ເຕັກໂນໂລຊີ ADN: ຄືນຊື່ ໃຫ້ແກ່ບັນດານັກຮົບ ວິລະຊົນ ນິລະນາມ

ເຕັກໂນໂລຊີ ADN: ຄືນຊື່ ໃຫ້ແກ່ບັນດານັກຮົບ ວິລະຊົນ ນິລະນາມ

ກວ່າເຄິ່ງສະຕະວັດ ພາຍຫຼັງສົງຄາມ, ບັນດາບາດກ້າວບຸກທະລຸໃນເຕັກໂນໂລຊີ ສັນລະສູດ ADN ຂອງ ບັນດານັກວິທະຍາສາດ ຫວຽດນາມ ພວມຊ່ວຍກຳນົດຕົວຕົນ ຂອງ ບັນດານັກຮົບ ນິລະ ນາມ ທ່ີເສຍສະຫຼະຊີວິດເພື່ອຊາດ, ເຊື່ອມຕໍ່ ການເຕົ້າໂຮມກັນ ທີ່ຫຼາຍຄອບຄົວ ຕ້ອງໄດ້ລໍຖ້າມາເປັນເວລາຫຼາຍທົດສະວັດ.

ນດາຕົວຢ່າງໄດ້ຮັບການກຳນົດຕົ້ນກຳເນີດ ແລະ ສ້າງສຳເນົາເອກະສານ. ພາບ: ແຄ໋ງລອງ/VNP

* ບາດກ້າວບຸກທະລຸ ຈາກເຕັກໂນໂລຊີ ADN

ສົງຄາມໄດ້ຜ່ານໄປກວ່າເຄິ່ງສະຕະວັດແລ້ວ, ແຕ່ຢູ່ທົ່ວທຸກແຫ່ງຂອງປະເທດຊາດ ຍັງມີນັກຮົບ ທ່ີເສຍສະຫຼະຊີວິດເພື່ອຊາດ ຫຼາຍທ່ານຍັງບໍ່ທັນໄດ້ກັບຄືນສູ່ຄອບຄົວ. ອັດຖິແຕ່ລະຊຸດ ທີ່ຍັງບໍ່ທັນກຳນົດຕົວຕົນໄດ້ ແມ່ນຊ່ອງຫວ່າງ ທີ່ຍັງບໍ່ທັນປິດລົງ ໃນຄວາມຊົງຈຳຂອງຍາດພີ່ນ້ອງ ແລະ ແມ່ນຄວາມກັງວົນຂອງທົ່ວສົງຄົມ.

ໃນບັ້ນຮົບ 500 ວັນ/ຄືນ ເພື່ອຊອກຫາ, ຂຸດຄົ້ນເຕົ້າໂຮມ ແລະ ກຳ ນົດຕົວຕົນ ອັດຖິນັກຮົບ ທີ່ເສຍສະຫຼະຊີວິດເພື່ອຊາດ ໂດຍຄະນະຊີ້ນຳແຫ່ງຊາດປຸກລະດົມ ເພື່ອກ້າວສູ່ການສະເຫຼີມສະຫຼອງວັນເສຍອົງຄະ ແລະ ນັກຮົບເສຍສະຫຼະຊີວິດເພື່ອຊາດ ຄົບຮອບ 80 ປີ (27 ກໍລະກົດ 1947 - 27 ກໍລະກົດ 2027), ບັນດານັກວິທະຍາ ສາດ ຫວຽດນາມ ກຳລັງພະຍາຍາມໃນແຕ່ລະວັນ ເຮັດໃຫ້ ວິທະ ຍາສາດກາຍເປັນຂົວຕໍ່ ລະຫວ່າງອະດີດ ແລະ ປັດຈຸບັນ, ຊ່ວຍໃຫ້ບັນດານັກຮົບ ນິລະນາມ ໄດ້ກັບຄືນມາພ້ອມກັບ ຊື່ສຽງຂອງຕົນພາຍຫຼັງຫຼາຍທົດສະວັດ.

