ເສີມຂະຫຍາຍຄຸນຄ່າລະດັບໂລກ ຂອງມໍລະດົກ ອຽນຕື - ຫວິ໊ງງຽມ - ໂກນເຊີນ, ກຽບບາກ
ໄດ້ຮັບການຈົດທະບຽນຈາກ UNESCO ໃຫ້ເປັນມໍລະດົກໂລກ, ກຸ່ມບູຮານສະຖານ ແລະ ທິວທັດທໍາມະຊາດ ອຽນນຕື - ຫວິ໊ງງຽມ - ໂກນເຊີນ, ກຽບບາກ ແມ່ນພື້ນທີ່ວັດທະນະທໍາ - ຈິດວິນຍານ ທີ່ເປັນເອກະລັກ ຂອງ ຫວຽດນາມ. ຕິດພັນກັບພາລະກິດແຫ່ງການ ອອກບວດຂອງ ພະຈັກກະພັດ ເຈິ່ນເຍີນຕົງ (1258 - 1308) ແລະ ພຸດທະສາສະໜາ ນິກາຍ ຈຸກເລິມ, ມໍລະດົກແຫ່ງນີ້ ໄດ້ລວມເອົາຄຸນຄ່າທາງດ້ານປະຫວັດສາດ, ຄວາມເຊື່ອຖື ແລະ ທິວທັດທໍາມະຊາດ, ພ້ອມທັງກໍາລັງໄດ້ຮັບການເສີມຂະຫຍາຍ ໃຫ້ເປັນແຫຼ່ງພະລັງ ເພື່ອສັນຕິພາບ ແລະ ການພັດທະນາ ແບບຍືນຍົງ.
ມໍລະດົກ ທີ່ມີຊີວິດ ຈາກຕົ້ນກໍາເນີດ ອຽນຕື
ໄດ້ຮັບການກໍ່ຕັ້ງຂຶ້ນໃນສະຕະວັດທີ XI - XIV, ພຸດທະສາສະໜາ ນິກາຍ ຈຸກເລິມ ໄດ້ຖືກສ້າງຂຶ້ນໂດຍເຫຼົ່າກະສັດ ເຈິ່ນ ແລະ ວົງການ ປັນຍາຊົນ ໃນສະໄໝນັ້ນ ເໝືອນດັ່ງລະບົບແນວຄິດ ເພື່ອເຊື່ອມໂຍງ ຄວາມສາມັກຄີ ພາຍໃນຊາດ. ໂດຍມີຕົ້ນກໍາເນີດ ມາຈາກ ສາຍພູ ອຽນຕື, ນິກາຍພຸດທະສະມາທິນີ້ ໄດ້ປະສົມປະສານ ຈຸດເດັ່ນ ຂອງ ພຸດທະສາສະໜາ ເຂົ້າກັບ ຄວາມເຊື່ອຖືຂອງທ້ອງຖິ່ນ, ສ້າງເປັນປັດຊະຍາການດໍາລົງຊີວິດທີ່ ຍົກສູງຄວາມປອງດອງ, ຄວາມເມດຕາ ແລະ ຄວາມຮັບຜິດຊອບ ຕໍ່ສັງຄົມ.
ເນັ້ນໜັກເຖິງຄວາມໝາຍລະດັບໂລກ ຂອງ ມໍລະດົກ, ທ່ານ Jonathan Baker, ຫົວໜ້າຜູ້ຕາງໜ້າ UNESCO ປະຈໍາ ຫວຽດນາມ ຢືນຢັນວ່າ: “ກຸ່ມບູຮານສະຖານແຫ່ງນີ້ ແມ່ນຫຼັກຖານ ພິເສດ ໃຫ້ແກ່ ການກໍາເນີດ ແລະ ການສືບທອດມໍລະດົກ ທີ່ຄົງຕົວ ຕະຫຼອດການ ຂອງ ພຸດທະສາສະໜາ ນິກາຍ ຈຸກເລິມ - ເຊິ່ງແມ່ນ ປະເພນີ ການສະມາທິ ທີ່ໂດດເດັ່ນຂອງ ຫວຽດນາມ. ນີ້ບໍ່ພຽງແຕ່ ແມ່ນຮ່ອງຮອຍ ຂອງ ອະດີດເທົ່ານັ້ນ, ແຕ່ຍັງແມ່ນມໍລະດົກ ທີ່ມີຊີວິດ - ເປັນໃຈກາງທີ່ຄຶກຄື້ນ ຂອງຊີວິດທາງດ້ານຈິດວິນຍານ ແລະ ການສືບທອດທາງດ້ານ ວັດທະນະທໍາ”.
