ຫງວຽນວັນທຽນຫວູ ແລະ ຍົນກະສິກຳ made in Vietnam

ຫງວຽນວັນທຽນຫວູ ແລະ ຍົນກະສິກຳ made in Vietnam

 Agridrone ຫວຽດນາມ ໂດຍທ່ານ ຫງວຽນວັນທຽນຫວູ ເປັນຜູ້ ກໍ່ ຕັ້ງ ຖືວ່າ ເປັນ “ຜູ້ຊ່ຽວຊານ” ກວດກາທົ່ງນາ ກຳລັງສ້າງບາດລ້ຽວ ໃໝ່ ໃນການຜະລິດກະສິກຳ ຢູ່ ຫວຽດນາມ.

ທ່ານ ຫງວຽນວັນທຽນຫວູ, ຜູ້ກໍ່ຕັ້ງ ແລະ CEO ຂອງ Agridrone ຫວຽດນາມ.

ມີຄວາມມົວເມົາຫຼົງໄຫຼ ກ່ຽວກັບ ເຮືອບິນ ຕັ້ງແຕ່ເຍົາໄວ, ຕອນເປັນ ນັກສຶກສາ ຄະນະວິຊາໄຟຟ້າ ແລະ ເອເລັກໂຕຣນິກ, ມະຫາວິທະ ຍາໄລ ສັບພະວິຊາ ນະຄອນໂຮ່ຈີມິນ, ທ່ານ ຫງວຽນວັນທຽນຫວູ ໄດ້ ຜະລິດເຮືອບິນບັງຄັບ ລຳທຳອິດ ໃນໂຄງການຮຽນຈົບ ຂອງ ຕົນ ໃນປີ 2015. ຈາກການເຈາະຈີ້ມ ຂອງລູກຄ້າ ກໍ່ໃຫ້ເກີດ ຄວາມ ນຶກຄິດ, ທຽນຫວູ ແລະ ​ເພື່ອນ​ຮ່ວມ​ງານ​ ໄດ້ສຸມສ້າງຜະ​ລິດ Drone ສໍາ​ລັບ​ກະ​ສິ​ກໍາ​. ແຕ່ໃນເວລານັ້ນ, Drone (ເຮືອບິນຍັງຄັບ) ແມ່ນ ຄວາມຄິດ ທີ່ແປກ ບໍ່ພຽງແຕ່ ສໍາລັບຊາວກະສິກອນ ເທົ່ານັ້ນ, ແຕ່ ຍັງ ກັບສຳລັບທີມງານຂອງເພິ່ນອີກດ້ວຍ. ເພາະສະ​ນັ້ນ, ທຽນ​ຫວູ ​ຕ້ອງ​ຕ້ອງຢຸດຄວາມຝັນ​ຂອງ​ຕົນ​ໄວ້​ຊົ່ວ​ຄາວ.

  

ປີ 2018, ທຽນ​ຫວູ​ ໄດ້ຊ່ວຍເຫຼືອ ດ້ານເຕັກນິກ​ການ​ບິນ ​ໃຫ້​​ກຸ່ມບໍລິ ສັດ ແຫ່ງໜຶ່ງ ຂອງ ສ ອາ​ເມ​ລິ​ກາ, ນ​ໍາໃຊ້​ Drone ​ໃນການຜະລິດ​ກະ​ສິ​ກຳ​ ຢູ່​ຫຼາຍ​ປະ​ເທດ. ​ວຽກ​​ນີ້​ໄດ້ເຮັດໃຫ້​ຄວາມ​ຝັນ ​ຂອງ ຫວູ ຖືກ​ຟື້ນ​ຄືນໃໝ່. ທຽນຫວູ ຕັດສິນໃຈປະວຽກງານ​ທີ່​ໝັ້ນ​ຄົງ​ ດ້ວຍລະ ດັບເງິນເດືອນ ທີ່ໜ້າດຶງດູດໃຈ​​ເພື່ອ ​ສືບ​ຕໍ່ ​ປະຕິບັດ​ຄວາມ​ຝັນຂອງ ຕົນ. 

“ຄືກັບເດັກນ້ອຍທົ່ວໄປ ມັກຊອກຫາຄວາມຮູ້, ມີມື້ໜຶ່ງ, ເພິ່ນໄດ້ບັງ ຄັບ Drone ລົງສູ່ພື້ນທີ່ກະສິກຳ  ແລະ ໂດຍບັງເອີນ ໄດ້ເກີດ ຄວາມຮູ້ສຶກວ່າ ນີ້ແມ່ນບ່ອນເພື່ອຕົນເອງສາມາດ ປະຕິບັດ ຄວາມຝັນຂອງຕົນໃຫ້ປະສົບຜົນເປັນຈິງ”. ຫງວຽນວັນທຽນຫວູ ໄດ້ຂຽນ ກ່ຽວກັບການເລີ່ມຕົ້ນທຸລະກິດ ກ່ຽວກັບ ​Agridrone ຫວຽດນາມ ຂອງຕົນ ຄືແນວນັ້ນ. 

