ຄວາມຍອດຍິ່ງ ຊາ ຫວຽດຕູ໋

ຄວາມຍອດຍິ່ງ ຊາ ຫວຽດຕູ໋

ຍີ່ຫໍ້ ຊາ ຫວຽດຕູ໋ ໄດ້ເຂົ້າຮ່ວມງານວາງສະແດງສິນຄ້າ ຈີນ- ASEAN 2024 (CAEXPO 2024), ກອງປະຊຸມສຸດຍອດການຄ້າ ແລະການລົງທຶນ ຈີນ-ASEAN (CABIS) ຄັ້ງທີ 21 ໄດ້ຮັບການຕີລາຄາສູງຈາກຄູ່ຮ່ວມງານ ແລະ ເພື່ອນມິດສາກົນ.

ເຂດປູກຊາປອດສານພິດ ຫວຽດຕູ໋ ມີເນື້ອທີ່ 15 ເຮັກຕາ ຢູ່ເມືອງ ຫາຍຮ່າ, ແຂວງ ກວາງນິງ.

ຊາ ຫວຽດຕູ໋ ຖືກສ້າງ ແລະ ພັດທະນາ ໂດຍຍິງຊາວນາ ຄົນໜຶ່ງຊື່ຮ່າຫງອກກວິ່ນ. ເພິ່ນເປັນຊ່າງຝີມືຊາ ທີ່ຫາຍາກໃນໄວກວ່າ 70 ປີ ທີ່ຍັງຄົງນຳພາ ແລະຂະຫຍາຍເຂດວັດຖຸດິບ ຊາ ອິນຊີ. ໃນປີ 2004, ຫຼັງຈາກທ່ີໄດ້ປູກຊາ ມາເປັນເວລາກວ່າ 30 ປີ ແລ້ວສ້າງ ຕັ້ງສະຫະກອນຊາ, ທ່ານນາງ ຮ່າຫງອກກວິ່ນ ໄດ້ນຳເອົາແນວພັນຊາ ຫງອກຖຸ໋ຍ ທີ່ມີຕົ້ນກຳເນີດມາຈາກເຂດປູກຊາ ແຄມທະເລ ໄຕ້ຫວັນ ມາປູກຢູ່ຕາແສງ ເດີື່ອງຮວາ, ເມືອງ ຫາຍຮ່າ, ແຂວງ ກວາງນິງ. ພ້ອມກັນນັ້ນ, ທ່ານນາງ ຮ່າຫງອກກວິ່ນ ຍັງໄດ້ສ້າງຕັ້ງບໍລິສັດ ຖວ໋ນກວິ່ນ ຈຳກັດ ເພື່ອວາງພື້ນຖານການຕັດສິນໃຈເສັ້ນ ທາງໃຫ້ແກ່ເຂດຊາແຄມທະເລ.

ທັດສະນີຍະພາບ ເຂດປູກຊາ ຫາຍຮ່າ, ແຂວງ ກວາງນິງ.

ຈາກຮູບແບບດັ້ງເດີມຂອງຄອບຄົວ, ການຜະລິດ ແລະ ປຸງແຕ່ງແບບງ່າຍດາຍ, ບໍລິສັດ ໄດ້ລົງທຶນເຂົ້າໃນການຜະລິດຂະໜາດໃຫຍ່, ໂດຍສະເພາະແມ່ນການນຳໃຊ້ຂັ້ນຕອນຍຸດທະສາດໃນວົງປິດ, ເຂັ້ມງວດຈາກການປູກ-ການດູແລ-ການປຸງແຕ່ງ ໄປຈົນເຖິງການຫຸ້ມຫໍ່ ເພື່ອສ້າງຜະລິດຕະພັນຊາ ທີ່ຍອດຢ້ຽມ.

