ຫງວຽນຮຸ່ງ ແລະ 2 ສະຖິຕິ Guinness ສໍາລັບເຄື່ອງປັ້ນດິນເຜົາ ຫວຽດ

ຫງວຽນຮຸ່ງ ແລະ 2 ສະຖິຕິ Guinness ສໍາລັບເຄື່ອງປັ້ນດິນເຜົາ ຫວຽດ

ນາຍຊ່າງ ຫງວຽນຮຸ່ງ ໄດ້ໃຊ້ເວລາ 2500 ຊົ່ວໂມງ ເພື່ອເຮັດໃຫ້ ສຳ ເລັດຜົນງານ ໃນປີ 2018, ກັບຄວາມລົ້ມເຫຼວ 5 ຄັ້ງ, ຈົນເຖິງ ຄັ້ງທີ 6 ຈຶ່ງປະສົບຄວາມສຳເລັດ. ພາບ: ໂດຍຜູ້ກ່ຽວສະໜອງໃຫ້

ເລື່ອງລາວ ກ່ຽວກັບຊຸດຈານ ຟູ໋ກີ໋ວມ໊ານເດື່ອງ ແລະ ເຄືອບ ຫວາບ໋ຽນ

ນາຍຊ່າງ ຫງວຽນ​ຮຸ່ງ ​ໃຫ້ຮູ້​ວ່າ ຜົນງານປະດິດແຕ່ງ ຟູ໋ກີ໋ວມ໊ານເດື່ອງ ມີຂະໜາດໃຫຍ່ ແລະ ນໍ້າໜັກຫຼາຍ ກັບ ສ່ວນ​ລາຍ​ລະອຽດ​ຄວັດນູນ ຢ່າງລະອຽດຖີ່ຖ້ວນ. ນີ້​ແມ່ນ​ສິ່ງ​ທ້າ​ທາຍ​ຕໍ່​ຜູ້ເປັນນາຍຊ່າງ ຍ້ອນຕ້ອງ​ມີ​ການ​ຄິດ​ໄລ່​ຢ່າງ​ລະອຽດ ​ແລະ ລະມັດລະວັງ ​ກ່ອນ​ຈະ​ລົງມືທໍາ. ຜົນງານປະດິດແຕ່ງ ຟູ໋ກີ໋ວມ໊ານເດື່ອງ ມີນໍ້າໜັກເກືອບ 600 ກິ​ໂລກຣາມ, ​ໃຊ້ເວລາເຜົາ 45 ຊົ່ວ​ໂມງ, ​​ອົບ ​ປະມານ 48 ຊົ່ວ​ໂມງ. ພາຍຫຼັງ​ສຳ​ເລັດ ຍັງເຫຼືອນໍ້າໜັກ 400 ກິໂລກຣາມ, ມີ​ເສັ້ນ​ຜ່າ​​ກາງ 1,37 ແມັດ. ຫົວ​ຂໍ້ຂອງຜົນງານ​ແມ່ນ​ໜຶ່ງ​ໃນຫຼາຍແບບ​ການ​ຕົກ​ແຕ່ງ​ທີ່ໄດ້ຮັບຄວາມນິຍົມ ໃນບັນດາຜົນການປະດິດແຕ່ງ ຂອງ ຊາວອາຊີຕາເວັນອອກ, ມີການ ຄວັດນູນ ແລະ ຄວັດສະຫຼັກ ຮູບຕົ້ນສົນ (Cedrus Deodara) ແລະ ນົກຍູງ ຄູ່, ພ້້ອມກັບ ຫວງຈຸ້ຍ ອື່ນໆ ຊຶ່ງມີຄວາມໝາຍວ່າ ຮັ່ງມີ, ອະມະຕະ, ຍົດສັກອຳນາດ ແລະ ຄວາມຜາສຸກ​ ນິ​ລັນ​ດອນ.


