ຮູບແຕ້ມແກ້ວ ຂອງ ເຜົ່າ ຂະແມ

ຮູບແຕ້ມແກ້ວ ຂອງ ເຜົ່າ ຂະແມ


ການແຂວນຮູບແຕ້ມໃນເຮືອນ ເພື່ອການສັກກາລະບູຊາ ຫຼື ປະ ດັບປະດາ ເປັນຈຸດວັດທະນະທຳ ຂອງຊາວເຜົ່າ ຂະແມ ມາແຕ່ ດົນນານແລ້ວ. ເລີ່ມຈາກຄວາມຕ້ອງການນັ້ນ, ອາຊີບ ແຕ້ມຮູບ ແກ້ວ ຂອງຊາວເຜົ່າ ຂະແມ ໄດ້ກຳເນີດຂຶ້ນ ແລະ ກາຍເປັນອາ ຊີບພື້ນເມືອງທີ່ມີມາແຕ່ເຫີງນານ.

ທ່ານນາງ ຮີ່ວນທິຊັອກຄາ (ແຂວງ ຊ໋ອກຈັງ), ເປັນນັກຈິດຕະ ກອນ ຜູ້ໜຶ່ງ ທຳອາຊີບແຕ້ມຮູບແກ້ວ ໃຫ້ຮູ້ວ່າ, ຮູບແຕ້ມແກ້ວ ຂອງ ຊາວເຜົ່າ ຂະແມ ມັກມີຫົວຂໍ້ ກ່ຽວກັບ ຊີວິດຂອງພະພຸດ ທະເຈົ້າ, ທິວທັດທຳມະຊາດ, ທັດສະນີຍະພາບ ແລະ ວັດວາ ອາຮາມ. ການແຕ້ມ ຮູບແຕ້ມແກ້ວ ຮຽກຮ້ອງຜູ້ແຕ້ມຕ້ອງ ມີຝີ ມືດີ, ດຸໝັ່ນ ແລະ ມີຄວາມສາມາດຮັບຮູ້ດ້ານຄວາມງາມສູງ.

ບັນດາຂັ້ນ​ຕອນ​ ການ​ເຮັດ​ ຮູບ​ແຕ້ມ​ແກ້ວ​ ຂອງຊາວເຜົ່າ ຂະແມ. 

ຮູບແຕ້ມແມ່ນໄດ້ແຕ້ມຢູ່ເທິງແຜ່ນແກ້ວໃສ, ຂະໜາດຂອງ ຮູບແຕ້ມບໍ່ຈໍາກັດ ແລະ ມີສີສັນຂ້ອນຂ້າງ ອຸດົມສົມບູນ ແລະ ມີຊີວິດຊີວາ. ເຖິງວ່າໄດ້ຮັບການຮັກສາໄວ້ ມາເປັນເວລາ ຫຼາຍ ປີແລ້ວກໍ່ຕາມ, ແຕ່ອາຊີບແຕ້ມຮູບແຕ້ມຢູ່ເທິງແກ້ວ ຍັງຄົງໄດ້ ເຮັດດ້ວຍມືລ້ວນໆ ໂດຍຊາວເຜົ່າ ຂະແມ ຫາກບໍ່ມີຂັ້ນຕອນໃດ ໃຊ້ເຄື່ອງຈັກແທນ.

ໂດຍປົກກະຕິ, ເພື່ອສ້າງໄດ້ຮູບແຕ້ມຢູ່ເທິງແກ້ວ, ຜູ້ເຮັດຕ້ອງ ແຕ້ມຂອບຮູບແລ້ວນຳໄປຕາກແດດໃຫ້ແຫ້ງ. ຫຼັງຈາກນັ້ນສືບຕໍ່ ແຕ້ມ ແລະ ສ້າງຊັ້ນນຳ້ສີໃໝ່ ຈົນເຖິງ ເມື່ອການແຕ້ມຮູບສໍາ ເລັດ. ການແຕ້ມຮູບແກ້ວ ມີຄວາມແຕກຕ່າງ ກັບການແຕ້ມຮູບ ໃສ່ ວັດສະດຸອື່ນໆ ແມ່ນຕ້ອງແຕ້ມຢູ່ດ້ານຫຼັງແຜ່ນແກ້ວ ແລະ ລວດລາຍສຸດທ້າຍ ຕ້ອງແຕ້ມທຳອິດ, ແຕ້ມສຳເລັດແລ້ວ ຈຶ່ງ ປີ້ນ ແຜ່ນແກ້ວຂຶ້ນມາ ແລະ ນັ້ນແມ່ນດ້ານໜ້າຂອງຮູບແຕ້ມ. ສິ່ງດັ່ງກ່າວໄດ້ສ້າງຈຸດພິເສດທີ່ເປັນເອກະລັກ ຂອງອາຊີບ ແຕ້ມ ຮູບແຕ້ມແກ້ວ ຂອງຊາວເຜົ່າ ຂະແມ.

