ຮ່າໂນ້ຍ - ຈຸດໝາຍປາຍທາງ ຂອງ ກະແສທຶນ FDI ຄຸນນະພາບສູງ

ຮ່າໂນ້ຍ - ຈຸດໝາຍປາຍທາງ ຂອງ ກະແສທຶນ FDI ຄຸນນະພາບສູງ

ນັບແຕ່ບັນດາໂຮງງານຜະລິດອຸດສາຫະກຳ ຈົນເຖິງ ບັນດາສູນ ວິໃຈ, ພັດທະນາ (R&D) ແລະ ເຕັກໂນໂລຊີສູງ, ຮ່າໂນ້ຍ ກຳລັງກຳນົດ ລະບົບນິເວດໃໝ່ ເພື່ອຕ້ອນຮັບກະແສທຶນ FDI ທີ່ ມີເນື້ອໃນເຕັກໂນໂລຊີ ແລະ ມູນຄ່າເພີ່ມ.

ກຳນົດລະບົບນິເວດ ເຕັກໂນໂລຊີໃໝ່

ຮ່າໂນ້ຍ ກຳລັງຫັນປ່ຽນທັດສະນະ ກ່ຽວກັບການລົງທຶນ ຈາກຕ່າງ ປະເທດ. ຖ້າກ່ອນໜ້ານີ້ ຂໍ້ສະດວກທາງດ້ານທີ່ຕັ້ງ, ພື້ນທີ່ ແລະ ແຫຼ່ງແຮງງານ ເຄີຍແມ່ນປັດໄຈ ສຳຄັນ ຊ່ວຍໃຫ້ນະຄອນ ດຶງດູດ ບັນດາໂຄງການ FDI, ປັດຈຸບັນ ນະຄອນ ກຳລັງຫັນໄປສູ່ການລົງ ທຶນແບບໃໝ່, ບ່ອນທີ່ເຕັກໂນໂລຊີ, ນະວັດຕະກຳ, ແຫຼ່ງ ບຸກຄະ ລາກອນ ທ່ີມີຄຸນນະພາບສູງ ແລະ ການພັດທະນາແບບຍືນຍົງ ໄດ້ ກາຍເປັນປັດໄຈຫຼັກ.

ຕອນເຊົ້າວັນທີ 29 ມິຖຸນາ 2026, ຢູ່ ຮ່າໂນ້ຍ, ທ່ານປະ ທານ ສະພາແຫ່ງຊາດ ເຈິ່ນແທງເໝີ໊ນ ເຂົ້າຮ່ວມ ກອງປະຊຸມ ປະ ກາດແຜນຜັງລວມ ສໍາລັບນະຄອນຫຼວງ ຮ່າໂນ້ຍ ວິໄສທັດ 100 ປີ ແລະ ສົ່ງເສີມການລົງທຶນ ປີ 2026. ພາບ: ກົງດາດ/VNP
 

ໃນກອງປະຊຸມສົ່ງເສີມການລົງທຶນ ແລະ ປະກາດ ຜົນການວາງ ແຜນຜັງ ນະຄອນຫຼວງ ດ້ວຍວິໄສທັດ 100 ປີ ໃນເດືອນ ມິຖຸນາ 2026, ຮ່າໂນ້ຍ ໄດ້ຕັດສິນໃຈ ຮັບຮອງເອົາ ແຜນນະໂຍບາຍ ການລົງທຶນ 138 ໂຄງການ ພາຍໃນປະເທດ ດ້ວຍມູນຄ່າ ການ ລົງທຶນ ທັງໝົດປະມານ 3,5 - 3,6 ລ້ານຕື້ດົ່ງ, ພ້ອມດຽວກັນ ກໍດຶງ ດູດທຶນ FDI ປະມານ 3,2 ຕື້ ໂດລາສະຫະລັດ.  

