ຂະບວນລົດໄຟເຊື່ອມຕໍ່ມໍລະດົກ ພາກກາງ

ຂະບວນລົດໄຟເຊື່ອມຕໍ່ມໍລະດົກ ພາກກາງ

 

ຫວ່າງມໍ່ໆມານີ້, ຄະນະກຳມະການປະຊາຊົນແຂວງ ເທື່ອທຽນເຫວ້, ສະຫະບໍລິສັດທາງລົດໄຟ ຫວຽດນາມ ແລະ ຄະນະກຳມະການປະຊາຊົນນະຄອນ ດ່າໜັງ ໄດ້ສົມທົບກັນຈັດພິທີເປີດຂະບວນລົດໄຟທ່ອງທ່ຽວ ສະເພາະ ລະຫວ່າງ ເຫວ້-ດ່າໜັງ ໃນຊື່ “ເຊື່ອມຕໍ່ມໍລະດົກ ພາກກາງ”. ນີ້​ແມ່ນ​ບໍລິການ​ທ່ອງ​ທ່ຽວ​ຮູບ​ແບບ​ໃໝ່​ທີ່​ຊ່ວຍ​ໃຫ້​ນັກ​ທ່ອງ​ທ່ຽວ​ມີ​ເງື່ອນໄຂ ​ຄົ້ນ​ພົບ​ເສັ້ນ​ທາງ​ທີ່​ສວຍ​ງາມ ເຫວ້-ດ່າ​ໜັງ ດ້ວຍ​ລົດ​ໄຟ.

ໄລຍະ​ທຳ​ອິດ​ຂອງ​ການນໍາໃຊ້ບໍລິການ​ດັ່ງກ່າວ, ຂະບວນ ລົດໄຟ​ ຈະປະກອບ​ດ້ວຍຫ້ອງແອ​ທີ່​ທັນ​ສະ​ໄໝ 5 ຫ້ອງ ​ແລະ ຫ້ອງລວມ01 ຫ້ອງ. ການເປີດນຳໃຊ້ ຂະບວນລົດໄຟ ດັ່ງກ່າວ ໄດ້ນຳມາເຊິ່ງຄວາມປະທັບໃຈ ທີ່ບໍ່ອາດລືມໄດ້ ເພາະນອກຈາກໄດ້ຊິມ ບັນດາເຍື່ອງອາຫານ ພິເສດຂອງ ເຫວ້ ແລະ ດ່າໜັງ ແລ້ວ, ນັກທ່ອງທ່ຽວຍັງໄດ້ ພົບປະແລກປ່ຽນກັບ ບັນດານັກສິລະປິນ ຜ່ານບັນດາລາຍການສະແດງສິລະປະ, ວັດທະນະທຳທີ່ດີເດັ່ນພິເສດອີກດ້ວຍ. ນອກຈາກ​ນັ້ນ, ຢູ່​ສະຖານີລົດໄຟ ດ່າໜັງ ​ແລະ ​ເຫວ້, ຂະແໜງ​ທາງລົດ​ໄຟ​ຍັງ​ຈັດ​​ຫ້ອງ​ລໍຖ້າ VIP ​ເພື່ອ​ຮັບ​ໃຊ້​ຜູ້​ໂດຍສານ.


