ແນມກຸ້ງ ໝາກຈັບ

ແນມກຸ້ງ ໝາກຈັບ

ໃນໂອກາດພົບປະ, ປຸ້ມລຸມກັນຂອງ ​ຄອບຄົວ, ໝູ່​ເພື່ອນ ຫຼື ​ໃນ​ວັນ​ພັກຜ່ອນ, ງານບຸນຕ່າງໆ, ລາຍການອາຫານ ແນມກຸ້ງ ໝາກຈັບ ມັກຈະເປັນທາງເລືອກຫຼັກ ຂອງ ແມ່ເຮືອນ ຫວຽດນາມ. 

ລາຍການອາຫານ ແນມກຸ້ງໝາກຈັບ ສຳເລັດຮູບ

ໝາກຈັບ ພາຍນອກຈະຫຍາບໆ, ແຕ່ມັນເປັນອາຫານທີ່ແຊບ, ມີ ສັບພະຄຸນທາງໂພສະນາການ ແລະ ແມ່ນສ່ວນປະກອບທີ່ສຳຄັນ ໃນຕຳລາຢາແຜນບູຮານ, ຊ່ວຍປິ່ນປົວພະຍາດຕ່າງໆ ເຊັ່ນ: ອາ ຫານ ຍ່ອຍຍາກ, ເຈັບທ້ອງ, ກະເພາະອັກເສບ, ນອນບໍ່ຫຼັບ... ບໍ່ ພຽງແຕ່ເທົ່ານັ້ນ, ໝາກຈັບ ຍັງຖືກປຸງແຕ່ງ ພ້ອມກັບ ລາຍການອາ ຫານ ທີ່ແຊບ ຫຼາຍລາຍການ ທັງມີ ປະໂຫຍດ ຕໍ່ສຸຂະພາບ. ໝາກ ຈັບ ຖືກປຽບທຽບ ກັບ “ໂສມ ສໍາລັບຄົນທຸກ”.

ລາຍການອາການ ແນມກຸ້ງໝາກຈັບ ຄ້າຍຄືກັນ ກັບ ແນມຈືນ ທົ່ວ ໄປ, ຊັ້ນນອກແມ່ນເຂົ້າຂຽບ, ທາງໃນ ແມ່ນ ກຸ້ງທັງໂຕ, ຊີ້ນບົດ  ແລະ ໝາກຈັບ. ​ເມື່ອ​ຫໍ່​ແນມ, ພໍ່​ຄົວ ​ຈັດວາງ​ຫາງ​ກຸ້ງ ໃຫ້ເຫັນ ຢູ່​ຂ້າງ​ນອກ ຂອງເຂົ້າຂຽບ​ ຢ່າງ​ຄ່ອງແຄ້ວ. ແນມ ຖືກຈືນໃນ ນ້ໍາມັນ ຈົນ ສຸກ ເຫຼືອງ ກໍຖືວ່າໄດ້. 

ລາຍການອາຫານ ແນມກຸ້ງໝາກຈັບ ໄດ້ຮັບປະທານພ້ອມກັບເຂົ້າປຸ້ນ ແລະ ນຳ້ແຈ່ວສົ້ມຫວານ.

ລາຍການອາຫານ ແນມກຸ້ງໝາກຈັບ ມັກກິນກັບເຂົ້າສຸກຮ້ອນ, ເຂົ້າ ປຸ້ນ, ຜັກຫອມທຸກຊະນິດ ຈໍ້າກັບນໍ້າແຈ່ວ ລົດສົ້ມຫວານ ເພື່ອສ້າງ ລົດຊາດ ທ່ີເຂັ້ນຂຸ້ນ ສໍາລັບມື້ອາຫານ ພາຍໃນຄອບຄົວ. 

ແນມກຸ້ງໝາກຈັບ ເປັນລາຍການອາຫານທີ່ແຊບ  ບໍ່ພຽງແຕ່ ໄດ້ຮັບ ຄວາມນິຍົມ ຈາກນັກຊີມ ພາຍໃນປະເທດເທົ່ານັ້ນ, ແຕ່ຍັງໄດ້ຮັບ ຄວາມສົນໃຈ ຈາກນັກທ່ອງທ່ຽວ ສາກົນ ອີກດ້ວຍ. ລາຍການອາ ຫານ ແນມກຸ້ງໝາກຈັບ ເຮັດງ່າຍ ແລະ ແຊບ ເມື່ອຮັບປະທານ. ລາຍການອາຫານ ແນມກຸ້ງໝາກຈັບ ຜ່ານສີມື ອັນຄ່ອງແຄ້ວ ຂອງ ພໍ່ຄົວ ໄດ້ສ້າງເປັນລົດຊາດອາຫານ ທີ່ພິເສດ ຂອງຄົນ ຫວຽດ. 

ທີ່ຢູ່ຮ້ານອາຫານ:ອາຫານບ້ານນາ
ຊັ້ນ 2 - ອາຄານ My Way Hotel & Residence - ເລກທີ 2, ຮ່ອມ  86 ຖະໜົນ ຢຸຍເຕິນ, ເມືອງ ເກົ່າໄຢ໋, ຮ່າ​ໂນ້ຍ. ເບີໂທ: 093 657 1080

ປະຕິບັດໂດຍ: VNP/ແທງຢາງ - ແປໂດຍ: ບິກລຽນ


Top