“ເມັດພອຍ” ຢູ່ດິນແດນພາກໃຕ້
ຈາກຫ້ອງທົດລອງຄັດເລືອກແນວພັນ ຢູ່ເຂດທົ່ງພຽງແມ່ນ້ຳຂອງ ຈົນເຖິງບັນດາຕະຫຼາດ ທີ່ມີລົດນິຍົມສູງໃນທົ່ວໂລກ, ເຂົ້າ ຫວຽດນາມ ແມ່ນຜົນແຫ່ງການຕົກຜຶກ ຂອງ ການຄົ້ນຄວ້າ ວິທະຍາສາດ, ການປ່ຽນແປງໃໝ່ເຕັກໂນໂລຊີ ມາເປັນເວລາ ເກືອບເຄິ່ງສະຕະວັດ ແລະ ການເຊື່ອມຈອດຢ່າງທົນທານ ລະຫວ່າງ ນັກວິທະຍາສາດ, ຊາວນາ ແລະ ວິສາຫະກິດ. ນີ້ແມ່ນ ພື້ນຖານອັນໜັກແໜ້ນ ທີ່ຊ່ວຍໃຫ້ ຫວຽດນາມ ຄ່ອຍໆ ຢັ້ງຢືນ ບົດບາດເປັນມະຫາອຳນາດ ເຂົ້າ ຢູ່ເທິງແຜນທີ່ ກະສິກຳ ທົ່ວໂລກ.
ວິທະຍາສາດ ຮ່ວມເດີນທາງກັບຕົ້ນເຂົ້າ ມາເປັນເວລາ ເກືອບເຄິ່ງສະຕະວັດ
ເປັນເວລາດົນນານມາແລ້ວ, ຄົນ ຫວຽດນາມ ເອີ້ນເຂົ້າວ່າ ແມ່ນ “ເມັດພອຍຂອງທົ່ງນາ”, ເຊິ່ງເປັນຄຳປຽບທຽບທີ່ລຽບງ່າຍ ເພື່ອ ເວົ້າເຖິງຄຸນຄ່າ ຂອງ ອາຫານປະເພດນີ້ ທີ່ໄດ້ລ້ຽງດູຜູ້ຄົນ ມາຫຼາຍ ຊົ່ວອາຍຸ ແລະ ໃນປັດຈຸບັນ ພວມປະກອບສ່ວນ ນຳພາ ຊື່ສຽງ ຂອງ ຫວຽດນາມ ກ້າວໄປໄກໃນເວທີສາກົນ.ຢູ່ເບື້ອງຫຼັງຂອງບັນດາເມັດເຂົ້າ ທີ່ຂາວງາມ ຈາກເຂດທົ່ງພຽງ ແມ່ນ້ຳຂອງ ທີ່ປາກົດຢູ່ເທິງພາເຂົ້າ ຂອງຫຼາຍລ້ານຄອບຄົວ ໃນທົ່ວໂລກ ນັ້ນແມ່ນທັງຂະບວນການອັນທົນທານ ແຫ່ງການ ຄົ້ນຄວ້າ ວິທະຍາສາດ ແລະ ການປ່ຽນແປງໃໝ່ເຕັກໂນໂລຊີ.
ພາຍໃນສູນຄົ້ນຄວ້າ ຂອງ ສະຖາບັນຄົ້ນຄວ້າເຂົ້າ ເຂດທົ່ງພຽງ ແມ່ນ້ຳຂອງ, ບັນດາຖາດແນວພັນເຂົ້າ ໄດ້ຮັບການໝາຍໄວ້ ຢ່າງລະມັດລະວັງດ້ວຍລະຫັດ, ພ້ອມທັງບັນທຶກຢ່າງລະອຽດ ກ່ຽວກັບຄວາມສາມາດ ໃນການຈະເລີນເຕີບໂຕ, ຄວາມທົນທານ ຕໍ່ສັດຕູພືດ, ຄວາມຫອມ, ຄຸນນະພາບຂອງເມັດເຂົ້າ ແລະ ສະມັດຖະພາບ. ແນວພັນແຕ່ລະຕົວຢ່າງ ລ້ວນແຕ່ແມ່ນຜົນ ຂອງ ການປະສົມພັນ, ການພິຈາລະນາທົດລອງ ແລະ ການຄັດເລືອກ ມາເປັນເວລາຫຼາຍປີ.
