ແຟຊັ່ນ ຫວຽດນາມ ຜ່ານການສ້າງຂອງນັກອອກແບບ Gen Z

ແຟຊັ່ນ ຫວຽດນາມ ຜ່ານການສ້າງຂອງນັກອອກແບບ Gen Z

ພາຍຫຼັງ 2 ປີ​ແຫ່ງ​ການ​ແບ່ງ​ແຍກ​ກັນ​ຍ້ອນ​ໂລກ​ລະ​ບາດ Covid, Re:birth (ເກີດໃໝ່) - ໜຶ່ງ​ໃນບັນດາສັບປະດາ ແຟ​ຊັ່ນ​ ​ພິ​ເສດ​ທີ່​ສຸດ​ຂອງ​ສະ​ຖາ​ບັນ​ການ​ອອກ​ແບບ ແລະ ແຟ​ຊັ່ນ ​ລອນ​ດອນ (ຮ່າ​ໂນ້ຍ) ໄດ້​ຈັດ​ຕັ້ງ​ດ້ວຍ​ບັນດາຊຸດ​ສະສົມ ທີ່ສະແດງ​ໃຫ້​ເຫັນ​ແນວ​ຄິດ​ທີ່​ແຕກ​ຕ່າງ​ກັນ​ຂອງບັນດາ​ນັກ​ອອກ​ແບບ Gen Z.

 

ນາງ May Cortazzi, ອາຈານສອນ ໃນພະແນກ ແຟຊັ່ນ ຂອງສະຖາບັນ ການອອກແບບ ແລະ ແຟຊັ່ນ ລອນດອນ, ແບ່ງປັນວ່າ: “ຫຼັງຈາກສອງປີທີ່ໄດ້ຮັບຜົນກະທົບ ຈາກ ໂລກລະບາດ, ໂດຍຜ່ານໄລຍະເວລາຂອງການໂດດດ່ຽວ ແລະ ຕ້ອງຫັນເຂົ້າໄປໃນເພື່ອຄົ້ນພົບຕົວເອງ, ນັກຮຽນຂອງ ພວກຂ້າພະເຈົ້າ ໄດ້ສ້າງທັດສະນະທີ່ເປັນເອກະລັກໃນໂລກ ທັນສະໄໝ ຈາກແນວຄວາມຄິດການຜະລິດ, ການຕະຫຼາດ ແລະ ສະແດງບັນດາຊຸດສະສົມ ແຟຊັ່ນ ພິເສດທີ່ສຸດຢູ່ໃນ catwalk”. 

Re:birth ເນັ້ນໃສ່ 3 ຫົວຂໍ້ທີ່ສະທ້ອນເຖິງການປ່ຽນແປງ ຂອງການເກີດໃໝ່ ຂອງນັກອອກແບບ ຫວຽດນາມ Gen Z, ລວມທັງ Re:vive, Re:Grow ແລະ Re: New.

 

 

ດ້ວຍກຸ່ມຫົວຂໍ້ Re:vive, ຜູ້ອອກແບບນຳສະເໜີບັນດາ ຊຸດສະສົມ ທີ່ສະທ້ອນເຖິງຄວາມຮັບຮູ້ຂອງ ນັກອອກແບບໃໝ່ກ່ຽວກັບບັນຫາຂອງຊຸມຊົນ, ທຳມະຊາດ ແລະ ສິ່ງແວດລ້ອມ. ​ໃນ​ນັ້ນ​ແມ່ນຊຸດ​ສະ​ສົມ “​ແມ່​ກາ​ຝາກຂອງ​ນັກ​ອອກ​ແບບ ຫງວຽນ​ທິທຸ່ຍ​ຢຸງ, ​ໄດ້​ຮັບ​ການ​ດົນ​ໃຈ​ຈາກ​ຮູບ​ຮ່າງ ​ ແລະ ການ​ພົວພັນ​ລະຫວ່າງ​ເຈົ້າພາບ​ກັບ​ແມ່​ກາ​ຝາກ. ຊຸດສະສົມແມ່ນການປະສົມປະສານຂອງ ແຟຊັ່ນ ຢູ່ທ້ອງ ຖະໜົນ ແລະ ງານລາຕີ ທີ່ມີເຕັກນິກການຈັດການ ວັດສະດຸ 3D ທີ່ທັນສະໄໝ, ເໝາະສໍາລັບລູກຄ້າອາຍຸ 25 ຫາ 40 ປີ.

