ອາຊຽນ ຕອບສະໜອງບັນດາສິ່ງທ້າທາຍລວມ

ອາຊຽນ ຕອບສະໜອງບັນດາສິ່ງທ້າທາຍລວມ


ໃນ​ຕົ້ນ​ເດືອນ​ ສິງຫາ​ ປີ 2022, ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ ​ອາ​ຊຽນ ຄັ້ງ​ທີ 55 (AMM-55) ​ແລະ ບັນດາ ກອງ​ປະຊຸມ​ທີ່​ກ່ຽວຂ້ອງ​ໄດ້​ໄຂ​ຂຶ້ນ​ຢູ່​ນະຄອນຫຼວງ​ ພະນົມ​ເປັນ​ ຂອງ ​ກຳປູ​ເຈຍ, ​ໃນ​ນັ້ນ​ມີ 20 ກວ່າ​ການ​ເຄື່ອນ​ໄຫວ​ໃນ​ຂອບ ​ອາ​ຊຽນ, ອາ​ຊຽນ+1, ອາ​ຊຽນ+3, ກອງ​ປະຊຸມ​ສຸດ​ຍອດ ​ອາຊີ​ຕາ​ເວັນ​ອອກ (EAS) ແລະ ເວທີປາໄສພາກພື້ນ ອາຊຽນ (ARF).

ທີ່​ບັນດາເຫດການດັ່ງກ່າວ, ບັນດາ​ປະ​ເທດ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ການ​ເຊື່ອມ​ຕໍ່, ຮັດ​ແຄບ​ຊ່ອງ​ຫວ່າງ​ການ​ພັດທະນາ, ການ​ຮ່ວມ​ມື​ທາງ​ທະ​ເລ, ການ​ຮັບມືກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ຄວາມ​ໝັ້ນຄົງ​ດ້ານ​ສະບຽງ​ອາຫານ, ພະລັງງານ. ຄຽງ​ຄູ່​ກັບ​ຄວາມ​ພະຍາຍາມ​ຟື້ນ​ຟູ, ບັນດາ​ລັດຖະມົນຕີ ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ຈຳ​ເປັນ​ຂອງ​ການ​ຮ່ວມ​ມື​​ຄົ້ນ​ຄວ້າ, ຜະລິດ​ ວັກ​ຊີນ, ​ເສີມ​ຂະຫຍາຍ​ລະບົບ​ສາທາ ລະນະ​ສຸກ​ຢູ່​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ. ບັນດາ​ປະ​ເທດ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ກັນ​ວ່າ ອາ​ຊຽນ ຕ້ອງ​ເສີມ​ຂະຫຍາຍ​ຄວາມ​ຮັບຜິດຊອບ, ຮັກສາ​ຄວາມ​ສາມັກຄີ, ​ເປັນ​ເອກະ​ພາບ ​ແລະ ມີ​ປະຕິກິລິຍາ​ຢ່າງ​ຕັ້ງໜ້າ​ໃນ​ທຸກ​ສະພາບ​ການ.

ສິ່ງທ້າທາຍທີ່ ອາຊຽນ ກໍາລັງປະເຊີນໜ້າ. ພາບ: VNA


ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ບຸ່ຍແທງເຊີນ ນຳ​ໜ້າ​ຄະນະ​ຜູ້​ແທນ ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ. ພາບ: VNA

