ເຄົາຍຸກ ກາວບັ່ງ

ເຄົາຍຸກ ກາວບັ່ງ

ເຄົາຍຸກ ຫຼື ເອີ້ນອີກຊື່ໜຶ່ງວ່າ “ນໍ່າເຄົາ” ມີຕົ້ນກຳເນີດ ມາຈາກພາ ສາ ໄຕ່, ມີຄວາມໝາຍວ່າ “ຊີ້ນນຸ້ມ”. ອາຫານນີ້ ມັກຈັດຂຶ້ນໃນໂອ ກາດວັນພັກ, ປີໃໝ່, ໃນພາເຂົ້າ ເພື່ອການໄວ້ບູຊາ ຫຼື ໃນງານລ້ຽງທີ່ສຳຄັນ ເພື່ອຕ້ອນຮັບແຂກ, ສະແດງຄວາມຮັກແຂກແພງຄົນ ແລະ ເຄົາລົບນັບຖື ຂອງ ຊາວເຜົ່າ ໄຕ່. 


ແຕ່​ລະ​ທ້ອງ​ຖິ່ນ ຈະ​ມີ​ວິທີ​ປຸງ​ແຕ່ງ ​ທີ່​ແຕກ​ຕ່າງ​ກັນ, ​ແຕ່​ກໍ​ມີ​ຈຸດ​ພິ​ເສດ ສະເພາະ​ ຂອງ​ ຊາວ​ພູດ​ອຍ. ເຄົາຍຸກ ໄດ້ຮັບການປຸງແຕ່ງ ຢ່າງພິຖີພິຖັນ ແລະ ຕ້ອງມີເຄື່ອງເທດ ທີ່ຈໍາເປັນ ຢ່າງຄົບຊຸດ, ຖ້າຂາດໄປເຄື່ອງເທດໃດໜຶ່ງ ກໍບໍ່ເປັນໄດ້ ລາຍການອາຫານນີ້. ສ່ວນປະກອບໃນການເຮັດ ເຄົາຍຸກ ມີ: ຊີ້ນໝູສາມຊັ້ນ, ຊີ້ນໝູບົດ, ເຫັດຫອມປ່າ, ຜັກກາດດອງ, ໝາກ ມົດ (Clausena indica)...


ການຮັບປະທານ ເຄົາຍຸກ ກາວບັ່ງ ບໍ່ພຽງແຕ່ ເພ່ື່ອຮັບຮູ້ເຖິງລົດຊາດ ທີ່ແຊບນົວເທົ່ານັ້ນ, ແຕ່ຍັງໄດ້ສຳຜັດກັບ ວັດທະນະທຳການປຸງແຕ່ງ ອາຫານ ທີ່ເປັນເອກະລັກ ຂອງ ຊາວເຜົ່າ ໄຕ່ ອີກດ້ວຍ. ລາຍການອາຫານ ເຄົາຍຸກ ຖືວ່າເປັນສິ່ງຍອດຍິ່ງ ຂອງຄວາມພິຖີ ພິຖັນ, ຄວາມຄ່ອງແຄ້ວ ແລະ ນໍ້າໃຈຮັກແຂກແພງຄົນ ຂອງ ປະຊາຊົນ ຢູ່ເຂດພູສູງ. 

ວິທີການຈັດວາງນໍາສະເໜີລາຍການອາຫານ ເຄົາຍຸກ ກໍ​ມີ​ຄວາມ​ໝາຍທີ່​ເປັນ​ເອ​ກະ​ລັກ​. ຊີ້ນໝູສາມຊັ້ນ ​ຖືກ​ຈັດ​ລຽງ​ສະ​ຫຼັບ​ກັບ​ເຜືອກ, ​ເປັນ​ຮູບ​ຈວຍ​ ຄື​ກັບ​ພູ​ນ້ອຍ, ເປັນ​ສັນ​ຍາ​ລັກ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ສົມ​ບູນພູນສຸກ ແລະ ພະລັງຊີວິດ ອັນແຮງກ້າ​ ຂອງ ປະຊາຊົນ​ ຢູ່ແຫ່ງນີ້.

ທີ່ຢູ່ຮ້ານອາຫານຢູ່​ຮ່າ​ໂນ້ຍ: ບ໊ານກວ໋ານ, ເລກທີ 2 ເດື່ອງແທ່ງ, ບ້ານ ເກ່ືອດົງ. ສາຍດ່ວນ: 0789818284

ປະຕິບັດໂດຍ: ແທງຢາງ - ແປໂດຍ: ບິກລຽນ


Top