ຫວຽດນາມ ມີແຜນນະໂຍບາຍຈັດການຢ່າງເຂັ້ມງວດ ຕໍ່ບັນດາການລະເມີດ ກ່ຽວກັບກຳມະສິດທາງປັນຍາ

ຫວຽດນາມ ມີແຜນນະໂຍບາຍຈັດການຢ່າງເຂັ້ມງວດ ຕໍ່ບັນດາການລະເມີດ ກ່ຽວກັບກຳມະສິດທາງປັນຍາ

ໃນສະພາບການທີ່ບັນດາການກະທຳລະເມີດສິດຊັບສິນທາງປັນຍາ ມີທ່າອ່ຽງຜັນແປຢ່າງສັບສົນ ດ້ວຍຫຼາຍຮູບການທີ່ນັບມື້ນັບ ມີຄວາມລະອຽດອ່ອນ, ກໍ່ຄືກັນກັບຫຼາຍປະເທດໃນທົ່ວໂລກ, ຫວຽດນາມ ເດັດດ່ຽວຕ້ານ ແລະ ຈັດການຢ່າງເຂັ້ມງວດ ຕໍ່ບັນດາ ການລະເມີດຊັບສິນທາງປັນຍາ. ນີ້ທັງແມ່ນບຸລິມະສິດສູງ, ທັງແມ່ນແຜນນະໂຍບາຍ ແລະ ນະໂຍບາຍ ທີ່ສະເໝີຕົ້ນສະເໝີປາຍ ຂອງ ຫວຽດນາມ ແນໃສ່ສ້າງສະພາບແວດລ້ອມ ແຫ່ງການດຳເນີນທຸລະກິດ ທີ່ປອດໃສ, ໂປ່ງໃສ ແລະ ຫັນປ່ຽນຮູບແບບການເຕີບໂຕ ໂດຍ ຖືເອົາ ວິທະຍາສາດ - ເຕັກໂນໂລຊີ, ນະວັດຕະກຳ, ການຫັນເປັນ ດີຈີຕອນ ເປັນກຳລັງໜູນຕົ້ນຕໍ.

ວັນທີ 1 ພຶດສະພາ, ຕອບຄຳຖາມຂອງນັກຂ່າວ ທີ່ສະເໜີໃຫ້ຮູ້  ກ່ຽວກັບປະຕິກິລິຍາຂອງ ຫວຽດນາມ ຕໍ່ກັບເລື່ອງ ສ ອາເມລິກາ ກຳນົດໃຫ້ ຫວຽດນາມ ແມ່ນ “ປະເທດຕ່າງປະເທດບຸລິມະສິດ” ໃນບົດລາຍງານການຕີລາຄາປະຈຳປີ ກ່ຽວກັບສະພາບ ການປົກປ້ອງ ແລະ ການບັງຄັບໃຊ້ ສິດຊັບສິນທາງປັນຍາ ໃນຂອບເຂດທົ່ວໂລກ, ທ່ານນາງ ຟ້າມທູຮັ່ງ, ໂຄສົກກະຊວງ ການຕ່າງປະເທດ ຫວຽດນາມ ໄດ້ຊີ້ແຈ້ງວ່າ:  

ໄລຍະຜ່ານມາ, ຫວຽດນາມ ຍາມໃດກໍ່ມີຄວາມມານະພະຍາຍາມ ຢ່າງສຸດຂີດ ໃນການປົກປ້ອງຊັບສິນທາງປັນຍາ, ທັງໃນການປັບປຸງ ລະບົບກົດລະບຽບໃຫ້ສົມບູນ, ຍົກສູງຄວາມຮັບຮູ້ຂອງປະຊາຊົນ, ເພີ່ມທະວີການຮ່ວມມືສາກົນ ກັບອົງການຊັບສິນທາງປັນຍາໂລກ (WIPO), ສ ອາເມລິກາ ແລະ ຫຼາຍປະເທດອື່ນໆ; ເດັດດ່ຽວຕ້ານ ແລະ ຈັດການຢ່າງເຂັ້ມງວດ ຕໍ່ບັນດາການລະເມີດຊັບສິນ ທາງປັນຍາ. ນີ້ທັງແມ່ນບຸລິມະສິດສູງ, ທັງແມ່ນແຜນນະໂຍບາຍ ແລະ ນະໂຍບາຍ ທີ່ສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ແນໃສ່ສ້າງສະພາບແວດລ້ອມ ແຫ່ງການດຳເນີນທຸລະກິດ ທີ່ປອດໃສ, ໂປ່ງໃສ ແລະ ຫັນປ່ຽນຮູບແບບການເຕີບໂຕ ໂດຍຖືເອົາວິທະຍາສາດ - ເຕັກໂນໂລຊີ, ນະວັດຕະກຳ, ການຫັນເປັນ ດີຈີຕອນ ເປັນກຳລັງໜູນຕົ້ນຕໍ.