 

ສູນສັນລະສູດ ADN ແມ່ນໜຶ່ງໃນບັນດາຫົວໜ່ວຍຫຼັກ ທີ່ໄດ້ຮັບການມອບໝາຍໜ້າທີ່ ຈາກລັດຖະບານ ໃນການສັນລະສູດ ADN ເພື່ອຮັບໃຊ້ນັບການກຳນົດຕົວຕົນ ນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ.  ພາບ: ແຄ໋ງລອງ/VNP

ໜ້າຢູ່ສູນ ສັນລະສູດ ADN ສັງກັດສະຖາບັນຊີວະວິທະຍາ, ສະ ພາບັນດິດ ວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ໃນເດືອນ ກໍລະກົດ, ພວກຂ້າພະເຈົ້າຮູ້ສຶກໄດ້ຢ່າງຈະແຈ້ງເຖິງບັນຍາກາດ ການເຮັດວຽກຢ່າງຮີບດ່ວນ ຂອງ ບັນດານັກວິທະຍາສາດ. ນັບຕັ້ງແຕ່ເປີດນຳໃຊ້ໃນປີ 2019, ສູນສັນລະສູດ ADN ແມ່ນໜຶ່ງໃນບັນດາຫົວໜ່ວຍຫຼັກ ທີ່ໄດ້ຮັບການມອບໝາຍ ຈາກລັດຖະບານ ໃນການສັນນະສູດ ADN ເພື່ອຮັບໃຊ້ການກຳນົດຕົວຕົນນັກຮົບທ່ີເສຍສະຫຼະຊີວິດເພື່ອຊາດ.

ບັນຍາກາດການເຮັດວຽກຢ່າງຮີບດ່ວນ ເພື່ອຮັບໃຊ້ການກຳນົດຕົວຕົນ ບັນດາຕົວຢ່າງອັດຖິ ນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ຂອງ ບັນດາພະນັກງານ ສູນສັນນະສູດ ADN ໃນບັ້ນຮົບ 500 ວັນ/ຄືນ ໂດຍຄະນະຊີ້ນຳແຫ່ງຊາດ ກ່ຽວກັບການຊອກຫາ, ເຕົ້າໂຮມ ແລະ ກຳນົດຕົວຕົນອັດຖິ ນັກຮົບທ່ີເສຍຊີວິດເພື່ອຊາດ. ພາບ: ແຄ໋ງລອງ/VNP
ເມື່ອຮັບຕົວຢ່າງທີ່ສົ່ງມາເຖິງສູນ, ບັນດາພະນັກງານ ດຳເນີນການບັນທຶກຂໍ້ມູນ ຢູ່ຫ້ອງເກັບຕົວຢ່າງ. ພາບ: ແຄ໋ງລອງ/VNP
 
ບັນດາຕົວຢ່າງ ໄດ້ຮັບການຮັກສາ ໃນຕູ້ອຸນຫະພູມ ລົບ 80 ອົງສາ. ພາບ: ແຄ໋ງລອງ/VNP

ໃນບັນດາຫ້ອງທົດລອງ, ຊຸດປ້ອງກັນສີຂາວຄ່ອຍໆ ເຄື່ອນຍ້າຍ ໄປມາ ລະຫວ່າງ ບັນດາອຸປະກອນ ທີ່ທັນສະໄໝ. ຂອບເຂດມີພຽງແຕ່ສຽງເຄື່ອງວິເຄາະ ພ້ອມກັບບັນດາການເຄື່ອນໄຫວຢ່າງຊັດເຈນ ທີ່ໄດ້ປະຕິບັດຜ່ານຫຼາຍສິບຂັ້ນຕອນ ແກ່ຍາວເປັນເວລາຫຼາຍອາທິດ, ບາງຄັ້ງເປັນເວລາຫຼາຍເດືອນ.