ສະຖາບັນດັ່ງກ່າວ ໄດ້ຮັບການສ້າງຕັ້ງໃນປີ 1977, ຖືບົດບາດ ເປັນສູນຄົ້ນຄວ້າ ເຂົ້າແຖວໜ້າຂອງທົ່ວປະເທດ, ຮັບຜິດຊອບ ວຽກງານຄັດເລືອກ, ສ້າງແນວພັນ ແລະ ຖ່າຍທອດເຕັກນິກ ໃຫ້ແກ່ເຂດພາກໃຕ້, ເຊິ່ງເປັນເຂດຜະລິດເຂົ້າ ກວ່າເຄິ່ງໜຶ່ງ ຂອງ ປະເທດ ແລະ ກວມເອົາປະມານ 90% ຂອງປະລິມານເຂົ້າ ສົ່ງອອກຂອງ ຫວຽດນາມ.
ທ່ານ ປອ ເຈິ່ນດິ່ງຢ໊ອຍ, ຫົວໜ້າພາກວິຊາ ກຳມະພັນ ແລະ ຄັດເລືອກແນວພັນພືດ ຂອງສະຖາບັນ ໃຫ້ຮູ້ວ່າ ການປ່ຽນແປງ ສະພາບອາກາດ ພວມວາງອອກ ຄວາມຮຽກຮ້ອງຕ້ອງການໃໝ່ໆ ໃຫ້ແກ່ຂະແໜງເຂົ້າ. ຖ້າວ່າ ໃນເມື່ອກ່ອນ ເປົ້າໝາຍຕົ້ນຕໍ ແມ່ນ ການເພີ່ມປະລິມານ ການຜະລິດ ເພື່ອຮັບປະກັນຄວາມໝັ້ນຄົງ ດ້ານສະບຽງອາຫານ, ແຕ່ໃນປັດຈຸບັນ ແນວພັນເຂົ້າ ຕ້ອງ ຕອບສະໜອງໄດ້ທັງ ຄວາມຮຽກຮ້ອງຕ້ອງການ ດ້ານສະມັດຖະພາບ, ຄຸນນະພາບ, ຄວາມສາມາດ ໃນການປັບຕົວ ເຂົ້າກັບດິນສົ້ມ ດິນເຄັມ, ທົນທານ ຕໍ່ສັດຕູພືດ ແລະ ສອດຄ່ອງກັບບັນດາມາດຕະຖານການສົ່ງອອກ.
ພາຍໃນບັນດາຫ້ອງເພາະລ້ຽງ ແລະ ພື້ນທ່ີທົດລອງ, ແນວພັນເຂົ້າ ສາຍພັນໃໝ່ ຫຼາຍຊະນິດ ຍັງຄົງໄດ້ຮັບການຄົ້ນຄວ້າ ຢ່າງຕໍ່ເນື່ອງ ໂດຍການນຳໃຊ້ ເຕັກນິກຊີວະສາດໂມເລກຸນ, ເຕັກໂນໂລຊີ ການຄັດເລືອກແນວພັນທີ່ທັນສະໄໝ ແລະ ລະບົບຂໍ້ມູນຂ່າວສານ ເພື່ອຮັບໃຊ້ໃຫ້ແກ່ການປະເມີນຜົນແນວພັນ.