ທ່ານ ຫວູ ກ່າວວ່າ ການ​ທ່ີຈະເຮັດໃຫ້ ຊາວ​ກະ​ສິ​ກອນ ຍອມ​ນຳ​ໃຊ້​ Drone ​ຢູ່​​ຕາມທົ່ງ​ນາ​ ຂອງ​ຕົນ ມັນບໍ່​ແມ່ນ​ເລື່ອງ​ງ່າຍແຕ່ຢ່າງໃດ. “ມີປີ​ໜຶ່ງ, ກຸ່ມພວກຂ້າພະເຈົ້າ​ ໄດ້​ນຳ​ເອົາ​ເຮືອບິນບັງຄັບ ມາ​ໂຄສະ ນາ ໃຫ້​ກັບ​ຊາວ​ກະສິກອນ​ ຢູ່​ພາກ​ຕາ​ເວັນ​ຕົກ, ຫຼາຍ​ຄົນ​ໄດ້ເວົ້າ​ວ່າ ​ພວກຂ້າພະເຈົ້າ ​“ມີບັນຫາ”, “ເປັນ​ເດັກນ້ອຍ”, ​ຊໍ້າບໍ່ໜຳ​ຍັງຕິວ່າ ພວກຂ້າພະເຈົ້າ​ບໍ່​ຮູ້​ຫຍັງ​ກ່ຽວ​ກັບ​ກະ​ສິ​ກຳ”. 

ທຽນຫວູ ໄດ້ຫວນຄືນຫຼັງການຊັກຊວນ ຊາວກະສິກອນ ຜູ້ໜຶ່ງ ໃຫ້ ທົດລອງໃຊ້ Drone ວ່າ: “ຖ້າ​ຫາກ​ວ່າ​ມີ​ຫຍັງ​ຜິດ​ພາດ, ຂ້າ​ພະ​ເຈົ້າ​ຈະ​ຊົດ​ເຊີຍ​ຕາມ​ຄວາມຕ້ອງການຂອງເພິ່ນ ແລະ ຕອນດິນທໍາອິດ ທີ່ Drone ໄດ້ໃຊ້ທົດລອງ ແມ່ນຂອງ ເຈົ້າຂອງ ຟາມ ມີເນື້ອທີ່ 400-500 ເຮັກ ຕາຢູ່ແຂວງ ດ່ົງທາບ. ທຽນຫວູ ໄດ້ຂໍ 1-2 ເຮັກຕາ ໃນຕອນດິນນັ້ນ ເພື່ອການຊ່ອງໜ້າກັບພະຍານ. ເບື້ອງໜຶ່ງແມ່ນ ການປູກຝັງດ້ວຍມື ແລະ ເບື້ອງໜຶ່ງແມ່ນນຳໃຊ້ເຕັກໂນໂລຊີສູງ.



Drone ຖືກນໍາໃຊ້ຄັ້ງທໍາອິດ ເພື່ອສີດຢາຂ້າແມງໄມ້. ພາຍຫຼັງ 1-2 ລະດູການ ເຫັນໄດ້​ຜົນ​ດີ, ຊາວ​ກະ​ສິ​ກອນ​ເອງ​ໄດ້​ເຜີຍ​ແຜ່​ປາກຕໍ່ ປາກ. ​ຈາກນັ້ນ ຈຳນວນ​ລູກ​ຄ້າ​ ທີ່​ໃຊ້ Agridrone ​ຫວຽດນາມ​ ນັບ​ມື້​ນັບ​ເພີ່ມ​ຂຶ້ນ, ພິ​ເສດ ​ແມ່ນ​ຢູ່​ບັນດາ​ແຂວງ​ຄື: ລອງ​ອານ, ກຽນ​ຢາງ, ດົ່ງ​ທາບ, ອານ​ຢາງ...

ສໍາລັບຊາວກະສິກອນ ທີ່ຊື້ Drone, Agridrone ຈະແຕ່່ງພະນັກ ງານ ຊ່ວຍເຫຼືອ ໃນການບັນຊາ ຫຼື ຝຶກອົບຮົມ ໃຫ້ເຂົາເຈົ້າ ດໍາເນີນ ການດ້ວຍຕົນເອງ. ຖ້າຈ້າງບໍລິການ ຂອງ Agridrone, ຊາວກະສິ ກອນ ຈະຈ່າຍຄ່າ ຕາມພື້ນທີ່ສີດພົ່ນຢາ. Agridrone ຍັງຂາຍ ຜະ ລິດຕະພັນ ໃຫ້ສະຫະກອນ ແລະ ບໍລິສັດ ໃຫ້ບໍລິການ ເພື່ອຮັບໃຊ້ ຊາວກະສິກອນ. ອີງຕາມຄວາມຕ້ອງການຂອງລູກຄ້າ, Agridrone ຈະສະໜອງ ຜະລິດຕະພັນທີ່ນໍາເຂົ້າ, ປະກອບຕິດຕັ້ງ ແລະ ຜະລິດ ດ້ວຍຕົນເອງ. 