 
 
 
ຊຸດສະສົມ “ແມ່ກາຝາກ” ຂອງນັກອອກແບບ ຫງວຽນທິທຸ່ຍຢຸງ. 

ຊຸດສະສົມ “ເປີດຕາເບິ່ງທ້ອງຟ້າ” ຂອງນັກອອກແບບ ດ່າວ ຫງອກຢຽບ ບອກເລື່ອງຂອງແນວຄວາມຄິດທີ່ເປັນກາງ ທີ່ສ້າງສະພາບຂອງຄວາມສະເໝີພາບ ແລະ ນໍາຜູ້ເບິ່ງໄປສູ່ ຂັ້ນຕອນພື້ນຖານຂອງສະຕິ. ຊຸດສະສົມແມ່ນການ ປະສົມ ປະສານປະສົມກົມກຽວ ແລະ ສ້າງສັນຂອງວັດສະດຸ ເຊັ່ນດຽວກັນກັບສີທີ່ເປັນກາງ.




ຊຸດສະສົມ “ເປີດຕາເບິ່ງທ້ອງຟ້າ” ຂອງນັກອອກແບບ ດ່າວ ຫງອກຢຽບ.

ໃນຂະນະດຽວກັນ, ກຸ່ມຫົວຂໍ້ Re:Grow ລວມມີບັນດາຊຸດສະສົມທີ່ໄດ້ຮັບແຮງບັນດານໃຈຈາກຂະບວນການຄົ້ນພົບຕົນ ເອງຂອງຜູ້ອອກແບບ ພ້ອມກັບການຄາດເດົາຊີວິດ ຂອງ ມະນຸດໃນອະນາຄົດ. ອາດສາມາດເວົ້າເຖິງຊຸດສະສົມ ພິຊິດທ້ອງຟ້າຂອງນັກອອກແບບ ຫງວຽນແທງຮ່ຽນ ດ້ວຍ ວັດສະດຸຕົ້ນຕໍແມ່ນ ຜ້າໂລຫະ, ຜ້າທີ່ຈັບແສງສະຫວ່າງ, ຜ້າສະທ້ອນແສງ ສົມທົບກັບ ກາກີ ທີ່ມີຄວາມທົນທານສູງ. ຊຸດສະສົມເລົ່າເລື່ອງຂອງຂະບວນການຂອງຄົນເຮົາໃນການຫັນຄວາມຝັນຂອງເຂົາເຈົ້າທີ່ຈະເອົາຊະນະທ້ອງຟ້າ ໃຫ້ເປັນຈິງ.

 
 

ຊຸດສະສົມ ພິຊິດຟ້າໂດຍນັກອອກແບບ ຫງວຽນແທງຮ່ຽນ.

ນອກຈາກນັ້ນ, ຍັງມີຊຸດສະສົມ ເຖິງດວງຈັນໂດຍນັກອອກ ແບບ ຈິ້ງຮ່າເຟືອງ ດ້ວຍການລວມຕົວ ແຟຊັ່ນ ຂອງ Mod ແລະ Hippie, ສອງກຸ່ມວັດທະນະທຳດີເດັ່ນຂອງຊຸມປີ 60.




ຊຸດສະສົມ “ເຖິງດວງຈັນ” ໂດຍນັກອອກແບບ ຈິ້ງຮ່າເຟືອງ.

