ສູນວິທະຍາສາດ ກຸຍເຍີນ

ສູນວິທະຍາສາດ ກຸຍເຍີນ

ສູນຄົ້ນພົບວິທະຍາສາດ ກຸຍເຍີນ (ExploraScience Quy Nhon) ເປັນກຸ່ມ ວິທະຍາສາດ ອາວະກາດ, ທັງເປັນສະຖານທີ່ທ່ອງທ່ຽວ ສຳລັບເດັກນ້ອຍ, ໄວໜຸ່ມ ກໍ່ຄືນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ.

ສູນຄົ້ນພົບວິທະຍາສາດ ກຸຍເຍີນ ແມ່ນສະຖານທີ່ທ່ອງທ່ຽວ ທີ່ເປັນ ເອກະລັກ ແລະ ແປກໃໝ່ ຊຶ່ງດຶງດູດນັກທ່ອງທ່ຽວ ໃນທົ່ວປະເທດ ກໍຄື ປະຊາຊົນ ບິ່ງດິ້ງ ເປັນຈຳນວນຫຼວງຫຼາຍ ໃນໄລຍະຫຼັງໆ ມານີ້. ພາບ: ແຄ໋ງລອງ/VNP

ໄດ້ຮັບການສ້າງຕັ້ງ ໃນວັນທີ 24 ທັນວາ 2015, ສູນຄົ້ນພົບ ວິທະຍາ ສາດ ກຸຍເຍີນ ໄດ້ຖືວ່າ ເປັນສູນວິທະຍາສາດ ແຫ່ງທຳອິດ ຂອງ ຫວຽດນາມ ແລະ ເປັນສູນແຫ່ງທີສອງ ໃນພາກພື້ນ ອາຊີ ຕາເວັນອອກສ່ຽງໃຕ້. ສູນຄົ້ນພົບວິທະຍາສາດ ກຸຍເຍີນ ແມ່ນພາກສ່ວນນ້ອຍໆ ໃນໂຄງການພັດທະນາ ການທ່ອງທ່ຽວ ວິທະຍາສາດ ຂອງແຂວງ ບິ່ງດິ້ງ. ຫ່າງຈາກຕົວເມືອງ ໄປທາງທິດໃຕ້ 5 ກມ, ສູນຕັ້ງຢູ່ເລກທີ 10, ຖະໜົນ ຄວາຮອກ, ຕາແສງ ເກ່ງຣ໋າງ, ນະຄອນ ກຸຍເຍີນ, ປັດຈຸບັນ ກຳລັງ ດຶງດູດບັນດາເຫດການ ຄົ້ນຄວ້າ ວິທະຍາສາດ ທັງຂະໜາດໃຫຍ່ ແລະ ນ້ອຍ ຢູ່ພາຍໃນ ແລະ ຕ່າງປະເທດ ເລືອກເປັນສະຖານທີ່ຈັດຕັ້ງ.


ຫ້ອງສາຍ ຮູບອາວະກາດ ມີຄວາມສູງ 6ມ ແລະ ມີເສັ້ນຜ່າກາງ 12ມ ສ້າງ ວີດີໂອ ມີເນື້ອໃນ ທີ່ມີຊີວິດຊີວາ ກ່ຽວກັບຫົວຂໍ້ ທາງວິທະຍາ ສາດ. ພາບ: ແຄ໋ງລອງ/VNP

ສູນຄົ້ນພົບວິທະຍາສາດ ກຸຍເຍີນ ລວມມີສອງກິດຈະການຄື: ຕຶກອາ ຄານໃຫຍ່ ແລະ ຫໍສັງເກດການດາລາສາດ ທົ່ວໄປ. ຕຶກອາຄານໃຫຍ່ ມີເນື້ອທີ່ ປະມານ 7.200 ມ2, ປະກອບມີ 7 ຫ້ອງ ວາງສະແດງໃນ ຫົວຂໍ້ທີ່ແຕກຕ່າງກັນ ແລະ 1 ຫ້ອງສາຍ ວີດີໂອ ຮູບຈັກກະວານ. ແຕ່ ລະຫົວຂໍ້ເຊັ່ນ: ລະບົບສຸລິຍະ, ການຄົ້ນພົບ ດ້ານວັດຖຸ, ຄົ້ນພົບດາວ ອັງຄານ, ການຫຼິ້ນ ເພື່ອຮຽນຮູ້, ເປັນຫຍັງຄືແນວນັ້ນ... ຖືກຟື້ນຄືນໃໝ່ ຢ່າງມີຊີວິດຊີວາ ໃນຫ້ອງວາງສະແດງ.