ແບ່ງປັນ​ທັດສະນະ​ກ່ຽວ​ກັບ​ການ​ຮັກສາ​ຄວາມ​ສາມັກຄີ ​ແລະ ຄວາມ​ດຸ່ນດ່ຽງ​ຂອງ ​ອາ​ຊຽນ, ​ເປັນຕົ້ນແມ່ນ​ບົດບາດ “ຜູ້​ໄກ່​ເກ່ຍ​ທີ່​ຊື່​ສັດ”, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ບຸ່ຍ​ແທງ​ເຊີນ ໄດ້ສົ່ງເສີມ​ບັນດາ​ປະ​ເທດ ຢືດໝັ້ນ ຫຼັກໝັ້ນລວມກ່ຽວກັບບັນຫາຢູ່ທະເລຕາເວັນອອກ, ​ພະຍາຍາມ ຮັກສາ​ສະພາບ​ແວດ​ລ້ອມ​ທີ່​ສະດວກ ໃຫ້ແກ່ ປະມວນກົດລະບຽບການ​ປະພຶດ​ຕໍ່ຂອງ​​ຝ່າຍຕ່າງໆ ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ມີຜົນສັກສິດ ແລະ ມີປະສິດທິຜົນ, ສອດຄ່ອງ​ກັບ​ກົດໝາຍ​ສາກົນ, UNCLOS 1982. ທ່ານ​ລັດຖະມົນຕີ​ ກໍ່​ຢືນຢັນ​ຄືນ​ໃໝ່ຫຼັກໝັ້ນສະເໝີຕົ້ນສະເໝີປາຍ ​ຂອງ​ ຫວຽດນາມ ກ່ຽວ​ກັບບັນດາບັນຫາ ​ສາກົນ ​ແລະ ​ພາກ​ພື້ນ​ຄື: ການ​ປະ​ທະ​ກັນ​ຢູ່ ຢູ​ແກຼນ, ການ​ແກ່ງ​ແຍ້​ງມະຫາ​ອຳນາດ ​ແລະ ສະພາບ​ການ​ຢູ່​ ມຽນມາ.

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 55 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ. ພາບ: VNA

ໃນ​ໂອກາດ​ນີ້, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດບັນດາປະເທດ ​ອາ​ຊຽນ ​ໄດ້​ອອກ​ຖະ​ແຫຼງ​ການ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ຢູ່​ຊ່ອງ​ແຄບ​ ທະເລ ໄຕ້​ຫວັນ, ສະ​ແດງ​ຄວາມ​ວິ​ຕົກ​ກັງ​ວົນ​ກ່ຽວ​ກັບ​ຄວາມ​ສ່ຽງ​ທີ່​ຈະ​ເກີດ​ຄວາມ​ບໍ່​ໝັ້ນ​ຄົງ, ຜົນ​ສະ​ທ້ອນ​ຮ້າຍ​ແຮງ​ແລະ​ ບໍ່​ອາດ​ຄາດ​ໝາຍ​ໃຫ້​ແກ່​ພາກ​ພື້ນ. ຖະ​ແຫຼ​ງການ​ຮຽກຮ້ອງ​ໃຫ້​ມີ​ຄວາມ​ອົດ​ກັ້ນ​ສູງ​ສຸດ, ເຄົາລົບບັນດາ​ຫຼັກການ​ຂອງ​ກົດ​ບັດ​ສະຫະ​ປະຊາ​ຊາດ ​ແລະ TAC. ບັນດາ​ປະ​ເທດ​ອາ​ຊຽນ ຢືນຢັນ​ຄືນ​ໃໝ່​ ສະໜັບສະໜູນ​ນະ​ໂຍບາຍ “ຈີນ​ດຽວ”; ຢືນຢັນ​ຄວາມ​ສຳຄັນ​ຂອງ​ການ​ຮ່ວມ​ມື, ການ​ຢູ່​ຮ່ວມ​ກັນ​ໂດຍ​ສັນຕິ ​ແລະ ການ​ແຂ່ງຂັນ​ ​ເພື່ອ​ສັນຕິພາບ, ຄວາມ​ໝັ້ນຄົງ, ສະຖຽນ​ລະ​ພາບ, ການ​ພັດທະນາ​ລວມ ​ແລະ ​ຍືນ​ຍົງຄົງຕົວ.


