ແຈ່ວ - ສິລະປະ ພື້ນເມືອງ ສັນຍາລັກ ຂອງ ຊາວ ຫວຽດນາມ
ກຳເນີດແຕ່ສະຕະວັດທີ X, ແຈ່ວ ແມ່ນຮູບແບບສິລະປະ ການສະ ແດງ ເທິງເວທີພື້ນເມືອງທີ່ເປັນເອກະລັກ ແລະ ມີບົດບາດສຳຄັນໃນຊີວິດວັດທະນະທຳ ແລະ ຈິດໃຈ ຂອງຊາວ ຫວຽດນາມ. ຕາມກະແສຂອງວັນເວລາ, ຮູບແບບການສະແດງພື້ນເມືອງນີ້ໄດ້ຮັບຄວາມນິຍົມ ຢູ່ບັນດາໝູ່ບ້ານເຂດທົ່ງພຽງແມ່ນ້ຳແດງ ໄດ້ຄ່ອຍໆ ແຜ່ລາມອອກສູ່ເຂດພູດອຍທາງພາກເໜືອ ແລະ ພາກກາງຕອນ ເໜືອ. ດ້ວຍບັນດາຄຸນຄ່າດ້ານສິລະປະ ທີ່ເປັນເອກະລັກ, ສິລະປະ ແຈ່ວ ກຳລັງໄດ້ ຫວຽດນາມ ຄົ້ນຄວ້າ ສ້າງສໍາເນົາ ເອກະສານ ເພື່ອຍື່ນຕໍ່ UNESCO ຮັບຮອງເປັນມໍລະດົກ ວັດທະນະທຳ ໂລກ.
ຈາກການສະແດງ ແຈ່ວ ຢູ່ເດີ່ນສາລາ ສູ່ເວທີການສະແດງ ແຈ່ວ ທີ່ທັນສະໄໝ
ຕາມເອກະສານຄົ້ນຄວ້າຫຼາຍສະບັບ ທີ່ປະໄວ້, ແຈ່ວ ມີຕົ້ນກຳເນີດ ຈາກນະຄອນຫຼວງ ຮວາລື (ແຂວງ ນິງບິ່ງ) ໃນສະຕະວັດທີ X ແລະ ໄດ້ຮັບການກໍ່ຕັ້ງຂຶ້ນໂດຍທ່ານນາງ ຟ້າມທິເຈິນ, ນັກຟ້ອນລຳທີ່ມີຊື່ສຽງໃນລາຊະວັງ ດິງ. ຈາກນະຄອນຫຼວງ ຮວາລື, ສິລະປະ ແຈ່ວໄດ້ຮັບການພັດທະນາຢ່າງກວ້າງຂວາງ ໃນທົ່ວເຂດທົ່ງພຽງພາກເໜືອ, ພົ້ນເດັ່ນທີສຸດແມ່ນຢູ່ທ້ອງຖິ່ນ ຈຳນວນໜຶ່ງ ເຊັ່ນ: ຖ໋າຍບິ່ງ, ຫາຍຟ່ອງ, ຮ່ານາມ, ຮຶງອຽນ, ຮ່າໂນ້ຍ... ແລ້ວແຜ່ລາມໄປສູ່ ເຂດ ພູດອຍພາກເໜືອ ແລະ ພາກກາງຕອນເໜືອ.
