ຮ່າໂນ້ຍ ສົ່ງເສີມລະບົບຕ່ອງໂສ້ການສະໜອງ ຜະລິດຕະພັນກະເສດ ແລະ ສະບຽງອາຫານທີ່ປອດໄພ

ຮ່າໂນ້ຍ ສົ່ງເສີມລະບົບຕ່ອງໂສ້ການສະໜອງ ຜະລິດຕະພັນກະເສດ ແລະ ສະບຽງອາຫານທີ່ປອດໄພ

ປັດຈຸ​ບັນ, ຮ່າ​ໂນ້ຍ ມີ​ພົນລະ​ເມືອງ​ປະມານ 10 ລ້ານ​ຄົນ ພວມ​ດຳລົງ​ຊີວິດ, ເຮັດ​ວຽກ, ສຶກສາ​ ​ແລະ ​​ແຕ່ລະ​ປີ​ ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ນັບ​ລ້ານ​ເທື່ອ​ຄົນ​ມາ​ຢ້ຽມຢາມ, ສະ​ນັ້ນ ຄວາມ​ຕ້ອງການ​ຜະລິດ​ຕະພັນ​ກະສິກຳ ທີ່​ປອດ​ໄພ ແມ່ນ​ໃຫຍ່​ຫຼວງ. ​ເພື່ອ​ແກ້​ໄຂ​ບັນຫາ​ດັ່ງກ່າວ, ຂະ​ແໜງ​ກະສິກຳ ຮ່າ​ໂນ້ຍ ​ໄດ້​ສົມທົບ​ກັບ​ບັນດາ​ແຂວງ, ນະຄອນ ​ເພື່ອ​ຊອກ​ຮູ້​ຕົ້ນ​ກຳ​ເນີ​ດ ຂອງ​ ຜະລິດ​ຕະພັນ​ທີ່​​ອອກ​ສູ່​ຕະຫຼາດ, ຊຸກຍູ້​ການ​ພັດທະນາ​ ລະບົບຕ່ອງ​ໂສ້ສະໜອງຜະລິດ ຕະພັນກະເສດ ແລະ ​ສະບຽງ​ອາຫານ​ທີ່​ປອດ​ໄພ...

ການຫຸ້ມຫໍ່ກະທຽມດຳ ສຳເລັດຮູບ ຢູ່ບໍລິສັດ ນຳເຂົ້າ-ສົ່ງອອກ ແລະ ພັດທະນາເຕັກໂນໂລຊີ ຍີ່ປຸ່ນ ຈຳກັດຜູ້ດຽວ. ພາບ: ຮວ່າງຮ່າ/VNP

ຕາມ​ບົດ​ລາຍ​ງານ​ ຂອງສາຂາຄຸ້ມຄອງ​ຄຸນ​ນະພາ​ບ, ການປຸງ​ແຕ່ງ ​ແລະ ພັດທະນາຕະຫຼາດ ​ຮ່າ​ໂນ້ຍ ໃຫ້ຮູ້ວ່າ ​ປັດຈຸ​ບັນ, ນະຄອນ​ມີ 159 ຕ່ອງໂສ້ ເຊື່ອມຕໍ່​ຄວາມ​ປອດ​ໄພ​ດ້ານ​ສະບຽງ​ອາຫານ ​ນັບ​ແຕ່​ການ​ຜະລິດ ໄປຈົນ​ເຖິງ​ການ​ບໍລິ​ໂພ​ກ ​ຜະລິດ​ຕະພັນ, ​ໃນ​ນັ້ນຫຼາຍຕ່ອງ​ໂສ້​​ ຖືກ​ຈັດ​ຕັ້ງ ​ແບບວົງຈອນປິດ ນັບແຕ່​ການ​ຜະລິດ ​ເຖິງ​ການ​ຈຳໜ່າຍ ​ແລະ ການ​ບໍລິ​ໂພ​ກ ຜະລິດ​ຕະພັນ, ສ້າງບັນດາ​ເຄື່ອງໝາຍ​ການ​ຄ້າ​ທີ່​ແຂງ​ແຮງ​ຢູ່​ຕະຫຼາດ​ກໍ່​ຄື​ການ​ສົ່ງ​ອອກ​ເຊັ່ນ: ຕ່ອງ​ໂສ້​ຜັກ​ປອດ​ສານພິດ ວັນດິກ, ຕ່ອງ​ໂສ້​ ຊີ້ນ​ສະອາດຂອງ ສະຫະກອນ ຮ່ວາງ​ລອງ, ຕ່ອງ​ໂສ້​ ໝາກ​ສົ້ມໂອ ຢ໋ຽນ ເຈືອງໝີ໋, ໝາກລຳໄຍ ດ້າຍແທ່ງ, ເຂົ້າ​ ບ໋າວ​ມິນ...