ໂດຍ​ໃຊ້​ເວລາ​ເດີນທາງ​ປະມານ 3 ຊົ່ວ​ໂມງ, ​ຂະບວນລົດ​ໄຟ​ຈະ​ນຳ​ນັກ​ທ່ອງ​ທ່ຽວ​ຜ່ານ ກີ່ວຫາຍເວິນ ​ເຊິ່ງ​ໄດ້​ຮັບການ ຂະໜານ​ນາມ​ວ່າ “ສະຖານ​ທີ່​ງາມ​ທີ່​ສຸດ​ໃນ​ໂລກ”. ນອກຈາກນີ້, ນັກທ່ອງທ່ຽວ ຍັງສາມາດຊົມທິວທັດ ທຳມະຊາດທີ່ໃຫຍ່ໂຕມະໂຫຖານ ແລະ ສວຍງາມ, ບ່ອນທີ່ພາກເໜືອ ແລະ ພາກໃຕ້ມາພົບກັນ, ເບື້ອງໜຶ່ງ ແມ່ນສາຍພູຫຼວງ ເຈື່ອງເຊີນ ແລະ ອີກດ້ານໜຶ່ງແມ່ນທະເລ ອັນກວ້າງໃຫຍ່ໄພສານ. ຢູ່ສະຖານີລົດໄຟ ເຫວ້ ແລະ ດ່າໜັງ, ແຕ່ລະມື້ຈະມີລົດໄຟ 2 ຖ້ຽວອອກເດີນທາງ ໃນຕອນເຊົ້າແລະ ຕອນບ່າຍ ເພື່ອໃຫ້ນັກທ່ອງທ່ຽວສາມາດ ຊົມທິວທັດທຳມະຊາດໃນຍາມອາລຸນວັນໃໝ່ ແລະ ຍາມຕາເວັນຕົກຢູ່ອ່າວ ລັງໂກ, ເຊິ່ງເປັນໜຶ່ງໃນບັນດາອ່າວ ທີ່ສວຍງາມທີ່ສຸດໃນໂລກ.

ຢູ່​ເທິງ​ລົດ​ໄຟ​ຍັງ​ມີ​ອາຫານ​ພື້ນ​ເມືອງ​ຂອງ​ ​ເຫວ້ ​ແລະ ດ່າໜັງ ​ເພື່ອ​ຮັບ​ໃຊ້​ນັກ​ທ່ອງ​ທ່ຽວ.
​ຂະບວນລົດ​ໄຟ​ຈະ​ນຳ​ນັກ​ທ່ອງ​ທ່ຽວ​ຜ່ານ ກີ່ວຫາຍເວິນ.

ພາຍຫຼັງສຳເລັດການເດີນທາງແຕ່ລະຄັ້ງ, ຢູ່ຕໍ່ໜ້າສະຖານີ ລົດໄຟສອງແຫ່ງ, ເພິ່ນໄດ້ຈັດລະບົບໃຫ້ເຊົ່າລົດຖີບ ແບບ ອັດຕະໂນມັດໂດຍການນຳໃຊ້ QR code ເພື່ອສ້າງ ຄວາມສະດວກ ໃຫ້ນັກທ່ອງທ່ຽວສາມາດໄປທ່ຽວຊົມ ສະຖານທີ່ທ່ອງທ່ຽວທີ່ສວຍງາມຕ່າງໆ. ພິ​ເສດ, ແຂວງ​ ເທື່ອ​ທຽນ​ເຫວ້ ຍັງ​ໄດ້​ນຳ​ໃຊ້​ນະ​ໂຍບາຍ​ ​ຫຼຸດລາຄາ ບໍລິການໃຫ້​ແກ່​ບັນດາ​ອົງການ, ບຸກຄົນ​ເມື່ອ​ມາ​ຢ້ຽມຢາມ​ບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ​ຢູ່ ​ເຫວ້ (ປະຕິບັດ​ຄັ້ງ​ດຽວ​ສຳລັບ​ປີ້​ລົດ​ໄຟ​ແຕ່ລະຖ້ຽວ).

ນັກ​ທ່ອງ​ທ່ຽວ​ຊົມ​ຄວາມ​ງາມ​ຂອງ​ທັດ​ສະ​ນີ​ຍະ​ພາບ​ຈາກ​ ເຫວ້ ຫາ ດ່າ​ໜັງ. 