ດ້ວຍ​ທັດ​ສະ​ນະ​ທີ່​ມີ​ຫົວ​ຄິດ​ປະ​ດິດ​ສ້າງ ແຕ່​ແນ​ໃສ່​ປົກ​ປັກ​ຮັກ​ສາ​ວັດ​ທະ​ນະ​ທຳ​ພື້ນ​ເມືອງ, ບັນ​ດາ​ຫົວ​ເລື່ອງ​ ​ Re: New ລວມ​ມີ​ບັນ​ດາ​ຊຸດ​ສະ​ສົມ​ທີ່ສະແດງຄວາມ​ເຄົາ​ລົບ ແລະ ບູ​ລະ​ນະ​ຄຸນ​ຄ່າ​ພື້ນ​ເມືອງ ​ຫວຽດ​ນາມ. ກຸ່ມ​ຫົວ​ຂໍ້​ນີ້ ​ລວມມີ​ຊຸດ​ສະ​ສົມ ຄວາມສຸກ​ຂອງ​ຄອບຄົວ​ທີ່​ໂສກ​ເສົ້າ​ໄດ້​ຮັບ​ການ​ດົນ​ໃຈ​ຈາກ​ນະ​ວະ​ນິຍາຍ “​ເລກ​ແດງ​ຂອງ ຫວູ​ຈ້ອງ​ຝຸ້ງ ​ໂດຍ​ນັກ​ອອກ​ແບບ ເຈິ່ນກວກແອ໋ງ




ຊຸດສະສົມ “ຄວາມສຸກຂອງຄອບຄົວທີ່ໂສກເສົ້າ” ໄດ້ຮັບການດົນໃຈຈາກນະວະນິຍາຍ “ເລກແດງ” ຂອງ ຫວູຈ້ອງຝຸ້ງ ໂດຍນັກອອກແບບ ເຈິ່ນກວກແອ໋ງ.

ຊຸດສະສົມ ຄະນິງຫາສະ​ແດງ​ໃຫ້​ເຫັນ​ເຖິງ​ໄລຍະ​ການ​ເກື້ອກູນຢູ່ ຫວຽດນາມ ຂອງ​ນັກ​ອອກ​ແບບ ຟ້າມກວິ່ງແອ໋ງ. ຖ້າຫາກຊຸດສະສົມຂອງ ກວກແອ໋ງ ມຸ່ງໄປເຖິງການເຊີດຊູ ແລະ ເສີມຂະຫຍາຍ ບັນດາຄຸນຄ່າວັດທະນະທຳ ດ້ວຍ ການນຳໃຊ້ຜ້າໄໝຖັກແສ່ວທີ່ທັນສະໄໝ ແຕ່ຍັງຄົງຮັກສາ ລັກສະນະດັ້ງເດີມໄວ້, ບັນດາລວດລາຍຂອງນັກອອກແບບ ກວິ່ງແອ໋ງ ໄດ້ສະທ້ອນເຖິງໄລຍະການເກື້ອກູນ ໃນແບບ ທີ່ໜ້າສົນໃຈ ແລະ ມີຊີວິດຊີວາຢູ່ ຫວຽດນາມ ດ້ວຍບັນດາຮູບແຕ້ມ ແລະ ຮູບເຍາະເຍີ້ຍ.




ຊຸດສະສົມ “ຄະນິງຫາ” ສະແດງໃຫ້ເຫັນເຖິງໄລຍະການ ເກື້ອກູນຢູ່ ຫວຽດນາມ ຂອງນັກອອກແບບ ຟ້າມກວິ່ງແອ໋ງ.

ອາດ​ເວົ້າ​ໄດ້​ວ່າ Re:birth ແມ່ນ​ໂອກາດ​ເພື່ອ​ເຊີດຊູ ​​ຫົວຄິດ​ປະດິດ​ສ້າງ ​ແລະ ເສລີ, ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ແນວ​ຄິດ​ມຸ່ງ​ໄປ​ເຖິງ​ອະນາຄົດ​ຂອງ​ນັກ​ອອກ​ແບບ Gen Z ຫວຽດນາມ, ​ຫົວຄິດ​ປະດິດ​ສ້າງ​ຂອງ​ບັນດານັກ​ອອກ​ແບບ​ໜຸ່ມ​ຈະ​ຊຸກຍູ້​​ການ​ປະດິດ​ສ້າງ, ​ແນວ​ຄິດ​ສົດ​ໃສ ​ແລະ ການ​ປ່ຽນ​ແປງ​ໃໝ່​ຂອງ​ອຸດສາຫະກຳ​ ແຟຊັ່ນ.

ບົດ: VNP/ເງິນຮ່າ - ພາບ: ແທງຢາງ - ແປໂດຍ: ຢືຟຽນ


Top