ບັນດາຕ່ອງໂສ້ເຊື່ອມຕໍ່ເຫຼົ່ານີ້ ໄດ້ດຶງດູດຫຼາຍ ວິສາຫະກິດ, ສະຫະ ກອນ, ຄອບຄົວຊາວກະສິກອນ ເຂົ້າຮ່ວມ, ປະກອບ ສ່ວນຮັກສາ ຄວາມໝັ້ນຄົງ ຂອງຜົນຜະລິດ, ປັບຕົວເຂົ້າ ກັບ ການຜັນແປ ຈາກ ຄວາມ ຕ້ອງ ການຂອງຕະຫຼາດ, ຫຼຸດຜ່ອນ ການສະໜອງ ເກີນດຸນ, ຈໍາກັດການສູນເສຍ ຂອງຊາວ ກະສິກອນ.

ການຫຸ້ມຫໍ່ຜະລິດຕະພັນ ນ້ຳຈຸ່ມ ທີ່ບໍລິສັດ Vietchef. ພາບ: ຮວ່າງຮ່າ/VNP

ດ້ວຍ​ເປົ້າ​ໝາຍ​ຊຸກຍູ້​ການ​ພັດທະນາ ບັນດາລະບົບ​ຕ່ອງ​ໂສ້​ການ​ສະ    ໜອງ​ຜະລິດຕະພັນກະເສດ ​ແລະ ສະບຽງ​ອາຫານ​ ທີ່​ປອດ​ໄພ, ເມື່ອ ມໍ່ໆ ​ມາ​ນີ້, ສາຂາ ຄຸ້ມຄອງ​ຄຸນ​ນະພາ​ບ, ການປຸງ​ແຕ່ງ ​ແລະ ຕະຫຼາດ​ ຮ່າ​ໂນ້ຍ ​ໄດ້​ສຸມ​ໃສ່​ກວດກາ​ຄືນ ​ບັນດາ​ວິ​ສາ​ຫະກິດ, ສະຫະກອນ​ທີ່​ເຂົ້າ​ຮ່ວມ​ການ​ຜະລິດ ​ແລະ ການ​ບໍລິ​ໂພ​ກຜະລິດ​ຕະພັນ​ກະ​ເສດ ​ເພື່ອ​ກຳ ນົດທິດ ກໍ່ສ້າງ​ລະບົບ​ຕ່ອງ​ໂສ້ ​ເຊື່ອມ​ຕໍ່ຕອບສະໜອງ ຄວາມຕ້ອງການ ຂອງ ຕະຫຼາດ.

ກວດກາການພັດທະນາ ດົງຈຸ່ງ (Cordyceps) ຢູ່ຫ້ອງ ທົດລອງຂອງບໍລິສັດ ນຳເຂົ້າ-ສົ່ງອອກ ແລະ ພັດທະນາ ເຕັກໂນໂລຊີ ຍີ່ປຸ່ນ ຈຳກັດຜູ້ດຽວ. ພາບ: ຮວ່າງຮ່າ/VNP

