ກຸບ ທີ່ຊ່ວຍຮັກສາ ຈິດວິນຍານ ຢູ່ ຊົນນະບົດ ເຖີ໋ຍລາຍ
ທ່າມກາງຈັງຫວະຊີວິດ ທີ່ນັບມື້ນັບ ທັນສະໄໝ ຂອງ ເຂດທົ່ງ ພຽງແມ່ນ້ຳຂອງ, ຢູ່ຕາແສງ ເຖີ໋ຍລາຍ, ນະຄອນ ເກິ່ນເທີ, ຍັງຄົງ ສືບທອດ ອາຊີບ ການເຮັດກຸບຢ່າງງຽບໆ. ໃນນັ້ນ, ສາມ ເອື້ອຍ ນ້ອງ ຄື: ທ່ານນາງ ເຈິ່ນທິນຳ (65 ປີ), ເຈິ່ນທິເຕີ (68 ປີ) ແລະ ເຈິ່ນທິຈ່າ (72 ປີ) ຖືໄດ້ວ່າ ເປັນ “ຜູ້ຮັກສາໄຟ” ແຫ່ງການ ຍຶດ ໝັ້ນອາຊີບ ເຮັດກຸບ ມາເປັນເວລາ ຫຼາຍທົດສະວັດ.
ນັ່ງຢູ່ລະບຽງເຮືອນ, ທ່າມກາງແສງແດດຮ້ອນເອົ້າ ໃນຕອນສວຍ ຫຼື ຕອນແລງ ທີ່ມີລົມພັດເຢັນສະບາຍ, ສາມເອື້ອຍນ້ອງ ຍັງຄົງ ໝົກໝຸ່ນ ຢູ່ກັບ ຂອບໂຄງສ້າງ ກຸບ, ເຂັມ, ເສັ້ນດ້າຍ ແລະ ໃບ ລານແຫ້ງ. ສຳລັບ ພວກເພິ່ນແລ້ວ, ການຫຍິບກຸບ ບໍ່ພຽງແຕ່ ແມ່ນ ການລ້ຽງຊີບ ເທົ່ານັ້ນ, ແຕ່ຍັງແມ່ນສ່ວນໜຶ່ງ ຂອງຄວາມ ຊົງຈຳ ທີ່ຕິດພັນ ກັບໄວເດັກ ແລະ ປະເພນີ ຂອງ ຄອບຄົວ. “ພວກຂ້ອຍເຮັດ ອາຊີບນີ້ ມາຕັ້ງແຕ່ອາຍຸ 16-17 ປີ, ໂດຍແມ່ ເປັນຜູ້ຖ່າຍທອດໃຫ້ ເຮັດໄປດົນໆ ກໍເຄີຍຊີນ, ປະບໍ່ໄດ້ເລີຍ”, ທ່ານນາງ ນຳ ໄດ້ເລົ່າສູ່ຟັງຄືແນວນັ້ນ.
ວຽກທີ່ເບິ່ງຄືວ່າງ່າຍ, ແຕ່ຮຽກຮ້ອງຕ້ອງມີຄວາມພິຖີພິຖັນ ແລະ ຄວາມພະຍາຍາມສູງ. ຖ້າຕັ້ງໃຈເຮັດຢ່າງຕໍ່ເນື່ອງ ແຕ່ລະມື້, ແຕ່ລະຄົນ ສາມາດເຮັດສຳເລັດໄດ້ ພຽງໜຶ່ງໃບເທົ່ານັ້ນ. ແຕ່ ໃນຄວາມເປັນຈິງ, ສ່ວນຫຼາຍແມ່ນ ພວກເພິ່ນ ໃຊ້ເວລາຫວ່າງ ຈາກວຽກໄຮ່ການນາ ຫຼື ວຽກບ້ານການເຮືອນມາເຮັດ. ອາຊີບນີ້ ບໍ່ໄດ້ສ້າງລາຍຮັບສູງ, ກຸບແຕ່ລະໃບ ຂາຍໄດ້ປະມານ 110.000 ດົ່ງ, ແຕ່ສິ່ງທີ່ໄດ້ຮັບ ຄືຄວາມສຸກ ທີ່ຍັງໄດ້ຮັກສາອາຊີບ ຂອງ ບັນພະບຸລຸດໄວ້.
