ສຳຫຼວດ ຫໍພິພິທະພັນ ອາວະກາດ ແຫ່ງທຳອິດ ຂອງ ຫວຽດນາມ

ສຳຫຼວດ ຫໍພິພິທະພັນ ອາວະກາດ ແຫ່ງທຳອິດ ຂອງ ຫວຽດນາມ

 ຕັ້ງຢູ່ເຂດເຕັກໂນໂລຊີສູງ ຮວ່າລາກ (ຮ່າໂນ້ຍ), ຫໍພິພິທະພັນ ອາວະກາດ ຫວຽດນາມ-ເປັນຫໍພິພິທະພັນ ແຫ່ງທຳອິດ ຂອງ ປະເທດ ກ່ຽວກັບຂົງເຂດອາວະກາດ, ໄດ້ເປີດການເດີນທາງ ສຳຫຼວດອາວະກາດ ທີ່ເຕັມໄປດ້ວຍຊີວິດຊີວາ. ສະຖານທີ່ແຫ່ງນີ້ ບໍ່ພຽງແຕ່ສ້າງໃຫ້ເຫັນສິ່ງມະຫັດສະຈັນ ຂອງ ທ້ອງຟ້າ ດ້ວຍເຕັກໂນໂລຊີ ທີ່ທັນສະ  ໄໝເທົ່ານັ້ນ, ແຕ່ຍັງເລົ່າເລື່ອງລາວ ກ່ຽວກັບຄວາມປາຖະໜາ ທີ່ຈະເອົາຊະນະ ອາວະກາດ ຂອງ ຊາວ ຫວຽດນາມ, ຈາກບາດກ້າວທຳອິດ ຈົນເຖິງ ການເດີນທາງສູ່ການເປັນເຈົ້າ ໃນເຕັກໂນໂລຊີອາວະກາດໃນມື້ນີ້.

ຫໍພິພິທະພັນ ອາວະກາດ ຫວຽດນາມ ຖືກສ້າງຂຶ້ນ ຢູ່ເຂດ ເຕັກໂນ ໂລຊີສູງ ຮວ່າລາກ (ຮ່າໂນ້ຍ) ແລະ ດຳເນີນງານ ໂດຍ ສູນອາວະ ກາດ ຫວຽດນາມ ສັງກັດ ສະຖາບັນ ວິທະຍາສາດ ແລະ ເຕັກໂນໂລ ຊີ ຫວຽດນາມ. ພາບ: ແຄ໋ງລອງ/VNP

ດ້ວຍເນື້ອທີ່ ທັງໝົດກວ່າ 3.000 ຕາແມັດ, ຫໍພິພິທະພັນ ແບ່ງອອກ ເປັນ ສາມເຂດຫຼັກ: ເຂດວາງສະແດງກາງແຈ້ງ, ເຂດວາງສະແດງ ໃນເຮືອນ ແລະ ທ້ອງຟ້າຈໍາລອງ ຫໍສັງເກດການດາລາສາດ. ແຕ່ລະພື້ນທີ່ ຖືກອອກແບບເພື່ອສ້າງປະສົບການທີ່ສົມຈິງ ແລະ ມີຊີວິດຊີວາໃຫ້ແກ່ ນັກທ່ອງທ່ຽວ. ເຕັກໂນໂລຊີ ທີ່ທັນສະໄໝຖືກໝູນໃຊ້ຢ່າງແຂງແຮງ ໃນການສ້າງປະກົດການ ທຳມະຊາດ ຄືນໃໝ່ ເຊັ່ນ: ຮຸ້ງກິນນ້ຳ, ທາງຊ້າງເຜືອກ ທີ່ມີດາວຫຼາຍຕື້ດວງ ຫຼື ຮູບໜ່ວຍໂລກ ແລະ ອາວະກາດ ທີ່ສາຍຢູ່ເທິງຮູບໜ່ວຍກົມ ດີຈີຕອນ ໂດຍຜ່ານລະບົບເຄື່ອງສາຍ 3D ແລະ ເຄື່ອງດັດປັບການເຄື່ອນໄຫວ.

ນັກທ່ອງທ່ຽວ ຈະໄດ້ເຂົ້າຮ່ວມ ກິດຈະກຳ ສຳຫຼວດອາວະກາດ ຢ່າງ ໃກ້ຊິດ ແລະ ເປັນຈິງທີ່ສຸດ.
ບໍ່ພຽງແຕ່ເປັນເຂດວາງສະແດງຕົວແບບ ຫຼື ເອກະສານເທົ່ານັ້ນ, ແຕ່ທີ່ນີ້ ຍັງເປັນການເດີນທາງທີ່ມີຊີວິດຊີວາ ເພື່ອຊ່ວຍໃຫ້ນັກທ່ອງທ່ຽວ ສາມາດເຂົ້າເຖິງວິທະຍາສາດ ດາລາສາດ ໄດ້ຢ່າງງ່າຍດາຍທີ່ສຸດ.
 