ທ່ານ ຫງວຽນ​ດິ່ງ​ຮວາ, ຮອງ​ຫົວໜ້າ​ພະ​ແນ​ກກະສິກຳ ​ແລະ ພັດທະນາ​ຊົນນະບົດ ຮ່າ​ໂນ້ຍ ​ໃຫ້​ຮູ້​ວ່າ: ຮ່າ​ໂນ້ຍ ​ແມ່ນ​ຕະຫຼາດ​ບໍລິ​ໂພ​ກ ທີ່​ມີ​ທ່າ​ແຮງ​ດ້ານ​ຜະລິດ​ຕະພັນ​ກະເສດ ​ແລະ ສະບຽງ​ອາຫານ ມີຈຳນວນ​ປະຊາກອນ​ຫຼາຍ, ຄວາມ​ຕ້ອງການ ນຳໃຊ້ສະບຽງ ອາຫານທີ່​ປອດ​ໄພ​ ແມ່ນ​ໃຫຍ່​ຫຼວງ. ເພາະສະນັ້ນ, ຮ່າໂນ້ຍ ຈຶ່ງໄດ້ລົງນາມໃນ ຂໍ້ຕົກລົງກັບ 43 ແຂວງ, ນະຄອນໃນທົ່ວປະເທດ, ຜ່ານນັ້ນ ກໍ່ສ້າງ ແລະ ພັດທະນາ ລະບົບຕ່ອງໂສ້ການສະໜອງ ສະບຽງອາຫານ ທີ່ປອດໄພ 997 ແຫ່ງ, ເພີ່ມຂຶ້ນ 51 ແຫ່ງ ເມື່ອທຽບໃສ່ປີ 2022 ແລະ 211 ແຫ່ງ ເມື່ອທຽບ ໃສ່ໄລຍະ 2015 - 2020.

ຊີ້ນຈຸ່ມ ຊຸດໜຶ່ງຢູ່ຮ້ານອາຫານ ຂຶ້ນກັບລະບົບ ຮ້ານອາຫານ ຂອງບໍລິສັດ ຮ່າແທ່ງ ຈຳກັດ. ພາບ: ຮວ່າງຮ່າ/VNP.

ໜຶ່ງໃນຈຳນວນວິສາຫະກິດ ດີເດັ່ນ, ຕັ້ງໜ້າຮ່ວມມື ແລະ ເຂົ້າຮ່ວມການ ກໍ່ສ້າງລະບົບຕ່ອງໂສ້ການ ສະໜອງ ຜະລິດ ຕະພັນກະເສດ ແລະ ສະ ບຽງອາຫານ ທີ່ປອດໄພຢູ່ ຮ່າໂນ້ຍ ແມ່ນບໍລິສັດນຳເຂົ້າ-ສົ່ງອອກ ແລະ ພັດທະນາເຕັກໂນໂລຊີ ຍີ່ປຸ່ນ ຈຳກັດ ຜູ້ດຽວ ດ້ວຍຍີ່ຫໍ້ Kochi, ສະເພາະ ຜະລິດ ອາຫານ ດູແລສຸຂະພາບ ຂອງ ມວນຊົນ ທີ່ໄດ້ມາ ຈາກຜະລິດ ຕະພັນກະເສດ ແລະ ພືດ ທີ່ເປັນຢາ ເຊັ່ນ: ຜັກທຽມດຳ, ໝາກແອັບເປີ້ນແດງ, ຂີ້ໝິ້ນ... ທ່ານ ໂດ໋ຮືວຊວນ, ຜູ້ຕາງໜ້າ ບໍລິສັດ ໃຫ້ຮູ້ວ່າ: ບໍລິສັດ ຢາກຮ່ວມມືກັບບັນດາຄູ່ຮ່ວມມື ເພື່ອພັດທະນາລະບົບຕ່ອງໂສ້ ການສະໜອງຜະລິດຕະພັນ ກະເສດ ແລະ ສະບຽງອາຫານທີ່ປອດໄພ, ຜ່ານນັ້ນ ສ້າງກາ ລະໂອກາດເປີດກວ້າງຕະຫຼາດຢູ່ ຫວຽດນາມ ກໍ່ຄືສາກົນ. ປັດຈຸ​ບັນ, ດ້ວຍ​ຄວາມ​ພະຍາຍາມ​ ຢ່າງ​ບໍ່​ຢຸດ​ຢັ້ງ, ຜະລິດ​ຕະພັນ ​ກະ​ທຽມ​ດຳ ​ຂອງ​ ບໍລິສັດ​ໄດ້​ສົ່ງ​ອອກ​ໄປຍັງ 3 ທະວີບ ເຊັ່ນ:ສ ອາ​ເມ​ລິ​ກາ, ສະ​ວິດເຊີແລນ, ສ ​ເກົາຫຼີ, ມາ​ເລ​ເຊຍ, ຍີ່​ປຸ່ນ...ແລະ ​ຈະ​ສືບ​ຕໍ່​ສົ່ງ​ອອກ​ໄປ​ຍັງ 2 ທະວີບ​ທີ່​ຍັງ​ເຫຼືອ​ຄື ອົດ​ສະ​ຕຣາ​ລີ ​ແລະ ອາ​ຟຼິກາ, ຢືນຢັນ​ຄຸນ​ນະພາ​ບ ​ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ຂອງ​ ຕະຫຼາດ​ຕ່າງປະ​ເທດ ​ດ້ວຍ​ເຄື່ອງ​ໝາຍ​ການຄ້າ ຜະລິດຕະພັນກະເສດ ແລະ ສະບຽງອາຫານທີ່​ປອດ​ໄພ​ ມາຈາກ ຫວຽດນາມ.


