ຮຸ່ງເຊົ້າ ຢູ່ໝູ່ບ້ານ ຊາວປະມົງ ງືໝີ໋ແທັກ

ຮຸ່ງເຊົ້າ ຢູ່ໝູ່ບ້ານ ຊາວປະມົງ ງືໝີ໋ແທັກ

ໃນຍາມຮຸ່ງເຊົ້າ, ຕັ້ງແຕ່ 4-7 ໂມງເຊົ້າ, ໝູ່ບ້ານ ຊາວປະມົງ ງືໝີ໋ແທັກ ເບິ່ງຄືວ່າ ຈະຕື່ນຂຶ້ນມາພ້ອມສຽງ ແລະ ຮູບພາບ ທີ່ເປັນເອກະລັກສະເພາະ ພ້ອມກັບເຮືອລໍາໃຫຍ່ ໃນເຂດ ທະເລ ຕາມຢາງ ທີ່ກວ້າງໃຫຍ່ໄພສານ, ສະຫງ່າຜ່າເຜີຍ.

ຮຸ່ງເຊົ້າ ຢູ່ໝູ່ບ້ານ ຊາວປະມົງ ງືໝີ໋ແທັກ. ພາບ: ແທງຮ່ວາ/VNP

ງືໝີ໋ແທັກ ​ແມ່ນ​ໝູ່​ບ້ານ​ຊາວປະມົງ ​ທີ່​ມີ​ຊື່​ສຽງ​ຢູ່​ທະເລ ຕາມຢາງ, ​ແຂວງ ເທື່ອທຽນເຫວ້. ໝູ່​ບ້ານຊາວປະມົງ ແຫ່ງນີ້ ​ຂຶ້ນກັບຕາ​ແສງ ກວ໋າງ​ເລີ້ຍ, ເມືອງ ກວ໋າງ​ດ່ຽນ, ຫ່າງ​ຈາກ​ນະ​ຄອນ ເຫ້ວ ​ໄປ​ທາງ​ທິດ​ຕາ​ເວັນ​ອອກ ປະມານ 20 ກມ.

ໝູ່​ບ້ານ​ແຫ່ງນີ້​ ແຕ່ກ່ອນ​ແມ່ນໝູ່​ບ້ານ ໝີ໋ແທກ, ສ້າງ​ຕັ້ງ​ຂຶ້ນ​ໃນ​ຕົ້ນ​ສະຕະວັດ​ທີ 19. ​ທຳອິດ, ໝູ່​ບ້ານ​ແຫ່ງນີ້​ ເປັນທີ່ຢູ່ອາໄສ ຂອງ ປະຊາຊົນຈຳນວນໜຶ່ງຢູ່ເທິງຝັ່ງ, ພາຍຫຼັງ​ຊາວ​ປະມົງ ​ຈຳນວນ​ໜຶ່ງ​ ຢູ່​ເຂດ ຟູ໋ວາງ, ຟູ໋​ລົກ ຫ່າງ​ຈາກ​ນັ້ນ ປະມານ 10 ກມ ຂີ່ເຮືອ ມາຫາປາເພື່ອລ້ຽງຊີບ ແລະ ເຫັນວ່າ ເຂດນີ້ ມີຄວາມອຸດົມສົມບູນໄປດ້ວຍກຸ້ງ, ປາ, ສະດວກໃນການ ດຳເນີນທຸລະກິດ, ສະນັ້ນ ເຂົາເຈົ້າຈຶ່ງໄດ້ພັກເຊົາ, ຄ່ອຍໆ ດຳລົງຊີວິດ ຮ່ວມກັບ ປະຊາຊົນຢູ່ທີ່ນີ້ ກາຍເປັນໝູ່ບ້ານ ຊາວປະມົງ ແຫ່ງໜຶ່ງ, ເອີ້ນວ່າ ໝູ່ບ້ານຊາວປະມົງ ໝີ໋ແທັກ.

ໝູ່ບ້ານ ຊາວປະມົງ ງືໝີ໋ແທັກຄ່ອຍໆ​ປະກົດ​ຂຶ້ນ​ໃນ​ຍາມ​ຮຸ່ງ​ເຊົ້າ.​ ພາບ: ແທງຮ່ວາ/VNP

ຊາວ​ປະມົງ ໝີ໋ແທັກ ສ່ວນຫຼາຍ​ດຳ​ລົງຊີວິດ​ ດ້ວຍການ​ຫາ​ປາ, ກຸ້ງ ​ຢູ່​ເຂດທະເລ ຕາມຢາງ, ການດຳລົງຊີວິດ ​ແລະ ກິນຢູ່ ​ລ້ວນ​ ແຕ່​ຢູ່ເທິງ​ເຮືອ, ຕອນກາງເວັນອອກ ໄປ​ຫາ​ປາ​ໃນທ້ອງທະເລ ​ແລະ ຕອນຄໍ່າກັບ​ຄືນ​ຫາ​ຝັ່ງ​ ຈອດ​ເຮືອ​ເພື່ອ​ພັກຜ່ອນ. 

