ການຖ່າຍທອດສົດ ຢູ່ຕະຫຼາດນັດ ຊານທ່າງ
ຈາກການຝຶກອົບຮົມ ທັກສະການເຮັດທຸລະກິດ ບົນພື້ນຖານ ດີຈີຕອນ, ການສ້າງ ແລະ ໂຄສະນາຮູບພາບ, ເຄື່ອງໝາຍການຄ້າ ຂອງ ຜະລິດຕະພັນກະສິກຳ ຢູ່ທ້ອງຖິ່ນ, ຊາວກະສິກອນ ບັນດາ ເຜົ່າ ທີ່ມາຂາຍສິນຄ້າກະສິກຳ ຢູ່ຕະຫຼາດນັດ ຊານທ່າງ (ແຂວງ ລາຍເຈົາ) ໄດ້ໝູນໃຊ້ ການຖ່າຍທອດສົດ ເພື່ອໂຄສະນາ ແລະ ຂາຍຜະລິດຕະພັນ.
ຕະຫຼາດນັດ ຊານທ່າງ ຍັງຄົງຮັກສາໄດ້ຈຸດເອກະລັກສະເພາະ ຂອງ ຕະຫຼາດນັດຢູ່ເຂດພູສູງ ຊຶ່ງເຕັມໄປດ້ວຍສີສັນວັດທະນະທຳ ຂອງ ເຜົ່າຕ່າງໆ ເຊັ່ນ: ໄຕ່, ມົ້ງ, ຢາວ, ໄຢ໋, ລື້. ສະຖານທີ່ ແຫ່ງນີ້ ແມ່ນບ່ອນຈຸດດຶງດູດນັກທ່ອງທ່ຽວຈຳນວນຫຼາຍ ໃນແຕ່ລະຄັ້ງ ທີ່ມາຢ້ຽມຢາມ ລາຍເຈົາ.
ຈາກຕະຫຼາດພື້ນເມືອງ ເຊິ່ງຈັດຂຶ້ນສະເພາະວັນສັດມີເຂົາເປັນຫຼັກ (ມື້ວັນພະຫັດ ແລະ ວັນອາທິດ), ສ່ວນໃຫຍ່ ແມ່ນການແລກປ່ຽນ ຊື້ຂາຍ ຜະລິດຕະພັນກະສິກຳ ໃນພື້ນທີ່, ປັດຈຸບັນ ສິນຄ້າກະສິກຳ ທີ່ເປັນເອກະລັກສະເພາະ ບໍ່ພຽງແຕ່ຖືກຊື້ຂາຍໂດຍກົງເທົ່ານັ້ນ, ແຕ່ຍັງມີຜູ້ຖ່າຍທອດສົດ ເພື່ອເຊື່ອມຕໍ່ຜູ້ຂາຍ ແລະ ຜູ້ຊື້.
ບໍ່ຈຳເປັນຕ້ອງໄປຕະຫຼາດ, ພຽງແຕ່ຜ່ານການ ຖ່າຍທອດສົດ ແນະ ນຳ, ລູກຄ້າທີ່ຢູ່ໄກ ກໍ່ສາມາດຊື້ ຫົວໂສມ, ຂີງດຳ ຫຼື ນ້ຳເຜິ້ງປ່າ ທີ່ຖືກໃຈ. ນາງ ມາຍທິຢວຽນ ໄດ້ກ່າວວ່າ: “ການຂາຍ ເຄື່ອງແບບ ນີ້ ຂ້າພະເຈົ້າເປັນຄົນກາງ ໃນການຈຳໜ່າຍສິນຄ້າ ລະຫວ່າງຊາວກະສິກອນ ແລະ ຜູ້ຊື້. ການຂາຍ ຜ່ານການ ຖ່າຍທອດສົດ ມີປະ ສິດທິພາບຫຼາຍ. ປົກກະຕິແລ້ວ ຕະຫຼາດນັດ ແບບນີ້ ໃນຕອນເຊົ້າ ສິນຄ້າ ຍັງມີຫຼາຍ, ແຕ່ຮອດຕອນສວຍກໍ່ໝົດແລ້ວ. ຊ່ວຍຊາວກະ ສິກອນ ຂາຍສິນຄ້າໄດ້ ຂ້າພະເຈົ້າກໍ່ໄດ້ ຄ່າແຮງງານ, ດີໃຈຫຼາຍ”.
ນາງ ມາຍທິຢວຽນ ແລະ ນາງ ຫາງ ທິຊົວ ຢູ່ແຂວງ ລາຍເຈົາ ມີປະສົບການມາແລ້ວ 2-3 ປີ ໃນການຂາຍສິນຄ້າ ດ້ວຍວິທີຖ່າຍທອດສົດ ຢູ່ຕະຫຼາດນັດ. ເຫັນຊາວກະສິກອນ ມີຜະລິດຕະພັນກະສິກຳ ທີ່ເປັນເອກະລັກ, ແປກ, ຫາຍາກ ເຊັ່ນ: ໂສມ, ຕັງກຸຍ, ຊານຊີ (ໂສມຈີນ), ກ້ວຍປ່າ... ພວກເຂົາກໍ່ຈະໂຄສະນາຂາຍ ໂດຍກົງຜ່ານທາງອອນລາຍ. ບໍ່ພຽງແຕ່ ພໍຢູ່ພໍກິນເທົ່ານັ້ນ, ປັດ ຈຸບັນ ຍັງສາມາດ ສ້າງຄວາມຮັ່ງມີ ໄດ້ອີກດ້ວຍ.