ເບື້ອງຫຼັງຕົວເລກຈຳນວນຫຼາຍເຫຼົ່ານີ້ ແມ່ນທິດທາງຢ່າງຈະແຈ້ງ: ຮ່າໂນ້ຍ ບໍ່ພຽງແຕ່ຊອກຫາບັນດາໂຄງການ ທີ່ນຳເອົາທຶນມາສູ່ນະ ຄອນເທົ່ານັ້ນ, ແຕ່ຍັງມຸ່ງສູ່ ບັນດານັກລົງທຶນ ທີ່ສາມາດຄຽງຄູ່ ກັບນະຄອນ ເພື່ອສ້າງແຮງຂັບເຄື່ອນການເຕີບໂຕໃໝ່ໆ ອີກດ້ວຍ.

ທ່ານປະທານ ຄະນະກຳມະການປະຊາຊົນ ນະຄອນ ຮ່າໂນ້ຍ ຫວູ໊ດ້າຍຖັ໋ງ ກ່າວຄຳເຫັນ ທີ່ກອງປະຊຸມ ປະກາດຜົນ ການວາງແຜນຜັງລວມ ນະຄອນຫຼວງ ຮ່າໂນ້ຍ ວິໄສທັດ 100 ປີ ແລະ ສົ່ງເສີມການລົງທຶນ ປີ 2026. ພາບ: ກົງດາດ/VNP

ທ່ານ ຫວູ໊ດ້າຍຖັ໋ງ, ຮອງເລຂາຄະນະພັກນະຄອນ, ປະທານຄະນະ ກຳມະການປະຊາຊົນ ນະຄອນ ຮ່າໂນ້ຍ ໃຫ້ຮູ້ວ່າ ນະຄອນ ກຳລັງ ສຸມໃສ່ສ້າງບັນດາພື້ນຖານ ແລະ ແຮງຂັບເຄື່ອນການເຕີບໂຕທີ່ ໃໝ່ໆ, ພ້ອມທັງສືບຕໍ່ປັບປຸງ ສະພາບແວດລ້ອມການລົງທຶນ ໃຫ້ ມີຄວາມໂປ່ງໃສ, ໝັ້ນຄົງ ແລະ ສະດວກສະບາຍ.

ສູນຄົ້ນຄວ້າ ແລະ ພັດທະນາ ຜະລິດຕະພັນ Samsung ໃຫຍ່ທີ່ສຸດ ຢູ່ ອາຊີຕາເວັນອອກສ່ຽງໃຕ້ ທີ່ ຮ່າໂນ້ຍ. ພາບ: SAMSUNG

ຮອດເດືອນ ມິຖຸນາ 2026, ຮ່າໂນ້ຍ ມີໂຄງການ FDI ຫຼາຍກວ່າ 9.200 ໂຄງການ ທີ່ຍັງມີຜົນສັກສິດ ດ້ວຍທຶນຈົດທະບຽນ ກວ່າ 74,6 ຕື້ ໂດລາສະຫະລັດ. ຄຽງຄູ່ກັບການຜະລິດ, ນະຄອນ ຍັງໃຫ້ບູລິມະສິດ ບັນດາຂົງເຂດທີ່ມີມູນຄ່າເພີ່ມ ແລະ ພະລັງແຫ່ງ ການແຜ່ຂະຫຍາຍຢ່າງໃຫຍ່ຫຼວງ ເຊັ່ນ: ເຕັກໂນໂລຊີສູງ, ເຄື່ອງຊັກນໍາໄຟຟ້າ, ປັນຍາປະດິດ (AI), ສູນຂໍ້ມູນ, ເຂດອຸດສາຫະກຳ ລຸ້ນໃໝ່, logistics ອັດສະລິຍະ, ພະລັງງານສະອາດ, ເສດຖະກິດໝູນວຽນ, ສາທາລະນະສຸກ, ການສຶກສາທີ່ມີຄຸນນະພາບສູງ ແລະ ການພັດທະນາຕົວເມືອງ ຕາມແບບຈໍາລອງ TOD.  

ບັນດາບູລິມະສິດເຫຼົ່ານີ້ ໄດ້ສະທ້ອນໃຫ້ເຫັນ ບາດກ້າວຫັນປ່ຽນທ່ີ ສຳຄັນ ໃນຈິນຕະນາການ ດຶງດູດ FDI ຂອງ ຮ່າໂນ້ຍ: ຈາກການ ດຶງດູດທຶນ ໄປສູ່ການເລືອກຄຸນນະພາບ ຂອງ ກະແສທຶນ.  

