ຫວູຢາລວ້ຽນ - “ຜູ້ປະດິດສ້າງ” ເຕັກໂນໂລຊີ
ຈາກຄວາມຫຼົງໄຫຼ, ມຸ່ງໝັ້ນ, ກ້າຮັບມື ກັບຄວາມສ່ຽງ ເມື່ອ ເປັນຜູ້ນຳ ໜ້າ ໃນການປະດິດຄິດສ້າງ ບັນດາວິທີແກ້ໄຂ ເຕັກໂນໂລຊີໃໝ່ ຢູ່ ຫວຽດນາມ, ທ່ານ ຫວູຢາລວ້ຽນ ໄດ້ກາຍເປັນ ໜຶ່ງໃນ ຊາວໜຸ່ມທີ່ ພົ້ນເດັ່ນ 10 ຄົນ ຂອງປີ 2021 ໃນຂົງເຂດ ດຳເນີນທຸລະກິດ ແລະ ເລີ່ມຕົ້ນທຸລະກິດ. ບັນດາວິທີການແກ້ໄຂດ້ານເຕັກໂນໂລຊີຂອງ CEO ໜຸ່ມຄົນນີ້ ໄດ້ປະກອບສ່ວນແກ້ໄຂບັນຫາ ຫຼາຍຢ່າງໃນສັງຄົມ, ພິເສດແມ່ນໃນໄລຍະປ້ອງກັນ ແລະ ສະກັດກັ້ນ ການແຜ່ລະບາດ ໂຄວິດ-19 ຢູ່ ຫວຽດນາມ.
ຕັ້ງແຕ່ຍັງເປັນນັກສຶກສາ ແລະ ຫາກໍຮຽນຈົບ, ທ່ານ ຫວູຢາລວ້ຽນ ໂຊກດີທີ່ໄດ້ເຂົ້າຮ່ວມ ໃນບັນດາໂຄງການໃຫຍ່ ແລະ ນ້ອຍ ກັບຜູ້ຊ່ຽວຊານ ດ້ານເຕັກໂນໂລຊີ ຢູ່ບັນດາກຸ່ມບໍລິສັດເຕັກໂນໂລຊີ ລາຍໃຫຍ່ເຊັ່ນ: FPT, Viettel, MP Group... ນີ້ແມ່ນ “ບໍ່ເກີດ” ເພື່ອຊ່ວຍໃຫ້ນັກສຶກສາໜຸ່ມຄົນໜ່ຶ່ງ ທີ່ຫາກໍຮຽນຈົບຄືທ່ານ ລວ້ຽນ ໄດ້ສະສົມ ປະສົບການ, ສຶກສາຫາຄວາມຮູ້ ແລະ ຝຶກຝົນຄວາມຮູ້ ພາກປະຕິບັດ ຕົວຈິງ ຫຼາຍຍິ່ງຂຶ້ນ.
ທ້າຍປີ 2009, ທ່ານ ຫວູຢາລວ້ຽນ ໄດ້ເຂົ້າເປັນສະມາຊິກ ຂອງ ກຸ່ມ ບໍລິສັດ ອຸດສາຫະກໍາ-ໂທລະຄົມມະນາຄົມ ກອງທັບ Viettel ແລະ ມີການເຄື່ອນໄຫວປະທັບໃຈຫຼາຍຢ່າງ ຢູ່ ອາຟຣິກກາ. ນັ້ນແມ່ນ ໂອ ກາດວຽກເຮັດງານທໍາ ໂດຍ ທ່ານ ລວ້ຽນ ໄດ້ຂຽນໃບສະໝັກ ເປັນອາ ສາສະໝັກ ເມື່ອ ອາຍຸ ພຽງ 24 ປີ. ໃນໄລຍະທີ່ເຮັດວຽກຢູ່ ອາຟຣິກ ກາ, ທ່ານ ລວ້ຽນ ໄດ້ເດີນທາງໄປຍັງບັນດາແຂວງ ຫ່າງໄກສອກຫຼີກ ແລະ ຫຍຸ້ງຍາກທີ່ສຸດ ຂອງປະເທດ ໂມຊຳບິກ, ເຂົ້າໃຈພື້ນຖານໂຄງ ລ່າງ ຢູ່ທີ່ນີ້, ຈາກນັ້ນທ່ານ ລວ້ຽນ ແລະ ເພື່ອນຮ່ວມງານໄດ້ນຳ ບໍລິ ການໂທລະຄົມມະນາຄົມ ທີ່ດີ ທີ່ສຸດ ແລະ ດ້ວຍລາຄາຖືກທີ່ສຸດ, ປະກອບສ່ວນຊຸກຍູ້ ພື້ນຖານເສດຖະກິດ ໂມຊຳບິກ ແລະ ປັບປຸງ ຊີ ວິດການເປັນຢູ່ ມາໃຫ້ແກ່ປະຊາຊົນ ຢູ່ນະແຫ່ງນີິ້.