ສະພາແຫ່ງຊາດ ປຶກສາຫາລື ກ່ຽວກັບຮ່າງກົດໝາຍວ່າດ້ວຍ ການປັບປຸງ ແລະ ເພີ່ມເຕີມບາງມາດຕາ ຂອງກົດໝາຍວ່າດ້ວຍ ຊັບສິນທາງປັນຍາ ສະບັບປັບປຸງ ປີ 2025. ພາບ: VNA

ຊັບສິນທາງປັນຍາ ຍາມໃດກໍ່ແມ່ນບຸລິມະສິດ ໃນນະໂຍບາຍ ການພັດທະນາຂອງ ຫວຽດນາມ

ໃນສະພາບການທີ່ເສດຖະກິດໂລກ ກຳລັງຫັນປ່ຽນຢ່າງແຮງ ໄປສູ່ ຮູບແບບທີ່ອີງໃສ່ຄວາມຮູ້ ແລະ ນະວັດຕະກຳ, ຫວຽດນາມ ກຳນົດວ່າ ວິທະຍາສາດເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນ ດີຈີຕອນ ແມ່ນສາມເສົາຄ້ຳຍຸດທະສາດ ເພື່ອເຮັດໃຫ້ ປະເທດຊາດ ກາຍເປັນປະເທດທີ່ພັດທະນາ, ມີລາຍຮັບສູງ ໃນປີ 2045, ເມື່ອປະເທດຊາດ ຄົບຮອບ 100 ປີ. ໃນທັງສາມເສົາຄ້ຳນີ້, ຊັບສິນທາງປັນຍາ ມີບົດບາດສຳຄັນທີ່ສຸດ ຂອງຍຸດທະສາດ ນະວັດຕະກຳແຫ່ງຊາດ, ເພາະມັນບໍ່ພຽງແຕ່ແມ່ນເຄື່ອງມື ທາງກົດໝາຍ ທີ່ສ້າງສະພາບແວດລ້ອມທີ່ໂປ່ງໃສ, ສະດວກສະບາຍເທົ່ານັ້ນ ແຕ່ຍັງແມ່ນກຳລັງໜູນທາງດ້ານຈິດໃຈ ທີ່ຊຸກຍູ້ໃຫ້ບັນດານັກປະດິດສ້າງ, ວິສາຫະກິດ ແລະ ທົ່ວສັງຄົມ ສາມາດອຸ່ນອຽນໃຈໃນການສ້າງສັນ, ປະກອບສ່ວນ ແລະ ພັດທະນາໃຫ້ແກ່ປະເທດຊາດ.  

ດັ່ງນັ້ນ, ຫວຽດນາມ ກຳລັງມານະພະຍາຍາມ ປັບປຸງກົນໄກ ນະໂຍບາຍໃຫ້ສົມບູນ, ຊຸກຍູ້ການປະຕິຮູບລະບຽບການ, ຫັນຂະບວນການຈັດການຄຳຮ້ອງໃຫ້ທັນສະໄໝ, ເພີ່ມທະວີ ການເຜີຍແຜ່ຄວາມຮູ້ ກ່ຽວກັບຊັບສິນທາງປັນຍາ, ເຮັດໃຫ້ຊັບສິນ ທາງປັນຍາ ກາຍເປັນເຄື່ອງມືທີ່ເຂັ້ມແຂງ ຊ່ວຍໃຫ້ວິສາຫະກິດ ປົກປ້ອງຊັບສິນທາງປັນຍາ, ສ້າງເຄື່ອງໝາຍການຄ້າ, ຍົກສູງ ຂີດຄວາມສາມາດ ໃນການແຂ່ງຂັນ ແລະ ດຶງດູດການລົງທຶນ.