ຕາມ ທ່ານ ຮສຈ. ປອ ເລືອງຕ໋ວນແອງ, ມະຫາວິທະຍາໄລ De Montfort (ລາຊະອານາຈັກ ອັງກິດ), ຮ່າໂນ້ຍ ມີທ່າໄດ້ປຽບ ເປັນ ພິເສດ ເມື່ອເປັນສູນກາງການເມືອງ, ການເງິນ, ວິທະຍາສາດ ແລະ ເຕັກໂນໂລຊີ ຂອງ ຫວຽດນາມ, ພ້ອມທັງ ເປັນເຈົ້າຂອງ ແຫຼ່ງບຸກຄະລາກອນ ທ່ີມີຄຸນນະພາບສູງ ພ້ອມກັບລະບົບນິເວດ ພູມປັນຍາ ແລະ ນະວັດຕະກຳ. ນີ້ແມ່ນບັນດາ ເງື່ອນໄຂເໝາະ ສົມ ກັບກະແສທຶນ ທີ່ມີເນື້ອໃນເຕັກໂນໂລຊີສູງ, ການເຄື່ອນໄຫວ R&D ແລະ ບັນດາບໍລິການທີ່ມີມູນຄ່າເພີ່ມ.

ເຂດອຸດສາຫະກໍາ ທັງລອງ ມີຂະໜາດປະມານ 300 ເຮັກຕາ. ປັດຈຸບັນ, ພື້ນທີ່ດັ່ງກ່າວ ໄດ້ຖືກນຳໃຊ້ຢ່າງເຕັມທີ່ ໂດຍບັນດາ ວິສາຫະກິດ ທີ່ມີກະແສທຶນ FDI ຈາກຕ່າງປະເທດ, ພິເສດ ແມ່ນກະແສທຶນຈາກ ຍີ່ປຸ່ນ. ພາບ: ເຈິ່ນແທັງຢາງ/VNP

ການປາກົດຕົວ ຂອງບັນດາອົງການວາງແຜນນະໂຍບາຍ, ສະຖາ ບັນການເງິນ, ອົງການການທູດ ແລະ ກຸ່ມບໍລິສັດໃຫຍ່ ຫຼາຍແຫ່ງ ໄດ້ສ້າງແຮງດຶງດູດ ຕໍ່ກັບບັນດາບໍລິສັດຂ້າມຊາດ ທີ່ມີຄວາມຕ້ອງ ການ ຕັ້ງຫ້ອງການປະຈຳພູມີພາກ ຫຼື ສູນປະສານງານ.  

ທ່ານ ປອ ຟານຫື໊ວຖັ໋ງ, ປະທານສະຫະສະມາຄົມການເງິນ ເຂດ ອຸດສາຫະກຳ ຫວຽດນາມ, ອະດີດຫົວໜ້າກົມ ການລົງທຶນຕ່າງ ປະເທດ, ກະຊວງແຜນການ ແລະ ການລົງທຶນ ຕີລາຄາວ່າ ຮ່າໂນ້ຍ ມີທ່າແຮງກາຍເປັນສູນກາງ ດຶງດູດ FDI ທ່ີມີຄຸນນະພາບສູງ ແຖວໜ້າຢູ່ ຫວຽດນາມ ແລະ ມີຄວາມ ສາມາດພຽງພໍ ເພື່ອແຂ່ງຂັນ ໃນລະດັບພາກພື້ນ.  

ຄວາມເຊື່ອໝັ້ນ ຂອງ ບັນດາກຸ່ມບໍລິສັດສາກົນ ທີ່ກຳລັງເຄື່ອນ ໄຫວຢູ່ ຫວຽດນາມ ກຳລັງປະກອບສ່ວນ ກຳນົດທ່າອ່ຽງນີ້ ໃຫ້ຈະ ແຈ້ງຍິ່ງຂຶ້ນ.  