ມາ​ຮອດ​ປີ 1990, ​ເພື່ອ​ເຮັດໃຫ້​ຊີວິດການ​ເປັນ​ຢູ່​ ຂອງ​ ຊາວ​ປະມົງໃນໝູ່ບ້ານແຫ່ງນີ້ ມີຄວາມໝັ້ນຄົງ, ຫຼີກ​ລ່ຽງ​ສະພາບ​ການ​ດຳລົງ​ຊີວິດ​ທີ່​ບໍ່​ແນ່ນອນ​ ແລະ ​ອັນຕະລາຍ​ຢູ່​ແຄມ​ນ້ຳ, ອຳ ນາດ​ການ​ປົກຄອງ​ຕາ​ແສງ ກວ໋າງ​ເລີ​້ຍ ​ໄດ້​ປຸກລະດົມ​ປະຊາ ຊົນ ​ຍົກຍ້າຍ​ຂຶ້ນ​ຝັ່ງ ​ເພື່ອ​ສ້າງ​ເຮືອນ​ຢູ່ ​ແລະ ​ໄດ້​ຕັ້ງ​ຊື່​ເປັນທາງການວ່າ “ງືໝີ໋ແທັກ”. 

ທັດສະນີຍະພາບຂອງໝູ່ບ້ານ ຊາວປະມົງ ງືໝີ໋ແທັກ.​ ພາບ: ແທງຮ່ວາ/VNP

ແມ່ນ​ໝູ່​ບ້ານຊາວປະມົງ ​ທີ່​ມີ​ມາ​ແຕ່​ດົນ​ນານ ​ຢູ່​ເຂດທະເລ ຕາມຢາງ, ສະນັ້ນ ​ຫຼາຍ​ລຸ້ນຄົນທີ່ຜ່ານມາ, ຊີວິດການເປັນຢູ່ ​ແລະ ວັດທະນະທຳ ​ຂອງ​ຊາວ​ປະມົງ​ໝູ່​ບ້ານ ງືໝີ໋ແທັກ ມີຄວາມສະໜິດ​ຕິດ​ພັນ​ກັບ​ທະເລສາບທີ່​ໃຫຍ່​ກວ່າ​ໝູ່ ​ຢູ່​ອາຊີ​ຕາ​ເວັນ​ອອກສ່ຽງ​ໃຕ້.

ປັດຈຸບັນ, ເຖິງວ່າ ຊີວິດການເປັນຢູ່ຈະດີຂຶ້ນ ເມື່ອທຽບກັບ ແຕ່ກ່ອນ, ແຕ່ການດຳລົງຊີວິດຂອງເຂົາເຈົ້າກໍຍັງຄືເກົ່າ. ​ແຕ່​ລະ​ມື້, ​ໃນ​ຍາມແລງ, ຊາວບ້ານ​ ຈະອອກ​ເຮືອ​ໄປ​ຫາ​ປາ​ ແລະ ​ກຸ້ງ. ​ເຂົາ​ເຈົ້າ​ຫາ​ປາ​ ທັງ​ຄືນ, ​ຮອດເວລາ​ປະມານ 4 ​ໂມງ​ເຊົ້າ ຈຶ່ງ ເຂົ້າທຽບຝັ່ງ. ອາດຈະແມ່ນ ຍ້ອນແນວນັ້ນ, ບັນຍາກາດ​ຢູ່​ໝູ່​ບ້ານ​ຊາວປະມົງ ງືໝີ໋ແທັກ ມ່ວນ ແລະ ຟົດຟື້ນ​ທີ່​ສຸດ ໃນ​ຍາມ​ຮຸ່ງ​ເຊົ້າ, ປະມານແຕ່ 4-7 ​ໂມງເຊົ້າ. ໃນເວລານີ້, ເຮືອຈາກ ນອກທະເລ ກັບຄືນມາເປັນຈໍານວນຫຼວງຫຼາຍ. ຢູ່​ແຄມ​ຝັ່ງ, ຜູ້​ຊື້​ແລະ ​ຜູ້​ຂາຍ ​ກໍ່​ຄຶກ​ຄື້ນ. ສະພາບການຊື້-ຂາຍ ຍັງສືບຕໍ່ເກີດຂຶ້ນ ຢູ່ຕາມແຄມທະເລ, ທ່າເຮືອ ແລະ ຖະໜົນໃນບ້ານ, ນັບແຕ່ ເຊົ້າມືດ ຈົນບໍ່ສາມາດເຫັນໜ້າກັນ ມາຮອດເວລາ ປະມານ 7 ໂມງເຊົ້າ ຈຶ່ງຄ່ອຍໆ ຫາຍໄປ. ຜູ້ຊື້ ແລະ ຜູ້ຂາຍ ປະຕິບັດ ການຊື້-ຂາຍ ຕາມແບບຕົກລົງ ລາຄາກັນ, ມີຄວາມພໍໃຈ ແລະ ສະໜິດສະໜົມ, ໂດຍບໍ່ມີ ການຍາດແຍ່ງກັນ ຫຼື ຜິດຖຽງກັນ ທີ່ເຄີຍພົບເຫັນເລື້ອຍໆ ຢູ່ຕາມຕະຫຼາດຂາຍປາ ແລະ ກຸ້ງຕ່າງໆ, ສະນັ້ນ ບໍ່ພຽງແຕ່ ຊາວຄ້າຂາຍ ມາຊື້ເທົ່ານັ້ນ, ແຕ່ຍັງມີປະຊາຊົນ ແລະ ນັກທ່ອງທ່ຽວ ກໍ່ມາເລືອກຊື້ ນັບມື້ນັບຫຼາຍຂຶ້ນ.