ເຖິງວ່າ ນິງບິ່ງ ໄດ້ຮັບຂະໜານນາມວ່າ ແມ່ນດິນແດນບັນພະບຸລຸດຂອງ ສິລະປະ ແຈ່ວ, ແຕ່ໝູ່ບ້ານ ຄວັກ, ຕາແສງ ຟອງເຈົາ, ເມືອງ ດົງຮຶງ, ແຂວງ ຖ໋າຍບິ່ງ ຈຶ່ງແມ່ນບ່ອນມີຂະບວນການສະແດງ ແຈ່ວ ທີ່ເຂັ້ມແຂງກວ່າໝູ່ ແລະ ມາຮອດປັດຈຸບັນ ຍັງຄົງຮັກສາໄວ້ໄດ້ ຫຼາຍທຳນອງ ແຈ່ວທີ່ເປັນເອກະລັກ. ໝູ່ບ້ານ ຄວັກ ແມ່ນໜຶ່ງໃນຈຳນວນ 7 ເຂດ ແຈ່ວ ທີ່ມີຊື່ສຽງຢູ່ພາກເໜືອ ແຕ່ສະຕະວັດທີ XIX. ໃນເມື່ອກ່ອນ, ໝູ່ບ້ານ ຄວັກ ເຄີຍໄດ້ທຳການສະແດງ ຢູ່ໃນ ພະລາຊະວັງ ແລະ ບັນດານັກສິລະປິນ ນຳໄປສະແດງ ຢູ່ ຫຼາຍແຫ່ງອີກດ້ວຍ.
ທ່ານ ບຸ່ຍວັນຣໍ, ປະທານສະໂມສອນ ແຈ່ວ ພື້ນເມືອງ ຂອງໝູ່ບ້ານຄວັກ ໃຫ້ຮູ້ວ່າ ໃນສະໄໝເກື້ອກູນ, ສະພາບເສດຖະກິດຍັງປະສົບກັບຄວາມຫຍຸ້ງຍາກຫຼາຍປະການ, ຄອບຄົວສ່ວນຫຼາຍ ເກືອບວ່າໄດ້ຟັງຂັບແຈ່ວ ຈາກວິທະຍຸກະຈາຍສຽງ ຫວຽດນາມ ເທົ່ານັ້ນ, ຍາກທີ່ຈະໄດ້ຮັບຊົມການສະແດງສົດຂອງ ບັນດາຄະນະ ແຈ່ວ ທີ່ເປັນມືອາຊີບ. ເພາະສະນັ້ນ, ໃນເວລາ ວ່າງວຽກ ບໍ່ທັນຮອດ ລະດູເກັບກ່ຽວ, ຊາວບ້ານ ມັກປູສາດ ຢູ່ກາງເດີ່ນ ສາລາບ້ານ ຂັບ ແຈ່ວ ເພື່ອ ຕອບສະໜອງຄວາມນິຍົມ. ບັນດານັກສະແດງ ແຈ່ວ ສະໝັກຫຼິ້ນນີ້ ໄດ້ປະກອບສ່ວນເຮັດໃຫ້ສິລະປະ ແຈ່ວ ຂອງໝູ່ບ້ານ ຄວັກ ເວົ້າສະເພາະ ແລະ ສິລະປະແຈ່ວ ພື້ນເມືອງ ຫວຽດນາມ ເວົ້າລວມ ໄດ້ຮັບການອະນຸລັກຮັກສາ ແລະ ພັດທະນາ ຈົນເຖິງ ປັດຈຸບັນ.
ໃນເມື່ອກ່ອນ, ແຈ່ວ ມັກສະແດງຢູ່ເດີ່ນສາລາ, ເດີ່ນວັດ ຫຼື ເດີ່ນ ບ້ານ ຂອງ ຄອບຄົວ ທີ່ມີຍົດສັກ. ເວທີສະແດງ ແຈ່ວ ປົກກະຕິ ມີ ພຽງ ສາດຜືນໜຶ່ງ ປູຢູ່ກາງເດີ່ນ, ຢູ່ຫຼັງແຂວນ ຜ້າກັ້ງ ຂະໜາດນ້ອຍ ຜືນໜຶ່ງ. ນັກສະແດງ ສະແດງຢູ່ເທິງສາດ, ນັກດົນຕີ ນັ່ງຢູ່ສອງດ້ານ ຂອງສາດ, ສ່ວນຜູ້ຊົມ ສາມາດ ເບິ່ງຈາກທັງສາມດ້ານຄື ດ້ານໜ້າ ແລະ ສອງຂ້າງເວທີ.