ນອກຈາກນັ້ນ, ສູນຄົ້ນພົບວິທະຍາສາດ ກຸຍເຍີນ ໄດ້ສ້າງ ຫຼາຍໂຄງ ການ ທີ່ແຕກຕ່າງກັນ ແລະ ຈັດຕັ້ງບັນດາລາຍການທ່ອງທ່ຽວ ຜ່ານປະ ສົບການຕົວຈິງ ດ້ານວິທະຍາສາດ ສໍາລັບ ທຸກເພດໄວ. ນີ້ແມ່ນການ ເຄື່ອນໄຫວ ມີການແນະນຳ ຢູ່ໃນບໍລິເວນ ພື້ນທີ່ຂອງສູນ, ເພື່ອຕອບ ສະໜອງ ຄວາມຮຽກຮ້ອງຕ້ອງການ ຂອງໂຮງຮຽນຢ່າງຄ່ອງແຄ້ວ ເມື່ອຕ້ອງການສົມທົບກິດຈະກຳ ນອກຫຼັກສູດເຂົ້າໃນຫຼັກສູດ. ບັນດາ ຄວາມຮູ້ ແລະ ທັກສະແມ່ນໄດ້ ປະສົມປະສານ, ລວບລວມ ແລະ ຊ່ວຍຊູກັນ ເພື່ອຊ່ວຍໃຫ້ນັກຮຽນ ບໍ່ພຽງແຕ່ ເຂົ້າໃຈ ກ່ຽວກັບຫຼັກການ ເທົ່່ານັ້ນ, ແຕ່ຍັງສາມາດ ດໍາເນີນຕົວຈິງ ແລະ ປະດິດສ້າງ ບັນດາຜະ ລິດຕະພັນ ໃນຊີວິດປະຈໍາວັນ.



ສູນຄົ້ນພົບວິທະຍາສາດ ກຸຍເຍີນ ໄດ້ຮັບການສ້າງຕັ້ງ ເພື່ອການສຶກ ສາ ທາງວິທະຍາສາດ, ທັງເພື່ອພັດທະນາ ດ້ານການທ່ອງທ່ຽວ ວິທະ ຍາສາດ ຊຶ່ງເປົ້າໝາຍແມ່ນເດັກນ້ອຍ, ນັກຮຽນ, ນັກສຶກສາ ຢູ່ແຂວງ ບິ່ງດິ້ງ ແລະ ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເມື່ອ ມາ ຢ້ຽມຢາມ ບິ່ງດິ້ງ.

ບໍ່ພຽງແຕ່ເປັນຈຸດໝາຍປາຍທາງ ທີ່ໜ້າສົນໃຈ ກັບພື້ນທີ່ ທີ່ໜ້າດຶງດູດ ໃຈເທົ່ານັ້ນ, ສູນຄົ້ນພົບວິທະຍາສາດ ກຸຍເຍີນ ຍັງເປັນສະຖານທີ່ ເພື່ອ ກະຕຸ້ນຄວາມຫຼົງໄຫຼ ກ່ຽວກັບວິທະຍາສາດ ທີ່ບໍ່ມີວັນສິ້ນສຸດ ເພື່ອ ໄດ້ ຈົມຕົວ ເຂົ້າໄປໃນອາວະກາດ ຂອງຈັກກະວານ, ກາເລັກຊີ ແລະ ດາວ ເຄາະ ຕ່າງໆ ຢ່າງສົມຫວັງ. ນີ້ແມ່ນສາຍລົມໃໝ່ ເຮັດໃຫ້ແຜນທີ່ທ່ອງ ທ່ຽວ ກຸຍເຍີນ ໃຫ້ມີຄວາມສົນໃຈ ແລະ ມີສີສັນຫຼາຍຍິ່ງຂຶ້ນ. 

ຫຼາຍຄອບຄົວໄດ້ເລືອກ ສູນຄົ້ນພົບວິທະຍາສາດ ກຸຍເຍີນ ເປັນຈຸດ ໝາຍປາຍທາງ ສຳລັບເດັກນ້ອຍ ເພື່ອໃຫ້ເຂົາເຈົ້າ ສາມາດ ສຳຜັດ ກັບການຄົ້ນພົບ ເປັນທຳມະຊາດທີ່ສຸດ. ພາບ: ແຄ໋ງລອງ/VNP

ປະຕິບັດ: ແຄ໋ງລອງ - ແປໂດຍ: ບິກລຽນ


Top