ໂຮງຮຽນມິດຕະພາບ T78: ຂົວເຊື່ອມຕໍ່ ຫວຽດນາມ-ລາວ

ໂຮງຮຽນມິດຕະພາບ T78: ຂົວເຊື່ອມຕໍ່ ຫວຽດນາມ-ລາວ

ປີ 2022 ເປັນປີພິເສດ ສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ ຫວຽດນາມ - ລາວ (ວັນທີ 5 ກັນຍາ1962  ວັນທີ 5 ກັນຍາ 2022) ແລະ 45 ປີແຫ່ງວັນເຊັນ ສົນທິ ສັນຍາມິດຕະພາບ ແລະ ການຮ່ວມມືຫວຽດນາມ - ລາວ (ວັນທີ 18 ກໍລະກົດ 1977  ວັນທີ 18 ກໍລະກົດ 2022) ຍັງເປັນປີ ທີ່ມຸ່ງໄປເຖິງ ການສະເຫຼີມສະຫຼອງ 65 ປີວັນສ້າງຕັ້ງໂຮງຮຽນມິດຕະພາບ T78 (ວັນທີ 1 ມັງກອນ 1958 1 ມັງກອນ 2023).

ກວ່າ 60 ປີ​ ທີ່​ຜ່ານ​ມາ, ຈາກ​ໂຮງຮຽນ​ແຫ່ງ​ນີ້, ມີ​ນັກຮຽນ​ ລາວ ​ເກືອບ 30.000 ຄົນ​ໄດ້​ເຕີບ​ໃຫຍ່, ກາຍ​ເປັນ​ພະນັກງານ​ຫຼັກ​ແຫຼ່ງ ​ແລະ ດຳ ລົງ​ຕຳ​ແໜ່​ງສຳຄັນ ​ໃນ​ການ​ນຳພາ​ ຂອງ​ ພັກ ​ແລະ ລັດ, ປະກອບ ສ່ວນ​ອັນ​ໃຫຍ່​ຫຼວງ ​ເຂົ້າ​ໃນ​ພາລະກິດ​ປົກປັກຮັກສາ ແລະ ສ້າງສາ ​ປະເທດ ລາວ​ ອ້າຍ​ນ້ອງ. 

ທ່ານ ເລ​ຝູ໋ຖັ໋ງ, ​ເລຂາ​ຄະນະ​ພັກ, ຜູ້ອໍານວຍການໂຮງຮຽນ ​ໃຫ້​ຮູ້​ວ່າ ພາຍຫຼັງ​ກວ່າ​ເຄິ່ງສະຕະວັດ, ຄຳ​ແນະນຳ​ ຂອງ​ລຸງ​ ໂຮ່ ​ເມື່ອ​ມາ​ຢ້ຽມ ຢາມ​ໂຮງຮຽນ ​ຍັງ​ມີ​ຄວາມ​ໝາຍ​ປະຫວັດສາດ ​ແລະ ຍຸກ​ສະ​ໄໝ​ທີ່​ເລິກ​ເຊິ່ງ. ລຸງ​ເວົ້າ​ວ່າ: “ຕ້ອງ​ເປີດ​ປະ​ຕູ​ໂຮງ​ຮຽນ​ ໃຫ້​ນັກ​ຮຽນ ໄດ້​ຕິດ​ຕໍ່​ກັບ​ທ້ອງ​ຖິ່ນ, ໃຊ້​ປະຊາຊົນ ​ປົກ​ປັກ​ຮັກ​ສາ​ ຄວາມ​ລັບ​ຂອງ​ ໂຮງ​ຮຽນ, ແຕ່ບໍ່​ແມ່ນ​ປິດ​ປະ​ຕູ​ ເພື່ອ​ລັອກ​ນັກ​ຮຽນ​ ໃນ​ໂຮງ​ຮຽນ ແລ້ວ​ເອີ້ນ​ວ່າ ​ເປັນ​ຄວາມ​ລັບ”. ເຊື່ອມຊຶມຄຳສັ່ງສອນ​ຂອງ​ລຸງ​ ໂຮ່, ບໍ່​ວ່າ​ຈະ​ຢູ່​ໃສ, ​ໃນ​ສະ​ພາບ​ການ​ໃດ, ໃນ​ສະ​ໄໝ​ສົງ​ຄາມ​ ກໍ​ຄື ​ໃນ​ສະ​ໄໝສັນຕິພາບ, ໂຮງ​ຮຽນ​ຍາມ​ໃດ​ກໍ່ໄດ້​ “ໃຊ້ຊີວິດໃນ​ຄວາມ​ຮັກ​ແພງ​ຈາກພັກ, ຈາກປະຊາຊົນ”.  