 

ປາ ແລະ ກຸ້ງ ທີ່ຫາມາຈະຖືກຂາຍຕາມຖະໜົນໃນບ້ານ.​ ພາບ: ແທງຮ່ວາ/VNP

ທະເລ ຕາມຢາງ ເປັນເຂດນ້ຳຈືດໆ ເຄັມໆ, ສະນັ້ນ ກຸ້ງ ແລະ ປາ ມີລົດຊາດແຊບ, ມີຊື່ສຽງໂດ່ງດັງ ແມ່ນກຸ້ງ ກ້າມຂຽວ, ກະ ປູ, ປາບູ່... ການຈັບປາ ເຖິງບໍ່ຫຼາຍເທົ່າ ຢູ່ ນອກທະເລ, ແຕ່ຍ້ອນຄຸນນະພາບສົດສະເໝີ, ສະນັ້ນ ມີເທົ່າໃດກໍ່ຂາຍ ໝົດເທ່ົານັ້ນ, ສ່ວນຫຼາຍແມ່ນຂາຍ ໃຫ້ພໍ່ຄ້າ ທີ່ເອົາໄປຕາມ ຕະຫຼາດຫ່າງໄກ, ຮ້ານອາຫານ ຫຼື ປະຊາຊົນ ໃນເຂດນັ້ນ.

ປາ ແລະ ກຸ້ງ ທີ່ມີຊື່ສຽງຫຼາຍຊະນິດ ຂອງເຂດທະເລ ຕາມຢາງ. ພາບ: ແທງຮ່ວາ/VNP

ຮູບພາບ​ ຂອງເຂດທະເລສາບ ​ທີ່​ກວ້າງ​ໃຫຍ່, ມີ​ສະ​ເໜ່, ຄຽງ​ຄູ່​ກັບແບບແຜນ​ວິຖີ​ຊີວິດ ເຂດແມ່​ນ້ຳ​ທີ່​ລຽບ​ງ່າຍ​ ຂອງ​ ຊາວ​ປະ ມົງ ງືໝີ໋ແທັກ, ​ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ ທັງ​ຢູ່​ໃກ້ ​ແລະ ​ໄກ ​ມາ​ຢ້ຽມຢາມ ​ແລະ ຄົ້ນຫາກ່ຽວກັບຊີວິດ ແລະ ​ວັດທະນະທຳ ​ຂອງ ​ໜຶ່ງໃນບັນດາໝູ່​ບ້ານ​ຊາວ​ປະມົງ​ ທີ່ເກົ່າ​ແກ່​ ແລະ ເຂັ້ມຂຸ້ນ ໄປດ້ວຍລັກສະນະສະເພາະຂອງເຂດທະເລ ຕາມຢາງ ທີ່​ມີ​ຊື່​ສຽງຂອງ ​ເຫ້ວ.

ໝູ່ບ້ານ ຊາວປະມົງ ງືໝີ໋ແທັກ ປະຈຸ​ບັນ​ແມ່ນ​ສະຖານ​ທີ່​ທ່ອງ​ທ່ຽວ​ຊຸມ​ຊົນ​ທີ່​ມີ​ຊື່​ສຽງ​ຂອງ​ເມືອງ ​ເຫວ້. ພາບ: ແທງຮ່ວາ/VNP 

ບົດ ແລະ ພາບ: VNP/ແທງຮ່ວາ - ແປໂດຍ: ຢືຟຽນ


Top