ທ່ານ ເຈິ່ນຈຸງແທ່ງ , ຜູ້ອຳນວຍການ ສູນສັນລະສູດ ADN ໃຫ້ຮູ້ວ່າ ຕົວຢ່າງອັດຖິນັກຮົບທີ່ເສຍຊີວິດ ຫວຽດນາມ ໄດ້ຮັບການປະເມີນຢູ່ໃນກຸ່ມ ທີ່ວິເຄາະຍາກທີ່ສຸດໃນໂລກ ຍ້ອນລະດັບການຍ່ອຍສະ ຫຼາຍສູງ ພາຍໃຕ້ເງື່ອນໄຂສະພາບອາກາດຮ້ອນຊຸ່ມ. ບັນດາການວິເຄາະ ADN ໄມໂຕຄອນເດຣຍ (Mitochondria) ຫຼື ADN ນິວເຄຼຍ (Nuclear DNA) ແບບເກົ່າ ລ້ວນແຕ່ສະແດງໃຫ້ເຫັນ ຂໍ້ຈຳ ກັດ ເມື່ອນໍາໄປໃຊ້ໃນວົງກວ້າງ ລວມເຖິງຂະບວນການຂະຫຍາຍ ບໍລິເວນຢີນ ເພື່ອໃຫ້ຜົນອອກມາມີຄວາມຊັດເຈນ.

ຕໍ່ກັບຄວາມເປັນຈິງດັ່ງກ່າວ, ລັດຖະບານ ໄດ້ມອບໃຫ້ ສະພາບັນ ດິດວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ຊີ້ນຳ ສູນສັນລະສູດ ADN, ສະຖາບັນຊີວະວິທະຍາ ສົມທົບກັບ ຄະນະກຳມະການສາກົນ ກ່ຽວກັບຜູ້ຫາຍສາບສູນ (ICMP) ຄົ້ນຄວ້າ ແລະ ພັດທະ ນາ ເຕັກໂນໂລຊີໃໝ່ ໃຫ້ດີທີ່ສຸດ, ລວມເຖິງການສະກັດ ADN ນິວເຄຼຍ, ການຖອດລະຫັດ ພັນທຸກຳລຸ້ນໃໝ່ ແລະ ການວິເຄາະບັນດາຕົວຊີ້ບອກ SNP.

 

ບັນດາຕົວຢ່າງໄດ້ຮັບການກຳນົດຕົ້ນກຳເນີດ ແລະ ສ້າງສຳເນົາເອກະສານ. ພາບ: ແຄ໋ງລອງ/VNP
 

ຂັ້ນຕອນເຕັກໂນໂລຊີໃໝ່ ລວມມີຫຼາຍຂັ້ນຕອນ ນັບຕັ້ງແຕ່ການແຍກ, ການກຳນົດປະລິມານ, ການຂະຫຍາຍ ຈົນເຖິງການຖອດ ລະຫັດ ພັນທຸກຳ ADN, ຊ່ວຍຍົກສູງຄວາມສາມາດ ໃນການຈຳ ແນກຕົວຕົນ ແລະ ປຽບທຽບຢ່າງຊັດເຈນ ກັບຕົວຢ່າງຂອງຍາດພີ່ ນ້ອງ ໂດຍອີງໃສ່ພຽງແຕ່ປະລິມານ ພັນທຸກຳ ທີ່ໜ້ອຍຫຼາຍ, ນັບທັງຍາດພີ່ນ້ອງ ທີ່ຫ່າງກັນຫຼາຍເຊັ່ນຄົນ. ຍ້ອນການປັບປຸງຂັ້ນຕອນໃຫ້ດີທີ່ສຸດ, ອັດຕາການເກັບ ADN ໄດ້ເພີ່ມຂຶ້ນຈາກປະມານ 22% ຂຶ້ນເຖິງ 80% ຂອງຈຳນວນຕົວຢ່າງ ທີ່ໄດ້ຮັບການປະມວນຜົນດ້ວຍເຕັກໂນໂລຊີໃໝ່.