ຕົ້ນຊາຢູ່ ກວາງນິງ ໄດ້ເຕີບໃຫຍ່ດີ ແລະ ສ້າງລົດຊາດທີ່ຫາຍາກ. ຜະລິດຕະພັນທຳອິດ ຫຼັງຈາກຄວາມພະຍາຍາມ ແລະ ຄວາມດຸໝັ່ນຫຼາຍປີ, ທ່ານນາງ ຮ່າຫງອກກວິ່ນ ໄດ້ເປີດຕົວຊາ ຊະນິດທຳອິດ ທີ່ມີຊື່ວ່າ ຊາ ໝີ໊ເຍີນ ເດີື່ອງຮວາ. ຜະລິດຕະພັນນີ້ ເພິ່ນໄດ້ຮ່ວມມືກັບຊ່າງຝີມືຊາວ ໄຕ້ຫວັນ ຊື່ວ່າ ຊວນ ເຈິງລາງ (ຜູ້ທີ່ມີປະ ສົບການຫຼາຍກວ່າ 40 ປີໃນຂະແໜງການປຸງແຕ່ງຊາ). ຊາ ທີ່ຜະ ລິດແມ່ນເຮັດຈາກຍອດຊາແນວພັນ ຫງອກຖຸ໋ຍ 1 ຍອດ 2 ໃບ, ໃບ ຊາແຫ້ງມີຫ້າສີ, ຮຽວຍາວຄື ປີກນົກກະສາ, ນ້ຳຊາມີສີເຫຼືອງສົ້ມອ່ອນ. ກິ່ນຫອມ ຂອງ ຊາ ຄ້າຍຄືກິ່ນດອກຈຳປີ.

ຄວາມຍອດຢ້ຽມ ຂອງ ຊາຂຽວ ຫວຽດຕູ໋ ທີ່ໝັກດ້ວຍກິ່ນດອກໄມ້ ຖືລົດຊາດທີ່ແຕກຕ່າງ ແລະ ເປັນເອກະລັກ.

ຈາກຜະລິດຕະພັນຊາ ທຳອິດທີ່ຕະຫຼາດຍອມຮັບ, ດ້ວຍຄວາມຮັກຕົ້ນຊາ ແລະ ຄວາມເຊື່ອໝັ້ນໃນຄຸນຄ່າ ຂອງ ຕົ້ນຊາ ຫວຽດ ໃນຊີ ວິດປັດຈຸບັນ, ທ່ານນາງ ຮ່າຫງອກກວິ່ນ ໄດ້ໃຊ້ຊັບສິນທັງໝົດຂອງຕົນເອງ ເພື່ອເພີ່ມເນື້ອທີ່ປູກຊາ, ຂະຫຍາຍເຂດຜະລິດ. ໃນປີ 2021, ຍີ່ຫໍ້ຊາ ຫວຽດຕູ໋ ໄດ້ສ້າງຂຶ້ນຢ່າງເປັນທາງການດ້ວຍຂໍ້ ຄວາມທ່ີວ່າ “ຊາທີ່ຍອດຢ້ຽມ ຂອງ ຊາວຫວຽດ”. ໃນປີ 2022, ຫວຽດ ຕູ໋ ໄດ້ເປີດຫ້ອງວາງສະແດງຊາ ຫວຽດຕູ໋ ຢູ່ຮ່າໂນ້ຍ. ໃນປີ 2023, ຫວຽດຕູ໋ ໄດ້ເປີດຕົວຊາຊະນິດໃໝ່ເຊັ່ນ: ຊາແດງນ້ຳເຜິ້ງ, ຊາ ອູລົງ ນ້ຳເຜິ້ງ ໝັກດອກບົວ ໄຕໂຮ່, ຊາອູລົງຂຽວໝັກດອກບົວ. ໃນປີ 2024, ຫວຽດຕູ໋ ສືບຕໍ່ເພີ່ມຮ້ານຊາຢູ່ ຮ່າໂນ້ຍ ແລະ ຢືນຢັນວ່າ ເປັນຜູ້ຜະລິດຊາ ຕາມທິດປອດສານພິດ ລາຍທຳອິດໃນ ຫວຽດນາມ, ເປັນຍີ່ຫໍ້ ລະບົບຕ່ອງໂສ້ມູນຄ່າໃນວົງປິດ ຈາກເນີນຊາເຖິງຈອກຊາ.


