ການອະນຸລັກ ຈິດວິນຍານ ແກະສະຫຼັກກາຈໍ້າ ຢູ່ກາງຄຸ້ມເມືອງເກົ່າ ຮ່າໂນ້ຍ
ທ່າມກາງຈັງຫວະຊີວິດ ທີ່ຟົດຟື້ນ ຂອງ ຄຸ້ມຖະໜົນເກົ່າ ຮ່າໂນ້ຍ, ຮ້ານແກະສະຫຼັກ ກາຈ້ຳໄມ້ ຟຸກເລີ້ຍ ຢູ່ຖະໜົນ ຮ່າງກວາດ ຍັງຄົງຕັ້ງຢູ່ຢ່າງງຽບໆ ຄືດັ່ງຊ່ວງເວລາທີ່ຢຸດນິ່ງ ໃນອະດີດ. ໃນສະຖານທີ່ ນ້ອຍໆ ທີ່ເກົ່າແກ່, ສຽງແກະສະຫຼັກດັງຂຶ້ນສະໝ່ຳສະເໝີ ໃນທຸກໆ ມື້, ເພື່ອຮັກສາລົມຫາຍໃຈ ຂອງ ອາຊີບຫັດຖະກຳ ແບບດັ້ງເດີມ ທີ່ນັບມື້ນັບຫາຍາກ ໃນທ່າມ ກາງຊີວິດຍຸກທັນສະໄໝ.
ທ່ານ ຟ້າມຫງອກຕວ່ານ, ເຈົ້າຂອງຮ້ານແມ່ນສິລະປິນຜູ້ທີ່ມີຄວາມຜູກພັນກັບອາຊີບແກະສະຫຼັກ ກາຈໍ້າໄມ້ ດ້ວຍມື ມາເປັນເວລາກວ່າ 40 ປີ. ໜ້ອຍຄົນທີ່ຈະຮູ້ວ່າ ກ່ອນຈະສືບທອດອາຊີບຂອງຄອບຄົວ, ທ່ານເຄີຍເປັນຄູສອນມາກ່ອນ. ແຕ່ດ້ວຍຄວາມຮັກທີ່ມີຕໍ່ອາຊີບດັ້ງເດີມ ໄດ້ເຮັດໃຫ້ທ່ານຕັດສິນໃຈລາອອກຈາກການເປັນຄູ ເພື່ອກັບຄືນມາຫາເຄື່ອງມືສີ່ວ, ມີດ ແລະ ທ່ອນໄມ້ ທີ່ຄຸ້ນເຄີຍມາຕັ້ງແຕ່ຄາວຍັງນ້ອຍ.
ຕາມຄຳບອກເລົ່າ ຂອງ ທ່ານ ຕວ່ານ, ອາຊີບແກະສະຫຼັກກາຈ້ຳນີ້ ແມ່ນໄດ້ຮັບການຖ່າຍທອດ ມາຈາກປູ່ ແລ້ວມາຮອດພໍ່ຂອງທ່ານ, ຈົນກາຍເປັນສ່ວນໜຶ່ງ ຂອງ ຄວາມຊົງຈຳ ແລະ ຊີ ວິດການເປັນຢູ່ຂອງຄອບຄົວ. ຕັ້ງແຕ່ຍັງນ້ອຍ, ທ່ານ ໄດ້ຄຸ້ນເຄີຍກັບກິ່ນໄມ້ໃໝ່ ແລະ ລວດລາຍການແກະສະຫຼັກ ທີ່ລະອຽດອ່ອນ. ທ່ານ ກ່າວວ່າ: “ອາຊີບນີ້ມັນໄດ້ຊຶມເລິກເຂົ້າໃນຕົວ ຂອງ ຂ້າພະເຈົ້າ ຕັ້ງແຕ່ຕອນໃດກໍບໍ່ຮູ້”.