ຮູບແຕ້ມແກ້ວ ຂອງຊາວເຜົ່າ ຂະແມ ມັກຈະມີສີສັນຫຼາກຫຼາຍ. 

ຍ້ອນວ່າການທານຳ້ສີໃສ່ແກ້ວ ຕ້ອງໃຊ້ເວລາດົນຈຶ່ງແຫ້ງ, ດັ່ງ ນັ້ນ ຜູ້ແຕ້ມຕ້ອງສືບຕໍ່ແຕ້ມໂດຍທັນທີ ຫຼັງຈາກຊັ້ນນຳ້ສີເກົ່າ ແຫ້ງ. ຖ້າແຕ້ມບໍ່ຕໍ່ເນື່ອງ, ຮູບພາບຈະຖືກແຕກຫັກ ແລະ ສີສັນ ຈະບໍ່ສະເໝີກັນ. ພາຍຫຼັງທີ່ຮູບແຕ້ມແຫ້ງໝົດແລ້ວ ຈຶ່ງໃຫ້ຕິດ ຝັງ ເປືອກຫອຍ (Turbinidae), ຟອກຄຳປີວ ຫຼື ຕິດ ເຈ້ຍຕິດ ໂລຫະ ສີເຫຼືອງເປັນຫຼືບບາງໆ ໃສ່ດ້ານຫຼັງ ເພື່ອເພີ່ມຄວາມງາມ ໂດດເດັ່ນ ຂອງຮູບແຕ້ມ. ສຸດທ້າຍ, ຕ້ອງທານຳ້ສີຕື່ມອີກຊັ້ນ ໜຶ່ງ ເພື່ອປ້ອງກັນຮູບແຕ້ມແລ້ວ ຈຶ່ງນຳໃສ່ຂອບໄມ້ ແລະ ຖືວ່າ ນັ້ນແມ່ນ ຜະລິດຕະພັນສຳເລັດຮູບ. 

ໃນບັນດາຫົວຂໍ້ຮູບແຕ້ມທີ່ຊາວເຜົ່າ ຂະແມໃຊ້ແຂວນຢູ່ໃນ ເຮືອນ, ຮູບແຕ້ມກ່ຽວກັບ ພະພຸດທະເຈົ້າ ແມ່ນເຮັດຍາກທີ່ສຸດ. ເພາະ ການສະແດງອອກເຖິງ ດວງຕາທີ່ມີຈິດວິນຍານ ແລະ ປາກ ຄືກຳລັງຍິ້ມ ຂອງ ພະພຸດທະເຈົ້າ ແມ່ນ ຮຽກຮ້ອງຕ້ອງ ການ ຜູ້ເຮັດຮູບແຕ້ມທີ່ມີປະສົບການ ຈຶ່ງສາມາດປະຕິບັດໄດ້. 

ນັກ​ທ່ອງ​ທ່ຽວ ​ຄົ້ນພົບ ອາ​ຊີບ​ແຕ້ມ ​ຮູບ​ແຕ້ມແກ້ວ​ ຂອງ​ຊາວ​ເຜົ່າ​ ຂະ​ແມ ຢູ່​ບ້ານ​ວັດ​ທະ​ນະ​ທຳ​ ແລະ​ ທ່ອງ​ທ່ຽວ​ບັນ​ດາ​ເຜົ່າ​ ຫວຽດ​ນາມ.

ປະຈຸບັນ, ເຖິງວ່າເງື່ອນໄຂຊີວິດການເປັນຢູ່, ສະຖາປັດຕະຍະ ກຳ ແລະ ຄວາມຕ້ອງການຂອງຊາວເຜົ່າ ຂະແມ ໄດ້ມີການປ່ຽນ ແປງ ຫຼາຍແລ້ວ, ແຕ່ການແຕ້ມ ຮູບແຕ້ມແກ້ວ ບໍ່ພຽງແຕ່ ເປັນ ອາຊີບພື້ນເມືອງ ເທົ່ານັ້ນ ແຕ່ຍັງເປັນຈຸດວັດທະນະທຳທີ່ ເປັນ ເອກະລັກ, ເພາະສະນັ້ນ ບັນດານັກສິລະປິນຈຶ່ງຄ່ອຍໆ ເປີດ ຫ້ອງຮຽນ ສອນອາຊີບແຕ້ມ ຮູບແຕ້ມແກ້ວ ໃຫ້ໄວໜຸ່ມ ດ້ວຍ ຄວາມປາຖະໜາ ປົກປັກຮັກສາ ແລະ ເຊີດຊູ ຮີດຄອງປະເພນີ ອັນຍາວນານ ຂອງຊາດ.

  •                                                  ບົດ: ເງິນຮ່າ - ພາບ: ຫວຽດເກື່ອງ - ແປໂດຍ: ບິກລຽນ

 



Top