ແຕກຕ່າງຈາກຮູບແບບ ສິລະປະ ພື້ນເມືອງອື່ນໆ, ແຈ່ວ ແມ່ນຮູບ ການສະແດງລະຄອນ ເທິງເວທີ ທີ່ເຂັ້ມຂຸ້ນໄປດ້ວຍ ລັກສະນະຊາດ ມີການປະສົມປະສານຂອງການຂັບ, ເຕັ້ນລໍາ, ດົນຕີ ແລະ ລະຄອນ. ຂັບ ແຈ່ວ ແມ່ນການຂັບ ເທິງເວທີ ເຊິ່ງສາມາດຂັບດ່ຽວ, ຂັບ ຄູ່ ຫຼື ຂັບລວມໝູ່. ເນື້ອຂັບແຈ່ວ ແມ່ນເໝາະສົມທີສຸດ ກັບສຽງທຳມະຊາດ ແລະ ພາສາຂອງຊາວ ຫວຽດນາມ. ລາຍການ ແຈ່ວ ໜຶ່ງ ມີຄວາມຍາວປະມານ 2 ຊົ່ວໂມງ. ໃນການສະແດງ ແຈ່ວ ຮຽກຮ້ອງ ນັກສະແດງຕ້ອງສະແດງຄວາມສາມາດ ໃນການ ຟ້ອນລຳ, ສະແດງ ໃນຈັງຫວະສຽງດົນຕີ ໂດຍນັກດົນຕີ ປະສານສຽງ ດ້ວຍເຄື່ອງດົນຕີ ຕ່າງໆ ເຊັ່ນ: ກອງ, ກະລໍ, ຂຸ່ຍ, ຊໍ, ຂິມ... ຊຶ່ງ ສ້າງຜົນກະທົບ ແຜ່ ຂະຫຍາຍ ຂອງ ເນື້ອເພງ.
ເນື້ອໃນຂອງລາຍການ ແຈ່ວ ມັກພັນລະນາເຖິງຊີວິດທີ່ລຽບງ່າຍຂອງຊາວກະສິກອນ, ສັນລະເສີນຄຸນນະພາບອັນສູງສົ່ງຂອງມະ ນຸດ, ຕຳນິວິຈານ ນິໄສສັນດານທີ່ບໍ່ດີ, ຕໍ່ສູ້ກັບຄວາມບໍ່ຍຸຕິທຳ, ສະແດງຄວາມຮັກແພງ ແລະ ຄວາມໂອບອ້ອມອາລີ, ການໃຫ້ອະໄພ. ເພາະສະນັ້ນ, ເມື່ອເບິ່ງ ແຈ່ວ ຄົນທັງຫຼາຍ ບໍ່ພຽງແຕ່ ໄດ້ເພີດເພີນ ກັບຊ່ວງເວລາ ຜ່ອນຄາຍອາລົມ ທີ່ເຕັມໄປດ້ວຍ ສຽງຫົວເທົ່ານັ້ນ, ແຕ່ຍັງມີ ໂອກາດຜ່ານປະສົບການຕົວຈິງ ແລະ ຄິດຫງຳເຖິງ ກ່ຽວ ກັບສະພາບຊີວິດ. ຕົວລະຄອນໃນ ແຈ່ວ ມັກມີລັກສະນະວາດ ພາບ ແລະ ລັກນະນະ ວັນນະຄະດີສູງ. ໜ້າສົນໃຈ ແມ່ນນັກສະ ແດງ ທ່ີເປັນຕົວຕະຫຼົກ ແມ່ນຕົວລະຄອນສຳຮອງ ແຕ່ມີຄວາມສຳ ຄັນເຖິງຂັ້ນ ໃນໝູ່ປະຊາ ມີສຳນວນທີ່ວ່າ: “ບໍ່ມີ ຕົວຕະຫຼົກ ບໍ່ເປັນ ລາຍການ ແຈ່ວ”. ດ້ວຍການສະແດງແບບ “ໂຍນ-ຮັບ”, ຕະຫຼົກເຮ ຮາ, ຕົວຕະຫຼົກ ແຈ່ວ ບໍ່ພຽງແຕ່ ນຳມາເຊິ່ງ ສຽງຫົວໃຫ້ແກ່ຜູ້ຊົມ ໂດຍຜ່ານການເຍາະເຍີ້ຍຄວາມຊິນເຄີຍທີ່ບໍ່ດີ ຂອງ ສັງຄົມ ສັກດິນາຄື ເຈົ້າຊີວິດ ອາດຍາ, ຜູ້ມີສິດອຳນາດ, ມີເງິນທອງຊັບສິນ ໃນໝູ່ບ້ານ ເທົ່ານັ້ນ ແຕ່ຍັງສະແດງຈິດໃຈ, ແນວຄິດອື່ນໆ ຂອງ ບົດສະແດງອີກດ້ວຍ.