ຈາກຄວາມພະຍາຍາມເຫຼົ່ານັ້ນ, ແນວພັນເຂົ້າສາຍພັນໃໝ່ ຫຼາຍຮ້ອຍຊະນິດ ໄດ້ນຳເຂົ້າສູ່ການຜະລິດ, ປະກອບສ່ວນ ເຮັດໃຫ້ໂສມໜ້າຂອງທົ່ງນາ ຢູ່ເຂດພາກຕາເວັນຕົກ (ພາກໃຕ້ ຫວຽດນາມ) ໄດ້ຮັບການປ່ຽນແປງ. ຖ້າວ່າໃນເມື່ອກ່ອນ ສະມັດ ຕະພາບສະເລ່ຍ ບັນລຸພຽງແຕ່ປະ ມານ 2 - 3 ໂຕນ/ເຮັກຕາ, ແຕ່ໃນປັດຈຸບັນ ໄດ້ລື່ນກາຍ 6 ໂຕນ/ເຮັກຕາ; ຢູ່ຫຼາຍເຂດ ການປູກທີ່ກ້າວໜ້າ, ບັນດາແນວພັນເຂົ້າທີ່ມີຄຸນນະພາບສູງ ສາມາດບັນລຸໄດ້ຫຼາຍກວ່າ 10 ໂຕນ/ເຮັກຕາ ໃນເງື່ອນໄຂ ທີ່ເໝາະສົມທີ່ສຸດ.
ບໍ່ພຽງແຕ່ຍົກສູງສະມັດຖະພາບເທົ່ານັ້ນ, ບັນດາແນວພັນເຂົ້າ ທີ່ທົນທານຕໍ່ດິນສົ້ມ, ດິນເຄັມ ຍັງປະກອບສ່ວນ ຮັກສາ ການຜະລິດຢູ່ບັນດາເຂດແຄມທະເລ ທີ່ໄດ້ຮັບຜົນກະທົບ ນັບມື້ນັບຈະແຈ້ງ ຈາກການປ່ຽນແປງສະພາບອາກາດ.ຄຽງຂ້າງບັນດາສະຖາບັນຄົ້ນຄວ້າແລ້ວ, ນັກວິທະຍາສາດ ຫຼາຍທ່ານ ຍັງໄດ້ອຸທິດເວລາຫຼາຍສິບປີ ເພື່ອຜູກພັນກັບຕົ້ນເຂົ້າ. ຢູ່ພາຍໃນຫຼັງເຮືອນທີ່ລຽບງ່າຍຂອງຕົນ, ທ່ານ ໂຮ່ກວາງກົວ ພ້ອມດ້ວຍເພື່ອນຮ່ວມງານ ຍັງຄົງສືບຕໍ່ຕິດຕາມ ກວດສອບ ບັນດາສາຍພັນເຂົ້າໃໝ່ ພາຍຫຼັງຄວາມສຳເລັດ ຂອງ ກຸ່ມ ແນວພັນ ເຂົ້າ ST.
ເພື່ອສ້າງແນວພັນເຂົ້າ ST25, ເຊິ່ງເປັນປະເພດເຂົ້າ ທີ່ເຄີຍ ຍາດໄດ້ນາມມະຍົດ “ເຂົ້າທີ່ແຊບທີ່ສຸດໂລກ” ປີ 2019, ຄະນະ ຄົ້ນຄວ້າ ໄດ້ໃຊ້ເວລາຫຼາຍສິບປີ ໃນການປະສົມພັນ, ທົດລອງ ແລະ ຄັດເລືອກຢູ່ຕາມທົ່ງນາຕົວຈິງ.
ບໍ່ພຽງແຕ່ເອົາໃຈໃສ່ ຕໍ່ກັບລົດຊາດ ແລະ ຄຸນນະພາບ ຂອງ ເຂົ້າເທົ່ານັ້ນ, ຄະນະຄົ້ນຄວ້າ ຍັງສົນໃຈມຸ່ງໜ້າສູ່ ຄວາມສາມາດ ໃນການປັບຕົວເຂົ້າກັບ ເງື່ອນໄຂການປູກ ຢູ່ເຂດແຄມທະເລ ທີ່ມີດິນເຄັມ. ສຳລັບທ່ານ ໂຮ່ກວາງກົວ ແລ້ວ, ຄຸນຄ່າ ຂອງ ແນວພັນເຂົ້າ ບໍ່ພຽງແຕ່ ຢູ່ບ່ອນ ລາງວັນລະດັບສາກົນເທົ່ານັ້ນ, ແຕ່ຍັງຢູ່ໃນຄວາມສາມາດ ທ່ີຊ່ວຍໃຫ້ຊາວກະສິກອນ ຍົກສູງ ລາຍຮັບ ແລະ ອຸ່ນອ່ຽງໃຈຜູກພັນກັບທົ່ງນາ.