ທ່ານ ເຈິ່ນຈຸງແທ່ງ ໃຫ້ຮູ້ວ່າ: “ມາຮອດປັດຈຸບັນ, ພ້ອມກັບການປະ ສົມປະສານກັບຖານ ຂໍ້ມູນຍາດພີ່ນ້ອງ ນັກຮົບເສຍສະຫຼະຊີວິດເພື່ອຊາດ ທີ່ກຳລັງໄດ້ຮັບການສ້າງຂຶ້ນ ໃນຖານຂໍ້ມູນປະຊາກອນແຫ່ງຊາດ, ການນຳໃຊ້ຂັ້ນຕອນເຕັກໂນໂລຊີ ກ່ຽວກັບການວິເຄາະ ADN ຂອງ ສູນສັນລະສູດ ADN ຈະເສີມຂະຫຍາຍ ປະສິດທິ ພາບ ໄດ້ດີກວ່າເກົ່າ. ການກຳນົດຕົວຕົນ ຂອງ ບັນດານັກຮົບທ່ີເສຍສະຫຼະຊີວິດເພື່ອຊາດ ຈະໄດ້ຮັບການປະຕິບັດຢ່າງໄວ, ຊັດເຈນກວ່າ ດ້ວຍຖານວິທະຍາສາດ ທີ່ໜັກແໜ້ນກວ່າເກົ່າ ເພື່ອນຳຊື່ ແລະ ຊີວະປະຫວັດ ທີ່ຊັດເຈນໃຫ້ແກ່ບັນດານັກຮົບ ທ່ີເສຍສະຫຼະຊີວິດເພື່ອຊາດ ໂດຍໄວ”.

ພາຍຫຼັງວິວັດທະນາການ ຄົ້ນຄວ້າ, ສູນສັນລະສູດ ADN ໄດ້ຈັດຕັ້ງປະຕິບັດ ທົດລອງຢູ່ສຸສານ ຈ່າຫຼິ໊ງ (ແຂວງ ກາວບັ່ງ) ແລະ ໂຣ່ງ ຢ່ຽງ (ແຂວງ ອານຢາງ) ໃນປີ 2025, ກຳນົດຕົວຕົນ ສົມບູນແບບໃຫ້ແກ່ນັກຮົບທ່ີເສຍສະຫຼະຊີວິດເພື່ອຊາດ ສອງທ່ານ. ຜົນງານນີ້ ໄດ້ຮັບການໂຫວດໃຫ້ເປັນໜຶ່ງ ໃນ 10 ເຫດການວິທະຍາສາດ ແລະ ເຕັກໂນໂລຊີ ທີ່ດີເດັ່ນ ຂອງ ຫວຽດນາມ ໃນປີ 2025.  

* ເບື້ອງຫຼັງ ຂອງການເຕົ້າໂຮມກັນ ແຕ່ລະຄັ້ງ

ໃນບັ້ນຮົບ 500 ວັນ/ຄືນ, ສູນສັນນະສູດ ADN ໄດ້ຮັບການມອບໝາຍໃຫ້ສັນລະສູດ 6.632 ຕົວຢ່າງອັດຖິ ນັກຮົບທ່ີເສຍສະຫຼະຊີ ວິດເພື່ອຊາດ ແລະ ໃຫ້ສຳເລັດກ່ອນ ເດືອນ ກໍລະກົດ 2027. ສຳ ລັບບັນດານັກວິທະຍາສາດ ຢູ່ທີ່ນີ້, ແຕ່ລະຜົນງານທີ່ປະສົບຜົນສໍາເລັດ ບໍ່ພຽງແຕ່ແມ່ນຜົນງານວິທະຍາສາດເທົ່ານັ້ນ, ແຕ່ຍັງແມ່ນຄວາມຫວັງ ຂອງ ບັນດາຄອບຄົວ ທີ່ໄດ້ລໍຖ້າມາເປັນເວລາຫຼາຍສິບປີ ເພື່ອໃຫ້ຮູ້ບ່ອນພັກຜ່ອນຂອງຍາດພີ່ນ້ອງ.

ບັນດາຕົວຢ່າງ ໄດ້ຮັບການອະນາໄມ ສ່ວນຫີນປູນ ເພື່ອຊ່ວຍໃຫ້ການແຍກ ADN ງ່າຍຂຶ້ນ. ພາບ: ແຄ໋ງລອງ/VNP
 

ເມື່ອຮັບຕົວຢ່າງ, ບັນດາພະນັກງານຂອງສູນ ໄດ້ດຳເນີນການບັນ ທຶກຂໍ້ມູນ, ຈັດປະເພດຄຸນນະພາບ, ກຳນົດຕົ້ນກຳເນີດ ແລະ ສ້າງສຳເນົາເອກະສານ ກ່ອນທີ່ຈະນຳເຂົ້າສູ່ຂັ້ນຕອນການປະມວນຜົນ. ບັນດາຕົວຢ່າງໄດ້ຮັບການອະນາໄມ, ອົບແຫ້ງ, ບົດເປັນຝຸ່ນ ແລ້ວແຍກ ADN. ຫຼັງຈາກນັ້ນ, ADN ໄດ້ຮັບການກຳນົດປະລິມານ ກ່ອນທີ່ຈະກ້າວເຂົ້າສູ່ ບັນດາຂັ້ນຕອນຕໍ່ໄປຂອງຂະບວນການວິ ເຄາະ.

