ຂຽນຕໍ່ເລື່ອງລາວ ມໍລະດົກ ພາບພື້ນເມືອງ ດົງໂຮ່
ຫຼັງຈາກ ອາຊີບເຮັດພາບພື້ນເມືອງ ດົງໂຮ່ ໄດ້ຮັບການຈົດທະບຽນ ຈາກ ອົງການ UNESCO ເຂົ້າໃນ ບັນຊີມໍລະດົກ ວັດທະນະທຳ ທ່ີເປັນນາມມະທຳ ຈຳເປັນຕ້ອງໄດ້ຮັບການປົກປັກຮັກສາ ຢ່າງຮີບດ່ວນ, ຊາວໜຸ່ມ ຫວຽດນາມ ຫຼາຍຄົນ ພວມຊອກຫາ ວິທີການ ນຳເອົາສາຍພາບພື້ນເມືອງນີ້ ກ້າວເຂົ້າສູ່ຊີວິດການເປັນ ຢູ່ຮ່ວມສະໄໝ ດ້ວຍບັນດາປະສົບການປະດິດສ້າງ, ເພື່ອໃຫ້ເລື່ອງ ລາວ ມໍລະດົກ ໄດ້ຮັບການເລົ່າຂານຕໍ່ ດ້ວຍພາສາ ຂອງ ຄົນຮຸ່ນ ປັດຈຸບັນ.
ບໍ່ໄດ້ເລີ່ມຕົ້ນດ້ວຍ ສະຖານທີ່ ຈັດສະແດງທີ່ງຽບສະຫງົບ ຫຼື ບົດບັນ ຍາຍທີ່ຍາວຢຽດ, ລາຍການ “ຈິດວິນຍານ ເທິງເຈ້ຍ ກຣາຟ” ໄດ້ ເປີດສາກ ດ້ວຍລະຄອນດົນຕີ ທີ່ນຳພາຜູ້ຊົມ ກັບຄືນສູ່ໝູ່ບ້ານ ພາບພື້ນເມືອງ ດົງໂຮ່. ເທິງເວທີ, ແຕ່ລະຂັ້ນຕອນ ການເຮັດເຈ້ຍ ກຣາຟ, ການປຸງແຕ່ງສີ ຈາກທຳມະຊາດ, ການຄວັດແຜ່ນໄມ້ ແລະ ການພິມພາບ ໄດ້ຮັບການຈຳລອງ ຄືນໃໝ່ ດ້ວຍພາສາສິລະ ປະ ທີ່ທັນສະໄໝ, ຊ່ວຍໃຫ້ຜູ້ຊົມຮັບຮູ້ໄດ້ເຖິງເສັ້ນທາງແຫ່ງຄວາມ ພະຍາຍາມຢ່າງບໍ່ຢຸດຢັ້ງ ຂອງ ບັນດານາຍ ຊ່າງສິນລະປິນ ທີ່ໄດ້ ປົກປັກຮັກສາອາຊີບນີ້ ຜ່ານຫຼາຍຮຸ່ນຄົນ.
ນັ້ນກໍ່ແມ່ນຈຸດເດັ່ນ ຂອງໂຄງການ “ຮ້ວາກີ໋ ດົງໂຮ່” (ບັນທຶກ ພາບ ດົງໂຮ່), ໂດຍແມ່ນນັກສຶກສາ ຫ້ອງ K12CC8, ຄະນະວຽກງານ ຊາວໜຸ່ມ ແລະ ເຍົາວະຊົນ, ສະຖາບັນຊາວໜຸ່ມ ແລະ ເຍົາວະຊົນ ຫວຽດນາມ ເປັນຜູ້ຈັດຕັ້ງປະຕິບັດ. ແທນທີ່ພຽງແຕ່ແນະນຳ ກ່ຽວ ກັບມໍລະດົກ ທີ່ມີຊື່ສຽງ ຂອງເຂດ ກິງບັກ (ແຂວງ ບັກນິງ), ໂຄງ ການນີ້ ໄດ້ເລືອກເອົາວິທີການ ໃຫ້ຄົນຮຸ່ນໜຸ່ມ ໄດ້ກ້າວເຂົ້າສູ່ ໂລກ ແຫ່ງພາບພື້ນເມືອງ ດົງໂຮ່ ໂດຍກົງ, ສຳຜັດກັບຄຸນຄ່າດັ້ງເດີມ ດ້ວຍປະສົບການຂອງຕົນເອງ.