ຈຸດເດັ່ນທີ່ໜ້າປະທັບໃຈທີ່ສຸດອັນໜຶ່ງ ຂອງ ຫໍພິພິທະພັນ ຄື ເພດານແບບໂຄ້ງ ເຊິ່ງເປັນບ່ອນທີ່ສ້າງທ້ອງຟ້າ ກາງຄືນ ຄືນໃໝ່ ດ້ວຍປະ ກົດການດາລາສາດ ທີ່ມະຫັດສະຈັນ. ນີ້ບໍ່ພຽງແຕ່ ເປັນສະຖານທີ່ສຳຫຼວດເທົ່ານັ້ນ, ນະແຫ່ງນີ້ ຍັງເປັນສູນກາງ ໃນການເກັບຮັກສາ ແລະ ແນະນຳການເດີນທາງ ພັດທະນາ ເຕັກໂນໂລຊີ ອາວະກາດ ຂອງ ຫວຽດນາມ ຢ່າງຄົບຖ້ວນ, ຈາກເອກະສານ ໃນສະໄໝສັກດິນາ, ຮູບພາບປະທານ ໂຮ່ຈີມິນ ພົບປະກັບ ນັກບິນອາວະກາດ ໂຊວຽດ, ຈົນເຖິງ ຜົນສຳເລັດ ທີ່ເປັນສັນຍາລັກເຊັ່ນ: ການບິນສູ່ອາວະກາດ ຂອງ ວິລະຊົນ ຟ້າມຕວນ ຫຼື ດາວທຽມ ແບບຈໍາລອງ ທີ່ ຫວຽດນາມ ພັດທະນາຂຶ້ນ.

ນັກທ່ອງທ່ຽວ ຈະໄດ້ເຫັນການທົດລອງ ສູນຍາກາດ ດ້ວຍຕາ ຂອງ ຕົນເອງ ໂດຍມີຜູ້ແນະນຳຢູ່ຫໍພິພິທະພັນ.
ກິດຈະກຳ ປະສົບການຊ່ວຍສ້າງແຮງບັນດານໃຈ ໃນຄວາມມັກການ ຄົ້ນພົບໃຫ້ແກ່ເດັກນ້ອຍ.
 

ທ່ານ ຮສຈ. ປອ. ຟ້າມຫງອກດຽບ, ຜູ້ອໍານວຍການສູນຟີຊິກ ດາລາ ສາດ ແລະ ການສຳຫຼວດອາວະກາດ ກ່າວວ່າ: “ພວກຂ້າພະເຈົ້າໄດ້ໝູນໃຊ້ການຫັນເປັນ ດີຈີຕອນ ໃນການສ້າງ ຫໍພິພິທະພັນ ເພື່ອສ້າງປະຕິສໍາພັນ ແລະ ຄວາມຮູ້ສຶກທີ່ມີຊີວິດຊີວາ ໃຫ້ແກ່ຜູ້ຊົມ, ໃນເວ ລາດຽວກັນຍັງຮັບປະກັນ ຄວາມຊັດເຈນ ທາງວິທະຍາສາດ”. ທ່ານ ໄດ້ແບ່ງປັນວ່າ ສິ່ງທ້າທາຍທີ່ໃຫຍ່ທີ່ສຸດ ຂອງ ທີມງານກໍ່ສ້າງ ແມ່ນການສ້າງ ຄວາມກົມກຽວ ລະຫວ່າງປັດໄຈວິທະຍາສາດ ທີ່ເຄັ່ງຄັດ ແລະ ວິທີການນຳສະເໜີ ທີ່ໜ້າສົນໃຈ, ເຊິ່ງຊ່ວຍໃຫ້ ແນວຄວາມຄິດທີ່ສັບຊ້ອນ ກາຍເປັນສິ່ງທີ່ເຂົ້າໃຈງ່າຍ ແລະ ໃກ້ຊິດ.

 

 

ບໍ່ພຽງແຕ່ຢຸດຢູ່ທີ່ການວາງສະແດງເທົ່ານັ້ນ, ຫໍພິພິທະພັນ ອາວະກາດ ຫວຽດນາມ ຍັງມຸ່ງໄປເຖິງ ບົດບາດດ້ານການສຶກສາ ແລະ ການເຊື່ອມໂຍງ. ສະຖານທີ່ແຫ່ງນີ້ ໄດ້ຮ່ວມມື ກັບອົງການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ເປັນປະຈຳ ເພື່ອຍົກສູງຄຸນນະພາບ ຂອງ ງານວາງສະແດງ, ຈັດການປາຖະກະຖາ ຂອງ ຜູ້ຊ່ຽວຊານ ເພື່ອເຜີຍແຜ່ຄວາມມັກຮັກວິທະຍາສາດ ສູ່ຊຸມຊົນ, ໂດຍສະເພາະແມ່ນກຸ່ມໄວໜຸ່ມ.