ທຸກໆ ການເຄື່ອນໄຫວ ລ້ວນແຕ່ຕ້ອງປະຕິບັດຕາມມາດຕະຖານເຕັກນິກ ແລະ ຄວາມປອດໄພ ຢ່າງເຂັ້ມງວດ. ຍ້ອນປະລິມານ ADN ທີ່ຍັງເຫຼືອມີໜ້ອຍຫຼາຍ, ໃນຂະນະທີ່ຄວາມສ່ຽງຕິດເຊື້ອ ແບັກທີເຣຍ ແມ່ນສູງ, ພຽງແຕ່ຜິດພາດ ພຽງໜ້ອຍດຽວ ກໍ່ສາມາດສົ່ງຜົນກະທົບ ຕໍ່ຜົນການສັນລະສູດ. ດັ່ງນັ້ນ, ຈຶ່ງຮຽກຮ້ອງໃຫ້ບັນ ດານັກສັນລະສູດ ຕ້ອງມີຄວາມລະມັດລະວັງ ແລະ ຢືດຢຸ່ນຢ່າງຍິ່ງໃນແຕ່ລະຂັ້ນຕອນ.

ຕົວຢ່າງ ໄດ້ຮັບການນຳເຂົ້າເຄື່ອງຈັກ ເພື່ອບົດເປັນຝຸ່ນ ກ່ອນຈະນຳ ໄປແຍກ ADN. ພາບ: ແຄ໋ງລອງ/VNP
 

ທ່ານນາງ ເລຢຸງ, ນັກສັນລະສູດ ໃຫ້ຮູ້ວ່າ ຂັ້ນຕອນເຕັກໂນໂລຊີ   ໃໝ່ ແມ່ນມີຄວາມສັບຊ້ອນຫຼາຍ, ຮຽກຮ້ອງໃຫ້ພະນັກງານ ຕ້ອງມີລະດັບວິຊາສະເພາະສູງ ແລະ ຫຼາຍຂັ້ນຕອນ ຕ້ອງໄດ້ກວດຄືນຫຼາຍຄັ້ງເພື່ອຮັບປະກັນຄວາມຊັດເຈນຂອງຜົນໄດ້ຮັບ. ເພື່ອສະ ໜອງໃຫ້ທັນກັບຄາດໝາຍ, ພະນັກງານສ່ວນໃຫຍ່ຂອງສູນລ້ວນແຕ່ເຂົ້າຮ່ວມໃນຫຼາຍຂັ້ນຕອນທີ່ແຕກຕ່າງກັນ. ຕົວຢ່າງສ່ວນໃຫຍ່ມີຄວາມຍາກຫຼາຍ, ຕ້ອງປະຕິບັດຄືນໃໝ່ 2 ຫາ 3 ເທື່ອ.

ຕາມທ່ານ ເຈິ່ນຈຸງແທ່ງ ແລ້ວ, ພາຍຫຼັງ 3 ຄັ້ງທີ່ໄດ້ນຳໃຊ້ທຸກວິທີການ ແຕ່ຍັງບໍ່ທັນໄດ້ຮັບຜົນ, ບັນດາພະນັກງານ ຈະປ່ຽນໄປປະ ມວນຜົນຕົວຢ່າງອື່ນ ເພື່ອນຳໃຊ້ແຫຼ່ງພະລັງຢ່າງມີປະສິດທິພາບ ແລະ ຮັບປະກັນຄາດໝາຍ ຕໍ່ກັບຈຳນວນຕົວຢ່າງ ທີ່ຍັງເຫຼືອຫຼາຍ.

