ກູຈີ - ຕໍານານ ເມືອງໃຕ້ດິນ
ຊ່ອນຕົວຢູ່ໃນປ່າໄມ້ອັນຂຽວງາມ ຢູ່ທາງທິດຕາເວັນຕົກ ສຽງເໜືອ ຂອງ ນະຄອນ ໂຮ່ຈີມິນ, ອຸມົງ ກູຈີ ແມ່ນ ສັນຍະລັກ ແຫ່ງຄວາມມຸ່ງໝັ້ນ, ຄວາມພິລະອາດຫານ ແລະ ຫົວຄິດ ປະດິດສ້າງ ທ່ີມະຫັດສະຈັນ ຂອງ ຄົນ ຫວຽດນາມ. ເສັ້ນທາງ ອຸມົງ ທີ່ມີຄວາມຍາວ ໃຕ້ພື້ນດິນ ກວ່າ 250 ກມ ໄດ້ສ້າງເປັນ ສິ່ງມະຫັດສະຈັນ ທາງດ້ານ ການທະຫານ ທີ່ເປັນເອກະລັກ ສະເພາະ, ດຶງດູດນັກທ່ອງທ່ຽວ ຈາກທົ່ວທຸກມຸມໂລກ ເຂົ້າມາ ທ່ຽວຊົມ ແລະ ຊອກຮູ້ ກ່ຽວກັບປະຫວັດສາດ ຫວຽດນາມ.
ໃນການທ່ຽວຊົມ ອຸມົງ ກູຈີ ກ່ອນສະເຫຼີມສະຫຼອງ ວັນສ້າງຕັ້ງ ນະຄອນ ໂຮ່ຈີມິນ ຄົບຮອບ 50 ປີ (2/7/1976 - 2/7/2026), ທ່ານນາງ ມາຍຖຸ໋ຍລານ, ນັກທ່ອງທ່ຽວ ທີ່ມາຈາກ ແຂວງ ຮຶງອຽນ, ບໍ່ສາມາດຊ່ອນ ຄວາມຕື້ນຕັນໃຈໄວ້ໄດ້ ເວລາໄດ້ເຫັນກັບຕາ ບັນດາ ເສັ້ນທາງ ອຸມົງ ນ້ອຍໆ ທີ່ເຄີຍແມ່ນສະຖານທີ່ຕໍ່ສູ້ ແລະ ດຳລົງຊີວິດ ຂອງ ກອງທັບ ແລະ ປະຊາຊົນ ກູຈີ. ທ່ານນາງ ມາຍທຸຍລານ ໄດ້ກ່າວວ່າ: “ຂ້າພະເຈົ້າ ມີຄວາມຈັບອົກຈັບໃຈ ແລະ ສະດຸດີທີ່ສຸດ ຕໍ່ຈິດໃຈຮັກຊາດ, ຄວາມສະຫຼາດສ່ອງໃສ, ຄວາມອາດຫານ ແລະ ເຈດຈຳນົງ ອັນໜັກແໜ້ນ ຂອງ ກອງທັບ ແລະ ປະຊາຊົນ ພາກໃຕ້ ເວົ້າລວມ, ກອງທັບ ແລະ ປະຊາຊົນ ກູຈີ ເວົ້າສະເພາະ”.
ອຸມົງ ກູຈີ ໄດ້ກຳເນີດຂຶ້ນນັບຕັ້ງແຕ່ ທ້າຍຊຸມປີ 1940 ແລະ ໄດ້ຮັບ ການຂະຫຍາຍ ຢ່າງບໍ່ຢຸດຢັ້ງ ໃນໄລຍະຕໍ່ສູ້ຕ້ານຈັກກະພັດ ຜູ້ຮຸກ ຮານ, ອຸມົງ ກູຈີ ໄດ້ຂະຫຍາຍກາຍເປັນ “ຕົວເມືອງໃຕ້ດິນ” ດ້ວຍ ເສັ້ນທາງອຸມົງ ຍາວກວ່າ 250 ກມ ທີ່ຕັ້ງ ສະຫຼັບກັນເປັນຫຼາຍຊັ້ນ, ປະສານກັບຂຸມຄອງ ແລະ ປ້ອມທີ່ໝັ້ນຢູ່ເທິງໜ້າດິນ ນັບຮ້ອຍກິໂລ ແມັດ. ພຽງແຕ່ດ້ວຍເຄື່ອງມື ທ່ີລຽບງ່າຍ ເຊັ່ນ: ຈົກ ແລະ ຊ້ວນຕັກ ດິນ ທີ່ເຮັດດ້ວຍໄມ້ໃຜ່, ກອງທັບ ແລະ ປະຊາຊົນ ກູຈີ ໄດ້ສ້າງໂຄງ ສ້າງ ທາງການທະຫານ ທ່ີຍິ່ງໃຫຍ່ ເລິກລົງໄປໃຕ້ພື້ນດິນ.