ເຕັກໂນໂລຊີ ທີ່ທັນສະໄໝ ຊ່ວຍໃຫ້ເຂົ້າ ຫວຽດນາມ ກ້າວໄປໄກ
ເມື່ອອອກຈາກຫ້ອງທົດລອງ, ເສັ້ນທາງ ຂອງເຂົ້າ ໄດ້ສືບຕໍ່ ຢູ່ຕາມທົ່ງນາ ທີ່ມີຂະໜາດການຜະລິດໃຫຍ່ ຢູ່ ແຂວງ ອານຢາງ, ດົ່ງທາບ, ເກິ່ນເທີ ຫຼື ກ່າເມົາ. ໃນລະດູເກັບກ່ຽວ, ລົດກ່ຽວ - ລົດຟາດເຂົ້າແບບປະສົມ ໄດ້ເຄື່ອນໄຫວຢ່າງຕໍ່ເນື່ອງ ຕາມທົ່ງນາ ທີ່ກວ້າງໃຫຍ່ໄພສານ. ເຂົ້າເປືອກ ໄດ້ຮັບການເກັບກ່ຽວຢ່າງໄວ, ບັນຈຸໃສ່ເປົາ ຢູ່ຕາມທົ່ງນາ ໃນທັນທີ ກ່ອນຈະຂົນສົ່ງໄປຍັງ ບັນດາສະຖານທ່ີອົບແຫ້ງ ແລະ ປຸງແຕ່ງ.
ຈາກຫ້ອງຄົ້ນຄວ້າ ສູ່ທົ່ງນາອັນກວ້າງໃຫຍ່, ປັດຈຸບັນ, ເຂົ້າ ຫວຽດ ນາມ ແມ່ນຜົນ ຂອງ ການປະສົມປະສານ ລະຫວ່າງ ເຕັກໂນໂລຊີ, ການປະດິດສ້າງໃໝ່ ແລະ ການຜະລິດ ທີ່ຍືນຍົງ. ບໍ່ພຽງແຕ່ຮັບປະກັນຄວາມໝັ້ນຄົງ ດ້ານສະບຽງອາຫານເທົ່ານັ້ນ, ເຂົ້າ ພວມກາຍເປັນສັນ ຍະລັກໃຫ້ແກ່ຄວາມມຸ່ງໝັ້ນ ໃນການ ຍົກລະດັບຂະແໜງກະສິກຳ ຫວຽດນາມ ຢູ່ໃນຕະຫຼາດສາກົນ.
ໃນປັດຈຸບັນ, ພາບການກ່ຽວເຂົ້າ ດ້ວຍມືຂອງຊາວນາ ໄດ້ຄ່ອຍໆ ກາຍເປັນຄວາມຊົງຈຳ ຢູ່ຫຼາຍທ້ອງຖິ່ນ. ແທນທີ່ ດ້ວຍລະບົບ ການຫັນເປັນກົນຈັກແບບຄົບຊຸດ ນັບແຕ່ການຫວ່ານ ແນວພັນ, ການບົວລະບັດຮັກສາ ຈົນເຖິງການເກັບກ່ຽວ.