ກິດຈະກໍານີ້ ຍັງສ້າງວຽກເຮັດງານທໍາໃໝ່, ນັ້ນແມ່ນ ນັກບິນ ກະສິ ກໍາ. ນັກບິນ ກວ່າ 1.500 ຄົນ ເປັນຊາວໜຸ່ມ ໄດ້ມີວຽກເຮັດງານ ທຳ, ປະກອບສ່ວນ ນຳກຳລັງໄວໜຸ່ມ ກັບຄືນບ້ານເກີດ ເພື່ອ ສ້າງ ອາຊີບ, ຊ່ວຍໃຫ້ໄວໜຸ່ມເຫຼົ່ານີ້ ເຂົ້າເຖິງເຕັກໂນໂລຊີ ທີ່ທັນສະໄໝ ແລະ ກ້າວໜ້າໃນໂລກ ຢູ່ບ້ານເກີດເມືອງນອນ ຂອງຕົນ.

“ຊາວກະສິກອນ ບາງຄົນ ໄດ້ເຂົ້າມາໂອບກອດຂ້າພະເຈົ້າ ແລະ ຮ້ອງໄຫ້. ຜ່ານມາ ພວກເພິ່ນທຳອາຊີບ ແຕ່ບໍ່ມີໃຜໃຫ້ກຽດ, ນັບແຕ່ ປ່ຽນ ມາເຮັດບໍລິການ ເຮືອບິນ, ພວກເພິ່ນຖືກເອີ້ນວ່າ ນັກບິນ, ໄປ ບ່ອນໃດ ກໍ່ຖືກຕ້ອນຮັບ, ສະໜັບສະໜູນ, ເບິ່ງດ້ວຍສາຍຕາ ແຕກ ຕ່າງ, ຊີວິດການເປັນຢູ່ ກໍໄດ້ຮັບການປັບປຸງໃຫ້ດີຂຶ້ນ”  ຫງວຽນວັນ ທຽນຫວູ ໄດ້ແບ່ງປັນຄວາມໃນໃຈ ຈາກຊາວກະສິກອນຜູ້ໜຶ່ງ ທີ່ໃຊ້ ຜະລິດຕະພັນ Drone ຄືແນວນັ້ນ.

 

ທ່ານ ຫງວຽນ​ວັນ​ທຽນຫ​ວູ ​ແມ່ນ​ນັກ​ທຸ​ລະ​ກິດ ດີເດັ່ນ ໃນ​ປີ 2022, ໜຶ່ງໃນ ຊາວໜຸ່ມ ທີ່ພົ້ນເດັ່ນ 10 ຄົນ ຂອງ ຫວຽດນາມ ປີ 2022.

ພາຍຫຼັງ 5 ປີ ໄດ້ຮັບການຈໍາໜ່າຍ​ ໃນທ້ອງ​ຕະຫຼາດ, Agridrone ຫວຽດນາມ ​ໄດ້​ມີໜ້າ​ຢູ່ 50 ​ແຂວງ, ນະຄອນ​ໃນ​ທົ່ວ​ປະ​ເທດ, ໝູນ​ໃຊ້​ເຕັກ​ໂນ​ໂລ​ຊີ​ ໃຫ້​ຊາວ​ກະສິກອນ ກວ່າ 30.000 ​ຄອບຄົວ.

Agridrone ຫວຽດນາມ ​ໂດຍ​ທ່ານ ຫງວຽນ​ວັນ​ທຽນຫ​ວູ ກໍ່ຕັ້ງ ​ໄດ້​​ຖື​ວ່າ​ ເປັນ “ຜູ້​ຊ່ຽວຊານ” ​ກວດກາທົ່ງນາ ​ແລະ ກຳລັງສ້າງ ບາດລ້ຽວ ໃໝ່ ໃນການຜະລິດກະສິກຳ ຢູ່ ຫວຽດນາມ.

Agridrone ຫວຽດນາມ ໄດ້ຊ່ວຍໃຫ້ ກວ່າ 4 ລ້ານເຮັກຕາ, ປະ ຢັດນ້ຳ 1,5 ຕື້ລິດ ໃນການປູກຝັງກະສິກຳ, ຫຼຸດຜ່ອນສ່ວນໜຶ່ງ ການ ປ່ອຍອາຍພິດ ເມຕານ ເຮືອນແກ້ວ ແລະ ຫຼຸດຜ່ອນສ່ວນໜຶ່ງ ປະລິ ມານຢາ ທີ່ກະຈາຍ ຢູ່ຕາມນ້ຳ ແລະ ດິນ, ຄ່າໃຊ້ຈ່າຍ ໃນການປູກ ຝັງໄດ້ຫຼຸດລົງ 20-30%, ຄຸນນະພາບ ຂອງ ຜະລິດຕະພັນ ກະເສດ ໄດ້ຮັບການປັບປຸງ, ປະລິມານສານຕ້ານ ສັດຕູພືດເຫຼືອຄ້າງ ຖືກ ຄວບຄຸມຢ່າງໂປ່ງໃສ.

ບົດ: ຖາວວີ - ພາບ: Agridrone  ຫວຽດນາມ - ແປໂດຍ: ບິກລຽນ


Top