ພາຍຫຼັງເກືອບ 30 ປີ ທີ່ປາກົດຕົວຢູ່ ເຂດອຸດສາຫະກຳ ທັງລອງ, Sumitomo Corporation (ຍີ່ປຸ່ນ) ສືບຕໍ່ວາງຄວາມເຊື່ອໝັ້ນ ແລະ ລົງທຶນໄລຍະຍາວ ຢູ່ ຮ່າໂນ້ຍ. ສຳລັບ NVIDIA, ຄວາມມຸ່ງຫວັງ ບໍ່ພຽງແຕ່ຢຸດຢູ່ທີ່ ການເຄື່ອນໄຫວທຸລະກິດເທົ່ານັ້ນ, ແຕ່ຍັງແມ່ນ ການຮ່ວມເດີນທາງ ສ້າງລະບົບນິເວດ AI ຢູ່ ນະຄອນຫຼວງ, ຕັ້ງ ແຕ່ ໂຄງຮ່າງພື້ນຖານ, ແບບຈໍາລອງພື້ນຖານ, ການສ້າງບຸກຄະ ລາກອນ ຈົນເຖິງບັນດາການໝູນໃຊ້ ໃນຂອບຂະໜາດໃຫຍ່.

ສາຍການຜະລິດ ມໍເຕີໄຟຟ້າ, ກະປຸກເກຍ, ເຄື່ອງຜ່ອນຄວາມໄວ ຢູ່ໂຮງງານ Sumitomo Heavy Industries ຫວຽດນາມ. ພາບ: ເຈິ່ນແທັງຢາງ/VNP
ສາຍການຜະລິດ ມໍເຕີໄຟຟ້າ, ກະປຸກເກຍ, ເຄື່ອງຜ່ອນຄວາມໄວ ຢູ່ໂຮງງານ Sumitomo Heavy Industries ຫວຽດນາມ. ພາບ: ເຈິ່ນແທັງຢາງ/VNP
 

ບັນດາຄຳໝັ້ນສັນຍາເຫຼົ່ານັ້ນ ຊີ້ໃຫ້ເຫັນວ່າ ຮ່າໂນ້ຍ ກຳລັງຄ່ອຍໆ ຖືກຮັບຮູ້ ທ່ີແຕກຕ່າງອອກໄປ ໃນສາຍຕາຂອງບັນດານັກລົງທຶນ ຕ່າງປະເທດ.  

ບໍ່ພຽງແຕ່ແມ່ນບ່ອນຕັ້ງໂຮງງານ ແຫ່ງໜຶ່ງເທົ່ານັ້ນ, ຮ່າໂນ້ຍ ກຳລັງ ກາຍເປັນບ່ອນທີ່ວິສາຫະກິດ ສາມາດຊອກຫາ ບຸກຄະລາກອນ, ພັດທະນາເຕັກໂນໂລຊີ, ດຳເນີນການ R&D, ສ້າງຕ່ອງໂສ້ ການ ສະໜອງ ແລະ ຂະຫຍາຍບັນດາການເຄື່ອນໄຫວທີ່ມີມູນຄ່າເພີ່ມ.

ທັງລອງ - ຮ່ວາລາກ: ຈາກການຜະລິດ ໄປສູ່ເຕັກໂນໂລຊີສູງ

ການຫັນປ່ຽນນັ້ນ ສາມາດເຫັນໄດ້ຢ່າງຈະແຈ້ງ ຜ່ານສອງພື້ນທີ່ ການພັດທະນາ ທີ່ເປັນຕົວແບບ ຂອງ ຮ່າໂນ້ຍຄື: ເຂດອຸດສາຫະ ກຳ ທັງລອງ ແລະ ເຂດເຕັກໂນໂລຊີສູງ ຮ່ວາລາກ.  