ໃນໄລຍະ 60 ປີຜ່ານມາ, ນັກຮຽນ ລາວ ເກືອບ 30.000 ຄົນ ໄດ້ເຕີບໃຫຍ່ຈາກໂຮງຮຽນມິດຕະພາບ T78 - ໂຮງຮຽນແມ່ນສັນຍາລັກແຫ່ງຄວາມໄມຕິຈິດ ມິດຕະພາບ ຫວຽດນາມ - ລາວ. ພາບ: ຫວຽດເກື່ອງ/VNP

ຊາວ ​ຫວຽດ​ນາມ ​ມັກ​ເອີ້ນ​ໂຮງ​ຮຽນ​ແຫ່ງ​ນີ້​ວ່າ “ໂຮງ​ຮຽນ​ ລາວ” ເພາະ​ນັບ​ແຕ່​ມື້​ທຳ​ອິດ​ແຫ່ງ​ການ​ສ້າງ​ຕັ້ງ, ໂຮງ​ຮຽນ​ໄດ້​ຮັບ​ມອບ​ໝາຍໜ້າທີ່ສອນ​ພາ​ສາ ຫວຽດ (ປີກຽມ) ແລະ ວັດ​ທະ​ນະ​ທຳ ​ຫວຽດ​ນາມ ໃຫ້​ແກ່​ນັກ​ຮຽນ ລາວ. ປັດຈຸ​ບັນ, ໂຮງຮຽນ ​ຍັງ​ປະຕິບັດໜ້າທີ່ສຶກສານັກຮຽນ ຊັ້ນມັດທະຍົມຕອນປາຍ ​ໃຫ້​ນັກຮຽນ​ຢູ່​ເຂດ​ພູດ​ອຍທາງ​ພາກ​ເໜືອ ຫວຽດນາມ. ສົກຮຽນ 2021-2022 ເປັນປີທຳອິດ ທີ່ທາງໂຮງຮຽນ ຮັບເອົາ ນັກຮຽນ ຊັ້ນມັດທະຍົມຕອນປາຍ ຈາກ ລາວ ຈໍານວນ 20 ຄົນ. ນ້ອງ ຈົວ​ຊົ່ງ ບົວສີເນັ່ງມາ ກ່າວ​ວ່າ: “​ເນື່ອງ​ຈາກ​ການແຜ່ລະບາດໂຄ​ວິດ​-19 ​ເຮັດ​ໃຫ້​ສົກ​ຮຽນ​ໄດ້​ເລື່ອນໄປ​ 3 ເດືອນ, ແຕ່​ຍ້ອນ​ຄວາມ​ເອົາ​ໃຈ​ໃສ່ ​ຈາກ​ຄູ​ອາຈານ, ພວກນ້ອງ​ໄດ້​ຜ່ານ​ຜ່າ​ໄລຍະ​ການ​ແຜ່​ລະ ບາດ​ຂອງ​ພະຍາດ​ຢ່າງ​ວ່ອງ​ໄວ ​ແລະ ​ໄດ້​ສຸມ​ໃສ່​ຮຽນ​ພາສາ ​ຫວຽດ, ຍິ່ງ​ໄປ​ກວ່າ​ນັ້ນ ພວກນ້ອງ​ຍັງໄດ້ທາງໂຮງຮຽນພາໄປທ່ຽວອ່າວ ຮ້າລອງ, ງາມຫຼາຍ!”.

ໃນ​ຊຸມ​ປີ​ມໍ່ໆ​ ມາ​ນີ້, ​ໂຮງຮຽນ​ໄດ້​ມີ​ການປ່ຽນໃໝ່ ​ວິທີ​ການ​ສອນ ​ແລະ ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ນອກ​ຫຼັກສູດ ​ໃຫ້​ນັກ​ຮຽນ ລາວ ຢູ່ສະ    ເໝີ ​ເພື່ອ​ຍົກ​ສູງ​ຄວາມ​ຮູ້ ​ແລະ ຄວາມ​ເຂົ້າ​ໃຈ ກ່ຽວ​ກັບ​ວັດທະນະທຳ​ ຫວຽດ, ພ້ອມ​ກັນ​ນັ້ນ​ກໍ​ຊ່ວຍ​ເຫຼືອ​ປະຊາຊົນ​ ຢູ່​ທ້ອງ​ຖິ່ນ​ເວົ້າສະ​ເພາະ ​ແລະ ທົ່ວ​ປະ​ເທດ​ເວົ້າ​ລວມ ສືບ​ຕໍ່​ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ຄວາມ​ສັດ​ຊື່​ບໍລິສຸດ ລະຫວ່າງສອງ​ປະ​ເທດ.

