ສ້າງປະຊາຄົມ ASEAN ທີ່ມີຄວາມເຂັ້ມແຂງດ້ວຍຕົນເອງ ແລະ ມີໄຫວພິບ

ສ້າງປະຊາຄົມ ASEAN ທີ່ມີຄວາມເຂັ້ມແຂງດ້ວຍຕົນເອງ ແລະ ມີໄຫວພິບ

ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ASEAN ຄັ້ງ​ທີ 56 (AMM) ​ຫາກໍ່ໄຂ​ຂຶ້ນ​ຢູ່ ​ອິນ​ໂດ​ເນ​ເຊຍ ​ໄດ້​ສຸມ​ໃສ່​ປຶກສາ​ຫາລື​ກ່ຽວ​ກັບ​ຂະ​ບວນການ​ສ້າງ​ປະຊາ​ຄົມ​ASEAN, ປະຕິບັດ ​ວິ​ໄສ​ທັດ​ ASEAN ກ່ຽວ​ກັບ​ມະຫາສະໝຸດ ອິນເດຍ - ​ປາ​ຊີ​ຟິກ, ການ​ພົວພັນ​ຕ່າງປະ​ເທດ​ ແລະ​ ໂຄງ​ສ້າງ​ພາກ​ພື້ນ.


ມຸ່ງ​ສູ່  “ຄວາມເປັນໜຶ່ງດຽວ ຂອງ ASEAN: ສູນກາງແຫ່ງ​ການ​ເຕີບ​ໂຕ”, AMM 56 ຢືນຢັນ​ບົດບາດ​ໃຈກາງ​ ຂອງ ​ ASEAN ​ໃນ​ທຸກ​ຂະ​ບວນການ​ພາກ​ພື້ນ, ນັບ​ແຕ່​ການ​ເຕີບ​ໂຕ, ພັດທະນາ​ເສດຖະກິດ, ການ​ປ່ຽນ​ແປງ​ໃໝ່​ໃນ​ການ​ເຮັດ​ວຽກ, ວິທີ​ປະຕິບັດ​ ບັນດາ​ຄຳ​ຕັດສິນ​ ຂອງ​ ASEAN ໄປຈົນ​ເຖິງວິທີແກ້ໄຂ ​ບັນດາ​ບັນຫາ​ພາກ​ພື້ນ ​ແລະ ສາກົນ.

ຄາດ​ວ່າ ASEAN ຈະ​ກາຍ​ເປັນ​ສູນ​ກາງ​ການ​ເຕີບ​ໂຕ, ດຶງ​ດູດ​ການ​ລົງ​ທຶນ ແລະ ແຫຼ່ງ​ກຳ​ລັງ​ ຮັບໃຊ້ການພັດ​ທະ​ນາ. ASEAN ​ສືບ​ຕໍ່​ເປັນ​ຈຸດ​ທີ່​ສົດ​ໃສ ດ້ວຍ​ການ​ຄາດ​ຄະ​ເນ​ການ​ຂະຫຍາຍຕົວ ​ທາງເສດຖະກິດ ​ໃນ​ປີ 2023 ຢູ່​ທີ່ລະດັບ 4,7%. ​ເມື່ອ​ທຽບ​ໃສ່​ຮູບ​ພາບ​ທົ່ວ​ໄປ​ຂອງ​ເສດຖະກິດ​ໂລກ, ASEAN ຍັງ​ຄົງ​ຮັກສາ​ຈັງ ຫວະ​ການ​ເຕີບ​ໂຕ​ ໂດຍ​ມີ​ສັນຍານ ທີ່​ດີ​ໃນ​ການ​ຊົມ​ໃຊ້​ ພາຍ​ໃນ, ການ​ສົ່ງ​ອອກ​ ແລະ​ ການ​ຟື້ນ​ຕົວຂອງ​ຂະແໜງ​ບໍລິການ.

 

ລັດຖະມົນຕີ​ການ​ຕ່າງປະ​ເທດ ​ ASEAN ​ໄດ້​ມີ​ການ​ເຈ ລະຈາ​ກັບ​ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ ​ ASEAN ກ່ຽວ​ກັບ​ສິດທິ​ມະນຸດ (AICHR) ​ໃນ​ກອບກອງປະຊຸມ AMM-5. ພາບ: VNA