ເດືອນ ຕຸລາ 2015, ທ່ານ ຫວູຢາລວ້ຽນ ໄດ້ມີການຕັດສິນໃຈ ທີ່ມີ ຄວາມສ່ຽງສູງ, ນັ້ນແມ່ນອອກຈາກຄວາມປອດໄພ ແລະ ຄວາມໝັ້ນ ຄົງ ໃນກຸ່ມບໍລິສັດໂທລະຄົມມະນາຄົມ ຊັ້ນນຳ ຂອງຫວຽດນາມ ເພື່ອ ເລີ່ມຕົ້ນທຸລະກິດ. ບໍລິສັດຫຸ້ນສ່ວນ ວິທີແກ້ໄຂ ເຕັກໂລໂລຊີ ສາກົນ (InterITS) ໄດ້ກຳເນີດຂຶ້ນ ດ້ວຍການບັນຊາ ຂອງ ທ່ານ ລວ້ຽນ ແລະ ຜູ້ ຮ່ວມງານອີກ 3 ຄົນ. ບັນດາວິທີການແກ້ໄຂ ແລະ ການບໍລິການຕົ້ນ ຕໍ ຂອງ ITS ໃນເວລານີ້ພຽງແຕ່ແມ່ນ ສະໜອງ ການບໍລິການ ໂທລະ ຄົມມະນາຄົມ, ສ້າງບັນດາວິທີການ ແກ້ໄຂການບໍລິການມູນຄ່າ ເພີ່ມ (VAS), ດົນຕີລິຂະສິດສາກົນ (CRBT) ການບັນເທີງໃນໂທລະສັບ ມືຖື...
ຫຼັງຈາກປະສົບຄວາມສຳເລັດ ໃນການບໍລິການໂທລະຄົມມະນາຄົມ, ທ່ານ ຫວູຢາລວ້ຽນ ແລະ ຜູ້ງານຢູ່ ITS ໄດ້ມີທິດທາງທີ່ໃຫຍ່ກວ່າ ນັ້ນ ຄື ຄ່ອຍໆ ຫັນໄປສູ່ ອຸດສາຫະກໍາເຕັກໂນໂລຊີ. ເປັນເວລາ ເກືອບ 4 ປີ, ຊຸດຜະລິດຕະພັນ ເຕັກໂນໂລຊີໃໝ່ ໄດ້້ກໍາເນີດອອກມາ ຕິດຕໍ່ ກັນ ນັ້ນແມ່ນ: ວິທີການແກ້ໄຂ ການໂທຫາ ເຄື່ອງໝາຍການຄ້າ Voice Brandname, ວິທີການແກ້ໄຂ Voice Biometrics, ວິທີການ ແກ້ໄຂ ສູນສະຖານີຕິດຕໍ່ໂທລະສັບ ຜູ້ຊ່ວຍ virtual Callbot (Switchboard virtual Callbot), ວິທີການ ກວດກາລາຍເຊັນ Viet Signature, ວິທີການຮັບຮູ້ລູກຄ້າ ຜ່ານ ວີດີໂອ KYC, ວິທີການຂາຍ ສິນຄ້າ Smart Sales...
ປັດຈຸບັນ, ITS ໄດ້ຈົດທະບຽນລິຂະສິດ ປະມານ 30 ຜະລິດຕະພັນເຕັກໂນໂລຊີ ທີ່ແຕກຕ່າງກັນ, ໃນນັ້ນມີບາງຜະລິດຕະພັນຜູກຂາດ ຢູ່ຫວຽດນາມ ເຊັ່ນ: Voice Biometrics ຫຼື KYC. ພ້ອມກັນນັ້ນ, ທ່ານ ລວ້ຽນ ສືບຕໍ່ສ້າງຕັ້ງ ບໍລິສັດຫຸ້ນສ່ວນ ວິທີການແກ້ໄຂ ພັດທະນາ ເຄື່ອງໝາຍການຄ້າຫວຽດນາມ (BDS) ຕື່ມອີກ ເພື່ອສະໜັບສະໜູນ ແລະ ຊຸກຍູ້ການພັດທະນາ ຂອງ ITS.