ຈຸດເຊື່ອມຕໍ່ລະຫວ່າງອະດີດ ແລະ ປັດຈຸບັນ ໄດ້ຮັບການສະແດງ ອອກຢ່າງຈະແຈ້ງ ຜ່ານການພົບປະ ລະຫວ່າງ ນາຍຊ່າງ ສິນລະ ປິນ ດີເດັ່ນ ຫງວຽນດັງເຕິມ ແລະ ຊາວໜຸ່ມ ຫງວຽນຖາວມີ. ສອງ ຮຸ່ນຄົນໄດ້ຮ່ວມກັນແບ່ງປັນເລື່ອງລາວ ກ່ຽວກັບເສັ້ນທາງການ ຖ່າຍທອດອາຊີບ, ການຮັກສາອາຊີບ ແລະ ຄວາມຮັກ ທີ່ມີຕໍ່ ພາບ ພື້ນເມືອງ ດົງໂຮ່, ພ້ອມທັງສົ່ງສານວ່າ ການອະນຸລັກຮັກສາມໍລະ ດົກ ບໍ່ພຽງແຕ່ແມ່ນຄວາມຮັບຜິດຊອບ ຂອງ ບັນດານາຍຊ່າງສິນ ລະປິນ ເທົ່ານັ້ນ, ແຕ່ຍັງຕ້ອງການຄວາມພະຍາຍາມຮ່ວມກັນ ຂອງ ຄົນຮຸ່ນໜຸ່ມອີກດ້ວຍ.
ບໍ່ພຽງແຕ່ຮັບຟັງເທົ່ານັ້ນ, ຜູ້ເຂົ້າຮ່ວມ ຍັງໄດ້ລົງມືປະຕິບັດຕົວຈິງ ພາຍໃຕ້ການແນະນຳ ຂອງນາຍຊ່າງສິນລະປິນ. ນັບຕັ້ງແຕ່ການ ທາສີລົງໃສ່ແມ່ພິມໄມ້, ການປະສົມສີ ດ້ວຍວັດຖຸດິບ ທຳມະຊາດ ຕະຫຼອດຮອດການກົດພິມພາບ ເທິງແຜ່ນເຈ້ຍ ກຣາຟ, ແຕ່ລະຂັ້ນ ຕອນ ລ້ວນແຕ່ຊ່ວຍໃຫ້ຊາວໜຸ່ມ ເຂົ້າໃຈວ່າ ເບື້ອງຫຼັງແຜ່ນພາບ ອັນລຽບງ່າຍນັ້ນ ແມ່ນຄວາມປະສົບປະສານ ຢ່າງຄ່ອງແຄ້ວ, ຄວາມອົດທົນ ແລະ ຄວາມຮູ້ພື້ນເມືອງ ທີ່ໄດ້ຮັບການສະສົມ ມາເປັນເວລາຫຼາຍສະຕະວັດ.
ໜຶ່ງໃນບັນດາກິດຈະກຳ ທີ່ດຶງດູດຄວາມສົນໃຈຢ່າງຍິ່ງ ແມ່ນເຂດ ປະສົບການ “ສວມບົດບາດມໍລະດົກ”. ດ້ວຍການຊ່ວຍເຫຼືອ ຂອງ ປັນຍາປະດິດ (AI), ຜູ້ເຂົ້າຮ່ວມ ສາມາດສວມບົດບາດ ເປັນຕົວ ລະຄອນຕ່າງໆ ໃນພາບພື້ນເມືອງ ດົງໂຮ່. ວິທີການເຂົ້າເຖິງແບບ ໃໝ່ນີ້ ໄດ້ສ້າງການພົວພັນແບບໃກ້ຊິດ, ທັງເປີດໂອກາດ ໃນການ ນຳເອົາມໍລະດົກ ເຂົ້າເຖິງຊາວໜຸ່ມ ຜ່ານເຕັກໂນໂລຊີ ດີຈີຕອນ.