ໃນຕົວຈິງ, ຢູ່ບັນດາສະຖານທີ່ຕ່າງໆ ເຊັ່ນ: ອຽນຕື, ວັດ ຫວິ໊ງງຽມ ຫຼື ໂກນເຊີນ - ກຽບບາກ, ກິດຈະກໍາ ການມາສະແຫວງບຸນ, ງານບຸນ ປະເພນີ ແລະ ການປະຕິບັດທາງສາສະໜາ ຍັງຄົງ ດໍາເນີນໄປ ຢ່າງຕໍ່ເນື່ອງ ຜ່ານຫຼາຍລຸ້ນຄົນ. ສິ່ງດັ່ງກ່າວໄດ້ສ້າງ ໃຫ້ເກີດ “ມໍລະດົກທີ່ມີຊີວິດ”, ເຊິ່ງເປັນບ່ອນທີ່ອະດີດ ບໍ່ໄດ້ຖືກ ຈໍາກັດໄວ້ພຽງແຕ່ໃນຕຳລາ ແຕ່ຍັງຄົງປາກົດຕົວ ຢູ່ໃນຊີວິດ ປັດຈຸບັນ.
ຂົງເຂດທີ່ເຊື່ອມໂຍງ ແລະ ຄຸນຄ່າລະດັບໂລກ
ກຸ່ມບູຮານສະຖານ ແຫ່ງນີ້ ແມ່ນລະບົບທີ່ເຊື່ອມໂຍງກັນ ເຊິ່ງປະ ກອບ ມີ 12 ຈຸດ, ກະຈາຍຢູ່ 3 ທ້ອງຖິ່ນຄື: ກວາງນິງ, ບັກນິງ ແລະ ຫາຍຟ່ອງ. ແຕ່ລະສະຖານທີ່ ແມ່ນພາກສ່ວນໜຶ່ງ ທີ່ຮ່ວມກັນ ສະ ທ້ອນໃຫ້ເຫັນເຖິງ ຂະບວນການກໍາເນີດ, ການຂະຫຍາຍຕົວ ແລະ ການແຜ່ອອກໄປ ຂອງ ພຸດທະສາສະໜາ ນິກາຍ ຈຸກເລິມ ຢ່າງຄົບ ຖ້ວນ.
ຄຸນຄ່າທີ່ພົ້ນເດັ່ນໃນລະດັບໂລກ ຂອງ ມໍລະດົກ ແມ່ນນອນຢູ່ບ່ອນ ພົວພັນ ກັນແບບກາຍະອີນຊີ ລະຫວ່າງ ສະຖານທີ່, ຄວາມເຊື່ອ ທາງສາສະໜາ ແລະ ອໍານາດການເມືອງ. ສາຍພູ ອຽນຕື ແມ່ນຂົງ ເຂດ ເປັນຕົ້ນກໍາເນີດ; ລາຊະວົງ ເຈິ່ນ (1225 - 1400) ແມ່ນເຈົ້າ ພາບ ໃນການສ້າງສັນ; ສ່ວນພຸດທະສາສະໜາ ນິກາຍ ຈຸກເລິມ ແມ່ນສາຍໄຍເຊື່ອມຈອດ ແລະ ກໍານົດ ວິຖີຊີວິດ ຂອງສັງຄົມ. ການປະສົມປະສານນີ້ ໄດ້ປະກອບສ່ວນ ຊ່ວຍເພີ່ມທະວີ ການປັບປຸງ ປະເທດຊາດ, ລະດົມພະລັງແຮງຂອງຊຸມຊົນ ໃນການ ປົກປັກຮັກສາເອກະລາດ, ພ້ອມທັງແຜ່ຂະຫຍາຍຄຸນຄ່າ ແຫ່ງ ສັນຕິພາບ ແລະ ການຮ່ວມມືອອກສູ່ພາກພື້ນ.