ຕົວຢ່າງ ສຳລັບສ່ວນລາຍລະອຽດ ຂອງ ນົກຍູງຄູ່ ແລະ ຕົ້ນສົນທີ່ເກົ່າແກ່, ນາຍຊ່າງ ຫງວຽນຮຸ່ງ ຕ້ອງຄວັດນູນ ບັນດາລາຍລະອຽດໃສ່ດ້ານໜ້າຈານ ເພື່ອຮັບປະກັນ ລະດັບປະລິມານກຳນົດ ໃນການປະດິດແຕ່ງຜົນງານໃຫ້ມີຄວາມຕໍ່ເນື່ອງ ຫຼື ສ່ວນລາຍລະອຽດ ຂອງ ນົກຍູງຄູ່ ກັບເຄືອບ “ຫວາບ໋ຽນ” (ເຄືອບ ຈະປ່ຽນສີສັນ ແລ້ວແຕ່ອຸນຫະພູມ ຂອງ ໄຟ), ຫຼັງຈາກຜົນ ງານປະດິດແຕ່ງສຳເລັດ ຈະມີສີເຫຼືອງ ຊຶ່ງແມ່ນປະເພດ ເຄືອບ ຫວາບ໋ຽນ ມີສີສັນໄຂ່ວກັນ ຈະຕ້ອງໃຊ້ຄວາມພະຍາຍາມ ແລະ ພິຖີພິຖັນ ຫຼາຍໃນ ເວລາລົງມືທໍາ.

ຈານ ໄດ້ຮັບການຄວັດນູນ ດ້ວຍມືທັງໝົດ, ເພາະສະນັ້ນ ບໍ່ສາມາດ ໃຊ້ເຄື່ອງຈັກເພື່ອຍົກເຂົ້າເຕົາເຜົາໄດ້. ເມື່ອເຜົາແລ້ວ, ຂັ້ນຕອນເອົາ ຈານ ອອກຈາກເຕົາເຜົາ ກໍຕ້ອງ ມີຄວາມລະມັດລະວັງເປັນພິເສດ ເພື່ອຮັບປະ ກັນວ່າ ອຸນຫະພູມ ຂອງ ຈານ ເໝາະສົມ ກັບອຸນຫະພູມ ຂອງ ສະພາບແວດລ້ອມ. ດ້ານໜ້າຂອງຈານ ແມ່ນໜາຫຼາຍ, ເພາະສະນັ້ນ ຜູ້ມີປະສົບການຫຼາຍ ຈຶ່ງຄິດໄລ່ເວລາແທດເໝາະທີ່ຈະເອົາຈານອອກເພື່ອອົບແຫ້ງ ຫຼັງຈາກເຜົາ.

ຕໍ່​ໄປ​ແມ່ນສ່ວນ​ລາຍ​ລະ​ອຽດ “ຫວາບ໋ຽນ” ຖືກສອດ​ປະສານເຂົ້າກັນ ໃນຕົ້ນສົນ ຊຶ່ງໄດ້ສ້າງຄວາມດຶງດູດໃຈໃຫ້ແກ່ຜົນງານ. ເຄືອບ “ຫວາບ໋ຽນ” ທີ່ມີຢູ່ ໜຶ່ງດຽວ ແມ່ນໜຶ່ງໃນ ລັກສະນະທີ່ເປັນເອກະລັກ ຂອງ ຜົນງານ. ເຄືອບ ຫວາບ໋ຽນ ຄ້າຍຄືກັນກັບຂະບວນວິວັດ ການສ້າງເປັນເພັດ, ດ້ວຍຄວາມກົດດັນຢ່າງເກີນຂອບເຂດປົກກະຕິ, ຫີນ ທໍາມະດາ ຈະຖືກປ່ຽນເປັນແກ້ວ ຫຼື ເພັດ. ແຕ່ລະບ່ອນ ຈະສ້າງອອກປະເພດ ເຄືອບ ໜຶ່ງທີ່ມີສີສັນ ແລະ ຈຸດພິເສດ ທີ່ແຕກຕ່າງກັນ, ດັ່ງນັ້ນຜະລິດຕະພັນທີ່ມີເຄືອບ “ຫວາບ໋ຽນ” ແມ່ນຜະລິດຕະພັນ ໜຶ່ງດຽວ ທີ່ໄດ້ວົງການນິຍົມ ເຄື່ອງປັ້ນ ດິນເຜົາ ຕາມລ່າ ຊອກຫາ. 

ນາຍຊ່າງ ຫງວຽນຮຸ່ງ ໄດ້ໃຊ້ເວລາ 2500 ຊົ່ວໂມງ (ປະມານ 1,5 ປີ) ຈິ່ງສຳເລັດຜົນງານໃນປີ 2018, ໂດຍມີການແຕກຫັກເຖິງ 5 ຄັ້ງ, ບາງຄັ້ງຫັກເຄິ່ງ, ບາງຄັ້ງກໍ່ແຕກ, ບາງຄັ້ງຖືກປ່ຽນຮູບ ແລະ ມາຮອດຄັ້ງທີ່ 6 ຈຶ່ງໄດ້ປະສົບຜົນສຳເລັດ.