ທ່ານນາງ ຟານຫງວຽນເຕິມແອັງ - ຫົວໜ້າຄະນະຈັດຕັ້ງໂຄງການ ໃຫ້ຮູ້ວ່າ: “ສິ່ງສຳຄັນທີ່ສຸດ ແມ່ນການຊ່ວຍໃຫ້ຄົນ ຮຸ່ນໜຸ່ມ ຊອກ ຫາໄດ້ 'ຈຸດສຳຜັດ' ກັບມໍລະດົກ. ພວກຂ້າພະເຈົ້າເຊື່ອວ່າ ມໍລະດົກ ຈະຄົງຕົວຢູ່ຢ່າງແທ້ຈິງ ເມື່ອຍັງມີຄົນ ທີ່ຢາກສຳຜັດກັບມັນ. 'ຈິດວິນຍານເທິງເຈ້ຍ ກຣາຟ' ບໍ່ພຽງແຕ່ແມ່ນຊື່ ຂອງ ລາຍການ ເທົ່ານັ້ນ, ແຕ່ຍັງແມ່ນຄຳໝັ້ນສັນຍາ ຂອງຄົນຮຸ່ນໜຸ່ມ ໃນການປົກ ປັກຮັກສາ ບັນດາຄຸນຄ່າດັ້ງເດີມ, ທັງບໍ່ຢຸດຢັ້ງ ໃນການປ່ຽນແປງ ໃໝ່ ວິທີການເຂົ້າເຖິງ ເພື່ອໃຫ້ສອດຄ່ອງ ກັບ ຊີວິດການເປັນ ຢູ່ ໃນ ປັດຈຸບັນ”.
ຫຼັງຈາກ ອາຊີບເຮັດພາບພື້ນເມືອງ ດົງໂຮ່ ໄດ້ຮັບການຈົດທະບຽນ ຈາກ ອົງການ UNESCO ເຂົ້າໃນບັນຊີມໍລະດົກ ວັດທະນະທຳ ທ່ີເປັນນາມມະທຳ ຈຳເປັນຕ້ອງໄດ້ຮັບການປົກປັກຮັກສາ ຢ່າງຮີບດ່ວນ ໃນທ້າຍປີ 2025, ບັນດາຂໍ້ລິເລີ່ມເຊັ່ນ: “ຮ້ວາກີ໋ ດົງ ໂຮ່” ໄດ້ສະແດງໃຫ້ເຫັນວ່າ ມໍລະດົກ ບໍ່ພຽງແຕ່ໄດ້ຮັບການຮັກສາ ຢູ່ໃນ ສະຖານທີ່ອະນຸລັກເທົ່ານັ້ນ, ແຕ່ຍັງສາມາດສືບຕໍ່ ດຳລົງຊີວິດ ຢູ່ໃນຊີວິດຍຸກປັດຈຸບັນ ຜ່ານການປະດິດສ້າງ ຂອງຄົນຮຸ່ນໃໝ່. ເມື່ອບັນດາຄຸນຄ່າດັ້ງເດີມ ໄດ້ຮັບການເລົ່າຂານ ດ້ວຍພາສາ ຂອງ ຍຸກສະໄໝໃໝ່, ເລື່ອງລາວກ່ຽວກັບ ພາບພື້ນເມືອງ ດົງໂຮ່ ຈະຍັງຄົງ ໄດ້ຮັບການຂຽນຕໍ່, ເພື່ອໃຫ້ມໍລະດົກ ສືບຕໍ່ກ້າວເດີນຄຽງຄູ່ກັບ ອະນາຄົດ.
ບົດ ແລະ ພາບ: ເຈິ່ນແທັງຢາງ/VNP
