ປັດຈຸບັນ, ໃນຫຼາຍເຂດການຜະລິດ ໄດ້ນຳໃຊ້ ໂດຣນ ເພື່ອພົ່ນຢາ ປ້ອງກັນພືດ, ໃສ່ຝຸ່ນ ແລະ ຕິດຕາມກວດສອບສັດຕູພືດ. ບັນດາ ຕົວແບບການປູກຝັງ ທີ່ກ້າວໜ້າ ຫຼື ການປູກຝັງແບບສະຫຼາດ ພວມໄດ້ຮັບການນຳໃຊ້ຢ່າງກວ້າງຂວາງ, ຊ່ວຍປະຢັດຕົ້ນທຶນ, ຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ຍົກສູງປະສິດທິຜົນ ການຜະລິດ.
ຢູ່ສະຫະກອນ ນົງຖ້ວນຟາດ, ປັດຈຸບັນ, ບັນດາສະມາຊິກ ໄດ້ປູກເຂົ້າ ໃນເນື້ອທີ່ປະມານ 4.000 ເຮັກຕາ, ສ່ວນໃຫຍ່ ແມ່ນ ບັນດາແນວພັນເຂົ້າທີ່ມີຄຸນນະພາບສູງ ເພື່ອຮັບໃຊ້ ໃຫ້ແກ່ ການສົ່ງອອກ. ທ່ານນາງ ຫງວຽນທິເກິ໋ມຮົ່ງ, ຜູ້ນຳອຳນວຍການ ສະຫະກອນ ນົງຖ້ວນຟາດ ໃຫ້ຮູ້ວ່າ ການເຊື່ອມຕໍ່ກັບວິສາຫະກິດ ໄດ້ຊ່ວຍໃຫ້ຊາວກະສິກອນອຸ່ນໃຈ ໃນການຜະລິດ ຍ້ອນມີແຫຼ່ງ ຮັບຊື້ ທີ່ໝັ້ນຄົງ, ທັງໄດ້ຮັບການສະໜັບສະໜູນດ້ານເຕັກນິກ ນັບແຕ່ຕົ້ນລະດູການປູກ.
ໜຶ່ງໃນບັນດາຄູ່ຮ່ວມມືລາຍໃຫຍ່ ແມ່ນກຸ່ມສະຫະກອນ ລົກເຈີ່ຍ. ຕາງໜ້າໃຫ້ແກ່ວິສາຫະກິດ, ທ່ານ ຫວໍແທ່ງຟອງ ໄດ້ກ່າວວ່າ ການພັດທະນາ ບັນດາແນວພັນເຂົ້າ ທີ່ສອດຄ່ອງກັບ ແຕ່ລະເຂດ ການຜະລິດ ຈະຊ່ວຍຍົກສູງປະສິດທິຜົນ ທາງດ້ານເສດຖະກິດ ແລະ ຕອບສະໜອງ ຄວາມຕ້ອງການທີ່ຫຼາກຫຼາຍ ຂອງ ຕະຫຼາດ ສົ່ງອອກໄດ້ດີກວ່າເກົ່າ.
ໃນຕ່ອງໂສ້ ການເຊື່ອມຈອດນັ້ນ, ລະບົບການປຸງແຕ່ງ ທີ່ທັນສະໄໝ ຖືບົດບາດສຳຄັນເປັນພິເສດ. ຢູ່ໂຮງງານ ສະບຽງອາຫານ ທວ້າຍເຊີນ ສັງກັດສະຫະກອນ ລົກເຈີ່ຍ, ບັນດາ ຕ່ອງໂສ້ການອົບແຫ້ງ, ການສີ ແລະ ການບັນຈຸຫຸ້ມຫໍ່ ໄດ້ເຄື່ອນໄຫວເກືອບວ່າຕະຫຼອດເວລາໃນລະດູເກັບກ່ຽວ.
ທ່ານ ແບັກມິງກຸ໋ຍ, ຜູ້ນຳອຳນວຍການ ໂຮງງານສະບຽງອາຫານ ທວ້າຍເຊີນ ໃຫ້ຮູ້ວ່າ ໂຮງງານມີເນື້ອທີ່ປະມານ 90.000ມ2, ສາມາດຮັບເຂົ້າ ແລະ ອົບແຫ້ງ ແຕ່ 1.500 ຫາ 1.600 ໂຕນ/ວັນ ແລະ ກໍາລັງການສີເຂົ້າ ປະມານ 450 ຫາ 500 ໂຕນ/ວັນ.
