ນະຄອນ ໃນເຂດທົ່ງພຽງແມ່ນ້ຳຂອງ ໄດ້ປະ ກົດມີຈຸດດິນເຊາະເຈື່ອນ ທັງໝົດ 779 ຈຸດ ມີຄວາມຍາວທັງໝົດ 1.134 ກມ, ໃນນັ້ນ ແຄມແມ່ນ້ຳຂອງ ມີ 666 ຈຸດ/744 ກມ; ຝັ່ງ ທະເລມີ 113 ຈຸດ/390 ກມ.
ໃນຊຸມປີມໍ່ໆ ນີ້, ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນໄດ້ສຸມໃສ່ ໃນການຄຸ້ມຄອງແຄມແມ່ນ້ຳ, ໂກນແມ່ນ້ຳ, ຝັ່ງທະເລຫຼາຍກວ່າເກົ່າ. ດັ່ງນັ້ນ ໄດ້ເພີ່ມການສື່ສານ, ປັບໄໝ ການລະເມີດ; ຈັດຕັ້ງການສຳຫຼວດ, ປະເມີນສະພາບດິນ ເຊາະເຈື່ອນ ຢູ່ຕາມແຄມແມ່ນໍ້າ, ຝັ່ງທະເລ ໃນປັດຈຸບັນ, ສ້າງແຜນທີ່ປ້ອງກັນ ແລະ ສະກັດກັ້ນສະພາບດິນເຊາະເຈື່ອນ ຢູ່ຕາມແຄມແມ່ນໍ້າ, ຝັ່ງທະເລ. ພິເສດ, ນັບແຕ່ປີ 2016 ມາຮອດ ປັດຈຸບັນ, ລັດຖະບານ ໄດ້ລົງທຶນ ແລະ ມີແຜນການລົງທຶນ ໃຫ້ບັ ນດາແຂວງ ເຂດທົ່ງພຽງ ແມ່ນ້ຳຂອງ 16.223 ຕື້ດົ່ງ ເພື່ອກໍ່ສ້າງ 218 ໂຄງການ ກັນຕະຝັ່ງເຊາະເຈື່ອນ ມີຄວາມຍາວ 324 ກມ.
ເພື່ອຄວບຄຸມ ແລະ ຫຼຸດຜ່ອນຄວາມເສຍຫາຍ ທ່ີເກີດຈາກ ດິນ ເຊາະເຈື່ອນ, ນ້ຳຖ້ວມກະທັນຫັນ, ດິນເຊາະເຈື່ອນຢູ່ຕາມແຄມ ແມ່ນ້ຳ, ຝັ່ງທະເລ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງ ບັນດາທ້ອງຖິ່ນ ຕ້ອງເປັນເຈົ້າການ ຊ່ວຍເຫຼືອຊີວິດການເປັນຢູ່ ຂອງບັນ ດາຄອບຄົວ ໃນພື້ນທີ່ກຳລັງປະສົບໄພດິນເຊາະເຈື່ອນ; ເຄື່ອນ ຍ້າຍ ປະຊາຊົນ ຢູ່ເຂດທີ່ມີຄວາມສ່ຽງສູງ ທີ່ຈະເກີດດິນເຊາະ ເຈື່ອນ ເພື່ອຫຼີກລ່ຽງການຕົກຢູ່ໃນທ່າຮັບ, ກະທັນຫັນ ເຮັດໃຫ້ ສູນ ເສຍຊີວິດ ຂອງປະຊາຊົນ ເມື່ອສະພາບດິນເຊາະເຈື່ອນ ເກີດ ຂຶ້ນ. ນອກນີ້, ບັນດາທ້ອງຖິ່ນ ຍັງສືບຕໍ່ຮັບມື ແລະ ແກ້ໄຂພື້ນທີ່ມີດິນເຊາະເຈື່ອນ ທີີ່ມີຄວາມອັນຕະລາຍພິເສດ ເພື່ອຮັບປະກັນ ຄວາມປອດໄພ ຂອງປະຊາຊົນ ແລະ ພື້ນຖານໂຄງລ່າງທີ່ສຳຄັນ.