ຫວຽດນາມ ຮ່ວມມືກັບ WIPO ໃນວຽກງານຍົກສູງ ຂີດຄວາມສາມາດ ການຄຸ້ມຄອງຊັບສິນທາງປັນຍາ. ພາບ: VNA

ຄຽງຂ້າງນັ້ນ, ຫຼາຍຂໍ້ລິເລີ່ມການຮ່ວມມືສາກົນ, ໃນນັ້ນມີ WIPO, ກໍ່ກຳລັງໄດ້ຮັບການຜັນຂະຫຍາຍ ແນໃສ່ຊ່ວຍໃຫ້ ຫວຽດນາມ ເຂົ້າເຖິງບັນດາຮູບແບບການຄຸ້ມຄອງຊັບສິນທາງປັນຍາທີ່ທັນສະໄໝ, ຊຸກຍູ້ການຫັນຊັບສິນທາງປັນຍາເປັນສິນຄ້າ ແລະ ເປີດກວ້າງ ກະແສແຫ່ງການສ້າງສັນໃນທົ່ວສັງຄົມ.   

ໃນຕົວຈິງຍັງສະແດງໃຫ້ເຫັນວ່າ, ສິດຊັບສິນທາງປັນຍາ ກຳລັງ ໄດ້ຮັບການນຳໃຊ້ ຈາກປະຊາຄົມວິສາຫະກິດ ຫວຽດນາມ ຢ່າງເປັນເຈົ້າການນັບມື້ນັບສູງຂຶ້ນ, ໂດຍສະເພາະແມ່ນ ໃນ  ຍຸດທະສາດ ການພັດທະນາ ເຄື່ອງໝາຍການຄ້າ ແລະ ການຂະຫຍາຍຕະຫຼາດສາກົນ.   

ປັດຈຸບັນ, ທົ່ວປະເທດມີເກືອບ 1 ລ້ານເຄື່ອງໝາຍການຄ້າ ທີ່ໄດ້ ຈົດທະບຽນ, ໃນນັ້ນສ່ວນໃຫຍ່ແມ່ນບັນດາວິສາຫະກິດ ພາຍໃນ ປະເທດ. ຫຼາຍເຄື່ອງໝາຍການຄ້າພາຍໃນທີ່ໂດ່ງດັງ ເຊັ່ນ: Vinamilk, Viettel, Trung Nguyen… ໄດ້ຈົດທະບຽນ ສິດ ຊັບສິນທາງປັນຍາ ຢູ່ບັນດາຕະຫຼາດສາກົນ ເຊັ່ນ: ສ ອາເມລິກາ, EU, ຍີ່ປຸ່ນ ເພື່ອຂະຫຍາຍການດຳເນີນທຸລະກິດ ແລະ ປ້ອງກັນ ການເກີດຂໍ້ຂັດແຍ່ງ. 

ການນຳໃຊ້ສິດຊັບສິນທາງປັນຍາຢ່າງມີປະສິດທິຜົນ ເຊັ່ນ: ເຄື່ອງໝາຍການຄ້າ, ການຊີ້ບອກແຫຼ່ງກຳເນີດພູມສາດ, ຮູບແບບ ອຸດສາຫະກຳ… ບໍ່ພຽງແຕ່ປະກອບສ່ວນ ຍົກສູງຄຸນຄ່າ ຂອງ ຜະລິດຕະພັນເທົ່ານັ້ນ, ແຕ່ຍັງຊ່ວຍປົກປ້ອງແຫຼ່ງກຳເນີດ, ຊື່ສຽງ, ເອກະລັກຂອງວິສາຫະກິດ ແລະ ທ້ອງຖິ່ນ ໃນສະພາບການ ຫັນເປັນໂລກາພິວັດ.  

ຫວຽດນາມ ເຂົ້າຮ່ວມກອງປະຊຸມຄະນະເຮັດວຽກ ASEAN ກ່ຽວກັບການຮ່ວມມືດ້ານຊັບສິນທາງປັນຍາ ຄັ້ງທີ 78 (AWGIPC 78) ຢູ່ ບາລີ (ອິນໂດເນເຊຍ) ແນໃສ່ຕີລາຄາຜົນການຮ່ວມມື ດ້ານຊັບສິນທາງປັນຍາ ໃນໄລຍະຜ່ານມາ ແລະ ກຳນົດຍຸ ດທະສາດໃໝ່ ສຳລັບໄລຍະ 2026-2030. ພາບ: ໂດ໊ກວຽນ-VNA