ໃນຂະບວນການເຮັດກຸບ, ທ່ານນາງ ເຕີ ໃຫ້ຮູ້ວ່າ ຂັ້ນຕອນທີ່ ຍາກທີ່ສຸດ ແມ່ນການ “ຂຶ້ນຂອບ” (ການຕິດຂອບໃສ່ແມ່ພິມ ກ່ອນຈະຫຍິບໃບລານ) - ເຊິ່ງເປັນຂັ້ນຕອນຕັດສິນ ຮູບຊົງທີ່ມົນ ງາມ ແລະ ຄວາມສະໝ່ຳສະເໝີ ຂອງ ກຸບ. ຍ້ອນຄວາມລະອຽດ ໃນ ທຸກບາດກ້າວ, ຕັ້ງແຕ່ການເລືອກໃບລານ ທີ່ງາມ ໄປຈົນເຖິງ ແຕ່ລະເຂັມຫຍິບ ທີ່ສະໝ່ຳສະເໝີ, ຈຶ່ງເຮັດໃຫ້ກຸບເຫຼົ່ານີ້ ບໍ່ພຽງ ແຕ່ທົນທານເທົ່ານັ້ນ, ແຕ່ຍັງມີຄຸນຄ່າທາງດ້ານຄວາມງາມ ອີກ ດ້ວຍ.
ປັດຈຸບັນ, ຜະລິດຕະພັນຂອງສາມເອື້ອຍນ້ອງ ສ່ວນຫຼາຍ ແມ່ນ ເຮັດຕາມໃບສັ່ງ ຂອງ ພໍ່ຄ້າຊາວຂາຍ. ຕາມຄຳບອກເລົ່າ ຂອງ ຜູ້ອາວຸໂສ, ອາຊີບນີ້ ມີມາ ກວ່າ 70 ປີແລ້ວ ແລະ ໃນປັດຈຸບັນ ໄດ້ສ້າງຕັ້ງເປັນ “ສະຫະພັນຫຍິບ ກຸບໃບລານ” ໂດຍມີ ກວ່າ 36 ຄົວເຮືອນເຂົ້າຮ່ວມ. ນີ້ບໍ່ພຽງແຕ່ແມ່ນ ບ່ອນເຊື່ອມຕໍ່ ບັນດາຜູ້ ເຮັດອາຊີບ ເທົ່ານັ້ນ, ແຕ່ຍັງປະກອບສ່ວນຮັກສາ ວີທີການຫາ ລ້ຽງຊີບ ໃຫ້ແກ່ແມ່ຍິງ ໄວກາງຄົນ ແລະ ຜູ້ສູງອາຍຸ ພາຍໃນເຂດ.
ຈຸດເດັ່ນຂອງກຸບໃບລານ ເກິ່ນເທີ ແມ່ນຢູ່ທີ່ວັດຖຸດິບ ແລະ ເຕັກ ນິກ ການປະດິດ. ຊາວບ້ານ ຢູ່ທີ່ນີ້ ໃຊ້ໃບລານ ຊະນິດ ພິເສດ ທີ່ ມີຄວາມທົນທານສູງ, ຜີວລຽບ ນຳມາປະສານກັບຂອບໄມ້ ຊາງ ເພື່ອສ້າງເປັນກຸບທີ່ ແໜ້ນໜາ. ຜ່ານການປ່ຽນແປງຫຼາຍຢ່າງ, ຈາກກຸບ ແບບດັ້ງເດີມທີ່ ມີ 15 ວົງ, ນາຍຊ່າງໄດ້ຫັນມາເຮັດກຸບ 16 ວົງ ຕາມແບບຂອງເມືອງ ເຫວ້ ເພື່ອໃຫ້ສອດຄ່ອງກັບຄວາມ ນິຍົມ ຂອງ ຜູ້ບໍລິໂພກ.
ຈຸດເດັ່ນຂອງກຸບໃບລານ ເກິ່ນເທີ ແມ່ນຢູ່ທີ່ວັດຖຸດິບ ແລະ ເຕັກ ນິກ ການປະດິດ. ຊາວບ້ານ ຢູ່ທີ່ນີ້ ໃຊ້ໃບລານ ຊະນິດ ພິເສດ ທີ່ ມີຄວາມທົນທານສູງ, ຜີວລຽບ ນຳມາປະສານກັບຂອບໄມ້ ຊາງ ເພື່ອສ້າງເປັນກຸບທີ່ ແໜ້ນໜາ.