ທັງລອງ ແມ່ນພາບລັກ ຂອງ ຮ່າໂນ້ຍ ອຸດສາຫະກຳ ທີ່ໄດ້ກຳນົດ ຮູບແບບຢ່າງຈະແຈ້ງ. ໃນຫຼາຍປີທີ່ຜ່ານມາ, ເຂດອຸດສາຫະກຳ ແຫ່ງນີ້ ເປັນບ່ອນເຕົ້າໂຮມ ຂອງບັນດາວິສາຫະກິດໃຫຍ່ໆ ໃນຂົງ ເຂດໄຟຟ້າ, ເອເລັກໂຕຣນິກ, ອາໄຫຼ່, ກົນຈັກ ຊັດເຈນ, ລົດໃຫຍ່, ລົດຈັກ ແລະ ອຸດສາຫະກຳ ສະໜັບສະໜູນ. Canon, Panasonic, Yamaha Motor, DENSO, TOTO, Mitsubishi, Toshiba, Sumitomo, Molex, Enkei, FCC... ໄດ້ສ້າງລະບົບນິເວດການ ຜະລິດ ຂະໜາດໃຫຍ່, ເຊື່ອມຈອດ ຮ່າໂນ້ຍ ກັບບັນດາ ຕ່ອງໂສ້ ການສະໜອງສາກົນ.  

ແຕ່ ທັງລອງ ໃນມື້ນີ້ ບໍ່ພຽງແຕ່ແມ່ນເລື່ອງລາວ ກ່ຽວກັບ ບັນດາ ຕ່ອງໂສ້ການຜະລິດເທົ່ານັ້ນ. ຫຼາຍວິສາຫະກິດ FDI ຢູ່ທີ່ນີ້ ກຳລັງ ກ້າວໄປເທື່ອລະກ້າວ ໃນການຂະຫຍາຍໄປສູ່ ການສ້າງ ບຸກຄະ ລາກອນ, ມອບສົ່ງເຕັກໂນໂລຊີ, ຄົ້ນຄວ້າ ແລະ ພັດທະນາ, ສ້າງ ບັນດາສູນນະວັດຕະກຳ. ມູນຄ່າຂອງໂຄງການໜຶ່ງ ສະນັ້ນ ບໍ່ພຽງ ແຕ່ຢູ່ນຳ ຜະລິດຕະພັນ ທີ່ຖືກຜະລິດອອກມາ ຈາກໂຮງງານ ເທົ່າ ນັ້ນ, ແຕ່ຍັງຢູ່ນຳພູມປັນຍາ, ເຕັກໂນໂລຊີ ແລະ ຄວາມສາມາດ ທີ່ ຖືກສະສົມ ຢູ່ເບື້ອງຫຼັງສາຍການຜະລິດ.

ບັນດາວິສະວະກອນໜຸ່ມ ຫວຽດນາມ ໄດ້ຮັບການບຳລຸງສ້າງ ຢ່າງເປັນລະບົບ ດ້ວຍການຊ່ວຍໜູນການວິຊາການ ຈາກ ຍີ່ປຸ່ນ ແລະ ບັນດາມະຫາວິທະຍາໄລ ເຕັກໂນໂລຊີ ແຖວໜ້າ ຂອງ ຫວຽດນາມ. ພາບ: ເຈິ່ນແທັງຢາງ/VNP
ບັນດາວິສະວະກອນ ເຕັກໂນໂລຊີ ຂອງ ກຸ່ມບໍລິສັດ Panasonic ຢູ່ໂຮງງານຜະລິດ Panasonic ເຮັດວຽກຢູ່ ຫວຽດນາມ. ພາບ: ເຈິ່ນແທັງຢາງ/VNP
 

Panasonic ແມ່ນຕົວຢ່າງໜຶ່ງ. ມີແຮງງານ ປະມານ 7.000 ຄົນ, ປັດຈຸບັນ ກຸ່ມບໍລິສັດ ກຳລັງເຄື່ອນໄຫວ ຢູ່ 4 ບໍລິສັດຜະລິດ, ບໍລິ ສັດ R&D ໜຶ່ງແຫ່ງ ແລະ ສູນຄົ້ນຄວ້າ ແລະ ພັດທະນາ ໜຶ່ງແຫ່ງ, ທັງຮັບໃຊ້ຕະຫຼາດ ຫວຽດນາມ, ທັງເຂົ້າຮ່ວມ ຕ່ອງໂສ້ການສະໜອງ ແລະ ສ່ົງອອກທົ່ວໂລກ. ໃນປີ 2026, Panasonic ໄດ້ເປີດດຳເນີນງານ ສູນນະວັດຕະກຳ ເຕັກໂນໂລຊີ HVAC Innovation Center, ພ້ອມທັງລົງມືກໍ່ສ້າງ ໂຄງການຂະຫຍາຍໂຮງງານ ຢູ່ ເຂດອຸດສາຫະກຳ ທັງລອງ II.  