ປັບປຸງລະບຽບການຢ່າງບໍ່ຢຸດຢັ້ງ, ຍົກສູງປະສິດທິຜົນ ການບັງຄັບໃຊ້

ໄລຍະຜ່ານມາ, ລະບົບກົດໝາຍວ່າດ້ວຍ ຊັບສິນທາງປັນຍາຂອງ ຫວຽດນາມ ໄດ້ມີບາດກ້າວພັດທະນາຢ່າງເດັ່ນຊັດ. ກົດໝາຍວ່າດ້ວຍ ຊັບສິນທາງປັນຍາ ປີ 2005 ແມ່ນພື້ນຖານ ທາງກົດໝາຍ ທີ່ສຳຄັນ, ເປັນຄັ້ງທຳອິດທີ່ໄດ້ສ້າງຕັ້ງຂອບເຂດ ທີ່ຂ້ອນຂ້າງຄົບຖ້ວນ ສຳລັບ ການກຳນົດ, ການປົກປ້ອງ ແລະ ການບັງຄັບໃຊ້ສິດຊັບສິນທາງປັນຍາ.  

ນັບແຕ່ນັ້ນມາເຖິງປັດຈຸບັນ, ກົດໝາຍສະບັບນີ້ ໄດ້ຮັບການປັບປຸງ ແລະ ເພີ່ມເຕີມຫຼາຍຄັ້ງ ໃນປີ 2009, 2019, 2022 ແລະ ຫຼ້າສຸດ ແມ່ນປີ 2025. ການປັບປຸງແຕ່ລະຄັ້ງ ແມ່ນລ້ວນແຕ່ ຕາມທິດ ຫຍັບເຂົ້າໃກ້ກັບມາດຕະຖານສາກົນ, ທັງສະທ້ອນໃຫ້ເຫັນເຖິງ ການປ່ຽນແປງ ຢ່າງວ່ອງໄວ ຂອງສະພາບແວດລ້ອມເສດຖະກິດ ແລະ ເຕັກໂນໂລຊີ.

 

ຫວຽດນາມ ເພີ່ມທະວີການເຜີຍແຜ່ຄວາມຮູ້ກ່ ຽວກັບການປົກປ້ອງ ແລະ ການບັງຄັບໃຊ້ສິດຊັບສິນທາງປັນຍາ ໃຫ້ແກ່ປະຊາຊົນ ແລະ ວິສາຫະກິດ. ພາບ: VNA

ກົດໝາຍວ່າດ້ວຍຊັບສິນທາງປັນຍາ ສະບັບປັບປຸງ ປີ 2025 ໄດ້ຮັບການຕີລາຄາວ່າ ແມ່ນບາດກ້າວບຸກທະລຸທີ່ສຳຄັນ ເມື່ອສຸມໃສ່ ການປະຕິຮູບລະບຽບການບໍລິຫານ ແລະ ຊຸກຍູ້ ການຫັນເປັນ ດີຈີຕອນ.  

ຕາມນັ້ນແລ້ວ, ໄລຍະເວລາໃນການຈັດການ ຄຳຮ້ອງຂໍ ຊັບສິນ ອຸດສາຫະກຳ ໄດ້ຮັບການຮັດແຄບລົງຢ່າງຫຼວງຫຼາຍ. ໂດຍສະເພາະ, ກົດໝາຍໄດ້ເພີ່ມເຕີມ ກົນໄກການກວດກາເນື້ອໃນ ຄຳຮ້ອງຈົດທະບຽນສິດບັດ ແລະ ເຄື່ອງໝາຍການຄ້າຢ່າງວ່ອງໄວ ພາຍໃນກຳນົດເວລາພຽງ 3 ເດືອນ ສຳລັບບາງກໍລະນີ, ເຊິ່ງແມ່ນ ກົນໄກທີ່ມີບໍ່ຫຼາຍປະເທດນຳໃຊ້.  

ຈຸດທີ່ໜ້າສົນໃຈອີກອັນໜຶ່ງ ໃນກົດໝາຍສະບັບປັບປຸງ ປີ 2025 ແມ່ນການເປີດກວ້າງຂອບເຂດການປົກປ້ອງ ໄປສູ່ເປົ້າໝາຍໃໝ່ໆ, ລວມທັງຜະລິດຕະພັນທີ່ບໍ່ແມ່ນວັດຖຸ ເຊັ່ນ: ຮູບແບບກຣາຟິກ (GUI), ສັນຍະລັກດີຈີຕອນ, ຫຼື ຮູບແບບຂອງພາກສ່ວນ ທີ່ບໍ່ສາມາດແຍກອອກຈາກຜະລິດຕະພັນໄດ້. ທີ່ໜ້າສົນໃຈ ກວ່ານັ້ນ, ເປັນຄັ້ງທຳອິດ ທີ່ບັນດາບັນຫາ ທີ່ກ່ຽວຂ້ອງເຖິງ ປັນຍາປະດິດ (AI) ໄດ້ຖືກລະບຸໄວ້ຢ່າງຈະແຈ້ງໃນກົດໝາຍ.