ແນໃສ່ສືບທອດ​ຜົນ​ສຳ​ເລັດ​ທີ່​ບັນ​ລຸ​ໄດ້ ​ຈາກ​ໂຄງ​ການ Homestay -ນຳ​ນັກ​ຮຽນ​ ໄປ​ທັດສະນະສຶກສາ​ຢູ່​ນໍາເຮືອນ ປະຊາຊົນ”, ເລີ່ມ​ຕົ້ນ​ປີ​ນີ້, ໂຮງ​ຮຽນ ​ໄດ້​ຈັດ​ຕັ້ງ​ໂຄງ​ການ ​ຄອບ​ຄົວ​ ຫວຽດ​ ກັບ​ນັກ​ສຶກ​ສາ ລາວ - ເປັນ​ກິດ​ຈະ​ກຳ​ ທີ່​ມີ​ຄວາມ​ໝາຍ ຢ່າງເລິກ​ເຊິ່ງ ​ເພື່ອ​ແນ​ໃສ່​ຮັດ​ແໜ້ນ​ນ້ຳ​ໃຈ​ສາມັກຄີ, ​ຄວາມສະໜິດຕິດພັນ ລະຫວ່າງ​ປະຊາຊົນ, ວິ​ສາ​ຫະກິດ ຫວຽດ ກັບ ນັກຮຽນ ລາວ.

 ນັກຮຽນ ລາວໄດ້ເຂົ້າຮ່ວມກິດຈະກໍານອກຫຼັກສູດທີ່ຫຼາກຫຼາຍ. ພາບ: ຫວຽດເກື່ອງ/VNP

ນອກ​ຈາກນີ້, ​ໃນ​ໂອກາດງານບຸນ ຫຼື ບຸນປີ​ໃໝ່ ​ປະຈຳ​ຊາດຂອງສອງປະເທດ, ນັກຮຽນ ​ລາວ ​ແລະ ນັກຮຽນ ​ຫວຽດ ​ໄດ້​ມາ​ເຕົ້າ​ໂຮມ​ກັນ ​ເພື່ອການພົບປະ​ແລກປ່ຽນ ​ແລະ ຜ່ານປະສົບການຕົວຈິງ ໃນກິດຈະກຳຕ່າງໆ ເຊັ່ນ: ຫໍ່​ເຂົ້າຕົ້ມໃນບຸນປີໃໝ່ ປະຈຳຊາດ ຫວຽດນາມ, ​ເຮັດເຂົ້າໜົມຫວານ - ເຂົ້າໜົມບົວລອຍ ໃນບຸນເຕັດ ຮ່ານ, ຫົດ​ນ້ຳ​ໃນ​ບຸນ​ປີໃໝ່ ລາວ... ຫວ່າງມໍ່ໆ ມານີ້, ທາງໂຮງຮຽນ ຍັງໄດ້ຈັດຕັ້ງການເສັງທາງອອນລາຍ ເພື່ອຊອກຮູ້ ກ່ຽວກັບສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ຫວຽດນາມ-ລາວ ເຊິ່ງໄດ້ນໍາເອົາຄວາມຮູ້ທີ່ມີຄຸນປະໂຫຍດຫຼາຍຢ່າງມາໃຫ້ແກ່ນັກຮຽນ.

ເປັນ​ທີ່​ຮູ້​ກັນ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, ໂຮງຮຽນ​ ຈະ​ພະຍາຍາມ​ເພື່ອກາຍ​ເປັນ​ໂຮງຮຽນ​ມິດຕະພາບ​ສາກົນ​ ທີ່​ມີ​ຄຸນ​ນະພາ​ບສູງ, ປະກອບ ສ່ວນ​ປະຕິບັດ​ວຽກ​ງານ​ ການ​ເມືອງ​ອັນ​ສູງ​ສົ່ງ​ ລະຫວ່າງ​ສອງ​ພັກ ​ແລະ ສອງລັດ ​ໃນ​ການ​ປົກ​ປັກ​ຮັກສາ ​ແລະ ​ເພີ່ມ​ພູນຄູນສ້າງຄວາມສາມັກ ຄີ ຫວຽດນາມ-ລາວ ນັບມື້ນັບເລິກເຊິ່ງ, ແໜ້ນແຟ້ນ, ສົມ​ເປັນສັນຍາລັກແຫ່ງ​ການ​ພົວ​ພັນ​ມິດ​ຕະ​ພາບ ​ຫວຽດ​ນາມ - ລາວ.

ບົດ: ຂ່າວພາບ ຫວຽດນາມ - ພາບ: ຫວຽດເກື່ອງ - ເຕັກນິກກະຣາຟິກ: ຈາງຍູງ - ແປໂດຍ: ບິກລຽນ 


Top