ຄວາມຈິງ ບໍ່ສາມາດ ຖືກເສກສັນປັ້ນແຕ່ງໄດ້
ນັບແຕ່ສ້າງຕັ້ງປະເທດ ເມື່ອປີ 1945ມາຮອດ ປັດຈຸບັນ, ລັດແຫ່ງ ອຳນາດກົດໝາຍ ສັງຄົມນິຍົມ ຫວຽດນາມ ຍາມໃດກໍປະຕິບັດນະໂຍບາຍ ຮັບປະກັນສິດເສລີພາບ ໃນການເຊື່ອຖື, ສາສະໜາຂອງທຸກຄົນ, ປະກອບສ່ວນ ສຳຄັນ ເຂົ້າໃນການ ກໍ່ສ້າງກຸ່ມກ້ອມ ມະ ຫາສາມັກຄີ ທົ່ວທັງຊາດ, ເສີມຂະຫຍາຍພະລັງແຮງຂອງ ທົ່ວປວງ ຊົນ ໃນພາລະກິດ ປົກປັກຮັກສາ ແລະ ສ້າງສາ ປະເທດຊາດ.
ສິດເສລີພາບ ໃນການເຊື່ອຖື, ສາສະໜາ ໄດ້ກຳນົດໄວ້ ໃນຂໍ້ 1 ແລະ 2, ມາດຕາ 24 ຂອງ ລັດຖະທຳມະນູນ ປີ 2013 ລະອຽດຄື: “1. ທຸກຄົນ ມີສິດເສລີພາບ ໃນການເຊື່ອຖື ແລະ ນັບຖືສາສະໜາ, ປະຕິບັດຕາມ ຫຼື ບໍ່ປະຕິບັດຕາມ ສາສະໜາໃດໜຶ່ງ. ທຸກສາສາໜາ ຕ່າງກໍ ມີຄວາມສະເໝີພາບ ຕໍ່ໜ້າກົດໝາຍ; 2. ລັດ ເຄົາລົບ ແລະ ປົກປ້ອງສິດເສລີພາບ ໃນການເຊື່ອຖື, ສາສະໜາ”.
ເນື່ອງໃນໂອກາດບຸນປີໃໝ່ ປະຈຳຊາດ Chol Chnam Thmay ຂອງຊາວເຜົ່າຂະແມ ຢູ່ພາກໃຕ້ ຫວຽດນາມ, ຕອນເຊົ້າວັນທີ 7 ເມສາ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ມາຢ້ຽມ ຢາມ ສະຖາບັນພຸດທະສາສະໜາ ນິກາຍ ຫິນະຍານ ເຜົ່າຂະແມ ຢູ່ນະຄອນ ເກິ່ນເທີ. ໃນພາບ: ທ່ານປະທານປະເທດ ຫງວຽນຊວນຟຸກ ມອບຂອງທີ່ລະນຶກໃຫ້ສະຖາບັນ ພຸດທະສາສະໜາ ນິກາຍຫິນະຍານເຜົ່າຂະແມ. ພາບ: ຖົ໋ງເຍິດ/VNA
ບົນຈິດໃຈດັ່ງກ່າວ, ລັດ ຍາມໃດກໍຢຶດໝັ້ນນະໂຍບາຍ ເຄົາລົບ ແລະ ອຳນວຍຄວາມສະດວກໃຫ້ປະຊາຊົນທຸກຄົນ ປະຕິບັດສິດ ເສ ລີພາບ ໃນການເຊື່ອຖື, ສາສະໜາ ແລະ ພວມມານະພະຍາຍາມ ຮັບປະກັນສິດເສລີພາບ ໃນການເຊື່ອຖື, ສາສະໜາ ແລະ ຄວາມສະເໝີພາບລະຫວ່າງ ສາສະໜາ.