ເລື່ອງລາວ ທ່ຽມຖື່ທຽນຟອງເອີ໋ນ ແລະ ການ​ກຳ​ເນີດ​ ຂອງ ​ເຄືອບ ​ຮວ່າງ​ໂຖ​ລຽນ​ຮວາ

ຜົນງານທີ່ຍາດໄດ້ສະຖິຕິໂລກ ຄັ້ງທີ 2 ຂອງ ນາຍຊ່າງ ຫງວຽນຮຸ່ງ ແມ່ນ “ຖ່ຽມຖື່ທຽນຟອງເອີ໋ນ”, ມີນ້ຳໜັກ 1.500 ກິໂລກຣາມ, ຍາວ 1,735 ແມັດ, ກວ້າງ 1,1 ແມັດ ແລະ ສູງ 0,778 ແມັດ. ສັດ ສັກສິດໃນເທບນິ ຍາຍ ທີ່ໄດ້ຮັບການແກະສະຫຼັກ ໃນຜົນງານປະດິດແຕ່ງນີິ້ ແມ່ນຄັນຄາກ ຖ່ຽມຖື່ ຫຼື ເອີ້ນວ່າ ຄັນຄາກ ມົງຄຸນ  ເຊິ່ງເປັນປະເພດຄັນຄາກ ມີສາມຂາ ທີ່ສັກສິດຢູ່ທະວີບ ອາຊີ ແລະ ເປັນສັນຍາລັກ ຂອງ ຄວາມຈະເລີນຮຸ່ງ ເຮືອງ. ນາຍຊ່າງ ຫງວຽນ​ຮຸ່ງ ​ໄດ້​ໃຊ້​ເວລາ​ກວ່າ 6 ​ເດືອນ​ ເພື່ອ​ສ້າງ​ຜົນ​ງານ​ນີ້, ດ້ວຍ​ຄວາມ​ລົ້ມ​ເຫຼວ 4 ຄັ້ງ, ພຽງ​ແຕ່​ຄັ້ງ​ທີ 5 ຈຶ່ງ​ປະສົບ​ຜົນສຳ​ເລັດ.

ຖ້າຜົນງານ “ຟູ໋ກີ໋ວມ໊ານເດື່ອງ”, ເຄືອບ “ຫວາບ໋ຽນ” ໄດ້ວົງການຜູ້ຫຼົງຮັກກັບ ເຄື່ອງປັ້ນດິນເຜົາ ຊອກຫາ, ຜົນງານ ​“ຖ່ຽມຖື່ທຽນ ຟອງເອີ໋ນ” ກໍ​ຕິດ​ພັນ​ກັບ​ການ​ກຳ​ເນີ​ດຂອງປະເພດເຄືອບອື່ນ​ ທີ່ມີຄວາມເປັນ​ເອກະລັກ​ ສະ​ເພາະເທົ່າກັບ ເຄືອບ ຫວາບ໋ຽນ”, ນັ້ນແມ່ນ ເຄືອບ ຮວ່າງໂຖລຽນຮວາ. 