ຄຽງຄູ່ກັບວຽກງານໂຄສະນາເຜີຍແຜ່, ຫວຽດນາມ ກໍ່ໄດ້ຊຸກຍູ້ ວຽກງານການກວດກາ, ຄວບຄຸມ ແລະ ຈັດການຢ່າງເຂັ້ມງວດ ຕໍ່ບັນດາການກະທຳສໍ້ໂກງທາງການຄ້າ, ລະເມີດສິດຊັບສິນ ທາງປັນຍາ. ພາບ: VNA

ຄຽງຄູ່ກັບການປັບປຸງລະບຽບການໃຫ້ສົມບູນ, ຫວຽດນາມ ຍັງໄດ້ຊຸ ກຍູ້ ວຽກງານການບັງຄັບໃຊ້ສິດຊັບສິນທາງປັນຍາ. ບັນດາ ອົງການຈັດຕັ້ງທີ່ກ່ຽວຂ້ອງ ແຕ່ສູນກາງລົງຮອດທ້ອງຖິ່ນ ໄດ້ເພີ່ມທະວີການກວດກາ, ຕິດຕາມ ແລະ ຈັດການການລະເມີດ, ໂດຍສະເພາະແມ່ນໃນຂົງເຂດທີ່ອ່ອນໄຫວ ເຊັ່ນ: ການຄ້າທາງ ເອເລັກໂຕຣນິກ, ເຄື່ອງຂອງປອມ ແລະ ເຄື່ອງຮຽນແບບ.  

ທີ່ໜ້າສັງເກດ, ຫວຽດນາມ ໄດ້ສ້າງຕັ້ງສານສະເພາະກິດ ກ່ຽວກັບ ຊັບສິນທາງປັນຍາ ຢູ່ນະຄອນ ຮ່າໂນ້ຍ ແລະ ນະຄອນ ໂຮ່ຈີມິນ, ປະກອບສ່ວນຍົກສູງລັກສະນະວິຊາສະເພາະ ແລະ ປະສິດທິຜົນ ໃນການແກ້ໄຂຂໍ້ຂັດແຍ່ງ.  

ອີງຕາມການເພີ່ມເຕີມບັນດາມາດຕະການລົງໂທດທາງແພ່ງ, ກົດໝາຍສະບັບປັບປຸງ ປີ 2025 ອະນຸຍາດໃຫ້ສານນຳໃຊ້ ບັນດາມາດຕະການທີ່ເຂັ້ມງວດ ເຊັ່ນ: ບັງຄັບໃຫ້ຖອນອອກ, ສະກັດກັ້ນການເຂົ້າເຖິງເນື້ອໃນທີ່ລະເມີດ ຢູ່ໃນໂລກອອນລາຍ, ຫຼື ໂຈະບັນຊີ ແລະ ແອັບພລິເຄຊັນທີ່ກ່ຽວຂ້ອງໄວ້ຊົ່ວຄາວ.  