ດ້ວຍຄວາມມານະພະຍາຍາມອັນໃຫຍ່ຫຼວງ ຂອງບັນດາອົງການແຫ່ງລັດ ເພື່ອຮັບປະກັນ ໃຫ້ສາສະໜາ ເຄື່ອນໄຫວຖືກຕາມ ຄະຕິ ທຳ, ສະພາແຫ່ງຊາດຊຸດທີ XIV ໄດ້ຮັບຮອງເອົາກົດໝາຍວ່າດ້ວຍ ການເຊື່ອຖື, ສາສະໜາ ລົງວັນທີ 18 ພະຈິກ 2016. ຈາກນັ້ນ, ລັດ ຖະບານ ໄດ້ລົງນາມ ແລະ ປະກາດໃຊ້ ດຳລັດເລກທີ 162/2017/NĐ-CP ກຳນົດໂດຍລະອຽດ ບາງມາດຕາ ແລະ ມາດ ຕະການ ຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍການເຊື່ອຖື, ສາສະໜາ. ພ້ອມທັງ ສົມທົບກັບ ການເຄື່ອນໄຫວອື່ນໆ ທີ່ກ່ຽວຂ້ອງເຖິງສາສະ ໜາເຊັ່ນ: ການສຶກສາ ແລະ ບຳລຸງສ້າງ ສຳມະນະສັກສາສະໜາ; ກໍ່ສ້າງ ແລະ ສ້ອມແປງສະຖານທີ່ບູຊາທາງສາສະໜາ; ການເຄື່ອນໄຫວກຸສົນ, ການປົກປ້ອງສັງຄົມ... ຊຶ່ງໄດ້ກຳນົດໃນກົດໝາຍທີ່ກ່ຽວ ຂ້ອງຈຳນວນໜຶ່ງເຊັ່ນ: ກົດໝາຍແພ່ງ, ກົດໝາຍວ່າດ້ວຍທີ່ດິນ, ກົດ ໝາຍມໍລະດົກ, ກົດໝາຍວ່າດ້ວຍການສຶກສາ...
ດ້ວຍຂອບຫຼັກກົດໝາຍ ທີ່ກ່າວມາຂ້າງເທິງ, ສິດເສລີພາບ ໃນການເຊື່ອຖື ສາສະໜາ ຂອງ ຫວຽດນາມ ໄດ້ຮັບປະກັນ ໃນຕົວຈິງ ນັບມື້ນັບຫຼາຍຂຶ້ນ. ຄາດວ່າ, 95% ຈໍານວນພົນລະເມືອງ ຫວຽດນາມ ມີຊີວິດການເປັນຢູ່ທາງສາສະໜາ. 16 ສາສະໜາ ກັບ 43 ອົງການ ທີ່ໄດ້ຮັບການຮັບຮູ້ຈາກລັດຄື: ພຸດທະສາສະໜາ, ກາໂຕລິກ, ໂປ ແຕສແຕນ , ກາວດ່າຍ, ສາສະໜາພຸດ, ຮ່ວາຫາວ, ອິດສະລາມ, ບາຮາ ອີ (Baha’I) ແລະ ອື່ນໆ... ຜູ້ນັບຖື ສາສະໜາ ກວ່າ 26,5 ລ້ານຄົນ, ກວມເອົາ 28% ຈຳນວນປະຊາກອນ ໃນທົ່ວປະເທດ, ພ້ອມກັບ ສະຖານປະກອບການ ດ້ານການເຊື່ອຖື ແລະ ການສັກ ກະລະ ອີກຫຼາຍສິບພັນແຫ່ງ.
ນອກຈາກນັ້ນ, ລັດຊຸກຍູ້ ແລະ ສ້າງເງື່ອນໄຂສະດວກໃຫ້ບັນດາອົງ ການສາສະໜາ ໃນການແລກປ່ຽນ ແລະ ຮ່ວມມືກັບສາກົນ. ຫວຽດ ນາມ ຍັງໃຫ້ຄວາມເອົາໃຈໃສ່, ສ້າງເງື່ອນໄຂ ແລະ ອຳນວຍ ຄວາມສະດວກ ໃຫ້ການເຄື່ອນໄຫວ ພົວພັນສາກົນ ຂອງບັນດາອົງການສາສະໜາ ນັບມື້ນັບໄດ້ເປີດກວ້າງ. ແຕ່ລະປີ, ມີຄະນະຜູ້ແທນ ບັນ ດາອົງການ ແລະ ບຸກຄົນຖືສາສະໜາ ຢູ່ພາຍໃນປະເທດ ນັບຫຼາຍ ຮ້ອຍຄະນະ ເຂົ້າຮ່ວມການເຄື່ອນໄຫວທາງສາສະໜາຢູ່ຕ່າງປະເທດ ແລະ ຜູ້ມີຍົດສັກຕຳແໜ່ງ ຈາກຕ່າງປະເທດຫຼາຍຄົນເຂົ້າມາ ຫວຽດນາມ ເພື່ອການເຄື່ອນໄຫວທາງສາສະໜາ.
ດ້ວຍບັນດາຜົນງານ ກ່ຽວກັບເສລີພາບ ໃນການເຊື່ອຖືທາງສາສະ ໜາ ແລະ ການເຊື່ອຖື, ຫວຽດນາມ ໄດ້ເປັນເຈົ້າການ ສື່ສານໃຫ້ ບັນດາປະເທດ ແລະ ອົງການທີ່ມີຄວາມສົນໃຈ ຜ່ານການເຮັດວຽກ, ເວທີປາໄສສອງຝ່າຍ ແລະ ຫຼາຍຝ່າຍ ແລະ ຮູບແບບເຈລະ ຈາ ກ່ຽວກັບ ສິດທິມະນຸດ ຈຳປີ ກັບ ສ ອາເມລິກາ, ອີຢູ, ອົດສະ ຕຣາລີ ແລະ ນອກແວ.