ຜ່ານປະຫວັດສາດອັນຍາວນານ, ພື້ນທີ່ສະແດງສິລະປະ ແຈ່ວ ກໍ ໄດ້ປ່ຽນໄປ ເທື່ອລະກ້າວ. ປັດຈຸບັນ, ແຈ່ວ ບໍ່ພຽງແຕ່ ໄດ້ສະແດງ ຢູ່ ໃນເດີ່ນສາລາ, ເດ່ີນບ້ານເທົ່ານັ້ນ ແຕ່ຍັງໄດ້ຈັດສາກສະແດງ ເທິງ ເວທີຂະໜາດໃຫຍ່ ໂດຍມີການປະສານລະບົບແສງ-ສີ-ສຽງ ທີ່ທັນ ສະໄໝ. ທ່າອຽງຂອງລະຄອນກໍໄດ້ ນໍາໄປຕາມການກໍາເນີດ, ພັດ ທະນາຂອງບົດລະຄອນ ແຈ່ວ ທັນສະໄໝ ມີເນື້ອໃນ ມີລັກສະນະ ສະຖານະການ, ນຳມາເຊິ່ງລົມຫາຍໃຈ ຂອງ ຊີວິດ, ຍຸກສະໄໝ ເພື່ອມຸ່ງໄປເຖິງຜູ້ຊົມໄດ້ງ່າຍຍິ່ງຂຶ້ນ. ງານຊຸມນຸມ ແຈ່ວ ແຫ່ງຊາດ 2022 ແມ່ນສິ່ງພິສູດທີ່ແທດຈິງ ໃນການທີ່ ມີລາຍການສະແດງ ຫຼາຍລາຍການ ໄດ້ມີຄຸນນະພາບ ກ່ຽວກັບດ້ານ ເນື້ອໃນ ແລະ ສິ ລະປະ, ດຶງດູດຜູ້ຊົມດ້ວຍຫົວຄິດປະດິດສ້າງ ແລະ ໃໝ່ໆ, ຊ່ວຍໃຫ້ ຜູ້ຊົມຮູ້ສຶກໄດ້ ຄວາມລະອຽດອ່ອນ ຂອງ ສິລະປະ ແຈ່ວ.
ພະຍາຍາມເພື່ອໃຫ້ ແຈ່ວ ເປັນມໍລະດົກວັດທະນະທໍາ ຂອງໂລກ
ຕາມກະແສ ຂອງ ວັນເວລາ, ຕໍ່ໜ້າຜົນກະທົບຈາກວັດທະນະທຳ ເຊື່ອມໂຍງ, ຄວາມພະຍາຍາມອະນຸລັກຮັກສາ ແລະ ເສີມຂະ ຫຍາຍ ບັນດາຄຸນຄ່າ ຂອງສິລະປະ ແຈ່ວ ພື້ນເມືອງ ຕ້ອງໄດ້ຮັບການຖ່າຍທອດ ແລະ ຮັກສາ. ປັດຈຸບັນ, ນອກຈາກ ໂຮງລະຄອນ ແຈ່ວ ຍັງໄດ້ຈັດການວາງສະແດງ ໃນທຸກໆ ອາທິດ ເພື່ອນຳເອົາສິລະປະ ແຈ່ວ ມາສູ່ຜູ້ຊົມໃຫ້ຫຼາຍຍິ່ງຂຶ້ນແລ້ວ, ວຽກງານການຝຶກອົບຮົມຜູ້ກຳກັບ ແລະ ນັກສະແດງ ແຈ່ວ ກໍກຳລັງໄດ້ຮັບຄວາມເອົາ ໃຈໃສ່ອີກດ້ວຍ.
