ສຳຫຼວດອ່າວ ລານຮ້າ

ສຳຫຼວດອ່າວ ລານຮ້າ

ຕັ້ງຢູ່ໃນ ເຂດມໍລະດົກ ທຳມະຊາດໂລກ ອ່າວ ຮ້າລອງ-ໝູ່ເກາະ ກາດບ່າ, ອ່າວ ລານຮ້າ ໄດ້ຮັບຂະໜານນາມວ່າ “ອັນຍະມະນີ” ຂອງການທ່ອງທ່ຽວເກາະທະເລ ຫວຽດນາມ. ສະຖານທີ່ແຫ່ງນີ້ ມີຄວາມສວຍງາມ ແບບທຳມະຊາດ ແລະ ສະຫງົບສຸກ ດ້ວຍເກາະໃຫຍ່-ນ້ອຍຫຼາຍຮ້ອຍເກາະ ພ້ອມກັບ ລະບົບນິເວດທີ່ອຸດົມສົມບູນ ແລະ ຫຼາກຫຼາຍ ຊຶ່ງດຶງດູດ ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງ ປະເທດ ທີ່ມາຄົ້ນພົບ ແລະ ຜ່ານປະສົບການຕົວຈິງ.

ທັດສະນີຍະພາບຂອງອ່າວ ລານຮ້າ ເບິ່ງຈາກມຸມສູງ. ພາບ: ກົງດາດ/VNP

ຫ່າງຈາກໃຈກາງນະຄອນ ຫາຍຟ່ອງ ປະມານ 30 ກມ, ອ່າວ ລານຮ້າ ໄດ້ຖືວ່າ ເປັນຂົວເຊື່ອມຕໍ່ ເກາະ ກາດບ່າ ແລະ ອ່າວ ຮ້າລອງ. ອ່າວ ລານຮ້າ ມີເນື້ອທີ່ກວ່າ 7.000 ເຮັກຕາ, ໃນນັ້ນກວ່າ 5.400 ເຮັກຕາ ແມ່ນຢູ່ພາຍໃຕ້ ການຄຸ້ມຄອງ ຂອງເຂດອະນຸລັກຊີວະນາໆ ພັນໂລກ ປ່າສະຫງວນແຫ່ງຊາດ ກາດບ່າ. ອ່າວ ລານຮ້າ ມີຮູບຮ່າງ ຄືເສັ້ນໂຄ້ງ, ຖືກອ້ອມຮອບໄປດ້ວຍ ເກາະໃຫຍ່- ນ້ອຍກວ່າ 400 ເກາະ ທີ່ແຕກຕ່າງກັນ. ຊື່ “ລານຮ້າ” ມີຄວາມ   ໝາຍວ່າ ດອກກ້ວຍໄມ້ ທີ່ຖືກນຳມາສູ່ໂລກ ເມືອງຄົນ ເພື່ອຄວາມສວຍງາມ ຂອງ ຊີວິດ. ເຖິງວ່າບໍ່ມີເກາະຢູ່ ອ້ອມຮອບຫຼາຍ ເຊັ່ນອ່າວ ຮ້າລອງ, ແຕ່ອ່າວ ລານຮ້າ ມີຈຸດພົ້ນເດັ່ນຄື ມີຫາດຊາຍ ນ້ອຍໆ ເຖິງ 139 ແຫ່ງ ທີ່ອ້ອມຮອບ ດ້ວຍລະບົບນິເວດ ທີ່ຫຼາກຫຼາຍ ແລະ ອຸດົມສົມບູນ ກັບພືດພັນ ແລະ ສັດ ທີ່ມີຄ່າຫາຍາກຫຼາຍຊະນິດ.


ຍ້ອນຕັ້ງຢູ່ຫ່າງໄກຈາກ ເຂດຊຸມຊົນ, ເພາະສະນັ້ນ ອາກາດຢູ່ ລານຮ້າ ຈຶ່ງສົດຊື່ນ ແລະ ສະຫງົບສຸກຫຼາຍ. ນັກທ່ອງທ່ຽວມາຍັງ ທີ່ນີ້ ສາມາດເພີດເພີນ ກັບອາກາດທີ່ສົດຊື່ນ ແລະ ຜ່ອນຄາຍອາລົມ ພາຍຫຼັງຊຸມມື້ເຮັດວຽກທີ່ເຄັ່ງຕຶງ. ຢູ່ທີ່ນີ້, ນັກທ່ອງທ່ຽວ ສາມາດ ເຂົ້າຮ່ວມການດໍານ້ໍາທະເລ ເພື່ອຄົ້ນຫາ ໂລກທີ່ໜ້າ ອັດສະຈັນ ໃຕ້ມະຫາສະໝຸດ ຫຼື ຢ້ຽມຢາມຖ້ໍາ ເພື່ອຮຽນຮູ້ ກ່ຽວກັບປະຫວັດສາດ ທໍລະນີສາດ ຂອງພື້ນທີ່. ອ່າວ ລານຮ້າ ຍັງມີຫາດຊາຍ ທີ່ສວຍງາມຫຼາຍແຫ່ງ ກັບນ້ຳທະເລ ທີ່ຂຽວສົດໃສ ແລະ ຊາຍຂາວນຽນ, ເໝາະສຳລັບນັກທ່ອງທ່ຽວ ໃນການອາບນໍ້າທະເລ ແລະ ຜ່ອນຄາຍອາລົມ.