ລະບົບອຸມົງ ໄດ້ຮັບການອອກແບບຄືດັ່ງ ຕາໜ່າງຜັງເມືອງ ທ່ີ ກວ້າງໃຫຍ່. ຈາກບັນດາເສັ້ນທາງອຸມົງ ຕົ້ນຕໍ ໄດ້ແຕກອອກ ເປັນເສັ້ນທາງນ້ອຍໆ ນັບບໍ່ຖ້ວນ ທີ່ເຊື່ອມຕໍ່ເຖິງກັນ, ເຊື່ອມຕໍ່ ບັນດາຕາແສງ ແລະ ບ້ານ ຢູ່ໃນຂົງເຂດ. ອຸມົງ ຫຼາຍຕອນ ໄດ້ຮັບ ການກໍ່ສ້າງ ແຕ່ສອງຫາ ສາມຊັ້ນ, ມີຄວາມທົນທານ ຕໍ່ລູກລະເບີດ ແລະ ນ້ຳໜັກລົດຖັງ. ບັນດາຝາປິດອຸມົງ ທ່ີລັບລີ້, ປ່ອງລະບາຍ ອາກາດ ໄດ້ແຊມອຳພາງຢ່າງປານີດ ເຮັດໃຫ້ຝ່າຍກົງກັນຂ້າມ ຍາກທີ່ຈະກວດພົບໄດ້. ຢູ່ພາຍໃນຍັງມີບັນດາພື້ນທີ່ ດຳລົງຊີວິດ, ບ່ອນປະຊຸມ, ສາງເກັບມ້ຽນ ສະບຽງອາຫານ, ສຸກສາລາ, ເຕົາ ຮວ່າງເກີ່ມ, ນ້ຳສ້າງ ແລະ ບ່ອນຫຼົບໄພສຳລັບ ແມ່ຍິງ, ເດັກນ້ອຍ ແລະ ຜູ້ສູງອາຍຸ.
ໃນຊຸມປີແຫ່ງສົງຄາມອັນດຸເດືອດຂ້ຽວຂາດ, ອຸມົງ ກູຈີ ບໍ່ພຽງແຕ່ ແມ່ນບ່ອນຫຼົບໄພເທົ່ານັ້ນ, ແຕ່ຍັງແມ່ນຖານທີ່ໝັ້ນ ບັນຊາການ ທ່ີ ສຳຄັນ ຂອງຄະນະພັກເຂດ ແລະ ເຂດທະຫານ ໄຊງ່ອນ - ຢາດິ້ງ. ຈາກສະຖານທີ່ແຫ່ງນີ້, ຫຼາຍແຜນນະໂຍບາຍຕັດສິນ ແລະ ການ ເຄື່ອນໄຫວ ດ້ານການທະຫານ ໄດ້ຮັບການຜັນຂະຫຍາຍ, ປະກອບສ່ວນສ້າງເປັນໄຊຊະນະອັນສຳຄັນ ຂອງ ການຕໍ່ສູ້ ປົດປ່ອຍຊາດ. ກິດຈະການແຫ່ງນີ້ ໄດ້ກາຍເປັນຫຼັກຖານຢັ້ງຢືນ ທ່ີມີຊີວິດຊີວາ ໃຫ້ແກ່ສິລະປະ ສົງຄາມປະຊາຊົນ ແລະ ສົງຄາມ ກອງຫຼອນ ທີ່ເປັນເອກະລັກ ຂອງ ຫວຽດນາມ.
ປັດຈຸບັນ, ອຸມົງ ກູຈີ ໄດ້ຮັບການອະນຸລັກຮັກສາໄວ້ ຢູ່ສອງພື້ນທີ່ ຕົ້ນຕໍ ຄື: ເບັ໋ນເຢືອກ ແລະ ເບັ໋ນດິ່ງ. ນັກທ່ອງທ່ຽວ ທີ່ມາຍັງສະຖານ ທ່ີແຫ່ງນີ້ ສາມາດເຂົ້າຮ່ວມປະສົບການໂດຍກົງ ຢູ່ບັນດາຊ່ວງ ອຸມົງ ທີ່ໄດ້ຮັບການບູລະນະຟື້ນຟູ, ຊອກຮູ້ ກ່ຽວກັບຊີວິດການເປັນຢູ່ໃຕ້ ພື້ນດິນ ຂອງກອງທັບ ແລະ ປະຊາຊົນ ກູຈີ ໃນສະໄໝສົງຄາມ, ທັງ ຂຸດຄົ້ນ ແລະ ຊອກຮູ້ ບັນດາວັດຖຸພັນ, ກິດຈະການ ແລະ ພື້ນທີ່ ທີ່ ສະແດງຮູບພາບປະຫວັດສາດຄືນໃໝ່.