ແມ່ນສະຖານທີ່ ຊຶ່ງຖືວ່າ ເປັນບໍ່ເກີດຂອງສິລະປະຂັບ ແຈ່ວ ຢູ່ເຂດ ທົ່ງພຽງພາກເໜືອ, ເພື່ອໃຫ້ກຳລັງໃຈ ຮັກສາອາຊີບຂັບ ແຈ່ວ ຂອງ ປູ່ຍ່າຕາຍາຍປະໄວ້ໃຫ້, ໃນທ້າຍອາທິດ ຫຼື ໃນລະດູຮ້ອນ ມີເວລາ ວ່າງ, ນັກສິລະປິນ ທີ່ມີຊື່ສຽງຫຼາຍຄົນ ຂອງໝູ່ບ້ານ ຄວັກຢູ່ ແຂວງ ຖ໋າຍບິ່ງ ຍັງຖ່າຍທອດ ທັກສະພື້ນຖານ ຂອງສິລະປະຂັບ ແຈ່ວ ພື້ນເມືອງໃຫ້ພວກຫຼານນ້ອຍ ອາຍຸຕັ້ງແຕ່ 6 ຫາ 15 ປີ ດ້ວຍຄວາມ ມານະອົດທົນ.
ຫຼານ ຟ້າມທິຮັ່ງ (ອາຍຸ 14 ປີ) ເລົ່າສູ່ຟັງວ່າ: “ຕັ້ງແຕ່ອາຍຸໄດ້ 5 ປີ ແມ່ນໄດ້ຍິນພໍ່ຕູ້ ແລະ ພໍ່ ຂັບແຈ່ວ, ສະນັ້ນຫຼານຮັກ ແຈ່ວ ເພາະທຳ ນອງສຽງ ແຈ່ວ ດົນໃຈຫຼາຍ. ດຽວນີ້ ຫຼານກຳລັງ ຮຽນ ຂັບ ແຈ່ວ ບູ ຮານຫຼາຍທຳນອງ, ຫຼານຫວັງວ່າ ລຸ້ນພວກຫຼານ ຈະສາມາດນໍາ ແຈ່ວ ໝູ່ບ້ານ ຄວັກ ອອກສູ່ໂລກ ພາຍນອກ”.
ພິເສດ, ບໍ່ເກີດທີ່ສ້າງ ບັນດານັກສິລະປິນ ແຈ່ວ ທີ່ມີຊື່ສຽງຂອງ ຫວຽດນາມຄື: ຊວນຮິງ, ກວັກເຈື້ອງ, ແທງງວານ, ຕື້ລອງ, ທູຮວ່ຽນ ... ແມ່ນພະແນກລະຄອນພື້ນເມືອງ ຂອງ ມະຫາວິທະຍາໄລ ການ ສະແດງເທິງເວທີ ແລະ ຖ່າຍທຳຮູບເງົາ ຮ່າໂນ້ຍ. ນີ້ເປັນບ່ອນ ກໍ່ສ້າງ ສິລະປະ ແຈ່ວ ທີ່ມີແບບແຜນ ແລະ ເປັນມືອາຊີບ. ນັກສຶກສາ ຮຽນສາຂາ ນັກສະແດງ ແຈ່ວ ຈະໄດ້ຮັບຝຶກອົບຮົມ ເປັນເວລາ 4 ປີ ເພື່ອ ໃຫ້ມີຄວາມຮູ້ພື້ນຖານພຽງພໍ ກ່ຽວກັບສິລະ ປະ ການສະແດງ ແຈ່ວ ເຊັ່ນ: ເຕັກນິກການຂັບ, ການຟ້ອນ, ສະແດງແຈ່ວ. ສຳລັບນັກດົນຕີ ແຈ່ວ ຈະໄດ້ຮຽນຮູ້ ໂດຍພື້ນຖານ ກ່ຽວກັບເຄື່ອງດົນຕີ ຫຼາຍປະເພດ ແລະ ປະສານສຽງ ພ້ອມກັບ ບົດສະແດງ. ເພາະສະນັ້ນ, ນີ້ແມ່ນບ່ອນຝຶກຊ້ອມ ແລະ ສະໜອງ ນັກສະແດງ ແລະ ນັກສິລະປິນ ເປັນຕົວລະຄອນເອກ ໃຫ້ບັນດາ ຄະນະ ແຈ່ວ ແລະ ໂຮງລະຄອນ ແຈ່່ວ ໃນທົ່ວປະເທດ.