ບັນດາຄວາມມານະພະຍາຍາມ ກ່ຽວກັບການປະຕິຮູບ ລະບຽບການ ແລະ ການບັງຄັບໃຊ້ສິດຊັບສິນທາງປັນຍາ ໃນໄລຍະຜ່ານມາ ໄດ້ນຳມາເຊິ່ງໝາກຜົນທີ່ຕັ້ງໜ້າ. ໃນໄລຍະ 2021-2025, ຫວຽດນາມ ໄດ້ຮັບຄຳຮ້ອງຈົດທະບຽນ ຊັບສິນອຸດສາຫະກຳຫຼາຍກວ່າ 423.000 ສະບັບ, ເພີ່ມຂຶ້ນກວ່າ 26% ເມື່ອທຽບໃສ່ໄລຍະກ່ອນໜ້ານີ້. ຈຳນວນຄຳຮ້ອງ ທີ່ໄດ້ຮັບການຈັດການມີຫຼາຍກວ່າ 436.000 ສະບັບ, ເພີ່ມຂຶ້ນເກືອບ 70%, ໃນຂະນະທີ່ຈຳນວນໃບຢັ້ງຢືນ ການປົກປ້ອງ ທີ່ໄດ້ຮັບການອອກໃຫ້ແມ່ນເກີນ 255.000 ສະບັບ, ເພີ່ມຂຶ້ນກວ່າ 55%. ສະເພາະໃນປີ 2025, ຫວຽດນາມ ໄດ້ຈັດການຄຳຮ້ອງ ຈົດທະບຽນຊັບສິນອຸດສາຫະກຳຫຼາຍກວ່າ 250.000 ສະບັບ ແລະ ອອກໃບຢັ້ງຢືນການປົກປ້ອງຫຼາຍກວ່າ 83.000 ສະບັບ. ໃນນັ້ນ, ຈຳນວນຄຳຮ້ອງຈົດທະບຽນສິດບັດພາຍໃນປະເທດ ເພີ່ມຂຶ້ນ 36%, ສ່ວນຈຳນວນໃບຢັ້ງຢືນທີ່ໄດ້ຮັບການອອກໃຫ້ ເພີ່ມຂຶ້ນກວ່າ 134%. ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ ການບັງຄັບໃຊ້ສິດຊັບສິນ ທາງປັນຍາຂອງ ຫວຽດນາມ ກຳລັງມີການຫັນປ່ຽນຢ່າງຕັ້ງໜ້າທີ່ສຸດ.

ບັນດາຜະລິດຕະພັນສໍ້ໂກງທາງການຄ້າ, ລະເມີດລິຂະສິດ, ສິດ ຊັບສິນທາງປັນຍາ ໄດ້ຖືກວາງສະແດງຢ່າງເປີດເຜີຍ ເພື່ອໃຫ້ ປະຊາຊົນ ແລະ ວິສາຫະກິດ ສາມາດກຳແໜ້ນໄດ້ຢ່າງທັນການ. ພາບ: VNA

ໃນຕົວຈິງສະແດງໃຫ້ເຫັນວ່າ, ບັນດາການກະທຳ ລະເມີດ ສິດຊັບສິນທາງປັນຍາ ຍັງມີທ່າອ່ຽງຜັນແປຢ່າງສັບສົນ ດ້ວຍຫຼາຍຮູບການທີ່ນັບມື້ນັບມີຄວາມລະອຽດອ່ອນ. ເຖິງຢ່າງໃດກໍ່ຕາມ, ນີ້ແມ່ນສິ່ງທ້າທາຍລວມ, ບໍ່ພຽງແຕ່ສະເພາະຢູ່ ຫວຽດນາມ ເທົ່ານັ້ນ ແຕ່ຍັງແມ່ນຢູ່ໃນພາກພື້ນ ແລະ ໃນທົ່ວໂລກ ອີກດ້ວຍ. ສິ່ງທີ່ຄວນຮັບຮູ້ແມ່ນ ຫວຽດນາມ ຍາມໃດກໍ່ມີ ແຜນນະໂຍບາຍເດັດດ່ຽວຕ້ານ ແລະ ຈັດການຢ່າງເຂັ້ມງວດ ຕໍ່ບັນດາການລະເມີດຊັບສິນທາງປັນຍາ; ລະບຽບການ ແລະ ນະໂຍບາຍກ່ຽວກັບຊັບສິນທາງປັນຍາຂອງ ຫວຽດນາມ ກຳລັງ ໄດ້ຮັບການປັບປຸງໃຫ້ສົມບູນຂຶ້ນເລື້ອຍໆ; ຂີດຄວາມສາມາດ ໃນການຈັດການ ແລະ ການບັງຄັບໃຊ້ ກໍ່ໄດ້ຮັບການຍົກສູງຂຶ້ນ, ປະກອບສ່ວນປົກປ້ອງສິດ ແລະ ຜົນປະໂຫຍດທີ່ຊອບ ດ້ວຍ ກົດໝາຍ ຂອງບັນດາເຈົ້າຂອງກຳມະສິດ ແລະ ສ້າງພື້ນຖານ ເພື່ອຍົກສູງຂີດຄວາມສາມາດ ໃນການແຂ່ງຂັນແຫ່ງຊາດ, ກ້າວໄປສູ່ຮູບແບບການເຕີບໂຕທີ່ໂປ່ງໃສ, ຍືນຍົງ, ສອດຄ່ອງກັບ ບັນດາຄຸນຄ່າມາດຕະຖານທີ່ທົ່ວໂລກກຳລັງມຸ່ງໄປຫາ.

  • ບົດ: ແທັງຮ່ວາ - ພາບ: VNA

Top