ຂະບວນການເຮັດກຸບ ປະກອບມີ ຫຼາຍຂັ້ນຕອນເຊັ່ນ: ການຂຶ້ນ ຂອບ, ການໃສ່ວົງ, ການປູໃບ, ການຫຍິບກຸບ ແລະ ການດັດ ຂອບ. ໃນນັ້ນ, ການປູໃບລານ ຕ້ອງອາໄສເຕັກນິກສູງ ເພື່ອໃຫ້ ຊັ້ນ ໃບລານ ເຊິ່ງປະກອບມີຊັ້ນໃນ, ຊັ້ນເຈ້ຍຮອງ ແລະ ຊັ້ນ ນອກ ຖືກຈັດລຽງ ຢ່າງສະໝ່ຳສະເໝີ, ບໍ່ໃຫ້ຄາດເຄື່ອນ. ຫຼັງຈາກ ສຳເລັດແລ້ວ, ກຸບ ຍັງຖືກທາ ດ້ວຍນ້ຳມັນເຫຼື້ອມ ເພື່ອເພີ່ມ ຄວາມທົນທານ ແລະ ຄວາມສາມາດ ໃນການກັນນ້ຳ.
ຜະລິດຕະພັນກຸບໃບລານ ຢູ່ທີ່ນີ້ ໄດ້ຖືກແບ່ງອອກ ເປັນສອງປະເພດ ຕົ້ນຕໍຄື: ກຸບໃສ່ໄປນາ ແລະ ກຸບທ່ອງທ່ຽວ. ຖ້າກຸບ ໃສ່ໄປນາ ເນັ້ນໃສ່ຄວາມທົນທານ, ຂອບວົງກວ້າງ ເພື່ອບັງແດດໄດ້ດີ, ສ່ວນກຸບທ່ອງທ່ຽວ ພັດເນັ້ນໃສ່ ຄວາມງາມ, ມີການເລືອກ ໃບລານ ຢ່າງລະອຽດກວ່າ ແລະ ຮອຍຫຍິບ ມີຄວາມປານີດກວ່າ. ສ່ວນຫຼາຍກຸບ ປະເພດນີ້ ຜະລິດໂດຍຜູ້ ທີ່ມີສີມືສູງ ສະເພາະ ຍ້ອນວ່າ ຂາຍໃນລາຄາສູງສຸດ.
ບໍ່ພຽງແຕ່ແມ່ນເຄື່ອງໃຊ້ ສຳລັບແຕ່ການບັງແດດບັງຝົນເທົ່ານັ້ນ, ກຸບໃບລານ ຍັງບັນຈຸໄວ້ເຊິ່ງຄຸນຄ່າ ທາງດ້ານ ວັດທະນະທຳ ທີ່ ເລິກເຊິ່ງ. ຢູ່ທາງທິດຕາເວັນຕົກພາກໃຕ້ ຫວຽດນາມ, ພາບພົດ ຂອງແມ່ຍິງກັບກຸບ ໃບລານ ໄດ້ກາຍເປັນສັນຍະລັກ ທີ່ຄຸ້ນເຄີຍ, ຕິດພັນກັບຊີວິດແຄມນ້ຳ ທີ່ສະຫງົບສຸກ. ສໍາລັບທ່ານນາງ ນຳ, ທ່ານນາງ ເຕີ, ທ່ານນາງ ຈ່າ ແລ້ວ, ກຸບ ແຕ່ລະໃບ ຍັງແມ່ນສ່ວນໜຶ່ງ ຂອງຄວາມຊົງຈຳ ຂອງ ຄວາມຮັກແພງ ໃນຄອບຄົວ ແລະ ຂອງໝູ່ບ້ານອາຊີບ ທັງໝົດ.
ກຸບແຕ່ລະໃບ ຍັງຄົງຖືກຫຍິບອອກ ມາຢ່າງສະໝໍ່າສະເໝີ ໃນ ທຸກໆ ມື້, ເຖິງວ່າ ຈະຊ້າໆ ແຕ່ມີຄວາມທົນທານໜຽວແໜ້ນ. ແລະ ໃນແຕ່ລະປາຍເຂັມ ຂອງ ບັນດາແມ່ຍິງ ທີ່ຜ່ານວັນເວລາ ມາແລ້ວ ກວ່າເຄິ່ງຊີວິດ, ເສັ້ນໃໝ ບໍ່ພຽງແຕ່ ເຊື່ອມຕໍ່ ບັນດາຊັ້ນ ໃບລານ ເຂົ້າກັນເທົ່ານັ້ນ, ແຕ່ຍັງແມ່ນສາຍໃຍ ທີ່ເຊື່ອມຕໍ່ອະດີດ ກັບ ປັດຈຸບັນ, ຮັກສາຄວາມງາມທີ່ ລຽບງ່າຍ ແຕ່ເລິກເຊິ່ງ ຂອງ ເຂດດິນແດນ ທາງທິດຕາເວັນຕົກພາກໃຕ້ ຫວຽດນາມ.
ບົດ: ຈຸງແຄັງ - ພາບ: ເລມິງ, ຫງວຽນລວນ/VNP, ທູຮ່ຽນVNA