ເຄືອບ ຮວ່າງໂຖລຽນຮວາ ໄດ້ຮັບການຄົ້ນຄວ້າ ຈົນສຳເລັດຜົນ ໃນປີ 2002. ໃນຖານະເປັນຜູ້ມີຄວາມຮັກດອກບົວ ແລະ ມີຄວາມຫຼົງໄຫຼກັບຄົ້ນຄວ້າ ດອກບົວ, ພາຍຫຼັງການຄົ້ນຄວ້າ ແລະ ທົດລອງ ມາຫຼາຍຄັ້ງ, ນາຍຊ່າງ ຫງວຽນຮຸ່ງ ໄດ້ຄົ້ນພົບວ່າ ຕົ້ນບົວ ເໝາະສົມ ເພື່ອທົດແທນ ວັດ ຖຸດິບຂີ້ແກບ - ອົງປະກອບໄມ້ ໃນການເຄືອບຂີ້ເທົ່າມູນເຊື້ອ (ປະເພດເຄືອບເຄື່ອງປັ້ນດິນເຜົາ ທີ່ເຮັດຈາກຂີ້ເທົ່າ ຂອງ ຟືນ, ເຟືອງ, ຫຍ້າ) ຂອງປູ່ຍ່າຕາຍາຍ. ວັດຖຸດິບ ຕົ້ນຕໍ ຂອງ ເຄືອບປະເພດໃໝ່ນີ້ແມ່ນ ລຳຕົ້ນບົວ ແລະ ດິນສັນດອນ ຢູ່ແມ່ນໍ້າແດງ ພ້ອມກັບແຮ່ຈາກ ທຳມະຊາດຫຼາຍປະ ເພດ. ເພາະສະ​ນັ້ນ, ນາຍຊ່າງ ຫງວຽນ​ຮຸ່ງ ໄດ້​ຕັດ​ສິນໃຈ ​ຕັ້ງ​ຊື່​ໃໝ່​ວ່າ ເຄືອບຮວ່າງໂຖລຽນຮວາ. ​ໃນ​ນັ້ນ, ຮວ່າງ​ໂຖ ຊີ້ບອກ​ເຖິງ​ ດິນສັນດອນ ຢູ່ແມ່ນໍ້າແດງ, ສ່ວນ ລຽນຮວາ ແມ່ນບົ່ງບອກ ເຖິງ ບົວ ໃນວັດຖຸດິບ. “ຖ່ຽມ ຖື່ທຽນຟອງເອີ໋ນ” ​ຖື​ໄດ້ວ່າ​ ແມ່ນການປະສົມປະສານຢ່າງກົມ ຂອງ ການເຄືອບ ຮວ່າງໂຖ ລຽນຮວາ​ ​ແລະ ຄວາມ​ງາມຂອງວັດຖຸພັນ ສະບັບໜຶ່ງດຽວ ທີ່ໄດ້ເຮັດ ດ້ວຍມື. 

ເຄືອບ ຮວ່າງໂຖລຽນຮວາ ແມ່ນປະເພດເຄືອບ ທີ່ມີຄວາມແຕກຕ່າງ ກັນຫຼາຍ ເມື່ອທຽບກັບການເຄືອບ ດ້ວຍຂີ້ເທົ່າມູນເຊື້ອ. ນາຍຊ່າງ ຫງວຽນຮຸ່ງ ໃຫ້ຮູ້ວ່າ: “ການເຄືອບ ຮວ່າງໂຖລຽນຮວາ ມີສີສັນທີ່ໂດດເດັ່ນ ແລະ ແປກ ໃໝ່ ນຳມາ ເຊິ່ງຄວາມງາມແບບສູງສັກ ແລະ ມີເອກະລັກສະເພາະ ໃນຜົນງານແຕ່ລະຢ່າງ”. 


ນາຍຊ່າງ ຫງວຽນ​ຮຸ່ງ ເກີດຢູ່ນະຄອນ ຫາຍຟ່ອງ. ​ໃນ​ຊຸມ​ປີ 1980, ​ເມື່ອ​ມາ​ເຮັດ​ວຽກ​ໃຫ້​ບໍລິສັດ ດຳເນີນ ທຸລະກິດ ສະເພາະ​ ກ່ຽວກັບເຄື່ອງປັ້ນດິນເຜົາ ຢູ່ ຫາຍຟ່ອງ, ມີໂອກາດໄປສໍາຫຼວດ, ຊອກຮູ້ກ່ຽວກກັບ ເຄື່ອງປັ້ນດິນເຜົາ ຢູ່ໝູ່ບ້ານອາຊີບ ຫຼາຍແຫ່ງ ໃນທົ່ວປະເທດ, ນາຍຊ່າງ      ຫງວຽນຮຸ່ງ ໄດ້ມີຄວາມຜູກພັນ ແລະ ຕັດສິນໃຈ ຢຸດຢູ່ໝູ່ບ້ານຜະລິດເຄື່ອງປັ້ນດິນເຜົາ ບ໋າດຈ່າງ. 

ນາຍຊ່າງ ຫງວຽນຮຸ່ງ ກັບຜົນງານ ​“ຖ່ຽມຖື່ທຽນຟອງເອີ໋ນ”, ໄດ້ຮັບສະຖິຕິ Guinness ໂລກ ກ່ຽວກັບ “ຜົນງານ ແກະສະຫຼັກສັດ ສັກສິດ ໃນເທບນິ ຍາຍ ດ້ວຍເຄື່ອງປັ້ນດິນເຜົາ ໃຫຍ່ທີ່ສຸດໂລກ”.

ບົດ: ຖາວວີ - ພາບ: ໂດຍຜູ້ກ່ຽວສະໜອງໃຫ້ - ແປໂດຍ: ບິກລຽນ


Top