ຕີ​ລາຄາ​ບົດບາດ​ ຂອງ ​ການ​ພັດທະນາລະບົບ​ຕ່ອງ​ໂສ້​ການ​ສະໜອງ​ຜະລິດຕະພັນກະເສດ ​ແລະ ສະບຽງ​ອາຫານ​ທີ່​ປອດ​ໄພ, ທ່ານ​ນາງ ຫງວຽນ​ທິທູ​ຮັ່ງ, ຫົວໜ້າ​ສາຂາ ຄຸ້ມຄອງ​ຄຸນນະພາບ, ການ​ປຸງ​ແຕ່ງ ​ແລະ ຕະຫຼາດ ​ຮ່າ​ໂນ້ຍ ໃຫ້ຮູ້​ວ່າ: ການ​ກໍ່ສ້າງ ແລະ ພັດທະນາລະບົບ​ຕ່ອງ​ໂສ້​ການ​ສະໜອງ​ຜະລິດຕະພັນກະເສດ ​ແລະ ສະບຽງ​ອາຫານທີ່​ປອດ​ໄພ ​ມີ​ບົດ ບາດ​ສຳຄັນ​ເປັນ​ພິ​ເສດ. ປັດຈຸ​ບັນ, ບັນດາ ຕ່ອງ​ໂສ້​ດັ່ງກ່າວ​ ໄດ້​ດຶງ​ດູດ​ຫຼາຍ​ວິ​ສາ​ຫະກິດ, ສະຫະກອນ, ຄອບຄົວ​ຊາວ​ກະສິກອນ​ ເຂົ້າ​ຮ່ວມ​ການ​ຮ່ວມ​ມື​ກໍ່ສ້າງ​ລະບົບ​ຕ່ອງ​ໂສ້, ປະກອບສ່ວນ​ຮັກສາ ຄວາມໝັ້ນຄົງ​ຂອງ ​ຜົນຜະລິດ, ປັບຕົວ ເຂົ້າກັບການ ຜັນແປຈາກຄວາມ ຕ້ອງການຂອງຕະຫຼາດ, ຈຳກັດ​ການ​ສູນ​ເສຍ​ໃຫ້​ຊາວ​ກະສິກອນ. ການພັດທະນາ ລະບົບຕ່ອງໂສ້ ດັ່ງກ່າວ ຍັງໄດ້ໜູນຊ່ວຍ ບັນດາຫົວໜ່ວຍ ຜະລິດໃນການເຜີຍແຜ່ ຍີ່ຫໍ້ ສິນຄ້າໃຫ້ແກ່ ຜູ້ບໍລິໂພກ ພາຍໃນ ແລະ ຕ່າງປະເທດ, ຊ່ວຍໃຫ້ຜູ້ຈຳໜ່າຍ ເລືອກເຟັ້ນຜະລິດ ຕະພັນກະເສດ ທີ່ມີຄຸນນະພາບ, ມີທ່າໄດ້ປຽບໃນການ ແຂ່ງຂັນ ໃນຕະຫຼາດ.