ຕາມທ່ານ Taka Fujino, ຜູ້ອຳນວຍການໃຫຍ່ Panasonic ຫວຽດ ນາມ, ຜູ້ບໍລິໂພກ ຮ່າໂນ້ຍ ພ້ອມແລ້ວທີ່ຈະລົງທຶນ ໃຫ້ຄຸນນະພາບ ແລະ ມູນຄ່າຕົວຈິງ. ນີ້ແມ່ນໜຶ່ງໃນບັນດາປັດໄຈ ຊ່ວຍໃຫ້ນະຄອນ ເພີ່ມແຮງດຶງດູດ ຕໍ່ກັບບັນດາໂຄງການ ລົງທຶນຕ່າງປະເທດ ທີ່ມີເນື້ອໃນເຕັກໂນໂລຊີ ແລະ ມູນຄ່າເພີ່ມ.  

ເລື່ອງລາວຂອງ Sumitomo Heavy Industries ຫວຽດນາມ (SHIV) ຊີ້ໃຫ້ເຫັນ ການປ່ຽນແປງ ຈາກພາຍໃນໂຮງງານ ແຫ່ງ ໜຶ່ງ. ເມື່ອກວ່າ 20 ປີກ່ອນ, Sumitomo Heavy Industries ໄດ້ ມາສູ່ ຮ່າໂນ້ຍ ເພື່ອຊອກຫາສະພາບແວດລ້ອມ ທີ່ໝັ້ນຄົງ, ແຫຼ່ງ ແຮງງານໜຸ່ມ ແລະ ຕົ້ນທຶນການຜະລິດ ທີ່ມີຄວາມສາມາດແຂ່ງ ຂັນ. ທ່ານ Hiroumi Hamajima, ຜູ້ອຳນວຍການໃຫຍ່ໃຫ້ຮູ້ວ່າ ໂຮງງານຢູ່ ຮ່າໂນ້ຍ ໃນທຸກວັນນີ້ ບໍ່ແມ່ນຮາກຖານການຜະລິດ ລາຄາຖືກ ອີກຕໍ່ໄປ.  

CNC, ການຫັນເປັນອັດຕະໂນມັດ, ຫຸ່ນຍົນ, ການຫັນເປັນ ດີຈີ ຕອນ ແລະ ການກວດສອບແຫຼ່ງທີ່ມາຂໍ້ມູນ ໄດ້ກາຍເປັນ ສ່ວນ ໜຶ່ງ ໃນການເຄື່ອນໄຫວການຜະລິດ. ຄຽງຄູ່ກັບການລົງທຶນ ເຂົ້າ ໃນ ເຕັກໂນໂລຊີ ແລະ ການພັດທະນາບຸກຄະລາກອນ, SHIV ໄດ້ກາຍເປັນໜຶ່ງ ໃນບັນດາສະຖານທີ່ການຜະລິດ ແລະ ຕ່ອງໂສ້ ການສະໜອງ ຍຸດທະສາດທົ່ວໂລກ ຂອງກຸ່ມບໍລິສັດ, ຕອບສະ ໜອງ ທ່າອ່ຽງ ການຫັນເປັນຫຼາຍຮູບແບບ ຂອງ ຕ່ອງໂສ້ການສະ ໜອງສາກົນ.