ໃນຂະບວນການເຮັດກາຈ້ຳ, ຂັ້ນຕອນການແກະລວດລາຍແມ່ນຕ້ອງໃຊ້ເວລາ ແລະ ຄວາມຊັດເຈນທີ່ສຸດ. ຊ່າງຕ້ອງໄດ້ນຳໃຊ້ເຄື່ອງມືຂະໜາດນ້ອຍ ເພື່ອສ້າງຮູບຮ່າງ ແຕ່ລະລາຍລະ ອຽດໃສ່ໜ້າໄມ້. ສຳລັບຮູບແບບທີ່ລຽບງ່າຍ, ຈະຕ້ອງໃຊ້ເວລາເຮັດໃຫ້ສຳເລັດ ພຽງແຕ່ປະມານ 15 - 20 ນາທີ, ແຕ່ສຳລັບຂັ້ນຕອນທີ່ຊັບຊ້ອນ ອາດຈະໃຊ້ເວລາເຖິງໜຶ່ງອາທິດ.
ບໍ່ພຽງແຕ່ເປັນສະຖານທີ່ເຮັດວຽກເທົ່ານັ້ນ, ຮ້ານແກະສະຫຼັກກາຈໍ້າໄມ້ ຟຸກເລີ້ຍ ຍັງປຽບເໝືອນສະຖານທີ່ ຮັກສາຄວາມຊົງຈຳ ຂອງອາຊີບສະໄໝກ່ອນ. ໃນແຕ່ລະມື້, ມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເປັນຈຳນວນຫຼາຍ ເຂົ້າມາຢ້ຽມຊົມເພື່ອເຫັນກັບຕາ ເຖິງຂະບວນການ ເຮັດກາຈ້ຳດ້ວຍມື ຫຼື ຊື້ເປັນຂອງຂວັນ ທີ່ບົ່ງບອກເຖິງ ເອກະລັກ ວັດທະນະທຳ ຫວຽດນາມ.
ທ່ານ ຕວ່ານ ໃຫ້ຮູ້ວ່າ ເມື່ອປະມານສອງປີມານີ້, ຍ້ອນການແຜ່ຫຼາຍຂອງສື່ສັງຄົມອອນລາຍ ແລະ ອິນເຕີເນັດ, ນັບມື້ນັບມີໄວໜຸ່ມໃຫ້ຄວາມສົນໃຈ ຕໍ່ອາຊີບແກະສະຫຼັກ ກາຈໍ້າ ແບບດັ້ງ ເດີມຫຼາຍຂຶ້ນ. ເພື່ອໃຫ້ສອດຄ່ອງກັບຄວາມຕ້ອງການໃໝ່, ທ່ານ ກໍໄດ້ປະດິດສ້າງຮູບແບບທີ່ຫຼາກຫຼາຍກວ່າເກົ່າ, ແຕ່ຍັງຄົງຮັກສາຈຸດເດັ່ນ ຂອງ ການເຮັດດ້ວຍມືເອົາໄວ້.
ທ່າມກາງຂະບວນການຫັນເປັນຕົວເມືອງຢ່າງວ່ອງໄວ, ອາຊີບແກະສະຫຼັກ ກາຈ້ຳໄມ້ ເຄີຍມີບາງຊ່ວງເວລາ ເກືອບຈະລືມຫາຍໄປ. ແຕ່ເຖິງຢ່າງໃດກໍຕາມ, ດ້ວຍຄວາມອົດທົນ ແລະ ຄວາມຮັກ ຕໍ່ອາຊີບ ຂອງ ບັນດາສິລະປິນ ຄືທ່ານ ຕວ່ານ, ກາຈ້ຳນ້ອຍໆ ເຫຼົ່ານັ້ນ ຍັງຄົງສືບຕໍ່ ນຳເອົາເລື່ອງລາວ ທາງດ້ານວັດທະນະທຳ ແລະ ຄວາມຊົງຈຳ ຂອງ ຍ່ານເມືອງເກົ່າ ຮ່າໂນ້ຍ ໄປສູ່ເພື່ອນມິດສະຫາຍທັງໃກ້ ແລະ ໄກ.
ບົດ ແລະ ພາບ: ແຄ໋ງລອງ/VNP
