 ຈຸດພົ້ນເດັ່ນທີ່ສຸດ ເມື່ອທ່ອງທ່ຽວ ອ່າວ ລານຮ້າ ແມ່ນເກາະ ກາດບ່າ, ເຊິ່ງເປັນບ່ອນ ທ່ີນັກທ່ອງທ່ຽວ ສາມາດໄປທ່ຽວຊົມອຸທະຍານ ແຫ່ງຊາດ ກາດບ່າ, ຄົ້ນພົບຖ້ຳ ແລະ ເຂົ້າຮ່ວມ ກິດຈະກຳຫຼາຍຢ່າງກາງແຈ້ງ. ນອກຈາກນັ້ນ, ນັກທ່ອງທ່ຽວ ບໍ່ຄວນພາດ ບັນດາສະຖານທີ່ທ່ອງທ່ຽວ ທີ່ໜ້າດຶງດູດໃຈອື່ນໆ ເຊັ່ນ ເກາະ ລີງ, ເປັນບ່ອນຢູ່ ຂອງ ລີງ ນັບຫຼາຍຮ້ອຍໂຕ...

 

ນັກທ່ອງທ່ຽວສຳຜັດ ກັບການບໍລິການທ່ອງທ່ຽວ ຢູ່ອ່າວ ລານຮ້າ. ພາບ: ກົງດາດ/VNP

ມາຍັງແຫ່ງນີ້, ນັກທ່ອງທ່ຽວ ຍັງສາມາດໄດ້ຮັບປະທານ ບັນດາ ລາຍການອາຫານທະເລ ທີ່ອຸດົມຫຼາກຫຼາຍເຊັ່ນ ປູທະເລ, ຫອຍທະເລ (geoduck), ແມງດາທະເລ, ກຸ້ງມັງກອນ, ງູທະເລ... ພິເສດບັນດາເຍື່ອງອາຫານ ທີ່ນັກທ່ອງທ່ຽວ ຄວນຊີມເມື່ອມາເຖິງ ລານຮ້າຄື ແມງດາທະເລປີ້ງ, ກຸ້ງມັງກອນ ໃສ່ເຕົາອົບ ຊ໊ອດໄຂ່, ກະປູປີ້ງເກືອ, ປີ້ງຫອຍທະເລ, ກຸ້ງມັງກອນ ຈຸ່ມເຫຼົ້າແວງ...

ໃນການເດີນທາງໄປຍັງອ່າວ ລານຮ້າ, ນັກທ່ອງທ່ຽວ ຄວນໄປຍັງເກາະ ວ້ານໂບ້ຍ ເພື່ອຂີ່ເຮືອ kayak ແລະ ດຳນ້ຳ ເບິ່ງປະກາລັງ, ຫຼື ເຂົ້າຢ້ຽມຊົມໝູ່ບ້ານຫາປາ ກ໋າວແບ່ວ, ໝູ່ບ້ານ ຊາວປະມົງ ບູຮານ ແຫ່ງໜ່່ຶງ ເຊິ່ງຈະເຮັດໃຫ້ນັກທ່ອງທ່ຽວ ມີປະສົບການທີ່ໜ້າປະທັບໃຈ ກ່ຽວກັບການດໍາລົງຊີວິດ ຂອງ ຊາວທ້ອງຖິ່ນ.

ເພື່ອໄປຢ້ຽມຢາມອ່າວ ລານຮ້າ, ກ່ອນອື່ນໝົດ ທ່ານຕ້ອງໄປຍັງ ເກາະ ກາດບ່າ. ຈາກໃຈກາງເກາະ ກາດບ່າ, ນັກທ່ອງທ່ຽວຂີີ່ລົດ ແທັກຊີ ເຖິງທ່າກຳປັ່ນ ແບ່ວ ແລະ ຊື້ປີ້ຊົມທິວທັດອ່າວ ໃນລາຄາ 30.000 ດົ່ງ.

ລາຄາປີ້ໄປທ່ຽວອ່າວ ລານຮ້າ ດ້ວຍກຳປັ່ນ:

ກຸ່ມແຂກ ແຕ່ 10-20 ຄົນ, ລາຄາເຊົ່າກຳປັ່ນ ແຕ່ 1,6-5 ລ້ານດົ່ງ ລຳ/ຖ້ຽວ. ກຸ່ມແຂກ ແຕ່ 25- 50 ຄົນ, ລາຄາເຊົ່າກຳປັ່ນ ແຕ່ 2,2-7 ລ້ານດົ່ງ ລຳ/ຖ້ຽວ.

  •  ບົດ ແລະ ພາບ: ກົງດາດ - ແປໂດຍ: ບິກລຽນ  
  •  

 


Top