ນັກສິລະປິນດີເດັ່ນ ເລວັນຕ໋ວນ, ຜູ້ກຳກັບດ້ານສິລະປະ ໂຮງລະ ຄອນ ແຈ່ວ ຮ່າໂນ້ຍ ໃຫ້ຮູ້ວ່າ: “ການສ້າງນັກສະແດງ ແລະ ນັກດົນ ຕີ ແຈ່ວ ມືອາຊີບ ແມ່ນມີຄວາມສຳຄັນຫຼາຍ ເພາະຈະຊ່ວຍໃຫ້ ໂຮງລະຄອນ ແຈ່ວ ຈັດສາກໄດ້ບົດສະແດງຫຼາຍບົດ ທີ່ມ່ວນ ເພື່ອ ຮັບໃຊ້ຜູ້ຊົມ”.
ຄຽງຄູ່ກັບວຽງງານສ້າງນັກສະແດງ ແຈ່ວ ລຸ້ນຕໍ່ໆ ໄປ, ການນຳ ສິລະປະ ແຈ່ວ ເຂົ້າສູ່ພື້ນທີ່ວັດທະນະທຳ ຍຸກໃໝ່ ແນໃສ່ ຊ່ວຍໃຫ້ ຫຼາຍຄົນຮູ້ຈັກ ແລະ ນິຍົມ ກ່ຽວກັບຮູບການສິລປະນີ້ິຍິ່ງຂຶ້ນ ກໍໄດ້ ຮັບຄວາມສົນໃຈ ຕອບສະໜອງ ຈາກຫຼາຍຄົນ. ຫວ່າງມໍ່ໆ ນີ້, ມີກຸ່ມ ຊາວໜຸ່ມ ທີ່ຮັກສິລະປະ ສະແດງເທິງເວທີ ພື້ນເມືອງ ຫວຽດໄດ້ ປະຕິບັດທົດລອງໂຄງການຊຸມຊົນຈຳນວນໜຶ່ງ ກ່ຽວກັບ ແຈ່ວ ຊຶ່ງ ພົ້ນເດັ່ນໃນນັ້ນແມ່ນໂຄງການສະແດງ “ສຽງກອງ ແຈ່ວ” ຢູ່ສາລາ ກິມລຽນ (ຮ່າໂນ້ຍ) ໂດຍກຸ່ມຊາວໜຸ່ມລຸ້ນ 9x ແລະ 10x ທີ່ມີຄວາມຫຼົງໄຫຼ ກ່ຽວກັບວັດທະນະທຳ ພື້ນເມືອງ ຫວຽດນາມ ແລະ ບັນດານັກສິລະປິນ ໂຮງລະຄອນ ແຈ່ວ ສົມທົບຈັດຕັ້ງ ປະຕິບັດ. ໃຊ້ເວລາ 2 ຊົ່ວໂມງ, ການສະແດງ ໄດ້ແບ່ງອອກເປັນ 3 ພາກ, ໃນນັ້ນ, ພາກ ທີ 1 ແນະນຳໝູ່ບ້ານ ແຈ່ວ ເພື່ອຊ່ວຍໃຫ້ຜູ້ຊົມ ມີຄວາມເຂົ້າໃຈ ພື້ນຖານ ກ່ຽວກັບ 5 ຕົວລະຄອນ ທີ່ພົ້ນເດັ່ນຂອງ ແຈ່ວ, ພາກທີ 2 ແມ່່ນລອງ ສວມບົດ ເປັນຕົວລະຄອນໃດໜຶ່ງ ເພື່ອຊ່ວຍໃຫ້ຜູ້ຊົມ ມີຄວາມເຂົ້າໃຈ ກ່ຽວກັບການ ສວມບົດ ບັນດາຕົວລະຄອນ ໃນບົດສະແດງ ແບບສະບັບ ແລະ ພາກທີ 3 ແມ່ນ ສາກຄັດຈ້ອນ ແຈ່ວ “ກວານເອີມທິກິ໋ງ” ໂດຍບັນດາ ນັກສິລະປິນ ແຈ່ວ ເປັນຜູ້ສະແດງ.