ການລົງທຶນໃສ່ລະບົບການປຸງແຕ່ງ ທີ່ທັນສະໄໝ ໄດ້ຊ່ວຍ ຫຼຸດຜ່ອນ ການສູນເສຍ ຫຼັງການເກັບກ່ຽວ, ຮັບປະກັນຄຸນນະພາບ ຂອງ ເຂົ້າ, ທັງຕອບສະໜອງໄດ້ ບັນດາມາດຕະຖານ ທີ່ເຄັ່ງຄັດ ກ່ຽວກັບການກວດສອບແຫຼ່ງທີ່ມາ ແລະ ຄວາມປອດໄພ ຂອງອາຫານ.
ຈາກບັນດາທ່າກໍາປັ່ນສົ່ງອອກ ຢູ່ພາກໃຕ້, ເຂົ້າ ຫວຽດນາມ ໄດ້ປາກົດຕົວຢູ່ຫຼາຍຕະຫຼາດ ທີ່ເຄັ່ງຄັດ ເຊັ່ນ: ຍີ່ປຸ່ນ, ສ ອາເມລິກາ, ອົດສະຕຣາລີ ແລະ ຫຼາຍປະເທດ ເອີຣົບ. ປີ 2024, ຫວຽດນາມ ສົ່ງອອກ ເຂົ້າ ໄດ້ຫຼາຍກວ່າ 9,18 ລ້ານໂຕນ, ບັນລຸ ມູນຄ່າການຄ້າກວ່າ 5,75 ຕື້ ໂດລາສະຫະລັດ, ເຊິ່ງເປັນ ລະດັບ ສູງສຸດຢ່າງບໍ່ເຄີຍມີມາກ່ອນ. ສິ່ງທີ່ສຳຄັນກວ່ານັ້ນແມ່ນ, ອັດຕາສ່ວນຂອງເຂົ້າຫອມ, ເຂົ້າຄຸນນະພາບສູງ ແລະ ເຂົ້າ ທີ່ເປັນຜະລິດຕະພັນພິເສດຂອງທ້ອງຖິ່ນ ນັບມື້ນັບເພີ່ມຂຶ້ນ, ສະແດງໃຫ້ເຫັນເຖິງການຫັນປ່ຽນຢ່າງຈະແຈ້ງ ຈາກການສົ່ງອອກ ທາງດ້ານປະລິມານ ມາເປັນການສົ່ງອອກ ທາງດ້ານມູນຄ່າ.
ຢູ່ຕາມທົ່ງນາ ທີ່ກວ້າງໃຫຍ່ໄພສານ ຂອງ ເຂດທົ່ງພຽງ ແມ່ນ້ຳຂອງ, ບັນດາ “ເມັດພອຍ” ຍັງຄົງໄດ້ຮັບການເພີ່ມທະວີ ຄຸນຄ່າຢ່າງຕໍ່ເນື່ອງ ດ້ວຍຄວາມຮູ້ທາງດ້ານວິທະຍາສາດ, ເຕັກໂນໂລຊີ ທີ່ທັນສະໄໝ ແລະ ຄວາມດຸໝັ່ນຂະຫຍັນພຽນ ຂອງ ຊາວນາ. ຈາກຈຸດນີ້ເອງ, ເຂົ້າ ຫວຽດນາມ ພວມສືບຕໍ່ຢັ້ງຢືນ ຖານະບົດບາດ ເປັນປະເທດມະຫາອຳນາດ ດ້ານເຂົ້າ ຢູ່ເທິງ ແຜນທີ່ກະສິກຳໂລກ.
ບົດ: ຈຸງແຄ໋ງ - ພາບ: ທົງທ້ຽນ, ເລມິງ, ຫງວຽນລວນ/VNP

