ໂດຍ​ປະ​ເຊີນ​ໜ້າ​ກັບ​ບັນດາ​ການ​ຜັນ​ແປ​ຂອງ​ພາກ​ພື້ນ​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ທ່ານ​ລັດຖະມົນຕີ​ໄດ້​ຢ້ຳຄືນ​ຫຼັກໝັ້ນ​ຂອງ ​ອາ​ຊຽນ ​ແລະ ຫວຽດນາມ, ຮຽກຮ້ອງ​ໃຫ້​ທຸກ​ຝ່າຍ​ປະຕິບັດ​ຄວາມ​ອົດ​ກັ້ນ, ຫຼີກ​ເວັ້ນບໍ່​ໃຫ້ເກີດ​ສະຖານະ​ການ​ສັບສົນ, ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ກັນ​ໂດຍ​ສັນຕິ​ວິທີ, ປະຕິບັດ​ຕາມ​ກົດໝາຍ​ສາກົນ, ກົດ​ບັດ​ສະຫະ​ປະຊາ​ຊາດ ​ແລະ ສົນທິສັນຍາ ມິດຕະພາບ ແລະ ການຮ່ວມມືໃນ ອາຊີຕາເວັນອອກສ່ຽງໃຕ້ (TAC). ທ່ານ​ລັດຖະມົນຕີ​ຍັງ​ກ່າວ​ວ່າ, ອາ​ຊຽນ ຈະ​ຮັກສາ​ການ​ພົວພັນ​ກັບ ​ມຽນມາ, ຊຸກຍູ້​ການ​ປະຕິບັດ​ຄຳ​ເຫັນ​ທີ່​ເປັນ​ເອກະສັນ​ກັນ 5 ຂໍ້​ຂອງ​ການ​ນຳ​ ອາ​ຊຽນ ​ເພື່ອ​ຜົນ​ປະ​ໂຫຍ​ດ ຂອງ​ປະຊາຊົນ​ ມຽນມາ ​ແລະ ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ພັດທະນາ​ໃນ​ພາກ​ພື້ນ.

ທີ່​ກອງ​ປະຊຸມ​, ຄະນະ​ກຳມະການ ​ສົນທິສັນຍາ​ພາກພື້ນ ​ອາຊີ​ຕາ​ເວັນ​ອອກສ່ຽງ​ໃຕ້ ປອດ​ອາວຸດ​ນິວ​ເຄຼຍ (SEANWFZ) ບັນດາ​ປະ​ເທດ​ໃຫ້​ຄຳ​ໝັ້ນ​ສັນຍາ​ປະຕິບັດ​ສົນທິສັນຍາ SEANWFZ, ​​ເຫັນ​ດີ​ຕໍ່​ແຜນການ​ຜັນ​ຂະຫຍາຍ​ການ​ປະຕິບັດ SEANWFZ ​ໄລຍະ 2022 2026. ບັນດາ​ປະ​ເທດ​ກໍ່​ເຫັນ​ດີ​ ຈະຍູ້ແຮງການປຶກສາ​ຫາລື​ກັບ​ບັນດາ​ປະ​ເທດ​ທີ່​ມີ​ອາວຸດ​ນິວ​ເຄຼຍ ​ເພື່ອ​ລົງ​ນາມ​ໃນ​ອະນຸ​ສັນຍາ SEANWFZ.

ການເຈລະຈາລະຫວ່າງ ລັດຖະມົນຕີ ການຕ່າງປະເທດ ແລະ ຜູ້ຕາງໜ້າ ຄະນະກຳມາທິການ ລະຫວ່າງລັດຖະບານ ອາຊຽນ ກ່ຽວກັບສິດທິມະນຸດ (AICHR), ບັນດາລັດຖະມົນຕີໄດ້ຊົມເຊີຍ AICHR ໃນການຜັນຂະຫຍາຍແຜນປະຕິບັດງານ 2021-2025; ຊຸກຍູ້ໃຫ້ AICHR ສືບຕໍ່ປຶກສາຫາລື, ສົ່ງເສີມສິດທິມະນຸດ, ເປັນຕົ້ນແມ່ນກຸ່ມທີ່ມີຄວາມສ່ຽງ, ໃນເສົາຄ້ຳຂອງຊຸມຊົນ.

 

ໃນ​ໂອກາດ​ນີ້, ບັນດາ​ລັດຖະມົນຕີ​ການ​ຕ່າງປະ​ເທດ ​ອາ​ຊຽນ ​ໄດ້​ເປັນ​ສັກຂີ​ພິຍານ​ພິທີ​ລົງ​ນາມ​ໃນ​ເອກະສານ​ຂະຫຍາຍ TAC ສຳລັບ ​ແດນ​ມາກ, ເກຼັກ, ​ໂຮນລັງ, ໂອມານ, ອາຣັບບີ ຊາອູດິດ (UAE) ​ແລະ ກາ​ຕາ.

 


ບົດ: VNP ສັງລວມ - ພາບ:VNA - ແປໂດຍ: ຢືຟຽນ


Top