ການເປີດ​ນຳ​ໃຊ້ຂະບວນ​ລົດ​ໄຟ “​ເຊື່ອມ​ຕໍ່​ມໍລະດົກ​ ພາກ​ກາງ” ​ແມ່ນ​ໜຶ່ງ​ໃນ​ບັນດາ​ຄວາມ​ພະຍາຍາມ​ເຊື່ອມ​ຕໍ່​ພາກ​ພື້ນ, ໂຄສະນາ​ການທ່ອງທ່ຽວ​ຂອງ​ຄະນະ​ກຳມະການ​ປະຊາຊົນ​ສອງ​ນະຄອນ ​ແລະ ​ແມ່ນ​ຜະລິດ​ຕະພັນ​ທ່ອງ​ທ່ຽວ​ໃໝ່, ​ເລີ່ມຕົ້ນໃຫ້​ບັນດາບໍລິ​ການ​ຂົນ​ສົ່ງ ​ປະສານສົມທົບກັບ ການ​ຂຸດຄົ້ນບໍລິການທ່ອງ​ທ່ຽວ​ ທີ່ບໍລິສັດທາງ​ລົດ​ໄຟ​ ຫວຽດນາມ​ ຈະ​ຜັນຂະຫຍາຍໃນ​ອະນາຄົດ​ອັນ​ໃກ້ນີ້. ນອກຈາກນັ້ນ, ເສັ້ນທາງທ່ອງທ່ຽວນີ້ບໍ່ພຽງແຕ່ ປະກອບສ່ວນຮັບປະກັນການສັນຈອນຂອງປະຊາຊົນລະຫວ່າງ 2 ນະຄອນເຫວ້ ແລະ ດ່າໜັງ ເທ່ົານັ້ນ, ແຕ່ຍັງເປັນ ການສຳຜັດຕົວຈິງ ທີ່ໜ້າສົນໃຈຂອງນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດເມື່ອມາຍັງ 2 ນະຄອນ ທ່ອງທ່ຽວ ທັງເກົ່າແກ່, ທັງ ທັນສະໄໝທີ່ສຸດໃນປະເທດ.

ເວລາອອກເດີນທາງຂອງຂະບວນລົດໄຟ “ເຊື່ອມຕໍ່ມໍລະດົກ ພາກກາງ”:

ຢູ່​ນະຄອນ ​ເຫວ້, ​ລົດ​ໄຟ​ໝາຍເລກ HD1 ​ໄດ້​ອອກ​ຈາກ​ສະຖານີລົດໄຟ ເຫວ້ ໃນ​ເວລາ 7:45 ​ໂມງ ​ແລະ ​ໄປ​ຮອດ​ສະຖານີລົດໄຟ ດ່າໜັງ ​ເມື່ອເວລາ 10:35 ​ໂມງ; ລົດໄຟໝາຍເລກ HD3 ອອກຈາກສະຖານີລົດໄຟ ເຫວ້ ໃນເວລາ 14:25 ໂມງ ແລະ ໄປຮອດນະຄອນດ່າໜັງ ເມື່ອເວລາ 17:40 ໂມງ.

ຢູ່​ນະຄອນ ດ່າ​ໜັງ, ​ລົດ​ໄຟໝາຍເລກ HD2 ​ໄດ້​ອອກ​ຈາກ​ສະຖານີ​ລົດໄຟ ​ດ່າ​ໜັງ ໃນ​ເວລາ 7:50 ​ໂມງ ​ແລະ ​ໄປ​ຮອດ​ສະຖານີລົດໄຟ ​ເຫວ້ ເມື່ອ​ເວລາ 11:05 ​ໂມງ; ລົດໄຟໝາຍເລກ HD4 ອອກຈາກສະຖານີລົດໄຟ ດ່າໜັງ ໃນເວລາ 15:00 ໂມງ ແລະໄປຮອດສະຖານີລົດໄຟ ເຫວ້ ເມື່ອເວລາ 17:45 ໂມງ.

ລາຄາປີ້: 150.000 ດົ່ງ/ປີ້/ຄົນ

  • ບົດ ແລະ ພາບ: VNP/ແທງຢາງ - ແປໂດຍ: ຢືຟຽນ 

 



top