ຄຽງຄູ່ກັບການຮັບປະກັນສິດເສລີພາບ ໃນການເຊື່ອຖື, ສາສະໜາຂອງ ທຸກຄົນ, ລັດ ຍາມໃດກໍ່ຕໍ່ສູ້ຢ່າງເດັດດ່ຽວ ເພື່ອຕ້ານການກະ ທຳລະເມີດສິດ, ສົ່ງຜົນສະທ້ອນ ເຖິງຜົນປະໂຫຍດ ຂອງບຸກຄົນ ແລະ ບັນດາອົງການຈັດຕັ້ງອື່ນໆ ໃນສັງຄົມ.
ໃນໄລຍະມໍ່ໆ ມານີ້ ໄດ້ປະກົດມີ ບັນດາການເຄື່ອນໄຫວທາງສາ ສະໜາ ມີລັກສະນະຜິດຕໍ່ກົດໝາຍ ຂອງ ຮ່າມ່ອນ, ເຕິນທຽນເດ້ຍ, ສະມາຄົມ ເຈົ້າແມ່ ທີ່ຝືນກັບ ວັດທະນະທຳ ຮີດຄອງປະເພນີ ຂອງຊາດ, ມີລັກສະນະເຊື່ອຖືງົມງວາຍ ແລະ ຫາຄວາມລໍ້າລວຍ; ການເຄື່ອນໄຫວ ຂອງ ບັນດາອົງການຝ່າຍຄ້ານຄື: “ສະມາຄົມປະ ສານມິດ ນັກໂທດການເມືອງ ແລະ ສາສະໜາ ຫວຽດນາມ”, “ສາ ສະໜາພຸດ ຮ່ວາຫາວ ຝ່າຍຄ້ານ”, “ຫ້ອງການຍຸຕິທຳ ແລະ ສັນຕິ ພາບ ສັງກັດສາຍພະເຢຊູຜູູ້ກູ້ໂລກ ນະຄອນ ໂຮ່ຈີມິນ”, “ສະມາ ຄົມອ້າຍ ນ້ອງປະຊາທິປະໄຕ”...
ເພື່ອຮັບປະກັນ ການເຄົາລົບ ກົດໝາຍ ຂອງ ລັດ ແຫ່ງອຳນາດກົດ ໝາຍໃຫ້ສູງສຸດ, ປົກປັກຮັກສາສິດ ແລະ ຜົນປະໂຫຍດ ຂອງບັນ ດາອົງການ ແລະ ບຸກຄົນໃນສັງຄົມ, ລັດ ໄດ້ສັ່ງຟ້ອງ, ພິພາກສາ ຜູ້ລະເມີດກົດໝາຍ.
ໃນທຸກປະເທດ, ການເຄື່ອນໄຫວທາງສາສະໜາ ໄດ້ຮັບການຄວບ ຄຸມ ແລະ ດໍາເນີນໄປຕາມກົດໝາຍ. ຫວຽດນາມ ຍາມໃດກໍ່ສະແດງຄວາມຫວັງດີ, ເປີດກວ້າງໃນການແລກປ່ຽນ ແລະ ສະໜອງຂໍ້ມູນຂ່າວສານໃຫ້ບັນດາປະເທດ ແລະ ບັນດາອົງການທີ່ມີຄວາມສົນໃຈ ໃນບັນຫາສິດທິມະນຸດ, ໃນນັ້ນມີຄວາມ ເສລີພາບ ສາສະ ໜາ, ຄວາມເຊື່ອຖື, ພ້ອມນີ້ ຍັງເຊີນໃຫ້ບັນດາອົງການຈັດຕັ້ງສາ ກົນ ມາຢ້ຽມຢາມ ເພື່ອເຫັນກັບຕາ ຄວາມມານະພະຍາຍາມ ແລະ ການປ່ຽນແປງຢ່າງຕັ້ງໜ້າ ໃນການຮັບປະກັນສິດເສລີ ໃນການເຊື່ອຖື, ສາສະໜາຢູ່ ຫວຽດນາມໃນຕົວຈິງ.
-
- ບົດ: ຟອງທູ ສັງລວມ - ພາບ: VNP, VNA - ເຕັກນິກກະຣາຟິກ: ຈາງຍູງ - ແປໂດຍ: ບິກລຽນ