ເພື່ອ​ບັນລຸ​ໄດ້​ຄວາມ​ຄາດໝາຍ​ທີ່​ກ່າວ​ມາ​ຂ້າງ​ເທິງ, ບັນດາ​ລັດ ຖະມົນຕີ ​ໄດ້​ເປັນເອກະສັນກັນວ່າ ຈະເພີ່ມ​ທະວີ​ຄວາມເຂັ້ມແຂງ ດ້ວຍຕົນເອງ ແລະ ການປັບຕົວຢ່າງມີໄຫວພິບ ​ຂອງ​ ASEAN ​ໃນ​ທຸກ​ໂອກາດ ​ແລະ ສິ່ງ​ທ້າ​ທາຍ​ທີ່​ເກີດ​ຂຶ້ນ​ໃນ​ພາກ​ພື້ນ. ​ໃນ​ສະ ພາບ​ແວດ​ລ້ອມ​ຍຸດ​ທະ​ສາດ​ທີ່​ຜັນ​ແປ​, ຄວາມ​ສາມັກຄີ ​ແລະ ຄວາມ​ເປັນ​ໃຈກາງ ​ຂອງ ASEAN ຕ້ອງ​ໄດ້​ຮັບ​ການ​ຢືນຢັນ​ຕື່ມ​ອີກ. ASEAN ຄວນ​ເປັນ​ເຈົ້າ​ການ​ໃນ​ການ​ສ້າງ​ໂຄງປະກອບ​ພາກ​ພື້ນ​ທີ່​ເປີດ, ໂປ່​ງ​ໃສ, ກວມລວມ​ ແລະ ອີງໃສ່​ກົດ​ລະ​ບຽບ ດ້ວຍ​ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງ​ໜ້າ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ຄູ່​ຮ່ວມ​ມື ເພື່ອ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຢູ່​ພາກ​ພື້ນ.

ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ຄື: ສະຖຽນ​ລະ​ພາບ​ດ້ານ​ການ​ເງິນ, ສ້າງຄວາມ​ເຂັ້ມແຂງດ້ວຍຕົນເອງ ດ້ານ​ການ​ສະໜອງ, ການ​ຮັກ ສາ​ສຸຂະພາບ​ດີ​ຈີ​ຕອນ, ຄວາມ​ໝັ້ນຄົງ​ດ້ານ​ພະລັງງານ, ຄວາມ​ໝັ້ນຄົງ​ ດ້ານສະບຽງ​ອາຫານ ​ແລະ ອື່ນໆ ສືບ​ຕໍ່​ຊຸກຍູ້​ບັນດາ​ຊ່ອງ​ທາງ​ຂະແໜງສະ​ເພາະ ​ຂອງ​ ASEAN, ປະກອບສ່ວນ​ຍົກ​ສູງ​ຄວາມ​ສາມາດ ​ແລະ ຄວາມ​ພ້ອມ​ຂອງ​ ASEAN ​ເພື່ອ​ຕອບ​ສະ ໜອງ ​ແລະ ຮັບມືກັບຄວາມ​ທ້າ​ທາຍ​ໃນ​ປັດ​ຈຸ​ບັນ ​ແລະ ​ອະ​ນາ​ຄົດ​.


ນອກຈາກນັ້ນ, AMM ຄັ້ງທີ 56 ໄດ້ຕົກລົງໃນການສົ່ງເສີມ ການ ດໍາເນີນການ ຕາມວິໄສທັດ ASEAN ກ່ຽວກັບ ມະຫາສະໝຸດ ອິນເດຍ - ປາຊີຟິກ ຢ່າງມີປະສິດທິຜົນ, ສົ່ງເສີມບັນດາຄູ່ຮ່ວມມື ຢ່າງເປັນຮູບປະທໍາ ແລະ ໃນທາງປະຕິບັດຕົວຈິງ ກັບ ASEAN ໃນບັນດາຂົງເຂດ ບູລິມະສິດ ກ່ຽວກັບການເຊື່ອມຕໍ່, ການຮ່ວມ ມືທາງທະເລ, ການພັດທະນາແບບ ຍືນຍົງ ແລະ ເສດຖະກິດ, ສະໜັບສະໜູນ ASEAN ໃນການສ້າງ​ປະຊາ​ຄົມ, ປະກອບສ່ວນ​ເຂົ້າ​ໃນ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ ຂອງ​ພາກ​ພື້ນ.

ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ບຸ່ຍແທງເຊີນ ໄດ້ແບ່ງປັນ​ ທັດສະນະ​ລວມ ກ່ຽວ​ກັບ​ໂລກ​ທີ່​ນັບ​ມື້​ນັບ​ສັບສົນ ​ແລະ ​ບໍ່​ສາມາດ​ຄາດ​ຄະ​ເນ​ໄດ້, ​ໂດຍເນັ້ນ​ໜັກ​ວ່າ ASEAN ບໍ່ ສາມາດຫຼີລ້ຽງ​ ການປະເຊີນ​ໜ້າ​ ກັບ​ບັນດາ​ສິ່ງ​ທ້າ​ທາຍ​ທັງ​ພາຍ​ໃນ ​ແລະ ພາຍນອກ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ດ້ວຍ​ການ​ຊຸບຫຼໍ່ ໃນ​ຕະຫຼອດ 56 ປີ ຜ່ານມາ, ASEAN ມີ​ພື້ນຖານ​ພຽງພໍ ​ທີ່​ຈະ​ພາກ ພູມ​ໃຈ ​ແລະ ​ເຊື່ອໝັ້ນ​ຕໍ່​ປະຊາ​ຄົມ​ ASEAN ທີ່​ເຂັ້ມ​ແຂງ ​ແລະ ສາມັກຄີ.


ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວູ​ໂຮ່ - ຫົວ​ໜ້າ SOM ASEANຫວຽດ​ນາມ ໃຫ້ຮູ້ວ່າ ທະ​ເລ​ຕາ​ເວັນ​ອອກ​ ໄດ້​ກາຍ​ເປັນ​ຫົວ​ຂໍ້​ສົນ​ທະ​ນາ​ລວມ​ຂອງ​ບັນ​ດາ​ປະ​ເທດ​ເຂົ້າ​ຮ່ວມ. ທີ່ AMM-56, ບັນດາ​ປະ​ເທດ​ໄດ້​ຮັບ​ຮູ້​ຄວາມ​ຄືບ​ໜ້າ​ໃນ​ການ​ຜັນ​ຂະຫຍາຍ​ປະມວນ​ກົດ​ລະບຽບ​ ການ​ປະພຶດຕໍ່ຂອງຝ່າຍຕ່າງໆ ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ​ແລະ ລ້ວນ​ແຕ່​ຖື​ວ່າ ນີ້​ແມ່ນ​ບັນດາ​ບາດກ້າວ​ພັດທະນາ ​ແລະ ແມ່ນສັນຍານ​ທີ່​ດີ, ຜ່ານ​ນັ້ນ​ໄດ້​ຮ່ວມ​ກັນ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ ​ແລະ ກັນ, ຊຸກຍູ້​ການ​ພົວພັນ​ທາງ​ການ​ທູດ​ ເພື່ອໄກ່ເກ່ຍ ທຸກ​ການ​ພົວພັນ ​ແລະ ຜົນ​ປະ​ໂຫຍ​ດ, ຮັບປະກັນ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ ​ຢູ່​ພາກ​ພື້ນ.

ເພື່ອ​ໃຫ້ ASEAN ​ກາຍເປັນ​ຈຸດ​ສຸມ ​ແລະ ​ເປັນ​ກຳລັງ​ຊຸກຍູ້​ການ​ເຕີບ​ໂຕ​ຂອງ​ພາກ​ພື້ນ ​ແລະ ​ໃນ​ທົ່ວ​ໂລກ, ຕາມການກຳນົດທິດ ຂອງ​ປະທານ ASEAN ​ໝູນວຽນ​ ປີ 2023 ​ອິນໂດເນເຊຍ ແລ້ວ, ASEAN ​ໃຫ້​ບຸລິມະສິດ ​ການ​ເຊື່ອມ​ໂຍງ​ເສດຖະກິດ, ການ​ຮ່ວມ​ ມື​ຮອບດ້ານ ແລະ ຜັນຂະຫຍາຍ​ສັນຍາ​ຄູ່​ຮ່ວມ​ມື​ເສດຖະກິດ​ຮອບດ້ານ​ພາກ​ພື້ນ (RCEP) ຢ່າງມີປະສິດທິຜົນ, ຮັບປະກັນ​ຄວາມ​ໝັ້ນຄົງ​ດ້ານ​ສະບຽງ​ອາຫານ, ເປັນເຈົ້າຕົນເອງ ດ້ານພະ ລັງງານ​ ​ແລະ ສະຖຽນ​ລະ​ພາບ ​ດ້ານ​ການ​ເງິນ.

ຕອນ​ຄ່ຳ​ວັນ​ທີ 13 ມັງກອນ 2023, ວິທະຍາ​ຄານ​ການ​ທູດ (ກະຊວງ​ການ​ຕ່າງປະ​ເທດ) ​ໄດ້​ຈັດ​ຕັ້ງ​ງານ​ພົບ​ປະ​ແລກປ່ຽນ “ASEAN ​ແລະ ​ເພື່ອນ​ມິດ 2023”. ໂດຍ​ມາການເຂົ້າຮ່ວມຂອງທ່ານລັດຖະມົນຕີ​ການ​ຕ່າງປະ​ເທດ ບຸ່ຍ​ແທງ​ເຊີນ, ບັນດາ​ເອກ​ອັກຄະ​ລັດຖະທູດ, ຜູ້ຕາງໜ້າ​ບັນດາ​ສະຖານທູດ​ຂອງ​ບັນດາ​ປະ​ເທດ ​ແລະ ບັນດາ​ອົງການ​ສາກົນ. ພາບ: VNA

ບົດ: VNP - ພາບ: VNA - ແປໂດຍ: ຢືຟຽນ


Top