ຂະແໜງອຸດສາຫະກໍາ ເຄື່ອງຊັກນໍາໄຟຟ້າ ຢູ່ ຮ່າໂນ້ຍ ກໍາ ແລະ ພັດທະນາ ດ້ວຍການລົງທຶນຮ່ວມມື ຂອງ ຍີ່ປຸ່ນ ແລະ ບັນດາປະເທດໃຫຍ່ໃນໂລກ. ພາບ: ເຈິ່ນແທັງຢາງ/VNP
ບຸກຄະລາກອນ ຊາວ ຫວຽດນາມ ທ່ີມີຄຸນນະພາບສູງ ຂອງ Panasonic ຫວຽດນາມ. ພາບ: ເຈິ່ນແທັງຢາງ/VNP
ບັນດາຄົນງານ ຂອງໂຮງງານ Panasonic ພາຍຫຼັງ ເລີກງານ ໄດ້ກຽມອາຫານທ່ຽງ ໃນຫ້ອງອາຫານ ຂອງ ໂຮງງານ. ພາບ: ເຈິ່ນແທັງຢາງ/VNP

ຖ້າ ທັງລອງ ໃຫ້ເຫັນເຖິງຂະບວນການຍົກລະດັບ ຂອງພື້ນຖານ ການຜະລິດອຸດສາຫະກຳ, ຮ່ວາລາກ ພັດເປີດອອກ ໃຫ້ເຫັນ ພາບ ທ່ີໃຫຍ່ກວ່າ ກ່ຽວກັບອະນາຄົດ ເຕັກໂນໂລຊີ ຂອງ ຮ່າໂນ້ຍ.   ຢູ່ ເຂດເຕັກໂນໂລຊີສູງ ຮ່ວາລາກ, ການຜະລິດ, ການຄົ້ນຄວ້າ, ການກໍ່ສ້າງ ແລະ ນະວັດຕະກຳ ກຳລັງຖືກຈັດວາງ ຢູ່ ໃນພື້ນທີ່ ການພັດທະນາດຽວກັນ.  

ໃນປັດຈຸບັນ, ຮ່ວາລາກ ໄດ້ດຶງດູດ 115 ໂຄງການ, ໃນນັ້ນມີ 16 ໂຄງການ FDI ດ້ວຍທຶນຈົດທະບຽນທັງໝົດ ເກີນ 5 ຕື້ ໂດລາສະ ຫະລັດ, ສ້າງວຽກເຮັດງານທຳ ໃຫ້ແກ່ແຮງງານ ປະມານ 25.000 ຄົນ. ສະເພາະ 5 ໂຄງການ ຂອງ ຍີ່ປຸ່ນ ມີທຶນທັງໝົດ ກວ່າ 270 ລ້ານໂດລາສະຫະລັດ, ສຸມໃສ່ ເຕັກນິກລົດໃຫຍ່, ເອເລັກໂຕຣນິກ, ອາໄຫຼ່ຊັດເຈນ ແລະ ມໍເຕີໄຟຟ້າ.  

ທ່ານ ຫວູ໊ກວັກຮຸຍ, ຮອງຫົວໜ້າຄະນະຄຸ້ມຄອງ ບັນດາເຂດ ເຕັກ ໂນໂລຊີສູງ ແລະ ເຂດອຸດສາຫະກຳ ຮ່າໂນ້ຍ ກ່າວວ່າ ຮ່ວາລາກ ກຳລັງຫັນໄປສູ່ ການກາຍເປັນ ພື້ນທີ່ ການຮ່ວມມື ຫວຽດນາມ - ຍີ່ ປຸ່ນ ໃນການພັດທະນາ ເຕັກໂນໂລຊີ, ດຶງດູດບັນດາສູນ R&D ແລະ ສ້າງໂຄງຮ່າງພື້ນຖານ ການຄົ້ນຄວ້າ ນຳໃຊ້ຮ່ວມກັນ.

ສິ່ງທີ່ພົ້ນເດັ່ນ, ນີ້ຍັງແມ່ນ ພື້ນທີ່ທົດລອງ ທ່ີມີການຄຸ້ມຄອງ ໃຫ້ແກ່ ບັນດາເຕັກໂນໂລຊີໃໝ່ໆ ເຊັ່ນ: ລົດຂັບເຄື່ອນອັດຕະໂນມັດ, ອຸ ປະກອນ ໂດຣນ, ຫຸ່ນຍົນບໍລິການ, ເຄືອຂ່າຍໄຟຟ້າອັດສະລິຍະ, IoT, digital twin, logistics ອັດຕະໂນມັດ ແລະ ຕົວເມືອງ ສີ ຂຽວ.  