ເຂດຫໍສັງເກດການ ດ້ວຍແສງ ທີ່ທັນສະໄໝ ຊ່ວຍໃຫ້ສາມາດໃຫ້ຖ່າຍຮູບ ກາເລັກຊີ, ເນບີວລາ, ລະບົບດາວຄູ່ ແລະ ຕິດຕາມພາຍຸ ແລະ ກິດຈະກຳທີ່ເກີດຂຶ້ນ ເທິງພື້ນຜີວ ຂອງ ດາວເຄາະ ທີ່ໃກ້ກັບໂລກ ບາງດວງ.
ຫໍພິພິທະພັນ ອາວະກາດ ຫວຽດນາມ ບໍ່ພຽງແຕ່ເປັນສະຖານທີ່ ເຜີຍ ແຜ່ຄວາມຮູ້ ກ່ຽວກັບອາວະກາດ ສູ່ຊຸມຊົນ, ແຕ່ຍັງເປັນບ່ອນ ທີ່ສ້າງແຮງບັນດານໃຈ ໃນຄວາມມັກຮັກ ວິທະຍາສາດ, ດາລາສາດ ແລະ ອາວະກາດ ໃຫ້ແກ່ໄວໜຸ່ມ ໃນປັດຈຸບັນ.

ໃນການຢ້ຽມຊົມຄັ້ງທຳອິດ, ນ້ອງ ຫງວຽນຮຸຍຢຸງ, ນັກຮຽນ ໂຮງຮຽນມັດທະຍົມຕອນປາຍ ເຈິ່ນເຍີນຕົງ, ໄດ້ແບ່ງປັນ ຢ່າງກະຕືລືລົ້ນວ່າ: “ຫຼານ ໄດ້ສຳຫຼວດ ຫຼາຍສິ່ງທີ່ມະຫັດສະຈັນ ແລະ ເຂົ້າໃຈຫຼາຍຂຶ້ນກ່ຽວກັບປະກົດການຕ່າງໆ ໃນອາວະກາດ”. ຢູ່ເຂດ “ການເອົາຊະ ນະອາວະກາດ,” ຮຸຍຢຸງ ແລະ ເພື່ອນໆ ສາມາດປະກອບ ແລະ ຍິງບັ້ງໄຟຈຳລອງ ດ້ວຍຕົນເອງ ຫຼື ຄວບຄຸມຫຸ່ນຍົນ ຄົ້ນຫາ ດາວອັງ ຄານ, ເຊິ່ງເປັນປະສົບການ ເຊິ່ງເມື່ອກ່ອນເຄີຍເຫັນແຕ່ໃນຮູບເງົາເທົ່ານັ້ນ.

ທ່ານ ປອ ເລຊວນຮຸຍ, ຮອງຜູ້ອຳນວຍການໃຫຍ່ ສູນອາວະກາດ ຫວຽດນາມ ກ່າວວ່າ ເປົ້າໝາຍ ຂອງ ຫໍພິພິທະພັນ ແມ່ນ “ການນຳວິທະຍາສາດ ອາວະກາດ ໃຫ້ເຂົ້າໃກ້ ກັບຊຸມຊົນ ຫຼາຍຂຶ້ນ, ຊ່ວຍໃຫ້ທຸກຄົນຮູ້ສຶກວ່າ ເຕັກໂນໂລຊີ ທີ່ທັນສະໄໝ ບໍ່ແມ່ນ ສິ່ງທີ່ໄກຕົວ ອີກຕໍ່ໄປ, ແຕ່ໃກ້ຊິດ ກັບຊີວິດ ປະຈຳວັນຫຼາຍຂຶ້ນ”.  

ດັ່ງນັ້ນ, ຫໍຫໍພິພິທະພັນ ອາວະກາດ ຫວຽດນາມ ບໍ່ພຽງແຕ່ ເປັນສະ ຖານທີ່ ເກັບຮັກສາຄວາມຮູ້ເທົ່ານັ້ນ, ແຕ່ຍັງເປັນຈຸດນັດພົບ ຂອງ ຄວາມຫຼົງໄຫຼ ໃນການສໍາຫຼວດ ແລະ ຄວາມປາຖະໜາ ທີ່ຈະກ້າວໄປສູ່ອາວະກາດ. ຈາກນີ້, ຫວຽດນາມ ບໍ່ພຽງແຕ່ເລົ່າເລື່ອງລາວ ກ່ຽວກັບອະດີດ ແລະ ປັດຈຸບັນ ຂອງຕົນ ໃນຂົງເຂດອາວະກາດ ເທົ່ານັ້ນ, ແຕ່ຍັງເປີດບົດໃໝ່, ເຊິ່ງເປັນບ່ອນທີ່ຄວາມຝັນ ທີ່ຈະບິນໄປໄກ ແສນໄກ ຂອງ ຄົນຮຸ່ນໃໝ່ ສາມາດ ເລີ່ມຕົ້ນໄດ້.

ບົດ: ເງິນຮ່າ - ພາບ: ແຄ໋ງລອງ - ແປໂດຍ: ບິກລຽນ


Top