ຄຽງຄູ່ກັນນັ້ນ, ກຸ່ມບູຮານສະຖານ ຍັງແມ່ນຫຼັກຖານທ່ີດີເລີດ ໃຫ້ ແກ່ ສາຍພົວພັນ ທີ່ກົມກຽວ ລະຫວ່າງຜູ້ຄົນ ແລະ ທໍາມະຊາດ. ບັນດາ ວັດວາອາຮາມ ທີ່ຊ້ອນຕົວຢູ່ໃນປ່າ, ເສັ້ນທາງສະແຫວງບຸນ ຂ້າມພູ ແລະ ວິທີການນໍາໃຊ້ຊັບພະຍາກອນ ແບບຍືນຍົງຜ່ານຫຼາຍ ສະຕະວັດ ໄດ້ສ້າງເປັນທິວທັດ ວັດທະນະທໍາ ທີ່ພິເສດ, ເຊິ່ງ ທໍາມະຊາດ ໄດ້ກາຍເປັນສ່ວນໜຶ່ງ ຂອງຊີວິດ ທາງດ້ານ ຈິດວິນຍານ.
ຄວາມສົມບູນຄົບຖ້ວນ ແລະ ຄວາມແທ້ຈິງ ຂອງ ມໍລະດົກ ກໍໄດ້ ຮັບການ ຮັບປະກັນ ໂດຍຜ່ານລະບົບການປົກປັກຮັກສາ ທີ່ເຂັ້ມງວດ. ສິ່ງກໍ່ສ້າງຕ່າງໆ ລ້ວນແຕ່ຮັກສາໄວ້ໄດ້ທີ່ຕັ້ງ, ພາລະບົດບາດ ແລະ ອົງປະກອບດັ້ງເດີມໄວ້ຢ່າງຫຼວງຫຼາຍ; ການປະຕິບັດຄວາມເຊື່ອຖື ແລະ ງານບຸນຕ່າງໆ ຍັງໄດ້ຮັບການ ຮັກສາໄວ້ຢ່າງຕໍ່ເນື່ອງ. ການປະສານງານຄຸ້ມຄອງ ລະຫວ່າງແຂວງ ແມ່ນຮູບແບບທີ່ມີປະສິດທິຜົນ, ສອດຄ່ອງກັບມາດຕະຖານສາກົນ.
ການເສີມຂະຫຍາຍຄຸນຄ່າ ທີ່ພົ້ນເດັ່ນ ໃນລະດັບໂລກ ຂອງ ກຸ່ມມໍ ລະດົກ ອຽນຕື - ຫວິ໊ງງຽມ - ໂກນເຊີນ, ກຽບບາກ ບໍ່ພຽງແຕ່ແມ່ນ ການຮັກສາ ບູຮານສະຖານ ເທົ່ານັ້ນ, ແຕ່ຍັງແມ່ນການ ແຜ່ຂະຫຍາຍ ຈິດໃຈນິກາຍ ຈຸກເລິມ - ຈິດໃຈແຫ່ງສະຕິປັນຍາ, ຄວາມປອງດອງ ແລະ ຄວາມຮັບຜິດຊອບ. ໃນສະພາບການ ທີ່ໂລກ ກໍາລັງຜະເຊີນ ກັບສິ່ງ ທ້າທາຍຫຼາຍຢ່າງ, ຄຸນຄ່າເຫຼົ່ານັ້ນ ຍິ່ງມີຄວາມໝາຍ, ປະກອບສ່ວນຢືນຢັນບົດບາດ ຂອງ ວັດທະນະທໍາ ເໝືອນດັ່ງ ແຫຼ່ງກໍາລັງແຮງ ເພື່ອການພັດທະນາ ແບບຍືນຍົງ.
ຈາກພື້ນທີ່ຈິດວິນຍານຂອງຊາດ, ມໍລະດົກ ໃນມື້ນີ້ ໄດ້ກາຍເປັນ ຂົວຕໍ່ ລະຫວ່າງ ຫວຽດນາມ ແລະ ໂລກ, ເຊິ່ງແມ່ນບ່ອນທີ່ຄຸນຄ່າ ຢູ່ເໜືອການເວລາ ຍັງຄົງໄດ້ຮັບການປຸກລຸກ ແລະແຜ່ຂະຫຍາຍ ອອກໄປຢ່າງກວ້າງຂວາງ.
ບົດ: ຫວຽດເກື່ອງ - ພາບ: ທົງທ້ຽນ/VNP, ມິງດຶກ, VNA