ໜຶ່ງໃນບັນດາຈຸດຢຸດພັກ ທີ່ສ້າງຄວາມຕື້ນຕັນໃຈທີ່ສຸດ ແມ່ນຫໍບູ ຊາ ລະນຶກເຖິງ ບັນດານັກຮົບເສຍສະຫຼະຊີວິດ ເພື່ອຊາດ ເບັ໋ນເຢືອກ.
ກິດຈະການໄດ້ຮັບການກໍ່ສ້າງຂຶ້ນ ເພື່ອລະນຶກເຖິງ ບັນດາ ວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດ ນັບຫຼາຍໝື່ນ ຄົນຢູ່ບົນ
ຜືນແຜ່ນດິນ ໄຊງ່ອນ - ເຈິເລີ໋ນ - ຢາດິ້ງ
ໃນສອງຄັ້ງ ສົງຄາມຕໍ່ສູ້ກູ້ຊາດ. ທ່າມກາງບັນຍາກາດ ອັນສະຫງ່າຜ່າເຜີຍ ແລະ ແຖວຕົ້ນໄມ້
ທີ່ຂຽວງາມ,
ນັກທ່ອງທ່ຽວມີໂອກາດໄດ້ຢຸດນິ້ງ ເພື່ອທົບທວນຫວນຄິດ
ກ່ຽວກັບການເສຍສະຫຼະ ອັນໃຫຍ່ຫຼວງ ເພື່ອໃຫ້ໄດ້ສັນຕິພາບ ໃນທຸກວັນນີ້.
ເພື່ອນຳເອົາປະຫວັດສາດ ເຂົ້າໃກ້ຊິດກັບມວນຊົນຍ່ິງຂຶ້ນ, ເຂດປູ ຊະນີຍະສະຖານ ຍັງໄດ້ເປີດຜະລິດຕະພັນທ່ອງທ່ຽວ ກາງຄືນ “ແສງຈັນ ເຂດສູ້ຮົບ”, ສະແດງຮູບພາບຊີວິດການເປັນຢູ່ ຂອງ ປະຊາຊົນ ເຂດປົດປ່ອຍ ກູຈີ ຄືນໃໝ່ ໃນຊຸມປີ ຕົ້ນທົດສະວັດ 1960. ບັນດາສາກການສະແດງ ທີ່ມີຊີວິດຊີວາ ຊ່ວຍໃຫ້ນັກ ທ່ອງທ່ຽວ ສາມາດ ຮູ້ໄດ້ຢ່າງຈະແຈ້ງ ກວ່າເກົ່າ ເຖິງຈິດໃຈ ແຫ່ງຄວາມຫວັງດີ, ເຈດຈຳນົງ ທີ່ກ້າແກ່ນ ແລະ ຊີວິດປະຈຳວັນ ຂອງ ປະຊາຊົນ ທ່າມກາງ ສະພາບສົງຄາມ.
ໂດຍໄດ້ຮັບການຮັບຮອງ ເປັນປູຊະນີຍະສະຖານແຫ່ງຊາດ ພິເສດ ຂອງ ຫວຽດນາມ, ປັດຈຸບັນ ອຸມົງ ກູຈີ ໄດ້ຕ້ອນຮັບນັກທ່ອງທ່ຽວ ກວ່າໜຶ່ງລ້ານເທື່ອຄົນ ໃນແຕ່ລະປີ. ນະຄອນ ໂຮ່ຈີມິນ ກຳລັງ ເຮັດ ໃຫ້ສົມບູນ ສຳເນົາເອກະສານສະເໜີ ກິດຈະການ ແຫ່ງນີ້ ເພື່ອ ກາຍເປັນມໍລະດົກໂລກ, ປະກອບສ່ວນນຳເອົາຄຸນຄ່າ ປະຫວັດສາດ ແລະ ວັດທະນະທຳ ຂອງ ປູຊະນີຍະສະຖານ ເຂົ້າໃກ້ຊິດກັບ ປະຊາຄົມສາກົນຍິ່ງຂຶ້ນ.
ບົດ: ຫວຽດເກື່ອງ - ພາບ: ເລມິງ, ທົງທ້ຽນ/VNP ແລະ
ເອກະສານ