ບໍ່ພຽງແຕ່ຮັບໃຊ້ວິສາຫະກິດ ຂະໜາດໃຫຍ່ເທົ່ານັ້ນ, ITS ຍັງມຸ່ງໄປເຖິງການສະໜັບສະໜູນ ຊ່ວຍວິສາຫະກິດ ຂະໜາດກາງ ແລະ ນ້ອຍ ອີກດ້ວຍ. ດ້ວຍລະບົບ Smartbot ແລະ ວິທີການແກ້ໄຂ Smartcall AI, ITS ໄດ້ຖືກເລືອກໃຫ້ເປັນໜຶ່ງ ໃນສາມ ພື້ນຖານດີຈີຕອນ ເພື່ອ ສະໜັບສະໜູນຫຼາຍສຸດ ໃຫ້ບັນດາວິສາຫະກິດ ຂະໜາດກາງ ແລະ ນ້ອຍ ນັບຫຼາຍຮ້ອຍແຫ່ງ.
ນອກຈາກເວລາໃນການພັດທະນາ ດຳເນີນທຸລະກິດ ດ້ານເຕັກໂນໂລ ຊີ, ທ່ານ ລວ້ຽນ ພ້ອມກັບທີມງານໃນບໍລິສັດ ໄດ້ສ້າງ ແລະ ພັດທະນາ ລະບົບ Switchboard virtual Callbot, ຊ່ວຍຄະນະກໍາມະການຊີ້ນໍາແຫ່ງຊາດວ່າດ້ວຍ ການປ້ອງກັນ ແລະ ສະກັດກັ້ນ ການແຜ່ລະບາດ ໂຄວິດ-19 ໃນປີ 2021-2022, ປະຕິບັດການໂທຫາ ຕັກເຕືອນ, ສຳຫຼວດ ແລະ ຮັບຂໍ້ມູນ ຈາກປະຊາຊົນ ໃນເຂດເກີດການແຜ່ລະບາດ ໄດ້ກວ່າ 4 ລ້ານຄັ້ງ.
ທ່ານ ຫວູຢາລວ້ຽນ ຍາມໃດກໍມີຄະຕິເຕືອນໃຈ ແລະ ຮັບຮູ້ພາລະບົດ ບາດ ຂອງຕົນ ຈາກບັນດາໂອກາດສຶກສາຫາຄວາມຮູ້ ແລະ ຄວາມສາມາດມາແຕ່ກຳເນີດໃນດ້ານ IT, ນັ້ນແມ່ນ ປະດິດຄິດສ້າງບັນດາຜະລິດຕະພັນເຕັກໂນໂລຊີ, ຊ່ວຍປະຊາຊົນ ຍົກສູງ ສະມັດຕະພາບ ວຽກງານ ແລະ ໜູນໃຊ້ເວລາໄດ້ດີທີສຸດ. ຈາກນັ້ນ, ເຂົາເຈົ້າມີ ເວລາ ຫຼາຍຍິ່ງຂຶ້ນ ສຳລັບການປັບປຸງຄຸນນະພາບຊີວິດຂອງຕົນ.
CEO ຫວູຢາລວ້ຽນ ແລະ ບໍລິສັດ ITS ເປັນກຽດ ໄດ້ຮັບລາງວັນ ແລະ ໃບຍ້ອງຍໍ ຫຼາຍຢ່າງເຊັ່ນ: ນັກທຸລະກິດໜຸ່ມ ເລີ່ມຕົ້ນທຸລະກິດ ດີເດັ່ນ 10 ຄົນ ໃນປີ 2021, ລາງວັນ ຊາວເຄວ ປີ 2021; ລາງວັນ ນະຄອນ ສະຫຼາດ ປີ 2021; ລາງວັນ ຜະລິດຕະພັນຫັນປ່ຽນດີຈີຕອນ ດີເດັ່ນ Digital Award 2019, 2021; ໃບຍ້ອງຍໍ ຂອງ ສະຫະພັນ ຊາວໜຸ່ມ ຫວຽດນາມ...
ບົດ: ຖາວວີ - ພາບ: ກົງດາດ ແລະ ຜູ້ກ່ຽວສະໜອງໃຫ້ - ແປໂດຍ: ບິກລຽນ