ເພື່ອ​ຊຸກຍູ້​ພັດທະນາ ລະບົບ​ຕ່ອງ​ໂສ້ ​ການ​ສະໜອງ​ຜະລິດ ຕະພັນກະ ເສດ ​ແລະ ສະບຽງ​ອາຫານ​ທີ່​ປອດ​ໄພ​ ລະຫວ່າງ ຮ່າ​ໂນ້ຍ ກັບ​ບັນດາ​ແຂວງ, ທ່ານ ຫງວຽນ​ດິ່ງ​ຮວາ, ຮອງ​ຫົວໜ້າ​ພະ​ແນ​ກກະສິກຳ ​ແລະ ພັດທະນາ​ຊົນນະບົດ ຮ່າ​ໂນ້ຍ ຢືນຢັນ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, ຂະ​ແໜງ​ກະສິກຳ ຮ່າ​ໂນ້ຍ ຈະ​ສືບ​ຕໍ່ຜັນຂະຫຍາຍ ບັນດາ​ ​ການ​ເຄື່ອນ​ໄຫວ​ສົ່ງ​ເສີມ​ການ​ຄ້າ, ການ​ເຊື່ອມ​ຕໍ່​ການ​ຜະລິດ ​ແລະ ການ​ບໍລິ​ໂພ​ກ​ຜະລິດ​ຕະພັນ​ກະ​ເສດ​ ລະຫວ່າງ ຮ່າ​ໂນ້ຍ ກັບ​ບັນດາ​ແຂວງ. ພ້ອມ​ທັງ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ກັບ​ບັນດາ​ແຂວງ ​ໃນ​ແຕ່ລະ​ໄລຍະ​ ເພື່ອ​ເກັບ​ຕົວຢ່າງ, ຕິດຕາມ ​ແລະ ວິ​ເຄາະ​ ຄຸນ​ນະພາ​ບຜະລິດ​ຕະພັນ​ກະ​ເສດ ​ຂອງ​ບັນດາ​ແຂວງ ​ແລ້ວນຳ​ມາ​ຈຳໜ່າຍຢູ່ ​ຮ່າ​ໂນ້ຍ ​ແລະ ຜະລິດ​ຕະພັນ​ ຂອງ​ ຮ່າ​ໂນ້ຍ ສົ່ງ​ໄປ​ຍັງ​ບັນດາ​ແຂວງ ​ເພື່ອ​ຕິດຕາມ​ກວດກາ ​ແຫຼ່ງກຳ​ເນີ​ດຂອງ​ສະບຽງອາຫານ, ຈາກນັ້ນ ຈະຄວບຄຸມໄດ້ ແຫຼ່ງກຳເນີດ ຂອງ ຜະ​ລິດ​ຕະ​ພັນ​ກະເສດ​ ໃນ​ຕະ​ຫຼາດ​. ນອກຈາກນັ້ນ, ຜ່ານລະບົບຕ່ອງໂສ້ການເຊື່ອມໂຍງ, ບັນດາວິສາຫະກິດ ແລະ ສະຫະກອນ ຈະຍູ້ແຮງການບໍລິໂພກ ຜະລິດຕະພັນ ຜ່ານຊ່ອງທາງຈໍາໜ່າຍ ແລະ ຮ້ານສັບພະສິນ ຄ້າ ເຊັ່ນ: Central Group, Aeon, Lotte… ປະກອບສ່ວນຍົກ ສູງ ຄຸນນະພາບ ແລະ ຄຸນຄ່າ ຂອງຜະລິດຕະພັນກະສີກຳ ຮ່າໂນ້ຍ.

ບົດ ແລະ ພາບ: VNP/ຮວ່າງຮ່າ - ແປໂດຍ: ຢືຟຽນ

Top