ພ້ອມກັນນັ້ນ, ທ່ານນາຍົກລັດຖະມົນຕີ ຍັງໄດ້ຊີ້ນຳໃຫ້ບັນດາກະ ຊວງ, ຂະແໜງການທີ່ກ່ຽວຂ້ອງ ຕ້ອງຄົ້ນຄວ້າ ກ່ຽວກັບສາຍເຫດທີ່ພາໃຫ້ເກີດສະພາບການດັ່ງກ່າວ, ຜ່ານນັ້ນສະເໜີອອກ ທັດສະ ນະ, ແນວຄິດຊີ້ນຳ; ຄົ້ນຄວ້າບັນດາວິທີການແກ້ໄຂ ຢ່າງໝັ້ນຄົງ, ມີແບບແຜນ ແລະ ຍືນຍົງເຊັ່ນ: ສ້າງຄັນຄູກັນນໍ້າທະເລ ກັບຝັ່ງ ທະເລ ທາງທິດຕາເວັນອອກ ຢູ່ບັນດາສະຖານທີ່ມີເງື່ອນໄຂທີ່ເໝາະສົມ (ທັງພັດທະນາ ການຄົມມະນາຄົມ, ທັງກັນຄື້ນ, ຕ້ານດິນເຊາະເຈື່ອນ, ກັດເຊາະ, ທັງຮັກສາດິນສັນດອນ ໃນການ ຖົມ ແຄມທະເລ); ສ້າງຄວາມດຸ່ນດ່ຽງ, ຈັດສັນແຫຼ່ງກຳລັງແຮງແຫ່ງ ລັດ ແລະ ມີກົນໄກ, ນະໂຍບາຍ ທີ່ເໝາະສົມ ເພື່ອຫັນເປັນສັງ ຄົມ, ລະດົມ ແຫຼ່ງກຳລັງແຮງ ນອກລັດ, ລົງທຶນ ເຂົ້າໃນ ບັນດາ ກິດຈະກຳ ປ້ອງ ກັນ ແລະ ຕ້ານດິນເຊາະເຈື່ອນ.
ວຽກງານອັນຮີບດ່ວນໃນຕໍ່ໜ້າ ແມ່ນຮັບປະກັນຊີວິດ, ຊັບສິນ ຂອງ ປະຊາຊົນ, ບັນດາໂຄງການແຫ່ງລັດ, ຮັບປະກັນຊີວິດການ ເປັນຢູ່ ຂອງ ປະຊາຊົນ ຕ້ອງ “ຢູ່ຢ່າງກົມກຽວກັບທໍາມະຊາດ”, ຂະຫຍາຍຕົວ ແຕ່ຕ້ອງໝັ້ນຄົງ, ສອດຄ່ອງກັບຈິດໃຈຊີ້ນຳ ຂອງ ສະຫາຍ ເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ທີ່ວ່າ “ບໍ່ເສຍສະລະຄວາມກ້າວໜ້າ ແລະ ຄວາມຍຸຕິທຳ ຂອງສັງຄົມ ເພື່ອການເຕີບໂຕດ້ານເສດຖະກິດ ພຽງຢ່າງດຽວ”. ນີ້ແມ່ນບັນຫາຫຍຸ້ງຍາກ ແລະ ສັບສົນ, ແຕ່ ດ້ວຍຄວາມຕັດສິນໃຈສູງ, ຄວາມມານະພະ ຍາຍາມຢ່າງໃຫຍ່ຫຼວງ, ປະຕິບັດ ຢ່າງເດັດຂາດ, ມີຈຸດສຸມ, ສຳ ຄັນ, ບັນຫາດັ່ງກ່າວຈະໄດ້ແກ້ໄຂ ໃຫ້ດີຂຶ້ນເທື່ອລະກ້າວ.
ປັດຈຸບັນ, ທົ່ວເຂດທົ່ງພຽງແມ່ນ້ຳຂອງ ມີຈຸດດິນເຊາະເຈື່ອນ ທັງ ໝົດ 561 ຈຸດ, ໃນນັ້ນ, ແຄມແມ່ນ້ຳ ມີ 513 ຈຸດ/602 ກມ; ຝັ່ງ ທະເລ ມີ 48 ຈຸດ/208 ກມ. ໜ້າສົນໃຈກໍຄືວ່າ ທົ່ວພື້ນທ່ີມີ 63 ເຂດດິນເຊາະເຈື່ອນ ອັນຕະລາຍເປັນພິເສດ (ແມ່ນໍ້າ 39 ຈຸດ/118 ກມ, ທະເລ 24 ຈຸດ/86 ກມ), ດ້ວຍຄວາມຍາວ ທັງໝົດ 204 ກມ.
ບົດ: VNP - ພາບ: VNA - ແປໂດຍ: ບິກລຽນ