ສືບຕໍ່ປະເພນີຂອງຄອບຄົວ, ທ່ານນາງ ຮ່າຫງອກກວິ່ນ ໄດ້ຖ່າຍທອດອາຊີບໃຫ້ແກ່ສາມີ ແລະ ຄອບຄົວລູກຊາຍ ລູກສາວ ຄື ທ້າວ ເຢືອງຕືເກື່ອງ ແລະ ທ່ານນາງ ຟາມທິແທງເຮືອງ. ຄູ່ຜົວເມຍ ໜຸ່ມ ຫຼັງຈາກຫຼາຍປີທີ່ໄດ້ພະຈົນໄພໃນອາຊີບຕ່າງໆ ໄດ້ຮ່ວມກັນພັດ ທະນາຊາ ຫວຽດຕູ້ ຕາມວິທີຄິດແບບໜຸ່ມນ້ອຍ, ສົ່ງຕໍ່ແຮງບັນດານໃຈ ແລະ ເນື້ອແທ້ຂອງຊາ ຫວຽດນາມ ຕາມແບບສະເພາະຂອງຕົນເອງ. ທ່ານນາງ ຟາມທິແທງເຮືອງ, CEO ຊາເດີື່ອງຮວາ ຫວຽດ ຕູ໋ ກ່າວວ່າ: “ພວກຂ້າພະເຈົ້າຕ້ອງການໃຫ້ຕະຫຼາດໂລກຮູ້ຈັກເຖິງ ຊາ ເດີື່ອງຮວາ, ຊາ ຫາຍຮ່າ ແລະ ກວາງນິງ. ນັ້ນແມ່ນເຫດຜົນທີ່ພວກຂ້າພະເຈົ້າຕັດສິນໃຈນຳເອົາຜະລິດຕະພັນຊາ ທີ່ຜະລິດໃນ ຫວຽດນາມ ສົ່ງອອກຢ່າງເປັນທາງການ. ຂ້າພະເຈົ້າຕ້ອງການໃຊ້ຕົ້ນຊາ ເດີື່ອງຮວາ, ຊາ ຊະນິດທີ່ນຳເອົາກິ່ນຫອມຂອງທະເລ ມາຂຽນເລື່ອງລາວຂອງຊາ ຫວຽດ, ຕ້ອງການສ້າງຍີ່ຫໍ້ຮ້ອຍປີໃຫ້ແກ່ຜະລິດຕະພັນຊາ, ຢາກສ້າງມໍລະດົກຊາ…”.


ຄວາມຍອດຢ້ຽມຂອງຊາ ຫວຽດຕູ໋ ໄດ້ນຳມາແນະນຳໃຫ້ແກ່ນັກທ່ອງທ່ຽວ ທົ່ວສາລະທິດ.

ມາຮອດປັດຈຸບັນ, ຫວຽດຕູ໋ ມີຜະລິດຕະພັນຊາເກືອບ 20 ຊະນິດ ເຊັ່ນ: ຊາຂຽວ ເດີື່ອງຮວາ, ຊາອູລົງ ເດີື່ອງຮວາ, ຊາຂາວ ອິນຖະ ຫວາ ເດີື່ອງຮວາ, ຊາບິກຊວນລວານ ເດີື່ອງຮວາ, ຊາ ໝີ໊ເຍີນ ເດີື່ອງຮວາ, ຊາແດງ ເດີື່ອງຮວາ, ຊາແດງນ້ຳເຜິ້ງ ເດີື່ອງຮວາ…/.

ບົດ: ບິກເວິນ/VNP - ພາບ: ຫວຽດເກື່ອງ - ແປໂດຍ: ຢືຟຽນ


top