ຈາກ ທັງລອງ ຫາ ຮ່ວາລາກ ແມ່ນການເດີນທາງ ທີ່ສະທ້ອນ ໃຫ້ ເຫັນ ການຫັນປ່ຽນ ຂອງກະແສທຶນ FDI ຢູ່ ຮ່າໂນ້ຍ. ຖ້າ ທັງລອງ ແມ່ນພື້ນຖານການຜະລິດ ທີ່ຖືກສ້າງຮູບຮ່າງຂຶ້ນ ຜ່ານຫຼາຍ ທົດ ສະວັດ, ຮ່ວາລາກ ພັດກຳລັງເປີດພື້ນທີ່ ໃຫ້ແກ່ ບັນດາຂົງເຂດ ແຫ່ງອະນາຄົດ. ລະຫວ່າງ ສອງພື້ນທີ່ນີ້ ແມ່ນກະແສການໄຫຼວຽນ ຢ່າງຕໍ່ເນື່ອງ ຂອງເຕັກໂນໂລຊີ, ບຸກຄະລາກອນ, ການຄົ້ນຄວ້າ ແລະ ນະວັດຕະກຳ.

ຕອນບ່າຍວັນທີ 25 ກຸມພາ 2026, ທ່ານປະທານ ຄະນະກຳມະການປະຊາຊົນ ນະຄອນ ຮ່າໂນ້ຍ ຫວູ໊ດ້າຍຖັ໋ງ ພ້ອມດ້ວຍຄະນະ ປະຕິບັດງານ ຂອງ ນະຄອນ ໄດ້ໄປຢຽມຊົມ, ອວຍພອນປີໃໝ່ ແລະ ໃຫ້ກຳລັງໃຈ ບາງວິສາຫະກິດຜະລິດ, ເຕັກໂນໂລຊີສູງ ຢູ່ເທິງພື້ນທີ່ ໃນໂອກາດ ຕົ້ນລະດູບານໃໝ່ ປີມະເມຍ. ພາບ: ຈຸງງວຽນ/VNA

ນີ້ກໍແມ່ນວິທີ ທີ່ ຮ່າໂນ້ຍ ກຳລັງຍົກສູງຄຸນນະພາບ ກະແສທຶນ FDI: ບໍ່ພຽງແຕ່ດຶງດູດ ເອົາບັນດາໂຄງການໃໝ່ໆ ເທົ່ານັ້ນ, ແຕ່ຍັງ ຄ່ອຍໆ ຫັນເອົາແຫຼ່ງທຶນສາກົນ ໃຫ້ກາຍເປັນແຮງຂັບເຄື່ອນ ເພື່ອ ຍົກສູງຄວາມສາມາດ ທາງດ້ານເຕັກໂນໂລຊີ, ພັດທະນາບຸກຄະ ລາກອນ ແລະ ຂະຫຍາຍຄວາມສາມາດພາຍໃນ ຂອງ ວິສາຫະ ກິດ ຫວຽດນາມ.  

ດ້ວຍທິດທາງດັ່ງກ່າວ, ຮ່າໂນ້ຍ ກຳລັງເດີນເຂົ້າໃກ້ກວ່າເກົ່າ ສູ່ ພາບລັກ ຂອງສູນກາງ FDI ທ່ີມີຄຸນນະພາບສູງ ຂອງ ຫວຽດນາມ ແລະ ພາກພື້ນ - ບ່ອນທີ່ນັກລົງທຶນສາກົນ ບໍ່ພຽງແຕ່ຊອກຫາ ສະ ຖານທີ່ຜະລິດແຫ່ງໜຶ່ງເທົ່ານັ້ນ, ແຕ່ຍັງຊອກຫາລະບົບນິເວດ ເພື່ອ ຄົ້ນຄວ້າ, ນະວັດຕະກຳ ແລະ ພັດທະນາ ໄລຍະຍາວ ອີກດ້ວຍ.

ບົດ: ບິກເວິນ, ຮ່າແອັງ, ຫງວຽນເຕືອຍ - ພາບ: ເຈິ່ນແທັງຢາງ, ກົງດາດ/VNP, VNA ແລະ ເອກະສານຈາກຜູ້ຮ່ວມງານ


Top