ຈາກຈໍານວນ ບໍ່ພໍເທົ່າໃດຄົນ ໃນເບື້ອງຕົ້ນ, ປັດຈຸບັນ ມີທີມງານ ຖ່າຍທອດສົດ ຂາຍສິນຄ້າກະສິກຳ ຢູ່ຕະຫຼາດ ຊານທ່າງ ຈໍານວນຫຼາຍພໍສົມຄວນ, ສ່ວນໃຫຍ່ແມ່ນແມ່ຍິງ. ຜູ້ຖ່າຍທອດສົດ ຄົນໜຶ່ງ ໃນຕະຫຼາດນັດ ທີ່ຂາຍດີ ກໍ່ສາມາດ ຫາຄ່າແຮງງານໄດ້ ຫຼາຍລ້ານດົ່ງ. ຊາວກະສິກອນ ທ້ອງຖິ່ນ ນຳເອົາຜະລິດຕະພັນ ລ້ຳຄ່າ ມາຍັງຕະຫຼາດ ແລະ ໄດ້ທີມງານຖ່າຍທອດສົດ ແນະນຳ ໄປສູ່ລູກຄ້າຢູ່ທົ່ວທຸກພູມີພາກ.
ສຳລັບຊາວກະສິກອນ ເຊັ່ນ: ນາງ ເຕິນອູໄໝ, ນັບຕັ້ງແຕ່ມີທີມງານນີ້ ໄດ້ຊ່ວຍໃຫ້ພວກເຂົາຂາຍສິນຄ້າ ຢູ່ທີ່ຕະຫຼາດ ຢ່າງມີ ປະສິດທິພາບຫຼາຍ. ນາງ ເຕິນອູໄໝ ກ່າວດ້ວຍຄວາມດີໃຈວ່າ: “ໃນເມື່ອກ່ອນ ສິນຄ້າ ຂອງ ພວກຂ້າພະເຈົ້າ ທີ່ນຳມາຕະຫຼາດນັດ ບໍ່ສາມາດເຂົ້າເຖິງເຂດລຸ່ມໄດ້, ເຖິງວ່າ ເປັນຂອງດີພິເສດ ທັງໝົດ ແຕ່ຂາຍຍາກຫຼາຍ. ປັດຈຸບັນ ມີຜູ້ຂາຍເຄື່ອງອອນລາຍ ຈຶ່ງຂາຍງ່າຍຂຶ້ນ, ບາງມື້ຂ້າພະເຈົ້າຂາຍໂສມໄດ້ 5-7 ລ້ານດົ່ງ
ມາຍັງຕະຫຼາດນັດ ຊານທ່າງ, ນາງ ຢ່າງທິມາຍ ບໍ່ພຽງແຕ່ ຖ່າຍທອດສົດ ຂາຍໂສມເທົ່ານັ້ນ, ແຕ່ບ່ອນໃດມີຕະຫຼາດນັດ ສອງຜົວ ເມຍນາງ ກໍ່ຈະໄປເຖິງ ແລະ ຊອກຫາສິນຄ້າກະສິກຳ ທີ່ຫາຍາກ ຊຶ່ງກໍາລັງ ເປັນທີ່ນິຍົມຂອງ ຕະຫຼາດ ເພື່ອໂຄສະນາ ຂາຍຜ່ານທາງ ອອນລາຍ. ເພື່ອຊັກຊວນລູກຄ້າ ທີ່ຢູ່ໄກ ໃຫ້ຊື້ ສິນຄ້າ ກະສິກຳ ທີ່ຖ່າຍທອດສົດ ຈະຕ້ອງຮັບປະກັນຄຸນນະພາບ, ສະອາດ, ປອດໄພສະເໝີ. ລູກຄ້າຢູ່ແຂວງຕ່າງໆ ເມື່ອສັ່ງຊື້ ສິນຄ້າແລ້ວ, ສິນຄ້າຈະຖືກຈັດສົ່ງໄປຮອດ ທີ່ຢູ່ ທີ່ຖືກຕ້ອງ, ລູກຄ້າກວດສອບຄຸນນະພາບ ກ່ອນ ຈຶ່ງຈ່າຍເງິນ.
ນໍາໃຊ້ ການຖ່າຍທອດສົດ ເພື່ອຈຳໜ່າຍ ຜະລິດຕະພັນ ກະສິກຳ ຢູ່ຕະຫຼາດນັດ ຊານທ່າງ ແມ່ນສິ່ງທີ່ພິສູດໃຫ້ເຫັນຢ່າງຈະແຈ້ງ ເຖິງການປ່ຽນແປງ ທີ່ເຂັ້ມແຂງຢູ່ເຂດພູສູງ ລາຍເຈົາ. ຈາກໂທລະສັບສະມາດໂຟນ, ຊາວກະສິກອນ ເຜົ່າຕ່າງໆ ໄດ້ສ້າງການເຊື່ອມຕໍ່ ຢ່າງກວ້າງຂວາງ ເລິກເຊິ່ງກັບຕະຫຼາດທົ່ວປະເທດ, ເພີ່ມລາຍຮັບ ແລະ ຄ່ອຍໆ ຫຼຸດພົ້ນອອກຈາກ ຄວາມທຸກຍາກ ຍ້ອນອາໄສ ຜະ ລິດຕະພັນ ບ້ານເກີດເມືອງນອນ ຂອງຕົນເອງ.
ບົດ: ຫວຽດເກື່ອງ - ພາບ: ທົງທ້ຽນ, ຫວຽດເກື່ອງ - ແປໂດຍ: ບິກລຽນ