ນອກຈາກໂຄງການສະແດງແລ້ວ, ຊາວໜຸ່ມ ຈຳນວນໜຶ່ງຍັງໄດ້ນຳສິລະປະ ແຈ່ວ ເຂົ້າໃກ້ກັບຊີວິດຍຸກປັດຈຸບັນຍິ່ງຂຶ້ນ ໂດຍການໝູນ ໃຊ້ ການຫັນປ່ຽນດີຈີຕອນ ເຂົ້າໃນການອອກແບບ ຮູບແຕ້ມຕົວລະຄອນ ແຈ່ວ ທີ່ມີຮູບແບບສິລະປະ ສະໄໝໃໝ່.
ທ່ານນາງ ເຈືອງທິຮົ່ງແຮ້ງ, ຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ຖ໋າຍບິ່ງ, ກົມກອງທີ່ໄດ້ຮັບໜ້າທີ່ສ້າງ ສຳ ເນົາເອກະສານ “ສິລະປະຂັບ ແຈ່ວ ເຂດທົ່ງພຽງແມ່ນ້ຳແດງ” ໃຫ້ຮູ້ ວ່າ ເປົ້າໝາຍແມ່ນ ໃນທ້າຍປີ 2024 ຈະສຳເລັດການສ້າງ ສຳເນົາ ເອກະສານ “ສິລະປະຂັບ ແຈ່ວ ເຂດທົ່ງພຽງແມ່ນ້ຳແດງ” ເພື່ອຍື່ນ ສະເໜີຕໍ່ UNESCO ຮັບຮອງເປັນມໍລະດົກ ວັດທະນະທຳ ໂລກ.
ຄວາມເອົາໃຈໃສ່ຂອງລັດ ແລະ ການມີສ່ວນຮ່ວມຢ່າງຕັ້ງໜ້າ ຂອງປະຊາຊົນໃນການຂັບ, ສະແດງ ແລະ ອະນຸລັກຮັກສາສິລະປະຂັບ ແຈ່ວ ແມ່ນວຽກງານທີ່ຈຳເປັນ ເພື່ອການປົກປັກຮັກສາ ແລະ ເສີມ ຂະຫຍາຍສິລະປະຂັບ ແຈ່ວ ພື້ນເມືອງທີ່ມີຊື່ສຽງ ຂອງຊາວ ຫວຽດ ນາມ. ພ້ອມກັນນັ້ນ, ນີ້ກໍ່ແມ່ນຄວາມພະຍາຍາມ ແລະ ເປັນວຽກງານທີ່ແທດຈິງ ສະແດງໃຫ້ເຫັນວ່າ ຫວຽດນາມ ພ້ອມແລ້ວທີ່ຈະ ເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອໃຫ້ສິລະປະ ຂັບ ແຈ່ວ ຖືກ UNESCO ຮັບຮອງ ແລະ ເຊີດຊູ ເປັນມໍລະດົກວັດທະນະທຳ ຂອງ ໂລກໂດຍໄວ.
ບົດ: ເງິນຮ່າ - ພາບ: ແຄ໋ງລອງ ແລະ ເອກະສານ - ແປໂດຍ: ບິກລຽນ