ເພື່ອສຳເລັດໜ້າທີ່ ກ່ອນເດືອນ ກໍລະກົດ 2027, ບັນດາພະນັກ ງານສູນສັນລະສູດ ADN ກຳລັງແຂ່ງກັບເວລາ, ເຮັດວຽກທັງເວັນ ແລະ ຄືນ. ຄຽງຄູ່ກັບພວກເຂົາ ຍັງມີການຊ່ວຍເຫຼືອຈາກບັນດານັກຊ່ຽວຊານສາກົນ.

ວຽກງານກວດກາຄຸນນະພາບຕົວຢ່າງ. ພາບ: ແຄ໋ງລອງ/VNP
 

ທ່ານ Thomas Parsons, ທີ່ປຶກສາວິທະຍາສາດຂັ້ນສູງ ຂອງ ຄະ ນະກຳມະການສາກົນ ກ່ຽວກັບຜູ້ຫາຍສາບສູນ (ICMP) ໃຫ້ຮູ້ວ່າ: “ດ້ວຍການຊ່ວຍເຫຼືອ ຈາກລັດຖະບານ ສ ອາເມລິກາ ແລະ ຄະ ນະກຳມະການສາກົນ ກ່ຽວກັບຜູ້ຫາຍສາບສູນ (ICMP), ບັນດາຫ້ອງທົດລອງ ຂອງ ສູນສັນລະສູດ ADN ໄດ້ມີຄວາມພະຍາຍາມຢ່າງຍິ່ງ ແລະ ໄດ້ເປັນເຈົ້າການເຕັກໂນໂລຊີໃໝ່ ຢ່າງປະສົບຜົນ ສຳເລັດ. ສິ່ງທີ່ສ້າງຄວາມປະທັບໃຈທີ່ສຸດ ສຳລັບຂ້າພະເຈົ້າ ແມ່ນຄວາມອົດທົນ, ມຸ່ງໝັ້ນ ແລະ ການຕັດສິນໃຈ ຂອງ ຫວຽດນາມ ໃນການບັນລຸເປົ້າໝາຍໄລຍະຍາວ, ພ້ອມກັບຈິນຕະນາການເປີດກວ້າງ ແລະ ຈິດໃຈພ້ອມແລ້ວທີ່ຈະ ຮັບເອົາບັນດາກາລະໂອກາດ ໃໝ່ ທີ່ວິທະຍາສາດເຕັກໂນໂລຊີ ນຳມາໃຫ້”.

ສຳລັບບັນດາຜູ້ທີ່ເຮັດວຽກຢ່າງງຽບໆ ເຫຼົ່ານີ້, ແຕ່ລະຜົນການສັນລະສູດ ບໍ່ພຽງແຕ່ຢັ້ງຢືນຄຸນຄ່າ ຂອງວິທະຍາສາດເທົ່ານັ້ນ, ແຕ່ຍັງເປີດອອກ ການເຕົ້າໂຮມກັນ ພາຍຫຼັງຫຼາຍທົດສະວັດ ທີ່ລໍຄອຍ.

ທ່ານນາງ ເລຢຸງ ກ່າວວ່າ: “ພວກຂ້າພະເຈົ້າລ້ວນແຕ່ມີຄວາມພາກ ພູມໃຈຢ່າງຍິ່ງ ເມື່ອໄດ້ເຂົ້າຮ່ວມບັ້ນຮົບ 500 ວັນ/ຄືນ. ຄວາມສຸກທີ່ສຸດ ແມ່ນບັນດາຜົນການສັນລະສູດ ສາມາດປະກອບສ່ວນນຳບັນດານັກຮົບວິລະຊົນທ່ີເສຍຊີວິດເພື່ອຊາດ ກັບຄືນສູ່ຄອບຄົວ. ນັ້ນແມ່ນຄວາມຮູ້ບຸນຄຸນ ຕໍ່ກັບເຊັ່ນຄົນທີ່ໄດ້ເສຍສະຫຼະຊີວິດ ເພື່ອສັນຕິພາບ ຂອງ ປະເທດຊາດ”.

ບົດ: ເງິນຮ່າ - ພາບ: ແຄ໋ງລອງ/VNP


Top